• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ລາມກິງ-ສະຖານທີ່ທ່ອງທ່ຽວໜ້າຈັບໃຈ

ດ້ວຍທ່າໄດ້ປຽບທາງດ້ານພື້ນທີ່ ກວ່າ 140 ເຮັກຕາ, ເຂດບູຮານສະຖານແຫ່ງຊາດພິເສດ ລາມກິງ (ເມືອງເຖາະຊວນ, ແຂວງ ແທງຮ໋ວາ) ບໍ່ພຽງແຕ່ຮັກສາໄວ້ໄດ້ ຄືເກົ່າ ບັນດາກິດຈະກຳ ຂອງ ລາຊະວົງ ສະໄໝ ເຮົ້າເລ (1483 1815) ເທົ່ານັ້ນ, ແຕ່ຍັງຮັກສາໄວ້ໄດ້ເລື່ອງລາວ ຕ່າງໆ ທີ່ເຕັມໄປດ້ວຍຄວາມເລິກລັບ ຂອງລາຊະວົງ ສະໄໝ ສັກດິນາໜຶ່ງທີ່ຖືວ່າ ມີການພັດທະນາ ຈະເລີນຮຸ່ງເຮືອງ ອັນດັບໜຶ່ງ ໃນປະຫວັດສາດ ຫວຽດນາມ. 

ຢາກເຂົ້າເຂດລາຊະວັງ ນັກທ່ອງທ່ຽວ ຕ້ອງຜ່ານ ປະຕູໂຂງລວມ ມີ 3 ຫ້ອງ, ຫ້ອງກາງກວ້າ 4,6 ແມັດ, ຫ້ອງສອງຂ້າງກວ້າງ 3,5 ແມັດ. ພື້ນປະຕູໂຂງກວ້າງ 11 ແມັດ, ຍາວ 14,10 ແມັດ, ມີ 3 ປະຕູເຂົ້າ-ອອກ. ປະຕູ ຢູ່ກາງກວ້າງ 3,6 ແມັດ, ສອງປະຕູຢູ່ຂ້າງ ກວ້າງ 2,74 ແມັດ ແລະ ຖືກຈັດວາງ ຢູ່ແຖວເສົາ ຢູ່ກາງ, ຈຸດພິເສດຂອງສີ່ເສົາຢູ່ກາງແມ່ນເສົາໃຫຍ່ສຸດ, ເສັ້ນຜ່າກາງ ຂອງຕີນເສົາວັດແທກໄດ້ 78 ຊມ. 
 
ຢູ່ທີ່ນີ້ ມີຫຼຸມຝັງສົບ ເຈົ້າຊີວິດ ເລຖ໋າຍໂຕ໊, ຫື້ວລັງ - ຫຼຸມຝັງສົບ ເຈົ້າຊີວິດ ເລຖ໋າຍຕົງ, ມຸກລັງ - ຫຼຸມຝັງສົບ ເຈົ້າຊີວິດ ເລເຍີນຕົງ, ລັງ ຄົນຫງວຽນ- ຫຼຸມຝັງສົບພະລາຊີນີ ໂງທິຫງອກຢາວ (ແມ່ເຈົ້າຊີວິດ ເລແທ໋ງຕົງ), ຈຽວລັງ - ຫຼຸມຝັງສົບ ເຈົ້າຊີວິດ ເລແທ໋ງຕົງ, ຢຸລັງ - ຫຼຸມຝັງສົບ ເຈົ້າຊີວິດ ເລຫຽນຕົງ, ກິງລັງ - ຫຼຸມຝັງສົບ ເຈົ້າຊີວິດ ເລຕຸກຕົງ; ວິຫານ ເລລາຍ ແລະ ບັນດາກິດຈະກຳຕ່າງໆ ຂອງ ຫວຽດນາມ ໃນລາຊະວົງ ສະໄໝ ເຮົ້າເລ ທີ່ຍັງໄດ້ຮັກສາໄວ້ຢູ່ທີ່ນີ້.
 
ເຂດຮ່ອງຮອຍ ລາມກິງ ເປັນຮ່ອງຮອຍປະຫວັດສາດ ລະດັບຊາດ. ລາມກິງ ພວມກາຍເປັນໃຈກາງດ້ານ ວັດທະນະທຳ, ທ່ອງທ່ຽວທີ່ຍິ່ງໃຫຍ່ຂອງແຂວງ ແທງຮວາ. ດ້ວຍລະບົບຮ່ອງຮອຍປະຫວັດສາດ ທີ່ຍັງຮັກສາໄວ້, ພ້ອມກັບຄວາມສະດວກຂອງລະບົບການຄົມມະນາຄົມ, ເຂດຮ່ອງຮອຍປະຫວັດສາດ ລາມກິງ ເປັນຈຸດທ່ອງທ່ຽວ ທີ່ປະທັບໃຈສຳລັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

