ຢູ່ທ່າມກາງ ສາຍໆ ພູຫີນແຫຼມຄົມສີຂີ້ເຖົ່າເງິນ, ບັນດາຮ່ອມພູ ແລະ ເນີນພູຢູ່ ເຂດພູພຽງຫີນ ດົ່ງວັນ ກຳລັງ ໄດ້ຮັບການຕົບແຕ່ງດ້ວຍ ສີຂາວ, ສີບົວອ່ອນ, ສີບົວມ່ວງ ຂອງ ດອກ ບັກວິດ. ລະດູການດອກໄມ້ ບໍ່ພຽງແຕ່ ສ້າງເປັນ ພາບທິວທັດ ທີ່ ເປັນເອກະລັກ ຂອງ ເຂດພາກເໜືອສຸດເທົ່ານັ້ນ ແຕ່ຍັງ ເປີດກວ້າງ ເສັ້ນທາງເດີນສຳຫຼວດ ທຳມະຊາດ, ວັດທະນະທຳ ແລະ ຊີວິດການເປັນຢູ່ ຂອງ ປະຊາຊົນ ບັນດາເຜົ່າ ຢູ່ແຫ່ງນີ້ອີກດ້ວຍ.
ດອກບັດວິດ ມັກຈະ ບານແຕ່ ຕົ້ນເດືອນ ຕຸລາ ຫາ ເດືອນ ທັນວາ ຂອງທຸກໆປີ. ເວລາທີ່ ບານໃໝ່ໆ, ບັນດາກີບດອກນ້ອຍໆ ຖືສີຂາວ ຫຼື ສີບົວອ່ອນ, ຫຼັງຈາກນັ້ນ ປ່ຽນຄ່ອຍໆ ໄປເປັນ ສີບົວແກມມ່ວງ, ສີມ່ວງ ເມື່ອເຂົ້າສູ່ ໄລຍະທີ່ ບານສະອັ້ງ. ຄວາມແຕກຕ່າງ ຂອງ ສີສັນ ຕາມແຕ່ລະຊ່ວງເວລາ ເຮັດໃຫ້ ບັນດາທົ່ງນາ ດອກໄມ້ ຢູ່ ເຂດພູພຽງຫີນ ມີ ຄວາມງາມ ສະເພາະຕົວ. ຢູ່ເທິງພື້ນຫີນທີ່ແຫຼມຄົມ, ບັນດາພົມດອກໄມ້ ອ່ອນນວນໄດ້ສ້າງເປັນ ຄວາມກົງກັນຂ້າມ ທີ່ ພິເສດ, ທັງເຮັດໃຫ້ ຄວາມງົດງາມໃຫຍ່ໂຕມະໂຫຖານ ຂອງ ພາບທິວທັດ ຍິ່ງພົ້ນເດັ່ນຂຶ້ນ.
ຢູ່ ເຂດ ໂຟກ໋າວ ດອກ ບັກວິດ ໄດ້ຮັບການປູກ ປະສົມປະສານ ຢູ່ ລະຫວ່າງ ບັນດາຫຼັງຄາເຮືອນດິນ, ຕາມແຄມທາງ ແລະ ຕາມເປີ້ນພູ. ບັນດາເຮືອນ ກໍ່ດ້ວຍດິນ ສີເຫຼືອງດິນ, ຫຼັງຄາເບື້ອງເກົ່າ, ຮົ້ວຫີນ ຈັດຮຽງ ຢ່າງເປັນລະບຽບ ໄດ້ສ້າງເປັນ ພື້ນທີ່ ທີ່ ຕິດພັນກັບ ຂີດໝາຍ ສະຖາປັດຕະຍະກຳ ດັ້ງເດີມ ຂອງ ຊາວເຜົ່າ ມົ້ງ. ເວລາ ດອກໄມ້ ບານ, ສີບົວມ່ວງ ໄດ້ຊອດແຊກ ຢູ່ ລະຫວ່າງ ບັນດາຝາບ້ານດິນ ແລະ ບັນດາແຜ່ນຫີນສີຂີ້ເຖົ່າ, ເຮັດໃຫ້ ພາບທິວທັດ ຂອງໝູ່ບ້ານ ຍິ່ງມີຊີວິດຊີວາຂຶ້ນ. ປີ 2026, ສະເພາະ ເມືອງ ໂຟບ໊າງ ໄດ້ຜັນຂະຫຍາຍ ປູກດອກ ບັກວິດ 57 ເຮັກຕາ, ໃນນັ້ນ ມີເນື້ອທີ່ ຮັບໃຊ້ການເຄື່ອນໄຫວ ງານບຸນ ແລະ ການທ່ອງທ່ຽວ.
