• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ເປີດ ຖະໜົນພາບຖ່າຍ ສິລະປະ” ຢູ່ ນະຄອນ ໂຮ່ຈີມິນ

ວັນ​ທີ 25 ພະຈິກ ​ຜ່ານມາ, ສະມາຄົມຖ່າຍຮູບ ​ນະຄອນ​ ໂຮ່ ຈີມິນ ​ໄດ້​ເປີດງານ “​ຖະໜົນພາບ​ຖ່າຍ ສິລະ​ປະ” ພາຍໃຕ້ຫົວ​ຂໍ້ “ໂລກ​ຜ່ານ ເລນ ຂອງການຖ່າຍ​ຮູບ” ​ແລະ “ນະຄອນ​ ທີ່​ຂ້ອຍ​ຮັກ”. ພ້ອມ​ດຽວກັນ ຍັງ​ເປັນການໂຄສະນາ ​ແລະ ​ແນະ ນຳ ​ບັນດາ​ຮູບ​ພາບ​ ກ່ຽວກັບປະ​ເທດຊາດ ​ແລະ ຜູ້ຄົນ ຫວຽດ ນາມ​ ໃຫ້ນັກ​ທ່ອງ​ທ່ຽວ​ ທີ່ມາຍັງນະຄອນ ​ໂຮ່ຈີ​ມິນ.

ສະເຫຼີມສະຫຼອງ 40 ປີ ວັນສ້າງຕັ້ງ ສະມາຄົມຖ່າຍຮູບ ນະ ຄອນ ໂຮ່ຈີມິນ (28 ພະຈິກ 1981 28 ພະຈິກ 2021). ທີ່ ຖະໜົນ​ ໂດ່ງເຂີຍ, ​ເມືອງ 1, ສະມາຄົມຖ່າຍຮູບ ນະຄອນ ໂຮ່ຈີມິນ ​ໄດ້​ເປີດ​ງານ​ວາງສະ​ແດງ “ຖະໜົນ​ພາບ​ຖ່າຍ​​ສິລະ​ປະ” ພາຍໃຕ້ຫົວ​ຂໍ້​: “ໂລກຜ່ານເລນ ກ້ອງຖ່າຍຮູບ” ແລະ “ນະຄອນ ທີ່ຂ້ອຍຮັກ”. ພາບຖ່າຍ ຈໍານວນ 176 ແຜ່ນ ທີ່ນໍາມາວາງ​ສະ​ແດງໃນຄັ້ງນີ້, ໃນນັ້ນຫົວຂໍ້້ “ໂລກຜ່ານ ເລນ ກ້ອງຖ່າຍຮູບ” ລວມມີ 116 ແຜ່ນ ແລະ ​“ນະຄອນ ທີ່ຂ້ອຍ ຮັກ” ມີ 60 ແຜ່ນ. ຜົນງານທ່ີຈັດວາງສະແດງ ໃນຫົວຂໍ້ທຳ ອິດ ແມ່ນໄດ້ຮັບລາງວັນ ຈາກງານ​ປະ​ກວດພາບຖ່າຍ​ສິລະ​ປະ ​ສາກົນ​ຄັ້ງ​ທີ 1 ໂດຍ​ສະມາຄົມ​ຖ່າຍຮູບ ນະຄອນ ໂຮ່ຈີ ມິນ ເປັນຜູ້ຈັດ ​ດ້ວຍການອຸປະຖຳ ຂອງ ​ສະຫະພັນ ສິລະປະ ຖ່າຍຮູບສາກົນ (FIAP) ​ແລະ ສະມາຄົມ​ຖ່າຍຮູບ ​ອາ​ເມ​ລິ​ກາ (PSA), ສະມາຄົມຮູບພາບ ບໍ່ມີພົມແດນ (ISF), ສະມາ ຄົມ ຖ່າຍຮູບ ຫວຽດນາມ (VAPA).

