• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

SKYPEC-ໃຫ້ບໍລິການຖ້ຽວບິນທ່ີປອດໄພ

ເປັນເວລາ ກວ່າ 2 ທົດສະວັດ ຂອງການຄົງຕົວ ແລະ ພັດທະ ນາ, ບໍລິສັດ SKYPEC (ແຕ່ກ່ອນ VINAPCO - ແມ່ນບໍລິສັດ ນໍາ້ມັນ ການບິນແຫ່ງຊາດ ຫວຽດນາມ) ປັດຈຸບັນ ເປັນຜູ້ສະ ໜອງ ນໍ້າມັນເຊື້ອໄຟ ໃຫ້ແກ່ 4 ບໍລິສັດ ການບິນພາຍໃນ ແລະ ກວ່າ 60 ບໍລິສັດການບິນຕ່າງປະເທດ ໃນສະໜາມບິນ 17 ແຫ່ງ ທົ່ວປະເທດ ເຊັ່ນ: Korean Air, All Nippon Airways, Qatar Airways, Cathay Pacific…
SKYPEC ໄດ້ສ້າງຕັ້ງຂຶ້ນເມື່ອປີ 1993. ໃນປີ 1994, ບໍລິສັດ ໄດ້ຮັບໜ້າທີ່ ຂອງການນຳເຂົ້າ-ສົ່ງອອກ ບັນດາຜະລິດຕະພັນ ປີໂຕຣເຄມີ ໂດຍກົງ, ໂດຍມີເປົ້າໝາຍ ເປັນຜູ້ສະໜອງນໍ້າມັນ ເຊື້ອໄຟ ການບິນ ທ່ີມີຊື່ສຽງ ໃຫ້ແກ່ບັນດາບໍລິສັດສາຍການບິນ ສາກົນ ແລະ ຢູ່ພາຍໃນປະເທດ. ວັນທີ 1 ກໍລະກົດ 2010, ບໍລິ ສັດ ໄດ້ດໍາເນີນທຸລະກິດ ຢ່າງເປັນທາງການ  ໃນຖານະ ບໍລິສັດ ຈຳກັດຜູ້ດຽວ ຢ່າງເປັນທາງການ, ດ້ວຍຈຳນວນທຶນ 400 ຕື້ ດົ່ງ ໂດຍສະຫະບໍລິສັດການບິນ ຫວຽດນາມ ເປັນເຈົ້າຂອງ, ດ້ວຍ ຖັນແຖວພະນັກງານ ເກືອບ 1.300 ຄົນ. 

ທ່ານ ຫງວຽນແມ້ງຕວັນ - ຜູ້ອໍານວນການໃຫຍ່ SKYPEC ໃຫ້ ຮູ້ວ່າ: “ເພື່ອສາມາດກາຍເປັນບໍລິສັດ ສະໜອງນໍ້າມັນເຊື້ອໄຟ ການບິນ ແຖວໜ້າຂອງ ຫວຽດນາມ ໃນສະພາບການເຊື່ອມໂຍງ ສາກົນ ຄືປັດຈຸບັນໄດ້, SKYPEC ຕ້ອງຖືສໍາຄັນ ການຫັນປ່ຽນ ໃໝ່ເຕັກໂນໂລຊີ ແລະ ຍົກສູງຄຸນນະພາບ ຂອງການບໍລິການ ເປັນອັນດັບຕົ້ນ”. 

ເພື່ອໃຫ້ເປັນໄປຕາມຂໍ້ກໍານົດ ສໍາລັບມາດຖານ ຄຸນນະພາບ ຂອງ ນໍ້າມັນ ເຊື້ອໄຟ ທີ່ນຳໃຊ້ໃຫ້ເຮືອບິນ, SKYPEC ໄດ້ລົງທຶນ ກໍ່ສ້າງຫ້ອງທົດລອງ 3 ແຫ່ງ ທ່ີໄດ້ມາດຕະຖານສາກົນ ISO/IEC 17025:2005, ດ້ວຍລະບົບການຄຸ້ມຄອງຄຸນນະພາບຕາມ ມາດ ຕະຖານ ISO 9001- 2000 ແລະ ໄດ້ຮັບການປະເມີນຄືນໃໝ່ ດ້ວຍລະບົບມາດຕະຖານ ISO 9001:2008.


ສາຂາພາກເໜືອຂອງ Skypec ໄດ້ຕັ້ງຢູ່ສະໜາມບິນສາກົນ ໂນ້ຍບ່າຍ. 


