Slideshow
ນະຄອນ ໂຮ່ຈີມິນ ສົດໃສໄປດ້ວຍສີສັນຂອງບຸນເຕັດ ປີມະເມຍ
ເທດສະການບຸນເຕັດຫວຽດ ຕ້ອນຮັບລະດູບານໃໝ່ ປີມະເມຍ 2026 ຢູ່ທີ່ສູນວັດທະນະທຳ ແທງນຽນ (ເມືອງ 1, ນະຄອນ ໂຮ່ຈີມິນ) ບໍ່ພຽງແຕ່ເປັນຈຸດນັດພົບໃນການທ່ຽວບຸນເຕັດທີ່ຄຸ້ນເຄີຍມາເປັນເວລາເກືອບ 2 ທົດສະວັດຜ່ານມາເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ທາງວັດທະນະທຳທີ່ມີຊີວິດຊີວາ, ເຊິ່ງເປັນບ່ອນທີ່ບັນດາຄຸນຄ່າອັນດີງາມທາງດ້ານຮີດຄອງປະເພນີ ໄດ້ຮັບການອະນຸລັກຮັກສາ ແລະ ເຜີຍແຜ່ ທ່າມກາງຈັງຫວະຊີວິດໃນຕົວເມືອງທີ່ຄຶກຄື້ນ ຂອງນະຄອນທີ່ໃສ່ຊື່ປະທານ ໂຮ່ຈີມິນ.