• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ເຫວ້ ຕັ້ງເວທີນົບໄຫວ້ ຊ໊າຕັກດ້ວຍຄວາມເຄົາລົບຢ່າງຈິງໃຈ

ໃນເວລາ 4 ໂມງເຊົ້າ ຂອງວັນທີ 12 ເມສາ ປີ 2015 (ກົງກັບວັນທີ 24 ເດືອນສອງ ປີມະແມ ຕາມຈັນທະປະຕິທິນ), ພິທີເສັ້ນໄຫວ້ບູ ຊາ ຊ໊າຕັກ ໄດ້ຖືກຈັດຕັ້ງຂຶ້ນຢູ່ທີ່ເວທີຊ໊າຕັກ(ຂຶ້ນກັບເຂດຮວ່າງແທ່ງ, ບ້ານຖ້ວນຮວ່າ, ນະຄອນເຫວ້) ໂດຍສູນອະນຸລັກຮັກສາ ບູຮານສະຖານກຸງເກົ່າເຫວ້ ດ້ວຍບັນຍາກາດທີ່ເຄັ່ງຂຶມ ແລະ ເຕັມໄປດ້ວຍຈິດໃສໃຈສັດທາສູງ. ເຂົ້າຮ່ວມພິທີດັ່ງກ່າວ ໂດຍມີການນຳຂອງອຳນາດການປົກຄອງ ແຂວງ ເທື່ອທຽນເຫວ້, ນະຄອນ     ເຫວ້ ພ້ອມດ້ວຍຊາວນະຄອນເຫວ້ ເປັນຈໍານວນຫຼວງຫຼາຍ. ປີນີ້,  ທ່ານ ຫງວຽນຫງອກທ້ຽນ, ເລຂາຄະນະພັກແຂວງໆ ເທື່ອທຽນເຫວ້ເອງ ເປັນເຈົ້າພາບຈັດງານ.  ພາຍຫລັງຄະນະນໍາຂອງອຳນາດການປົກຄອງແຂວງ ແລະ ນະຄອນໄດ້ເສັດສິ້ນລາຍການພິທີໄຫວ້ບູຊາທີ່ເປັນລາຍການຕົ້ນຕໍແລ້ວ, ປະຊາຊົນ ແລະ ນັກທ່ອງທ່ຽວກໍໄດ້ຂຶ້ນເວທີຖະຫວາຍດອກໄມ້, ທູບທຽນ ແລະ ທຳພິທີບູຊາຕໍ່.

ພິທີໄຫວ້ບູຊາຊ໊າຕັກແມ່ນພິທີນົບໄຫ້ວບູຊາເຈົ້າແມ່ທໍລະນີ (Xa) ແລະ ເຈົ້າແມ່ໂພສົບ (Tac)  ຊຶ່ງແມ່ນໜຶ່ງໃນບັນດາງານບຸນທີ່ພົ້ນເດັ່ນຂອງພະລາຊະວັງ ໃນສະໄໝລາຊະວົງ ຫງວຽນ ແນໃສ່ພາ ວະນາ ໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນມີຄວາມສະຫງົບສຸກ, ດິນຟ້າອາກາດເອື້ອອຳນວຍຄວາມສະດວກ ແລະ ເກັບກ່ຽວຜົນລະປູກໄດ້ຮັບຜົນດີ. ປາງກ່ອນ, ພິທີເສັ້ນໄຫວ້ ຊ໊າຕັກຖືກຈັດຂຶ້ນປີໜຶ່ງ 2 ຄັ້ງໃນລະດູບານໃໝ່ ແລະ ລະດູໃບໄມ້ຫຼົ່ນ ແລະ ເຈົ້າຊີວິດເອງເປັນເຈົ້າສັດທາ, ແຕ່ມາຮອດປັດຈຸບັນ, ພິທີໄດ້ຈັດຂຶ້ນປີໜຶ່ງຕໍ່ຄັ້ງ ຈັດຂຶ້ນໃນລະດູບານໃໝ່. ພິທີດັ່ງກ່າວນີ້ຖືກຈັດຢູ່ໃນລະດັບມະຫາພິທີ ຊຶ່ງລອງລົງມາຈາກພິທີເສັ້ນໄຫ້ວ Giao (ພິທີເສັ້ນໄຫວ້ດິນຟ້າ) ຢູ່ເວທີ ນາມຢາວເທົ່ານັ້ນ.
ບົດ: ແທງຮ່ວາ - ພາບ: ຮວ່າງຮ່າ
ປະຊາຊົນໃນຊຸດເຄື່ອງນຸ່ງຕາມພິທີການມູນເຊື້ອ ກັບ ໝວກວົງແຫວນ ແລະ ອ້າວຢ່າຍ ຂຶ້ນເວທີ ທຳການບູຊາ.
ພິທີຈູດເຄື່ອງບູຊາເປັນເຈ້ຍຫຼັງພິທີນົບໄຫວ້.
ບັນດານັກຊ່ຽວຊານດ້ານວັດທະນະທຳຂອງຕ່າງປະເທດພວມ ຕິດຕາມພິທີເສັ້ນໄຫວ້ ຊ໊າຕັກ ຂອງຊາວເມືອງເຫວ້.
ໂຄມໄຟ ແບັ້ງອູ້, ເປັນປະເພດໂຄມໄຟມູນເຊື້ອ ຂອງເຫວ້ ໄດ້ຮັບ ການປະດັບປະດາຢູ່ເທິງເວທີຊ໊າຕັກ.
ປະຕູໂຂງເຂົ້າສູ່ເວທີຊ໊າຕັກ ໄດ້ຮັບການປະດັບປະດາ ຢ່າງສວຍງາມ.
ພິທີຖະຫວາຍທູບທຽນເສັ້ນໄຫວ້ ຊ໊າຕັກ.
ພາບລວມເວທີເສັ້ນໄຫວ້ ຊ໊າຕັກ ໃນທ່າມກາງຫ່າຝົນຍາມເຊົ້າ.
ເຈົ້າສັດທາຂຸເຂົ່ານົບໄຫວ້ຕໍ່ໜ້າຮ້ານບູຊາ.
ກອງສຸລິຍາງໃນພະລາຊະວັງ.
ເຄື່ອງຖະຫວາຍລວມມີແບ້, ຄວາຍ ແລະ ໝູ.
ພິທີການ ອ່ານໃບດີກາທີ່ພິທີເສັ້ນໄຫວ້ຊ໊າຕັກ.
ທ່ານ ຫງວຽນຫງອກທ້ຽນ, ເລຂາຄະນະພັກແຂວງ ເທື່ອທຽນເຫວ້ ເປັນເຈົ້າພາບງານພິທີເສັ້ນໄຫວ້ຊ໊າຕັກປີ 2015.

Top