ຫ້ອງບັນຊາການຢູ່ສາຂາພາກເໜືອຂອງ Skypec.


ຫ້ອງທົດລອງຢູ່ສາຂາພາກກາງຂອງ Skypec.


ບັນດານັກວິສາວະກອນຂອງ Skypec ພວມຄົ້ນຄວ້າ ນຳ້ມັນຊະນິດໃໝ່ຢູ່ສາຂາພາກກາງຂອງ Skypec.


ອ່າງບັນຈຸນຳ້ມັນເຊື້ອໄຟ ຈຳນວນໜຶ່ງຂອງ Skypec ທີ່ສາງເກັບຮັກສານຳ້ມັນ ຍ່າແບ່ ສັງກັດ Petrolimex ໄຊງ່ອນ. 


ລະບົບທໍ່ສົ່ງນຳ້ມັນຂອງ Skypec ທີ່ສາງເກັບຮັກສານຳ້ມັນ ຍ່າແບ່.


ລົດບັນທຸກນຳ້ມັນ ເຝົ້າເປັນປະຈຳ 24/24 ຊົ່ວໂມງ ເພື່ອຂົນສົ່ງນຳ້ມັນ ເຊື້ອໄຟ ແຕ່ສາງເກັບຮັກສາ ນຳ້ມັນ ຍ່າແບ່ ໄປຫາສະໜາມບິນ. 


ສະຫຼອງນຳ້ມັນເຊື້ອໄຟ ແຕ່ສາງເກັບຮັກສານຳ້ມັນ ເຂົ້າບັນດາລົດບັນທຸກນຳ້ມັນ ທີ່ສາງເກັບຮັກສານຳ້ມັນ ຍ່າແບ່.


ບັນດານັກວິສາວະກອນຂອງ Skypec ພວມກວດກາຄຸນນະພາບຂອງນຳ້ມັນ ເຊື້ອໄຟ.


ສະໜອງນຳ້ມັນ ເຊື້ອໄຟ ໃຫ້ແກ່ເຮືອບິນຂອງ ບໍລິສັດການບິນ Eva Air ຂອງ ໃຕ້ຫວັນ ທີ່ສະໜາມບິນສາກົນ ໂນ້ຍບ່າຍ.


ສະໜອງນຳ້ມັນ ເຊື້ອໄຟ ໃຫ້ແກ່ເຮືອບິນຂອງ ບໍລິສັດການບິນ Jetstar Pacific ທີ່ສະໜາມບິນສາກົນ ໂນ້ຍບ່າຍ.


ລົດບັນທຸກນຳ້ມັນຂອງ Skypec ຕື່ມນຳ້ມັນ ເຊື້ອໄຟ ໃຫ້ເຮືອບິນຂອງບໍລິສັດການບິນ Korean Air ຂອງ ສ ເກົາຫຼີ ທີ່ສະໜາມບິນສາກົນ ດ່າໜັງ.


ຕື່ມນຳ້ມັນ ເຊື້ອໄຟ ໃຫ້ເຮືອບິນຂອງບໍລິສັດ ການບິນ Qatar Airways ທີ່ສະໜາມບິນສາກົນ ເຕີນເຊີນເຍີດ.


ລົດບັນທຸກນຳ້ມັນຂອງ Skypec ຕື່ມນຳ້ມັນ ເຊື້ອໄຟ ໃຫ້ເຮືອບິນຂອງບໍລິສັດການບິນ Vietnam Airline ທີ່ສະໜາມບິນສາກົນ ເຕີນເຊີນເຍີດ.

ການປ່ຽນແປງ ພ້ອມຄໍາຂວັນ “ເຄື່ອງໝາຍການຄ້າຂອງຄວາມ ໄວ້ວາງໃຈ” ໄດ້ສະແດງໃຫ້ເຫັນການປ່ຽນແປງຢ່າງແຂງແຮງ ແລະ ຮອບດ້ານຂອງ SKYPEC ແນໃສ່ຫັນໄປສູ່ພາບລັກເຄື່ອງ ໝາຍການຄ້າໜຶ່ງທີ່ໃກ້ຊິດ, ເປັນມືອາຊີບ, ລະດັບສາກົນ. 

ດ້ວຍອິດທິພົນ ແລະ ປະສົບການທີ່ມີມາຍ່າງຍາວນານ, ນັບແຕ່ ເດືອນ ທັນວາ 2018, SKYPEC ໄດ້ຖືກເລືອກໃຫ້ເປັນຜູ້ ສະ ໜອງນໍ້າມັນ ເຊື້ອໄຟການບິນ Jet-A1 ໜຶ່ງດຽວ ໃຫ້ແກ່ບັນດາ ບໍລິສັດ ມີສາຍການບິນ ທີ່ເຄື່ອນໄຫວຢູ່ສະໜາມບິນສາກົນ ເວິນ ໂດ່ນ (ແຂວງ ກວາງນິງ). 