ລາ ຈາກ ໂຟກ໋າວ, ເສັ້ນທາງ ໄດ້ສືບຕໍ່ ມຸ່ງສູ່ ໂຟບ໊າງ – ບ່ອນທີ່ ຍັງຄົງຮັກສາ ບັນດາເຮືອນບູຮານ ດ້ວຍ ຝາດິນ, ປະຕູໄມ້ ແລະ ບັນດາຮ່ອມນ້ອຍ ທີ່ມີ ຮູບຮ່າງ ງຽບສະຫງົບ. ພື້ນທີ່ ຖະໜົນບູຮານ ໄດ້ສ້າງເປັນ ຈຸດພົ້ນເດັ່ນ ທີ່ ແຕກຕ່າງກັນ ຢູ່ ລະຫວ່າງ ລະດູການດອກໄມ້. ຖ້າວ່າ ບັນດາເນີນພູ ຢູ່ ພາຍນອກ ໄດ້ເປີດອອກ ພາບທິວທັດ ທີ່ ກວ້າງໃຫຍ່, ແຕ່ຢູ່ໃນ ບັນດາຮ່ອມນ້ອຍ, ດອກ ບັກວິດ ຍັງປະກອບສ່ວນ ເພີ່ມສີສັນ ໃຫ້ແก່ ຈັງຫວະຊີວິດ ທີ່ ລຽບງ່າຍ ຂອງ ປະຊາຊົນ ທ້ອງຖິ່ນ. ການປະສານສົມທົບ ລະຫວ່າງ ສະຖາປັດຕະຍະກຳເກົ່າ ແລະ ພາບທິວທັດ ລະດູການດອກໄມ້ ຊ່ວຍໃຫ້ ແຂກທ່ອງທ່ຽວ ມີ ມຸມມອງ ຕື່ມອີກ ກ່ຽວກັບ ເຂດພູພຽງ ທີ່ ບໍ່ພຽງແຕ່ ມີ ພູຫີນ ແລະ ເສັ້ນທາງກີ່ວທີ່ລະອິດລະອ້ຽວ.
ຢູ່ ຮ່ອມພູ ສູງລ່າ, ໝູ່ບ້ານ ວັດທະນະທຳ ທ່ອງທ່ຽວ ຫຼຸງເກີ໊ມ ແມ່ນ ໜຶ່ງໃນບັນດາຈຸດໝາຍປາຍທາງ ທີ່ ແຂກທ່ອງທ່ຽວ ຫຼາຍຄົນ ມັກຊອກຫາ. ນະແຫ່ງນີ້ ມີຊື່ສຽງ ດ້ວຍ ບັນດາ ຫຼັງເຮືອນກໍ່ດ້ວຍດິນມູນເຊື້ອ, ໃນນັ້ນ ມີ ເຮືອນຫຼັງໜຶ່ງ ເຄີຍໄດ້ຮັບການເລືອກເອົາ ເປັນ ສະຖານທີ່ຖ່່າຍທຳ ຮູບເງົາ “ເລື່ອງລາວ ຂອງ ເປົາ (Pao)”. ບັນດາສວນດອກໄມ້ ຢູ່ ເສັ້ນທາງ ເຂົ້າສູ່ ໝູ່ບ້ານ ແລະ ອ້ອມຮອບ ເຂດຊຸມຊົນ ໄດ້ສ້າງເປັນ ພາບທິວທັດ ທີ່ ເປັນເອກະລັກ ຂອງ ແຕ່ລະ ຍາມທ້າຍລະດູໃບໄມ້ຫຼົ່ນ, ຕົ້ນລະດູໜາວ. ຢູ່ທ່າມກາງ ຮ່ອມພູ ທີ່ ໄດ້ຮັບການຫຸ້ມຫໍ່ ດ້ວຍ ພູຫີນ, ສີສັນດອກໄມ້ ແຜ່ຂະຫຍາຍ ຢູ່ ບັນດາຕອນດິນນ້ອຍ, ເຮັດໃຫ້ ຄວາມສະຫງົບ ຂອງ ໝູ່ບ້ານ ຍິ່ງພົ້ນເດັ່ນຂຶ້ນ. ແຂກທ່ອງທ່ຽວ ທີ່ມາຍັງແຫ່ງນີ້ ບໍ່ພຽງແຕ່ ຖ່າຍຮູບ ພ້ອມກັບ ດອກໄມ້ເທົ່ານັ້ນ ແຕ່ຍັງມີໂອກາດ ຊອກຮູ້ ສະຖາປັດຕະຍະກຳ ເຮືອນຢູ່, ປະເພນີ ແລະ ການດຳລົງຊີວິດ ປະຈຳວັນ ຂອງ ປະຊາຊົນ ເຜົ່າ ມົ້ງອີກດ້ວຍ.
