• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ລອຍກະທົງ ດອກບົວ ເພື່ອສົ່ງສານແຫ່ງສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ຂອງ ປະເທດຊາດ

ໃນຂອບເຂດ ວາລະກອງປະຊຸມໃຫຍ່ຜູ້ແທນ ພຸດທະສາສະໜາ ທົ່ວປະເທດ ຄັ້ງທີ X ແລະ ສະເຫຼີມສະຫຼອງ 45 ປີ ວັນສ້າງຕັ້ງ ອົງ ການພຸດທະສາສະໜາ ຫວຽດນາມ, ຄະນະວັດທະນະທຳ ສູນກາງ ແລະ ຄະນະພິທີກຳ ສູນກາງ ຂອງ ອົງການພຸດທະສາສະໜາ ຫວຽດນາມ ໄດ້ຈັດຕັ້ງ ພິທີລອຍກະທົງດອກບົວ ຢູ່ສະຖາບັນ ພຸດທະສາສະໜາ ຫວຽດນາມ, ຕາແສງ ບິ່ງເລີ້ຍ, ນະຄອນ ໂຮ່ຈີມິນ, ເພື່ອອະທິຖານ ໃຫ້ປະເທດຊາດ ມີສັນຕິພາບ, ປະຊາຊົນ ໄດ້ໃຊ້ຊີວິດ ໃນຄວາມຢູ່ເຢັນເປັນສຸກ. 

ກ່າວຄຳເຫັນ ໃນພິທີ, ພະມະຫາອາຈານ ຖິກທໍ້ລາກ, ກຳມະການປະຈຳ ສະພາບໍລິຫານ, ຫົວໜ້າຄະນະວັດທະນະທຳ ສູນກາງ ອົງ ການພຸດທະສາສະໜາ ຫວຽດນາມ ໄດ້ຫວນຄືນເສັ້ນທາງ 45 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາຂອງອົງການ. ເລີ່ມຈາກຂີດໝາຍປະຫວັດສາດ ປີ 1981, 9 ອົງການຈັດຕັ້ງ, ລະບົບນິກາຍ ພຸດທະສາສະໜາ ໄດ້ຮ່ວມກັນໂຮມຊຸມນຸມ, ເປັນເອກະພາບ ຢູ່ໃນຊາຍຄາລວມ ຂອງ ອົງການພຸດທະສາສະໜາ ຫວຽດນາມ. ໝາກຜົນດັ່ງກ່າວໄດ້ຮັບການເພີ່ມພູນຄູນສ້າງ ດ້ວຍຄວາມຕັ້ງໃຈ, ຄວາມອົດທົນ ແລະ ຈິດໃຈ ສາມັກຄີ, ປອງດອງ ຂອງ ພະເຖລະ ນຸເຖລະຫຼາຍລຸ້ນຄົນ.

ພະມະຫາອາຈານ ໄດ້ເນັ້ນໜັກວ່າ: “ທຽນແຕ່ລະເຫຼັ້ມ ແມ່ນ ຄຳສຳນຶກບຸນຄຸນ, ກະທົງ ດອກບົວ ແຕ່ລະດວງ ທີ່ຖືກຈູດຂຶ້ນ ແມ່ນ ຄວາມມຸ່ງມາດປາດຖະໜາ ທີ່ໄດ້ຮັບການສືບທອດ”. ຜ່ານນັ້ນ, ໂຄມໄຟ ແຕ່ລະດວງ ບໍ່ພຽງແຕ່ ຝາກຝັງຄວາມມຸ່ງມາດປາດຖະ        ໜາ ຄວາມຜາສຸກ, ຍັງເຕືອນ ໃຫ້ບັນດາລຸ້ນ ພະສົງ-ສາມະເນນ, ພຸດທະສາສະນິກະຊົນ ເຄົາລົບນັບຖື ການປະກອບສ່ວນ ຂອງ ບັນ ດາຄູບາອາຈານລຸ້ນກ່ອນ, ສືບຕໍ່ປົກປັກຮັກສາ ແລະ ເສີມະຫຍາຍ ບັນດາຄຸນຄ່າ ອັນດີງາມ ທີ່ອົງການ ໄດ້ອອກແຮງເພີ່ມພູນຄູນສ້າງ.

