Slideshow
                                    
                                ໂຮ້ຍອານ - ເມືອງມໍລະດົກ ທີ່ໜ້າດຶງດູດໃຈ ເປັນພິເສດ
                                        ມີຄວາມງາມເກົ່າແກ່ທີ່ສະຫງ່າຄື ລີຈຽງ ຂອງ ສຈ ຈີນ, ໂຣແມນຕິກຄື Venice ຂອງ ອີຕາລີ ແລະ ສະຫງົບສຸກຄື Giethoorn ຂອງ   ໂຮນລັງ... ນັ້ນແມ່ນຄວາມຮູ້ສຶກ ຂອງ ນັກທ່ອງທ່ຽວສ່ວນຫຼາຍ ເມື່ອ ມາຍັງຄຸ້ມເມືອງເກົ່າ ໂຮ້ຍອານ ແຂວງ ກວ໊າງນາມ, ບ່ອນທີ່ ໄດ້ຖືວ່າ ເປັນ “ຕົວເມືອງ ຂອງ ນາມມະຍົດ”. ດ້ວຍເຫດນັ້ນ, ບໍ່ມີຫຍັງ ທີ່ເປັນຕາ ງຶດງ້ໍ ເມື່ອຈຳນວນນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ກັບຄືນມາຍັງ ໂຮ້ຍອານ ໄດ້ເພີ່ມຂຶ້ນຢ່າງວ່ອງໄວ ຫຼັງຈາກ ຫວຽດນາມ ໄດ້ເປີດຄືນ ການເຄື່ອນໄຫວທ່ອງທ່ຽວ ພາຍຫຼັງໄດ້ປິດເປັນເວລາດົນນານ ຍ້ອນຜົນກະທົບຈາກການແຜ່ລະບາດ ໂຄວິດ-19.