ບໍ່ພຽງແຕ່ ມີຄຸນຄ່າ ພາບທິວທັດ, ດອກ ບັກວິດ ຍັງຕິດພັນ ກັບ ຊີວິດການຜະລິດ ຂອງ ປະຊາຊົນ ເຂດພູສູງ. ຕົ້ນໄມ້ ໄດ້ຮັບການຫວ່ານປູກ ຢູ່ ບັນດາຕອນດິນ ຫຼັງຈາກ ລະດູເກັບກ່ຽວ, ປະກອບສ່ວນ ເພີ່ມແຫຼ່ງສະບຽງອາຫານ ແລະ ຜະລິດຕະພັນ ທ້ອງຖິ່ນ. ເມັດ ດອກ ບັກວິດ ສາມາດ ນຳໃຊ້ ເພື່ອ ປຸງແຕ່ງ ເປັນ ບັນດາ ອາຫານ ປະເພດ ເຂົ້າໜົມ, ແປ້ງ; ບາງຜະລິດຕະພັນ ຈາກ ປະເພດຕົ້ນໄມ້ ນີ້ ຍັງກາຍເປັນ ຜະລິດຕະພັນພິເສດ ທີ່ ໄດ້ຮັບການແນະນຳ ໃຫ້ແກ່ ແຂກທ່ອງທ່ຽວ. ດັ່ງນັ້ນ, ບັນດາ ລະດູການດອກໄມ້ ຈຶ່ງບໍ່ແມ່ນ ພຽງແຕ່ ເວລາ ຊົມທິວທັດ ເທົ່ານັ້ນ, ຫາກຍັງຕິດພັນ ກັບ ການເຄື່ອນໄຫວ ປູກຝັງ, ວິຖີຊີວິດ ແລະ ການຫັນປ່ຽນ ໃນ ການພັດທະນາ ການທ່ອງທ່ຽວ ຂອງ ບັນດາປະຊາຄົມ ປະຊາຊົນ.
ຢູ່ ເຂດ ລາວຊາ, ຄວາມງາມ ຂອງ ລະດູການດອກໄມ້ ສາມາດ ຮັບຮູ້ໄດ້ ຢູ່ ພື້ນທີ່ ໝູ່ບ້ານ ຂອງ ຊາວ ມົ້ງ, ເຊິ່ງເປັນບ່ອນທີ່ ບັນດາເຮືອນບູຮານ ແລະ ອາຊີບ ຕີເງິນ ດັ້ງເດີມ ຍັງຄົງເປັນ ບັນດາຈຸດວັດທະນະທຳ ທີ່ ໜ້າສົນໃຈ. ບັນດາຕອນດິນ ປູກດອກ ຕາມແຄມທາງ, ຢູ່ ບັນດາເນື້ອທີ່ ລະຫວ່າງ ພູຫີນ ໄດ້ສ້າງເປັນ ຈຸດພົ້ນເດັ່ນ ໃຫ້ແກ່ ເສັ້ນທາງເດີນສຳຫຼວດ. ນອກຈາກ ການຊົມດອກໄມ້, ແຂກທ່ອງທ່ຽວ ຍັງສາມາດ ຊອກຮູ້ ອາຊີບ ປຸງແຕ່ງ ເຄື່ອງເງິນ – ເຊິ່ງເປັນ ອາຊີບ ຫັດຖະກຳ ທີ່ ຮຽກຮ້ອງ ຄວາມພິຖີພິຖັນ, ປະສົບການ ແລະ ສີມືອັນຄ່ອງແຄ້ວ ຂອງ ນາຍຊ່າງ.