                                                                                                                                  ປະຕິບັດ: ຈິ້ງໂປ້/VNP
ນັກທ່ອງທ່ຽວໄປຢ້ຽມຢາມເຂດຮ່ອງຮອຍປະຫວັດສາດ ລາມກິງ ດ້ວຍລົດໄຟຟ້າ.
ນຳ້ສາງ ຫງອກ ມີນຳ້ໃສສະອາດຕະຫຼອດປີ ແລະ ເປັນບ່ອນ ສະໜອງນຳ້ໃຫ້ແກ່ລາຊະວັງ ລາມກິງ.
ຕົ້ນໄຮ ອາຍຸຫຼາຍຮ້ອຍປີ ຢູ່ເຂດຮ່ອງຮອຍປະຫວັດສາດ ລາມກິງ.
ເຂົ້າມາຢ້ຽມຢາມເຂດຮ່ອງຮອຍປະຫວັດສາດ ລາມກິງ, ນັກທ່ອງທ່ຽວຕ້ອງຍ່າງຂ້າມຜ່ານປະຕູໂຂງໜ່ວຍໜຶ່ງ ທີ່ມີລວງກວ້າງ 3,6 ແມັດ.
ປັດຈຸບັນ, ເຂດຮ່ອງຮອຍປະຫວັດສາດ ລາມກິງ ຍັງຄົງ ຮັກສາ ໄວ້ໄດ້ ແຜ່ນສີລາຈາລຶກບູຮານຫຼາຍແຜ່ນ, ຊຶ່ງພົ້ນເດັ່ນ ແມ່ນ ແຜ່ນສີລາຈາລຶກ ຫວີ໊ງລັງ.
ຈາກເດີ່ນມັງກອນ ຂຶ້ນໄປຍັງ ຫໍທຳມະ ແມ່ນພື້ນທີ່ກວ້າງ 5 ແມັດ, ລວມມີ ຂັ້ນໄດ 9 ຂັ້ນ ກັບ 3 ທາງຂຶ້ນ ຊຶ່ງ ມີລວງກວ້າງ ບໍ່ສະເໝີກັນ ແລະ ໄດ້ຮັບການປະດັບປະດາຮູບມັງກອນ.
ຈຸດພິເສດຂອງເສົາຫຼາຍໜ່ວຍໃນເຂດຮ່ອງຮອຍປະຫວັດສາດ ລາມກິງ ແມ່ນມີຂະຫຍາດໃຫຍ່, ເສັ້ນຜ່າກາງຂອງຕີນເສົາ ວັດແທກໄດ້ 0.62 ແມັດ.
ລາມກິງ ຍັງຮັກສາໄດ້ຄືເກົ່າ ບັນດາກິດຈະກຳ ຂອງລາຊະວົງ ສະໄໝ ເຮົ້າເລ.
ເຂດຮ່ອງຮອຍປະຫວັດສາດແຫ່ງຊາດ ລາມກິງ ກວ້າງ 200 ເຮັກຕາ (ເມືອງ ເຖາະຊວນ, ແຂວງ ແທງຮ໋ວາ) ຊຶ່ງເປັນບ່ອນ ວິລະຊົນ ເລເລີ້ຍ (1385-1433) ຍົກຄັນທຸງ ລຸກຂຶ້ນ ຕ້ານ ການ ຮຸກຮານຈາກສັດຕູ ມິງ.
ເຂດຮ່ອງຮອຍປະຫວັດສາດແຫ່ງຊາດ ລາມກິງ ຍັງຮັກສາ ໄດ້ຈຸດສວຍງາມຂອງຫວ່າງເວຫາ ຫວຽດ.
ນັກທ່ອງທ່ຽວ ແລະ ປະຊາຊົນເຂົ້າໄຫວ້ອາໄລ ຢູ່ຫຼຸມຝັງສົບ ເຈົ້າຊີວິດ ເລຖ໋າຍໂຕ໊.
ຖ໋າຍໝຽວ ລາມກິງ ລວມມີ 9 ຫ້ອງ, ເປັນບ່ອນບູຊາ ບັນພະບຸລຸດ, ບັນດາເຈົ້າຊີວິດ ແລະ ພະລາຊີນີ ຂອງລາຊະວົງ ສະໄໝ ເຮົ້າເລ.
ນັກທ່ອງທ່ຽວ ແລະ ປະຊາຊົນເຂົ້າ ໄຫວ້ອາໄລ ຢູ່ຫຼຸມຝັງສົບ ເຈົ້າຊີວິດ ເລຖ໋າຍໂຕ໊.
“ຕົ້ນສີດາ” ໃນເທບນິຍາຍ ມີຄວາມສະໜິດຕິດພັນກັບ ເຂດຮ່ອງຮອຍປະຫວັດສາດແຫ່ງຊາດ ລາມກິງ.
ຮູບຈຳລອງຂອງຄັນທຸງ ລຸກຂຶ້ນ ຕ້ານການຮຸກຮານຈາກສັດຕູ ມິງ ຂອງກອງກຳລັງ ລາມເຊີນ.
ກຳແພງບູຮານ ລາມກິງ ຍັງຄົງຕົວຢູ່ພ້ອມກັບການເວລາ ແລະ ປະຫວັດສາດຂອງປະເທດຊາດ.

Top