ການພົບປະແລກປ່ຽນຄັ້ງນີ້ຍິ່ງມີຄວາມໝາຍກວ່າ ເມື່ອຈັດຂຶ້ນໂດຍກົງກັບໂອກາດ 2 ປະເທດຈັດພິທີສະເຫຼີມສະຫຼອງ 49 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2026).
ຕອນເຊົ້າວັນທີ 09 ກໍລະກົດ, ຢູ່ດ່ານຊາຍແດນ ນ້ຳອອນ, ລາວ, ທ່ານພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດ ລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນນຕີກະຊວງປ້ອງກັນປະເທດ ລາວ, ໄດ້ເປັນປະທານພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ແລະ ຄະນະຜູ້ແທນ ຫວຽດນາມ ໄປແຂວງ ບໍລິຄຳໄຊ ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການພົບປະມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 3 (ຈັດຂຶ້ນແຕ່ວັນທີ 09 – 10 ກໍລະກົດ).
ໃນຂອບເຂດການພົບປະ, ຄະນະຜູ້ແທນຂອງ 2 ປະເທດໄດ້ເຂົ້າຮ່ວມ: ພິທີວາງສີລາລຶກໂຄງການກໍ່ສ້າງຈຸດປະສານງານຊາຍແດນ, ກອງຮ້ອຍທະຫານຊາຍແດນ 252 (ກອງບັນຊາການການທະຫານແຂວງ ບໍລິຄຳໄຊ) ໂດຍກະຊວງປ້ອງກັນປະເທດ ຫວຽດນາມ ອຸປະຖຳຄ່າໃຊ້ຈ່າຍການກໍ່ສ້າງ, ຢຶ້ຢາມຖາມຂ່າວ, ມອບຂອງຂວັນ ແລະ ທຶນການສຶກສາໃຫ້ແກ່ບັນດານັກຮຽນໂຮງຮຽນປະຖົມຢູ່ເມືອງ ໄຊຈຳພອນ, ແຂວງ ບໍລິຄຳໄຊ (ລາວ); ຢ້ຽມຢາມການເຄື່ອນໄຫວກວດ, ປີ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເກັບຄ່າ ແລະ ມອບງົວພັນໃຫ້ບັນດາຄອບຄົວທຸກຍາກຢູ່ເຂດຊາຍແດນຂອງ ລາວ. ທ່ານພົນຈັດຕະວາ ຫງວຽນຊວັນຕວ່ານ, ຫົວໜ້າການເມືອງທະຫານຊາຍແດນ ຫວຽດນາມ, ໃຫ້ຮູ້ວ່າ:
“ໂດຍແມ່ນໜຶ່ງໃນຈຸດພົ້ນເດັ່ນໃນການພົວພັນຕ່າງປະເທດປ້ອງກັນຊາດ, ການ “ພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ” ແມ່ນເພື່ອປະກອບສ່ວນຊຸກຍູ້ບັນດາກົນໄກຮ່ວມມືຢ່າງແທດຈິງ, ຍົກສູງປະສິດທິຜົນໜ້າທີ່ປົກປັກຮັກສາປະເທດຊາດ ແລະ ສ້າງຊີວິດອັນອີ່ມໜຳສຳລານໃຫ້ແກ່ປະຊາຊົນຢູ່ 2 ຝາກຊາຍແດນ. ໃນຂອບເຂດການພົບປະແລກປ່ຽນຄັ້ງທີ 3 ນີ້, ມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍໄດ້ຜັນຂະຫຍາຍ ດ້ວຍຄວາມຫວັງວ່າ ງານພົບປະແລກປ່ຽນນີ້ຈະກາຍເປັນວັນບຸນຂອງທະຫານປະຊາຊົນເຂດຊາຍແດນ, ຍົກສູງຄຸນນະພາບການຊົມໃຊ້ໃຫ້ແກ່ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ - ລາວ”.
ການພົບປະແລກປ່ຽນຄັ້ງນີ້ຍິ່ງມີຄວາມໝາຍກວ່າ ເມື່ອຈັດຂຶ້ນໂດຍກົງກັບໂອກາດ 2 ປະເທດຈັດພິທີສະເຫຼີມສະຫຼອງ 49 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18 ກໍລະກົດ 1977 – 18 ກໍລະກົດ 2026).
ພິທີວາງສີລາລຶກໂຄງການກໍ່ສ້າງຈຸດປະສານງານຊາຍແດນ, ກອງຮ້ອຍທະຫານຊາຍແດນ 252. (ພາບ: VNA)
ພົນເອກ ຄຳລຽງ ອຸທະໄກສອນ ແຕ້ມສີແດງໃສ່ຫຼັກໝາຍຊາຍແດນ 460 ເບື້ອງລາວ. (ພາບ: VNA)
ພົນເອກ ຟານວັນຢາງ ແລະ ພົນເອກ ຄຳລຽງ ອຸທະໄກສອນ ຮ່ວມກັນປູກຕົ້ນໄມ້ມິດຕະພາບ ຢູ່ບໍລິເວນເດີ່ນຫຼັກໝາຍຊາຍແດນ 460 ເບື້ອງລາວ. (ພາບ: VNA)
ພົນເອກ ຟານວັນຢາງ ແລະ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມດ້ວຍບັນດາຜູ້ແທນ ຢ້ຽມຢາມກິດຈະກຳກວດ-ປິ່ນປົວພະຍາດ ແລະ ແຈກຢາຍຢາປິ່ນປົວພະຍາດໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນເຂດຊາຍແດນ ໃນກອບການພົບປະແລກປ່ຽນ. (ພາບ: VNA)