ຍິ່ງມຸ່ງໜ້າ ໄປຍັງ ທາງ ຫຼຸງຕ໋າວ ແລະ ເຂດ ຫຼູງກູ໋, ພາບທິວທັດ ພູພຽງຫີນ ຍິ່ງເປີດກວ້າງ ດ້ວຍ ບັນດາເນີນພູ ທີ່ ຕິດຕໍ່ນໍ່ເນື່ອງກັນ, ບັນດາໝູ່ບ້ານ ຕັ້ງກະຈາຍ ຢູ່ ລະຫວ່າງ ພູມສັນຖານ ຫີນແຫຼມຄົມ. ບັນດາສວນດອກໄມ້ ໄດ້ຮັບການຈັດຕັ້ງ ຢູ່ ບັນດາເຂດ ທີ່ມີ ຂໍ້ໄດ້ປຽບ ກ່ຽວກັບ ພາບທິວທັດ, ເຊື່ອມຕໍ່ ກັບ ບັນດາຈຸດໝາຍປາຍທາງ ຄື ເສົາທຸງຊາດ ຫຼູງກູ໋ ແລະ ໝູ່ບ້ານ ວັດທະນະທຳ ທ່ອງທ່ຽວ ໂລໂລຈ໊າຍ. ຢູ່ທ່າມກາງ ພື້ນທີ່ ຊາຍແດນ, ສີສັນດອກໄມ້ທີ່ອ່ອນໂຍນ ໄດ້ເຮັດໃຫ້ ບັນດາຫຼັງຄາເຮືອນ, ເສັ້ນທາງ ແລະ ສີຂຽວ ຂອງ ຕົ້ນໄມ້ ຢູ່ ບັນດາຕອນດິນນ້ອຍ ຍິ່ງພົ້ນເດັ່ນຂຶ້ນ. ນີ້ ຍັງເປັນໂອກາດ ໃຫ້ ແຂກທ່ອງທ່ຽວ ຊອກຮູ້ ຊີວິດການເປັນຢູ່ ວັດທະນະທຳ ຂອງ ປະຊາຄົມ ຊາວເຜົ່າ ໂລໂລ, ຊອກຮູ້ ກ່ຽວກັບສະຖາປັດຕະຍະກຳ ແລະ ການດຳລົງຊີວິດ ທີ່ ເປັນເອກະລັກ ຂອງ ໝູ່ບ້ານ ເຂດພາກເໜືອສຸດ.
ເພື່ອ ແນໃສ່ ແກ່ຍາວ ເວລາ ຊົມທິວທັດ, ປີ 2026, ອຳນາດການປົກຄອງແຂວງ ຕວຽນກວາງ ໄດ້ຜັນຂະຫຍາຍ ຫວ່ານປູກ ປະມານ 400 ເຮັກຕາ ດອກ ບັກວິດ ຢູ່ ບັນດາຕາແສງ ທີ່ ຂຶ້ນກັບ ເຂດພູພຽງຫີນ ດົ່ງວັນ. ການຫວ່ານປູກ ໄດ້ຮັບການແບ່ງອອກ ເປັນ ສາມຮອບ ເພື່ອໃຫ້ ດອກໄມ້ ບານແຕ່ ເດືອນ ຕຸລາ ຫາ ໝົດເດືອນ ທັນວາ, ໂດຍສຸມໃສ່ ເວລາ ທີ່ ຈັດຕັ້ງ ບັນດາການເຄື່ອນໄຫວ ງານບຸນ. ບັນດາເຂດປູກດອກ ໄດ້ຮັບການຈັດຕັ້ງ ຕາມ ບັນດາເສັ້ນທາງທ່ອງທ່ຽວ ແລະ ຢູ່ ບັນດາຈຸດ ທີ່ມີ ຂໍ້ໄດ້ປຽບ ກ່ຽວກັບ ພາບທິວທັດ, ຊ່ວຍໃຫ້ ແຂກທ່ອງທ່ຽວ ສະດວກ ໃນການສົມທົບ ເຂົ້າຊົມ, ປະສົບການ. ງານບຸນ ດອກ ບັກວິດ ແຂວງ ຕວຽນກວາງ ຄັ້ງທີ XII ປີ 2026 ດ້ວຍຫົວຂໍ້ “ສຽງກ້ອງ ດິນແດນຫີນ”, ສືບຕໍ່ ເປັນການເຄື່ອນໄຫວ ໂຄສະນາ ພາບລັກ ຜືນແຜ່ນດິນ ແລະ ຜູ້ຄົນ ຢູ່ແຫ່ງນີ້.