ໃນ ພື້ນທີ່ ທີ່ມີຄວາມສັກສິດ ແລະ ສະຫງ່າງາມ, ກະທົງ ດອກບົວຫຼາຍພັນດວງ ໄດ້ຮັບການຈູດຂຶ້ນ ຕາມລຳດັບ, ສ້າງເປັນພາບ ທີ່ ເຫຼື້ອມລະຍິບລະຍັບ ຢູ່ໃນຂອບເຂດບໍລິເວນ ຂອງ ສະຖາບັນ. ພະ ສົງ-ສາມະເນນ, ພຸດທະສາສະນິກະຊົນ ຈຳນວນກວ່າ 4.000 ອົງ ແລະ ຝູງຊົນ ພ້ອມກັນ ຍົກກະທົງດອກບົວ ຢູ່ເທິງມື, ຕັ້ງຈິດ ອະຖິຖານ ເຖິງພະລັດຕະນະໄຕ, ຝາກຝັງ ຄຳອະທິຖານ ໃຫ້ແກ່ໂລກ ໄດ້ມີສັນຕິພາບ, ປະເທດຊາດ ມີຄວາມສະຫງົບສຸກ, ອົງການຈະ ເລີນຮຸ່ງເຮືອງ, ປະຊາຊົນ ມີຄວາມຜາສຸກ ດ້ວຍຄວາມເຄົາລົບນັບ ຖື. ບັນດາກະທົງ ດອກບົວ ໄດ້ຮັບການຈັດຮຽງ ເປັນຮູບແຜນທີ່ ຫວຽດນາມ, ສະແດງໃຫ້ເຫັນຄວາມຮັກປະເທດຊາດ, ບ້ານເກີດເມືອງນອນ ແລະ ຄວາມມຸ່ງມາດປາດຖະໜາ ໃຫ້ຊີວິດ ໄດ້ຢູ່ເຢັນເປັນສຸກ.

ຄືນລອຍກະທົງ ດອກບົວ ໄດ້ປິດລົງ, ແຕ່ແສງສະຫວ່າງ ຂອງ ຄວາມຮູ້ບຸນຄຸນ ແລະ ຄວາມຮັກແພງ ຍັງຄົງ ຝັງເລິກ. ຈາກ ບັນ ດາທຽນເຫຼັ້ມ ນ້ອຍໆ, ສານ ກ່ຽວກັບ ສັນຕິພາບ, ຄວາມເມດຕາ ແລະ ຈິດໃຈ ຮັບໃຊ້ ສືບຕໍ່ ໄດ້ຮັບການແຜ່ຂະຫຍາຍ, ດັ່ງຄຳອະທິ ຖານ ມຸ່ງໄປສູ່ ກອງປະຊຸມໃຫຍ່ ທີ່ໄດ້ຮັບຜົນສຳເລັດຢ່າງຈົບງາມ, ເປີດເສັ້ນທາງພັດທະນາໃໝ່ ຂອງອົງການພຸດທະສາສະໜາ ຫວຽດນາມ, ສືບຕໍ່ຕິດພັນ, ຄຽງບ່າຄຽງໄຫຼ່ ພ້ອມກັບ ປະເທດຊາດ.

ບັນດາພະເຖລະ ນຸເຖລະ ຈູດທຽນ ຖະຫວາຍ ຕໍ່ ພະພຸດທະເຈົ້າໃນ ພິທີລອຍກະທົງ ດອກບົວ. ພາບ: ທົງຫາຍ/VNP
ພະມະຫາອາຈານ ຖິກທໍ້ລາກ, ກຳມະການປະຈຳ ສະພາບໍລິຫານ, ຫົວໜ້າຄະນະວັດທະນະທຳ ສູນກາງ ອົງການພຸດທະສາສະໜາ ຫວຽດນາມ ກ່າວຄຳເຫັນ ໃນ ພິທີລອຍກະທົງ ດອກບົວ. ພາບ: ທົງຫາຍ/VNP
ພາບລວມ ພິທີລອຍກະທົງດອກບົວ ຢູ່ສະຖາບັນພຸດທະສາສະໜາ ຫວຽດນາມ. ພາບ: ທົງຫາຍ/VNP
ພະເຖລະ ນຸເຖລະ, ພະສົງ-ສາມະເນນ ແລະ ພຸດທະສາສະນິກະ ຊົນ ເກືອບ 4.000 ອົງ ເຂົ້າຮ່ວມ ພິທີລອຍກະທົງ ດອກບົວ. ພາບ: ທົງຫາຍ/VNP
ຄະນະເຍົາວະຊົນ ນະຄອນ ໂຮ່ຈີມິນ ສະແດງຟ້ອນ ດອກບົວ ຢູ່ໃນ ພິທີລອຍ ກະທົງ ດອກບົວ. ພາບ: ທົງຫາຍ/VNP
ຄະນະເຍົາວະຊົນ ນະຄອນ ໂຮ່ຈີມິນ ສະແດງຟ້ອນ ດອກບົວ ຢູ່ໃນ ພິທີລອຍ ກະທົງ ດອກບົວ. ພາບ: ທົງຫາຍ/VNP
ຄະນະເຍົາວະຊົນ ນະຄອນ ໂຮ່ຈີມິນ ສະແດງຟ້ອນ ດອກບົວ ຢູ່ໃນ ພິທີລອຍ ກະທົງ ດອກບົວ. ພາບ: ທົງຫາຍ/VNP
ພື້ນທີ່ ຈັດພິທີ ຕັ້ງຈິດອະທິຖານ ໃຫ້ແກ່ ສັນຕິພາບໂລກ ແລະ ປະ ເທດຊາດສະຫງົບສຸກ, ປະຊາຊົນ ໄດ້ຢູ່ເຢັນເປັນສຸກ ໄດ້ຮັບການປະດັບປະດາ ດ້ວຍທຽນ ຫຼາຍພັນດວງ ຢູ່ ສະຖາບັນ ພຸດທະສາສະໜາ ຫວຽດນາມ ທີ່ ນະຄອນ ໂຮ່ຈີມິນ. ພາບ: ທົງຫາຍ/VNP