ຫົວ​ຂໍ້​ທີ 2 “ນະຄອນ​ທີ່​ຂ້ອຍ​ຮັກ” ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ບັນດາ​ຜົນງານ​ດີ​ເດັ່ນ ​ທີ່​ໄດ້​ຮັບ​ລາງວັນ​ຈາກ​ງານ​ປະກວດຢູ່ ນະຄອນ​ໂຮ່ຈີມິນ​ ຄັ້ງ​ທີ 11, ງານ​ບຸນ​ປະ​ເພນີ​ ນະຄອນ ​ໂຮ່ຈີ ມິນ ​ຄັ້ງ​ທີ 46, ງານ​ປະ​ກວດພາບຖ່າຍ​ ສິລະ​ປະ​ ນະຄອນ ຖູ ດຶກ ທີ່ມີຫົວຂໍ້ “ຄວາມ​ມຸ່ງ​ມາດ​ປາດ​ຖະໜາ ສໍາລັບເມືອງ ໜຸ່ມ" ແລະ ງານປະກວດພາບຖ່າຍ photo marathon ຈັດ ໂດຍ HOPA ເມື່ອບໍ່ດົນມານີ້. ງານ​ວາງສະ​ແດງ​ຄັ້ງ​ນີ້​ ຈະໄດ້ ດຳ​ເນີນໄປ​ ແຕ່​ວັນ​ທີ 25 ພະຈິກ ຫາ​ວັນ​ທີ 5 ທັນວາ 2021.
ປະຕິບັດ: ດັ້ງກິມເຟືອງ, ກວັກແທງ - ແປໂດຍ: ບິກລຽນ
ພິທີຕັດແຖບຜ້າ ເປີດ “ຖະໜົນພາບຖ່າຍສິລະປະ” ທີ່ນະ ຄອນ ໂຮ່ຈີມິນ.
ພາບຖ່າຍ “ແກ່ຕາໜ່າງ” ຂອງ ຊ່າງພາບ ຫງວຽນທິ ທູບາ - ຫວຽດນາມ.
ພາບຖ່າຍ “The Dani” ຂອງ ຊ່າງພາບ ແບກທິໂຕ໋ແອງ - ຫວຽດນາມ.
ພາບຖ່າຍ “Spiralrun" ຂອງ ຊ່າງພາບ Marcel Van Balken - ໂຮນລັງ.
ພາບຖ່າຍ “Terraced Fied" ຂອງ ຊ່າງພາບ Shin Woo Ryu – ສ ເກົາຫຼີ.
ພາບຖ່າຍ “Statue” ຂອງ ຊ່າງພາບ Yuen Yam Au - ຮົງກົງ.
ພາບຖ່າຍ “Sublimation” ຂອງ ຊ່າງພາບ ຫງວຽນຊວັນ ຈ່າງ - ຫວຽດນາມ.
ພາບຖ່າຍ “ Cold and Frozen” ຂອງ ຊ່າງພາບ Yichi Wang - ສປ ຈີນ.
ພາບຖ່າຍ “ Sugar Gallery” ຂອງ ຊ່າງພາບ Yichi Wang - ສ ແຊັກ.
ພາບຖ່າຍ “ສະເໜ່ ຫວຽດນາມ” ຂອງ ຊ່າງພາບ ຫງວຽນ ວັນ ດົງ - ຫວຽດນາມ.
ພາບຖ່າຍ “ພະລັງງານແສງຕາເວັນ” ຂອງ ຊ່າງພາບ ເລແທ່ງ ງອນ - ຫວຽດນາມ.
ພາບຖ່າຍ “Redreadinghat”ຂອງ ຊ່າງພາບ Marcel Van Balken - ໂຮນລັງ.
“ຖະໜົນພາບຖ່າຍສິລະປະ” ໄດ້ດຶງດູດ ວົງການ ນັກຖ່າຍ ພາບ ສິລະປະ ນະຄອນໂຮ່ຈີມິນ ເປັນຈຳນວນຫຼວງຫຼາຍ ທີ່ມາຢ້ຽມຊົມ.

Top