ລະດູການ ດອກ ບັກວິດ ແລ້ວ ຈະຜ່ານໄປ, ບັນດາກີບດອກທີ່ ໂຮຍຮ່າ ຈະຫຼີກທາງ ໃຫ້ແກ່ ລະດູການຫວ່ານປູກໃໝ່. ແຕ່ ຄວາມດຶງດູດ ຂອງ ພູພຽງຫີນ ບໍ່ພຽງແຕ່ ຕັ້ງຢູ່ ບັນດາພົມດອກໄມ້ ທີ່ ບານສະອັ້ງ ເທົ່ານັ້ນ. ນັ້ນຍັງແມ່ນ ຄວາມງາມ ຂອງ ບັນດາໝູ່ບ້ານ ຕັ້ງຢູ່ ລະຫວ່າງ ພູຫີນ, ບັນດາຫຼັງຄາເຮືອນ ດັ້ງເດີມ, ອາຊີບ ຫັດຖະກຳ ທີ່ ໄດ້ຮັບການປົກປັກຮັກສາ ແລະ ຈັງຫວະການເປັນຢູ່ ທີ່ ອົດທົນ ຂອງ ປະຊາຊົນ ຢູ່ເຂດຕອນດິນເໜືອສຸດ ຂອງ ປະເທດຊາດ. ເວລາທີ່ ສີສັນດອກໄມ້ ປະສານກົມກືນ ພ້ອມກັບ ພາບທິວທັດ ແລະ ວັດທະນະທຳ ພື້ນບ້ານ, ເສັ້ນທາງ ມາສູ່ ເຂດພູພຽງຫີນ ດົ່ງວັນ ໄດ້ກາຍເປັນປະສົບການ ສຳຫຼວດ ຢ່າງເລິກເຊິ່ງກວ່າ ກ່ຽວກັບ ຜືນແຜ່ນດິນ ທີ່ ປ່ຽມລົ້ນ ດ້ວຍ ເອກະລັກ ຂອງ ແຂວງ ຕວຽນກວາງ.
ທົ່ງນາ ດອກ ບັກວິດ ຢູ່ ຕາແສງ ລຸ່ງຕາມ, ແຂວງ ຕວຽນກວາງ. ດອກ ບັກວິດ ບານ ແມ່ນ ເຫດການ ດຶງດູດ ແຂກທ່ອງທ່ຽວ ໃນ ລະດູການ ທ່ອງທ່ຽວ ທ້າຍປີ ຢູ່ ຕວຽນກວາງ. ປີນີ້, ແຂວງ ໄດ້ ຫວ່ານປູກ ດອກໄມ້ ເທິງ ເນື້ອທີ່ ເກືອບ 400 ເຮັກຕາ ຢູ່ ບັນດາ ຕາແສງ ເຂດພູພຽງຫີນ ດົ່ງວັນ ເພື່ອ ຮັບໃຊ້ ງານບຸນ ດອກ ບັກວິດ 2026, ໄຂຂຶ້ນ ໃນວັນທີ 25 ຕຸລາ ແລະ ແກ່ຍາວ ຫາ ເດືອນ ທັນວາ.
ບ່ອນໜຶ່ງ ທີ່ມີ ດອກ ບັກວິດ ງາມ ຢູ່ ຕວຽນກວາງ ອີກ ແມ່ນ ບັນດາ ເນີນພູ, ສາຍພູ ຢູ່ ຕາແສງ ຫຼຸງຕ໋າວ, ເມືອງ ດົ່ງວັນ ເກົ່າ (ປັດຈຸບັນ ແມ່ນ ຕາແສງ ຫຼຸງກູ໋). ແຂກທ່ອງທ່ຽວ ຕ້ອງ ປີນຂຶ້ນ ຍອດພູ ມາເລ໋ ຈຶ່ງສາມາດ ທອດສາຍຕາ ຊົມພາບທົ່ງນາ ດອກໄມ້ ທັງໝົດ ຢູ່ ເຂດນີ້. ດອກໄມ້ ຢູ່ ບ່ອນນີ້ ບານງາມທີ່ສຸດ ສ່ວນຫຼາຍ ແມ່ນ ຢູ່ ລະຫວ່າງ ເດືອນພະຈິກ. ໃນພາບ: ທົ່ງນາ ດອກ ບັກວິດ ຢູ່ ຕາແສງ ອຽນມິງ, ແຂວງ ຕວຽນກວາງ.
