• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ອາຊີບຜະລິດຂອບຫໍ່ເຂົ້າໜົມໄຫວ້ພະຈັນຢູ່ ຮ່າໂນ້ຍ

ບຸນໄຫວ້ພະຈັນ ຕາມຄວາມສຳນຶກຂອງຊາວ ຫວຽດນາມ ແມ່ນບຸນສຳລັບເດັກນ້ອຍ, ຍັງເຄີຍ ເອີ້ນວ່າ ບຸນຊົມດວງຈັນ. ເດັກນ້ອຍທຸກຄົນຄອຍຖ້າເຖິງວັນບຸນນີ້ ຍ້ອນວ່າ ຜູ້ໃຫຍ່ຈະຊື້ ຂອງ ຂວັນຕ່າງໆໃຫ້ຄື: ໂຄມໄຟ, ໜ້າກາກ… ແລະ ພິເສດແມ່ນ ຂາດບໍ່ໄດ້ເຂົ້າໜົມໄຫວ້ພະຈັນ. ເພື່ອ ເຮັດເຂົ້າໜົມໄຫວ້ພະຈັນ ທີ່ມີຫຼາຍຮູບແບບ ຕ້ອງມີສີມືທີ່ຄ່ອງແຄ້ວຂອງຊ່າງຜະລິດຂອບຫຼໍ່ ດັ່ງ ກ່າວ. ມາຍັງບ້ານ ເຖື້ອງກຸງ, ຕາແສງ ຕ່ຽນຝອງ, ເທື່ອງ ຕິນ, ຮ່າໂນ້ຍ ໃນຊຸມວັນກ່ອນບຸນ ໄຫວ້ພະຈັນ, ພວກເຮົາຈະພົບເຫັນຮ້ານຜະລິດຂອບຫໍ່ເຂົ້າໜົມໄຫວ້ພະຈັນຫຼາຍແຫ່ງ. ຂອບເຂົ້າ ໜົມໄຫວ້ພະຈັນ ຈະມີຮູບວົງມົນ (ມີເສັ້ນຜ່າສູນກາງປະມານ 10 ຊັງຕີແມັດ) ຫຼື ຮູບ ສີ່ຫຼ່ຽມ (ຫຼ່ຽມໜຶ່ງຍາວປະມານ 7-8 ຊັງຕີແມັດ), ມີຄວາມໜາປະມານ 4-5 ຊັງຕີແມັດ. ເຂົ້າໜົມ ໄຫວ້ພະຈັນ ມີຫຼາຍຮູບແບບແຕກຕ່າງກັນ, ແຕ່ສ່ວນຫຼາຍຈະມີຮູບ ໝູແມ່ກັບລູກ, ປາສະໂທ.
ໂດຍ: ຢວານດຶກ-ແອງກວັນ

 

ຂັ້ນຕອນຊ່ຽນໄມ້.
ຂັ້ນຕອນຄວັດລວດລາຍໃຫ້ຂອບຫໍ່.
ຂັ້ນຕອນເຮັດເກັດປາສະໂທໃຫ້ຂອບຫໍ່ທີ່ມີຮູບປາສະໂທ.
ລູກຄ້າມາເລືອກຊື້ຂອບຫໍ່ເຂົ້າໜົມໄຫວ້ພະຈັນ.
ມື້ໜຶ່ງ, ຊ່າງສາມາດຜະລິດໄດ້ຂອບຫໍ່ແຕ່ 3-5 ໜ່ວຍ.
ຂອບຫໍ່ເຂົ້າໜົມໄຫວ້ພະຈັນ ມີລວດລາຍພື້ນເມືອງ.
ຊ່າງຈະຄິດໄລ່ມາດຕາສ່ວນທີ່ເໝາະສົມຂອງຂອບຫໍ່ໃຫ້ເຂົ້າໜົມໄຫວ້ພະຈັນແຕ່ລະຊະນິດ ທີ່ລູກຄ້າຕ້ອງການ.
ຫຼັງຈາກນັ້ນ ຊ່າງຈະຕັດຕາມແບບ.
ສ້າງຮູບແບບໃຫ້ຂອບຫໍ່ ຕາມຄວາມຕ້ອງການຂອງລູກຄ້າ.
ຂັ້ນຕອນທຳອິດແມ່ນສ້າງຂອບຫໍ່ໃສ່ໄມ້ແຜ່ນໜຶ່ງ.
ຂອບຫໍ່ເຂົ້າໜົມໄຫວ້ພະຈັນທີ່ວາງຂາຍຢູ່ບ້ານ ເຖື້ອງກຸງ, ຕາແສງ ຕ່ຽນຝອງ, ເທື່ອງຕິນ, ຮ່າໂນ້ຍ.

Top