• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ຮ່າໂນ້ຍ ອອກທັບປົກປັກຮັກສາ ກອງປະຊຸມສະມັດຊາໃຫຍ່ IPU - 132

ຫວ່າງມໍ່ໆມານີ້, ຕໍາຫຼວດນະຄອນຫລວງຮ່າໂນ້ຍ ແລະ ກອງບັນຊາການທະຫານນະຄອນຫຼວງ, ພະແນກສາທາລະນະສຸກຮ່າໂນ້ຍ ແລະ ບັນດາກໍາລັງວິຊາສະເພາະອື່ນໆ ໄດ້ປະສານສົມທົບກັນຈັດຕັ້ງ ພິທີອອກທັບເພື່ອປະຕິບັດໜ້າທີ່ປົກປັກຮັກສາຄວາມສະຫງົບປອດໄພໃຫ້ແກ່ກອງປະ ຊຸມໃຫຍ່ສະມັດຊາສະຫະພັນລັດຖະສະພາສາກົນ ຄັ້ງທີ 132 (IPU-132) ແລະ ບັນດາເຫດການການເມືອງຕ່າງໆທີ່ຈະຈັດຕັ້ງຂຶ້ນໃນພື້ນທີ່ນະຄອນຫຼວງຮ່າໂນ້ຍປີ 2015.

ທີ່ພິທີອອກທັບນີ້, ເປີດສາກແມ່ນການສະແດງກຳລັງ, ພາຫະນະ, ອຸປະກອນເຕັກນິກຂອງລົດ 16 ກຸ່ມ ຊຶ່ງຕາງໜ້າໃຫ້ແກ່ບັນດາກຳລັງທີ່ເຂົ້າຮ່ວມການຮັກສາຄວາມປອດໄພເຊັ່ນ: ກຸ່ມລົດ ZAAM ຕ້ານລູກກະສູນ, ກຸ່ມລົດຫຸ້ມເກາະທະຫານລາບ, ກຸ່ມລົດໂອໂຕ ແລະ ລົດຈັກພາທາງ, ກຸ່ມລົດຕິດຕໍ່ສື່ສານ, ກຸ່ມລົດປ້ອງກັນເຄມີ ແລະ ອື່ນໆ. ຕໍ່ໄປແມ່ນສະແດງການເຝິກຊ້ອມບັນດາສະພາວະການສົມມຸດຖານປໍລະປັກ ແລະ ສະແດງຈີ້ກົງ ຂອງກຳລັງຕໍາຫລວດເຄື່ອນທີ່.

ພິທີອອກທັບໄດ້ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈຂອງກຸ່ມກ້ອນກຳລັງຕ່າງໆເພື່ອປະຕິບັດໜ້າທີ່ປົກປັກຮັກສາຄວາມປອດໄພຮ້ອຍສ່ວນຮ້ອຍ ໃຫ້ແກ່ບັນດາຄະນະຜູ້ແທນສາກົນ ແລະ  ບັນດາສະຫາຍຜູ້ນຳຂອງພັກ, ລັດ ທີ່ເຂົ້າຮ່ວມກອງປະຊຸມ. ນອກນັ້ນ, ບັນດາກອງກຳລັງດັ່ງກ່າວນີ້ ຍັງມີໜ້າທີ່ຮັບປະກັນຄວາມເປັນລະ ບຽບຮຽບຮ້ອຍດ້ານການຈາລະຈອນ, ຄວາມສະ ຫງົບຂອງ ຕົວເມືອງເປັນຢ່າງດີ ແນໃສ່ເຮັດໃຫ້ພາບພົດຂອງປະເທດຊາດ ແລະ ຊາວຫວຽດນາມມີຄວາມສວຍງາມໃນສາຍຕາຂອງເພື່ອນມິດສາກົນ.
ປະຕິບັດ: ເຈີ່ນແທງຢາງ-ຫວູແຄັ້ງລອງ