ສະເພາະໃນໄຕມາດທີໜຶ່ງ ປີ 2018, ບໍລິສັດໄດ້ລົງທຶນຊື້ລົດ ຂົນ ສົ່ງນໍ້າມັນໃໝ່ ແລະ ທັນສະໄໝຫຼາຍຄັນ ໃຫ້ແກ່ບັນດາ ສະໜາມ ບິນ ຄື: ດົ່ງເຮີຍ, ຕຸຍຮວ່າ, ລຽນເຄືອງ, ດ່າໜັງ, ຝູ່ກາດ, ໄປຣກູ, ແທງຮວາ, ຝູ໋ກວັກ ແລະ ອື່ນໆ. 

ດ້ວຍຄວາມນິຍົມຫຼັກ 5 ປະການຕົ້ນຕໍຄື “ຄວາມປອດໄພ-ເປັນ ມືອາຊີບ-ມີປະສິດພິພາບ-ມີຄວາມໄວ້ວາງໃຈ-ເພື່ອປະຊາຄົມ”, ທ່ານ ຫງວຽນແມ້ງຕວັນ ໄດ້ຢັ້ງຢືນວິໄສທັດຂອງບໍລິສັດຄື: “ກາຍ ເປັນຜູ້ສະໜອງນໍ້າມັນເຊື້ອໄຟການບິນ ອັນດັບ 1 ຢູ່ ຫວຽດນາມ ແລະ ເຄື່ອງໝາຍການຄ້າ ທີ່ມີອິດທິພົນ ແລະ ນິຍົມເຊື່ອຖື ໃນ ຕະຫຼາດ ເຊື້ອໄຟການບິນ ອາຊີ ຕາເວັນອອກສ່ຽງໃຕ້”. 

ໃນວັນທີ 30 ກັນຍາ 2018, SKYPEC ໄດ້ສະໜອງນໍ້າມັນ ເຊື້ອ ໄຟ ດ້ານການບິນທາງທະຫານ ຂອງ ຫວຽດນາມ ໃນການເຂົ້າ ຮ່ວມປະຕິບັດງານຮັກສາສັນຕິພາບ ຂອງ ສະຫະປະຊາຊາດ. 
 
ບົດ: ຖາວວີ - ພາບ: ກົງດາດ

ມົກເຮືອງ: ສິ່ງຍອດຍິ່ງ ຂອງສະໝຸນໄພ ຫວຽດ ເພື່ອຄວາມງາມແບບຍືນຍົງ

ມົກເຮືອງ: ສິ່ງຍອດຍິ່ງ ຂອງສະໝຸນໄພ ຫວຽດ ເພື່ອຄວາມງາມແບບຍືນຍົງ

ທ່າມກາງທາງເລືອກ ຢ່າງຫຼວງຫຼາຍ ໃນຕະຫຼາດເຄື່ອງສໍາອາງ, ມົກເຮືອງ ປາກົດຂຶ້ນຄືກັບສາຍລົມອັນສົດຊື່ນ ດ້ວຍຜະລິດຕະພັນບໍາລຸງຄວາມງາມທີ່ເປັນສານສະກັດຈາກສະໝຸນໄພ ຫວຽດ ແທ້ໆ. ບໍ່ພຽງແຕ່ເປັນຍີ່ຫໍ້ ເຄື່ອງສໍາອາງສີຂຽວ ພາຍໃນທ້ອງຖິ່ນເທົ່ານັ້ນ, ແຕ່ ມົກເຮືອງ ຍັງເປັນເລື່ອງລາວ ກ່ຽວກັບການໃຫ້ຄວາມເຄົາລົບນັບຖືຕໍ່ຄຸນຄ່າອັນເປັນມູນເຊື້ອ, ຄວາມພາກພູມໃຈຕໍ່ແຫຼ່ງຊັບພະຍາກອນ ທ່ີອຸດົມສົມບູນຂອງແຜ່ນດິນ ຫວຽດ ແລະ ຄວາມປາດຖະໜາ ທີ່ຈະບໍາລຸງສ້າງຄວາມງາມທີ່ແຂງແຮງ ແລະ ຍືນຍົງໃຫ້ແກ່ຄົນ ຫວຽດ.

Top