• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ເຝິກແອບຮັບມືກັບແຜ່ນດິນໄຫວປີ 2013

ໃນຊຸມປີມໍ່ໆ ມານີ້, ການປ່ຽນແປງຂອງດິນຟ້າອາກາດ ແລະ ການເຄື່ອນທີ່ກໍ່ສ້າງເປືອກໜ່ວຍ ໂລກ ໄດ້ເຮັດໃຫ້ ຫວຽດນາມ ທີ່ເວົ້າລວມ ແລະ ໂດຍສະເພາະແມ່ນເມື່ອງ ບັກຈ່າມີ ຂອງແຂວງ ກວ່າງນາມ ເກີດໄພແຜ່ນດິນໄຫວ, ສ້າງຜົນສະທ້ອນເຖິງຊີວິດການເປັນຢູ່ຂອງຊາວທ້ອງຖິ່ນຢ່າງ ໜັກໜ່ວງ.

ຍ້ອນແນວນັ້ນ, ທ້າຍເດືອນສິງຫາທີ່ຜ່ານມາ, ແຂວງ ກວ່າງນາມ ໄດ້ມີການສົມທົບກັບທະຫານ ເຂດ 5 ແລະ ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຈັດຕັ້ງ “ການເຝິກແອບຮັບມື ກັບແຜ່ນດິນໄຫວ ແລະ ການຊ່ວຍເຫຼືອກູ້ໄພອັນຕະລາຍທີ່ເມືອງ ບັກຈ່າມີ”.
ນີ້ແມ່ນການເຝິກ ແອບຮັບມືກັບແຜ່ນດິນໄຫວຄັ້ງທຳອິດ ແລະ ມີຂະໜາດໃຫຍ່ທີ່ສຸດໃນທົ່ວ ປະເທດ ດ້ວຍ ການເຂົ້າຮ່ວມຂອງຊາວທ້ອງຖິ່ນເກືອບ 2.000 ຄົນ.
ຮອງຫົວໜ້າເສນາທິການທະຫານເຂດ 5, ພົນຈັດຕະວາ ຫງວຽນວຽດຮວ່າງ ໃຫ້ຮູ້ວ່າ: “ນີ້ແມ່ນ ການ ເຝິກແອບຮັບມືກັບແຜ່ນດິນໄຫວຄັ້ງທຳອິດໃນທົ່ວປະເທດ, ສະນັ້ນ ຍັງປະສົບຄວາມຫຍຸ້ງ ຍາກ ໃນຫຼາຍ ດ້ານ, ແຕ່ຈາກກຳລັງໃຈຂອງຊາວ ບັກຈ່າມີ ໄດ້ຊ່ວຍເຮັດໃຫ້ກຳລັງປະຕິບັດງານ ສາມາດສຳເລັດໜ້າທີ່. ເຖິງວ່າ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນຢູ່ທີ່ນີ້ ຍັງທຸກຍາກລຳບາກ, ແຕ່ເມື່ອໃຊ້ຄ່າເສຍຫາຍ ໃຫ້ການເຝິກແອບ, ເຂົາເຈົ້າພຽງແຕ່ເອົາສ່ວນໃດສ່ວນໜຶ່ງເທົ່ານັ້ນ, ບາງຄົນບໍ່ເອົາເງິນຈັກດົ່ງເລີຍ”.

ຈາກກຳລັງໃຈ, ພ້ອມກັບຫົວຄິດປະດິດສ້າງ, ຄວາມສາມາດໃນການບໍລິຫານງານ, ການສົມທົບ ລະຫວ່າງ ບັນດາກຳລັງຂອງທະຫານເຂດ 5, ຄະນະບັນຊາການທະຫານແຂວງ ກວ່າງນາມ… ໄດ້ເຮັດໃຫ້ ພວກຂ້າພະເຈົ້າຕົກໃຈຕໍ່ຄວາມສາມາດຮັບມືກັບໄພແຜ່ນດິນໄຫວໃນການເຝິກແອບ ທີ່ຜ່ານມາ. ອາດສາມາດເວົ້າໄດ້ວ່າ ການເຝິກແອບແມ່ນວິທີການໂຄສະນາເຜີຍແຜ່, ສຶກສາທີ່ມີ ປະສິດທິຜົນກ່ຽວກັບສະຕິຮູ້ສຶກ ຮັບຜິດຊອບຂອງບັນດາຂະແໜງການ, ປະຊາຊົນໃນການ ສະກັດກັ້ນ, ພ້ອມແລ້ວຮັບມືກັບໄພແຜ່ນດິນໄຫວ.
ບົດ: ຖາວວີ - ພາບ: ຫວຽດເກື່ອງ

 