ບັນດານັກຮົບຂອງກອງບັນຊາການທະຫານນະຄອນຫຼວງ ຮັບໜ້າທີ່, ກຽມພ້ອມສູ້ຮົບ, ປົກປັກຮັກສາປະເທດຊາດ, ຕ້ານ ແລະ ສະກັດກັ້ນການຈະລາຈົນ. ພາບ: ແຄ໋ງລອງ
ລົດຫຸ້ມເກາະພິເສດສະເພາະ ປະກອບໃຫ້ແກ່ຕຳຫຼວດເຄື່ອນທີ່ ແລະ ຕຳຫຼວດປະຕິບັດໜ້າທີ່ພິເສດ, ມີໜ້າທີ່ປ້ອງກັນ ແລະ ຕ້ານການກໍ່ການຮ້າຍ, ຊ່ວຍຕົວປະກັນ. ລົດນີ້ ມີລຳຕົວ ແລະ ແວ່ນ ສາມາດຕ້ານລູກປືນ ແລະ ລະເບີດ. ພາບ: ແຄ໋ງລອງ
ຂະບວນລົດຈັກ (ມ້າຂາວ) ຂອງກຳລັງຕຳຫຼວດຈາລະຈອນທີ່ມີຄວາມແຮງ 750 ແມັດກ້ອນ, ມີໜ້າທີ່ປົກປັກຮັກສາ ແລະ ພາທາງໃຫ້ແກ່ບັນດາຄະນະປະມຸກລັດ, ຄະນະຜູ້ແທນສາກົນ ທີ່ມາຢ້ຽມຢາມ ແລະ ເຂົ້າຮ່ວມບັນດາກອງປະຊຸມໃຫຍ່.ພາບ: ແຄ໋ງລອງ
ການສະແດງຕີມວຍຂອງບັນດາກຳລັງທີ່ເຂົ້າຮ່ວມພິທີອອກທັບ. ພາບ: ແຄ໋ງລອງ
ເຕັ້ນຂ້າມຮົ້ວໄຟ. ພາບ: ເຈີ່ນແທງຢາງ
ໃຊ້ຄ້ອນໝາກເນີງທຸບກ້ອນຫີນເບຕົງ 2 ແຜ່ນໃຫ້ແຕກເທິງໜ້າທ້ອງ. ພາບ: ເຈີ່ນແທງຢາງ
ການສະແດງຈີ້ກົງ ໃຊ້ກໍາລັງຄົດເຫຼັກສອງແທ່ງ. ພາບ: ເຈີ່ນແທງຢາງ
ສະພາວະການສົມມຸດຖານຄື ຜູ້ໜຶ່ງສູ້ຢັນກັບສອງຄົນ ຂອງ ກຳລັງຕຳຫຼວດເຄື່ອນທີ່. ພາບ: ເຈີ່ນແທງຢາງ
ລົດຮັບໃຊ້ການເຄື່ອນທີ່ໄວຂອງຕຳຫຼວດ 113. ພາບ: ເຈີ່ນແທງຢາງ
ກຸ່ມລົດສື່ສານ ແລະ ບັນຊາຂອງກອງບັນຊາການທະຫານນະຄອນ ຫຼວງ. ລົດສາມາດຮັບ ແລະ ສົ່ງສັນຍານໂດຍກົງ ຜ່ານດາວທຽມ Vinasat 1. ພາບ: ເຈີ່ນແທງຢາງ
ລົດດັບເພິງແບບຂັ້ນໄດ 2 ຄັນມີນ້ໍາໜັກບັນທຸກ ແຕ່ 22-24 ໂຕນ, ສາມາດຍື່ນຂຶ້ນສູງແຕ່ 32-52 ແມັດ, ຮັບໃຊ້ເພື່ອມອດໄຟ ແລະ ກູ້ໄພ. ພາບ: ເຈີ່ນແທງຢາງ
ກຸ່ມລົດສີດນ້ຳ ຕ້ານການໂຮມຊຸມນຸມປະທ້ວງ, ຕ້ານຈະລາຈົນ ຂອງຕຳຫຼວດເຄື່ອນທີ່. ພາບ: ເຈີ່ນແທງຢາງ
ກຸ່ມລົດປ້ອງກັນເຄມີ- ກອງບັນຊາການເຫຼົ່າຮົບເຄມີສາດ-ກະຊວງ ປ້ອງກັນປະເທດ ມີໜ້າທີ່ສະລ້າງສານພິດ, ຂ້າເຊື້ອໃຫ້ແກ່ອາວຸດຍຸດໂທປະກອນຕ່າງໆ. ນອກນັ້ນ, ຍັງມີໜ້າທີ່ລຶບຮ່ອງຮອຍ, ເຮັດໃຫ້ສິ່ງແວດລ້ອມສະອາດ. ພາບ: ເຈີ່ນແທງຢາງ
ກຸ່ມລົດຈັກສາລະວັດກວດກາ ຂອງກອງບັນຊາການທະຫານ ນະຄອນຫຼວງ. ພາບ: ເຈີ່ນແທງຢາງ
ກຸ່ມລົດຈັກ (ມ້າຂາວ) ຂອງກຳລັງຕຳຫຼວດຈາລະຈອນ. ພາບ: ເຈີ່ນແທງຢາງ
ບັນດາເຈົ້າໜ້າທີ່ຕໍາຫລວດຈາລະຈອນເພດຍິງ ເຂົ້າຮ່ວມ ການ ຮັກສາ IPU 132 ພາບ: ເຈີ່ນແທງຢາງ
ເຖິງວ່າຟ້າລົມຝົນຕົກກໍຕາມ, ແຕ່ບັນຍາກາດຂອງພິທີອອກທັບຍັງ ເຄັ່ງຂຶມທີ່ສຸດ. ພາບ: ເຈີ່ນແທງຢາງ
ບັນດາການນຳຂອງກະຊວງຕຳຫຼວດ, ຕຳຫຼວດນະຄອນຮ່າໂນ້ຍ, ຄະນະກອງບັນຊາການທະຫານນະຄອນຫຼວງ, ພະແນກສາທາ ລະນະສຸກຮ່າໂນ້ຍ ໄດ້ມີໜ້າຢ່າງພ້ອມພຽງໃນພິທີອອກທັບ. ພາບ: ເຈີ່ນແທງຢາງ
ລົດ ZAAM ຕ້ານລູກສະສູນ ສອງຄັນ ໄດ້ປະກອບໃຫ້ແກ່ກຳລັງ ຕຳຫຼວດປະຕິບັດໜ້າທີ່ພິເສດ ແລະ ຕຳຫຼວດເຄື່ອນທີ່ເພື່ອ ຈຸດ ປະສົງຕ້ານການກໍ່ການຮ້າຍ, ຊ່ວຍເຫລືອຕົວປະກັນ. ພາບ: ເຈີ່ນແທງຢາງ

Top