ແມ່ນ ຕົ້ນໄມ້ ຕະກຸນ ເຂົ້າ, ດອກ ບັກວິດ ມີ ຫຼາຍ ຄຸນປະໂຫຍດ ທີ່ ແຕກຕ່າງກັນ: ເມັດ ດອກ ບັກວິດ ໄດ້ຮັບການ ນຳໃຊ້ ເຮັດ ເຂົ້າໜົມ, ຕົ້ມເຫຼົ້າ, ປັດຈຸບັນ ສ່ວນຫຼາຍ ດອກ ບັກວິດ ໄດ້ຮັບການ ນຳໃຊ້ ເພື່ອ ລ້ຽງ ສັດ, ນອກຈາກນັ້ນ ຍັງ ນຳໃຊ້ ເປັນ ຢາ ໃນ ໂຮງຢາຕາເວັນອອກ. ມັນ ຄືດັ່ງ ແມ່ນ ວັດຖຸ ກູ້ອຶດ ໃຫ້ແກ່ ທົ່ວບ້ານ ເມື່ອ ລະດູເກົ່າ ຜ່ານໄປ, ລະດູໃໝ່ ບໍ່ທັນມາເຖິງ ຍ້ອນ ພວກມັນ ມີ ອາຍຸ ສັ້ນ, ປູກ ຈະໄວ ໄດ້ ເກັບກ່ຽວ. ໃນພາບ: ທົ່ງນາ ດອກ ບັກວິດ ຢູ່ ຕາແສງ ໂຟບ໊າງ, ແຂວງ ຕວຽນກວາງ.
ບັນດາສະຖານທີ່ ມີ ດອກ ບັກວິດ ງາມມີຊື່ສຽງ ທີ່ນັກທ່ອງທ່ຽວ ສາມາດ ຊອກມາເຖິງ ຄື ຮວ່າງຊູຟີ, ຊິນເໝິນ, ໂຟບ໊າງ, ໂຟກ໋າວ, ສູງລ່າ, ດົ່ງວັນ, ລຸງກູ໋, ມາເລ໋... ຕາມ ເສັ້ນທາງຫຼວງ 4C, ຫຼື ຍັງ ໄດ້ຮັບການ ເອີ້ນວ່າ ເສັ້ນທາງ ແຫ່ງຄວາມສຸກ, ນັກທ່ອງທ່ຽວ ຈະໄດ້ ຊົມບັນດາທ່ົງນາ ດອກ ບັກວິດ ທີ່ກວ້າງໃຫຍ່ ຢູ່ ລຸ່ມ ບັນດາ ຮ່ອມພູ, ເນີນພູ ຫຼື ຢູ່ຂ້າງທາງ. ໃນພາບ: ທົ່ງນາ ດອກ ບັກວິດ ຢູ່ ຕາແສງ ຫຼຸງຕ໋າວ, ແຂວງ ຕວຽນກວາງ.
ບາງ ຈຸດ ຊົມ ດອກ ບັກວິດ ທົ່ວໄປ ທີ່ສະຫງວນໃຫ້ນັກທ່ອງທ່ຽວ ຄື ລຽບຕາມ ເສັ້ນທາງຫຼວງ 4C ມີ ບັນດາ ຈຸດທີ່ມາ ແຖກເຊີນເຖີນ, ຕາມເຊີນ ກວ່ານບາ - ເວີ່ນຈ໊າຍ, ໂຟກ໋າວ, ເຮືອນ ປາວ, ຫຼຸງຕ໋າວ, ສານໂຈ່ (ເສັ້ນທາງ ເຂົ້າສູ່ ລຸງກູ໋). ນອກຈາກນັ້ນ, ຖ້າ ມີ ເວລາ ຫຼາຍ ແລະ ມັກ ທ່ຽວເລາະ ເຂົ້າສູ່ ບັນດາ ໝູ່ບ້ານ ຢູ່ ເຂດພູພຽງຫີນ, ແຂກທ່ອງທ່ຽວ ສາມາດ ແວ່ຜ່ານ ລາວຊາ, ໂຟບ໊າງ, ໂຟລ່າ. ຢູ່ ບ່ອນນີ້ ມີ ທົ່ງນາ ດອກ ບັກວິດ ປູກ ທຳມະຊາດຫຼາຍແຫ່ງ.
- ບົດ ແລະ ພາບ: ແຄ໋ງລອງ, ກົງດາດ/VNP

















