• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ລະດູການໝາກເງາະສຸກ

ໝາກເງາະແມ່ນປະເພດຕົ້ນໄມ້ໄດ້ຮັບການປູກຝັງຢ່າງທົ່ວໄປ ຢູ່ບັນດາທ້ອງຖິ່ນເຂດພື້ນທີ່ແຄມແມ່ນ້ຳໂດ່ງນາຍ, ພາກກາງຕອນໃຕ້ ແລະ ແຂວງຕ່າງໆຢູ່ເຂດທົ່ງພຽງແມ່ນ້ຳຂອງ. ເມື່ອມີຮ່າ ຝົນຕົ້ນລະດູຕົກລົງມາ ກໍແມ່ນຊ່ວງໄລຍະເວລາໝາກເງາະເລີ່ມ ສຸກ.

ຍາມໝາກເງາະສຸກຫລາຍແມ່ນໄລຍະເດືອນ ພຶດສະພາເຖິງ ເດືອນ ມິຖຸນາ ແລະ ແກ່ຍາວຮອດທ້າຍເດືອນກໍລະກົດ. ໃນຊ່ວງເວລານີ້, ບັນດາສວນຕົ້ນໝາກເງາະເຕັມໄປດ້ວຍ ສີແດງເຮື່ອຂອງພວງໝາກເງາະທີ່ສຸກເຕັມທີ່. ໝາກເງາະມີຫຼາຍຊະນິດຄື: ໝາກເງາະ “ຈ໋ອກ”, ໝາກເງາະ ຈາວາ, ໝາກເງາະຍ໊ານ ເປັນທີ່ນິຍົມ ຂອງລູກຄ້າຫລາຍຄົນ ເນື່ອງຈາກວ່າມັນມີຄວາມຫອມແຊບ ເປັນເອກະລັກສະເພາະຕົວຂອງມັນເອງ.

ໝາກເງາະເປັນປະເພດໝາກໄມ້ມີທາດບຳລຸງຫຼາຍຄື ມີທາດ ວິຕາມິນ C ສູງ ທັງເປັນປະເພດຕົ້ນໄມ້ທີ່ມີຄຸນຄ່າທາງ ດ້ານເສດ ຖະກິດ. ເມື່ອເຂົ້າລະດູໝາກເງາະສຸກ, ບັນດາສວນປູກໝາກເງາະ ດັ່ງກ່າວກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດໃຈແຂກຄົນເປັນຈຳນວນຫຼວງຫຼາຍມາທັດສະນາຈອນ, ເກັບໝາກເງາະ ແລະ ມີຄວາມສຸກກັບການໄດ້ຊິມລົດຊາດຂອງໝາກເງາະສົດ.

ບົດ: ຫງວຽນແອວງ - ພາບ: ຢຸງເຈີ່ນ

ລໍ້ຂົນສົ່ງໝາກເງາະໃນເຂດສວນ.
ການຈັດປະເພດໝາກເງາະກ່ອນຈະນຳໄປຈຳໜ່າຍ.
ໝາກເງາະສຸກໃນລະດູເກັບກ່ຽວ.
ການນຳໃຊ້ຂັ້ນໄດເພື່ອເກັບກ່ຽວໝາກເງາະ.
ໝາກເງາະໄດ້ບັນຈຸເຂົ້າໃນແກັດໂຟມເພື່ອປອ້ງກັນການແຕກ ແລະ ເປື່ອຍເນົ່າເວລາຂົນສົ່ງ.
ການຈັດປະເພດໝາກເງາະຢູ່ກັບທີ່ໃນສວນ.
ໝາກເງາະສົດທີ່ຫາກໍເກັບລົງມາ.
ການເກັບກ່ຽວໝາກເງາະ.
ລະດູໝາກເງາະສຸກຫລາຍແມ່ນໄລຍະເດືອນພຶດສະພາເຖິງ ເດືອນມິຖຸນາ ແລະ ແກ່ຍາວຮອດທ້າຍເດືອນກໍລະກົດ.
ພວງໝາກເງາະສຸກແດງ.
ຢາກເກັບກ່ຽວໝາກເງາະ ເຈົ້າຂອງສວນຕ້ອງໄດ້ກະກຽມອຸປະກອນແມ່ນຂັ້ນໄດຍາວເພື່ອປີນ ແລະ ເກັບຫມາກໄມ້.
ເຈົ້າຂອງສວນມີຄວາມເບີກບານມ່ວນຊື່ນ ເມື່ອລະດູ ໝາກເງາະ ໄດ້ຜົນລະປູກດີ.

Top