ມູນໜຶ່ງໃນບ້ານໄດ້ນຳໃຊ້ເພື່ອຮັບໃຊ້ໃຫ້ການເຝິກແອບ.
ຊາວເມືອງບັກຈ່າມີຫຼາຍພັນຄົນມາເຫັນກັບຕາການເຝິກແອບ, ໂຄສະນາເຜີຍແຜ່, ສຶກສາຍົກສູງສະຕິຮູ້ສຶກຮັບຜິດຊອບ, ເປັນເຈົ້າໃນການສະກັດກັ້ນ, ພ້ອມແລ້ວທີ່ຮັບມືກັບໄພແຜ່ນດິນໄຫວຢ່າງມີປະສິດທິພາບ ເປັນໜຶ່ງໃນ 4 ເປົ້າໝາຍຕົ້ນຕໍ່ຂອງການເຝິກແອບຄັ້ງນີ້.
ພາຫະນະຕິດຕໍ່ຂອງທະຫານໄດ້ນຳໃຊ້ເພື່ອຮັບໃຊ້ໃຫ້ວຽກງານເຝິກແອບ.
ຕາມການສົມມຸດວ່າ ແຜ່ນດິນໄຫວຈະສ້າງຜົນເສຍຫາຍກ່ຽວກັບຄົນ ແລະ ຊັບສົມບັດຢ່າງໜັກໜ່ວງ.
ກຳລັງສະພາກາແດງເຂົ້າຮ່ວມໃນການກູ້ໄພ.
ສົ່ງຄົນເຈັບມາເຂດດູແລສຸຂະພາບ.
ກຳລັງກູ້ໄພເຂົ້າຮ່ວມການຟື້ນຟູ້ຜົນເຄາະຮ້າຍຈາກໄພທຳມະຊາດ.
ຍົນ Mi 17 ເຂົ້າຮ່ວມການເຝິກແບບຮັບມືກັບແຜ່ນດິນໄຫວ.
ກຳລັງສາທາລະນະສຸກຄ້າຍກັບທີ່ເພື່ອປິ່ນປົວໃຫ້ບັນດາຄົນເຈັບ.
ຮອງຫົວໜ້າເສນາທິການທະຫານເຂດ 5, ພົນຈັດຕະວາ ຫງວຽນວຽດຮວ່າງ ຍ້ອງຍໍບັນດາກຳລັງເຂົ້າຮ່ວມການເຝິກແອບ.
ນອກຈາກໜ້າທີ່ຂົນສົ່ງຜູ້ຖືກບາດເຈັບ, ເຮືອບິນຂຶ້ນຊື່ຍັງໄດ້ນຳໃຊ້ໃນວຽກງານຊ່ວຍເຫຼືອມະນຸດສະທຳ.
ສ້ອມແປງພື້ນຖານໂຄງລ່າງທີ່ຖືກເປ່ເພພາຍຫຼັງໄພແຜ່ນດິນໄຫວ.
ເຄື່ອງຈັກຫຼາຍປະເພດໄດ້ນຳໃຊ້ໃນການເຝິກແອບກູ້ໄພທຳມະຊາດ.
ນຳໃຊ້ຍົນ Mi 17 ສົ່ງຜູ້ທີ່ເຈັບໜັກໄປສຸກເສີນຢູ່ບັນດາໂຮງໝໍຂັ້ນເທິງ.
ດ້ວຍຫຼັກນຳຊ່ວຍກູ້ຊີວິດປະຊາຊົນກ່ອນ, ກຳລັງກູ້ໄພໄປຊອກຫາ ແລະ ສົ່ງຜູ້ທີ່ຖືກບາດເຈັບ, ຜູ້ທີ່ຖືກຄ້າງຄາອອກຈາກເຂດອັນຕະລາຍ.
ຊອກຫາຜູ້ຖືກເຄາະຮ້າຍຈາກໄພທຳມະຊາດ.
ກຳລັງກູ້ໄພອາຊີບມາເຂດເກີດໄພທຳມະຊາດເພື່ອສົມທົບກັບກຳລັງກັບທີ່ ຊ່ວຍເຫຼືອຜູ້ຖີກເຄາະຮ້າຍຈາກໄພທຳມະຊາດ.
ເລົ່າແຈ້ງແຜນການຮັບມືກັບແຜ່ນດິນໄຫວ ແລະ ຊ່ວຍເຫຼືອກູ້ໄພອັນຕະລາຍ.
ເຝິກແບບຮັບມືກັບແຜ່ນດິນໄຫວ ແລະ ຊ່ວຍເຫຼືອກູ້ໄພອັນຕະລາຍທີ່ເມືອງບັກຈ່າມີ.

Top