ບັນດາກະທົງດອກບົວ ຖືກໃຕ້ຂຶ້ນ ເພື່ອອະທິຖານ ໃຫ້ປະເທດຊາດສະຫງົບສຸກ ປະຊາຊົນ ຢູ່ເຢັນເປັນສຸກ. ພາບ: ທົງຫາຍ/VNP
ບັນດາແມ່ຊີ ຍົກກະທົງ ຂຶ້ນ, ລະລຶກເຖິງ ຄຸນງາມຄວາມດີ ຂອງ ບັນດາຄູບາອາຈານລຸ້ນກ່ອນ ແລະ ຕັ້ງຈິດອະທິຖານ ໃຫ້ໂລກ ມີສັນຕິພາບ. ພາບ: ທົງຫາຍ/VNP
ບັນດາແມ່ຊີ ຍົກກະທົງ ຂຶ້ນ, ລະລຶກເຖິງ ຄຸນງາມຄວາມດີ ຂອງ ບັນດາຄູບາອາຈານລຸ້ນກ່ອນ ແລະ ຕັ້ງຈິດອະທິຖານ ໃຫ້ໂລກ ມີສັນຕິພາບ. ພາບ: ທົງຫາຍ/VNP
ພະສົງ-ສາມະເນນ, ພຸດທະສາສະນິກະຊົນ ແລະ ປະຊາຊົນ ຖະ ຫວາຍກະທົງ ລະລຶກເຖິງ ບັນດາຜູ້ມີຄຸນງາມຄວາມດີ ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ບັນດາ ວິລະຊົນ ແລະ ຜູ້ທີ່ ໄດ້ເສຍ ສະຫຼະຊີວິດ, ປະກອບສ່ວນ ເຂົ້າໃນພາລະກິດ ປົກປັກຮັກສາ, ເອກະພາບ ປະເທດຊາດ. ພາບ: ທົງຫາຍ/VNP

ຄືນລອຍກະທົງ ດອກບົວ ໄດ້ແຜ່ຂະຫຍາຍ ສານ ແຫ່ງຄວາມສາ ມັກຄີ, ຄວາມເມດຕາ ແລະ ປັນຍາ, ກ້າວສູ່ເສັ້ນທາງ ພັດທະນາ ໃໝ່ ຂອງ ອົງການພຸດທະສາສະໜາ ຫວຽດນາມ. ພາບ: ທົງຫາຍ/VNP
ຄືນລອຍກະມົງ ດອກບົວ ໄດ້ປິດລົງ, ແຕ່ບັນດາຄໍາອະທິຖານຍັງ ຈະຍັງຄົງຢູ່ຕະຫຼອດໄປ. ພາບ: ທົງຫາຍ/VNP
ພຸດທະສາສະນິກະຊົນ ພ້ອມກັນ ຍົກກະທົງ ຢູ່ມື ດ້ວຍຄວາມຕັ້ງຈິດອະທິຖານ ເຖິງ ພະລັດຕະນະໄຕ, ຝາກຄຳອະທິຖານ ໃຫ້ໂລກ ມີສັນຕິພາບ, ປະເທດຊາດ ມີຄວາມສະຫງົບສຸກ. ພາບ: ທົງຫາຍ/VNP
ພຸດທະສາສະນິກະຊົນ ພ້ອມກັນ ຍົກກະທົງ ຢູ່ມື ດ້ວຍຄວາມຕັ້ງຈິດອະທິຖານ ເຖິງ ພະລັດຕະນະໄຕ, ຝາກຄຳອະທິຖານ ໃຫ້ໂລກ ມີສັນຕິພາບ, ປະເທດຊາດ ມີຄວາມສະຫງົບສຸກ. ພາບ: ທົງຫາຍ/VNP
ຜູ້ແທນ, ພະສົງ-ສາມະເນນ ແລະ ພຸດທະສາສະນິກະຊົນ ເປັນຈຳ ນວນຫຼວງຫຼາຍ ເຂົ້າຮ່ວມພິທີ. ພາບ: ທົງຫາຍ/VNP
ທ່າມກາງແສງສະຫວ່າງ ທ່ີອ່ອນໂຍນ ຂອງ ກະທົງດອກບົວ, ພະ ສົງ-ສາມະເນນ ແລະ ພຸດທະສາສະນິກະຊົນ ເປັນຈຳນວນຫຼາຍ ພາກັນນົບມື ດ້ວຍຄວາມເຄົາລົບຢ່າງສູງ, ຕັ້ງຈິດອະຖິຖານ ຂໍໃຫ້ພົບແຕ່ຄວາມສະຫງົບສຸກ ດ້ວຍໃຈໃສສັດທາ. ພາບ: ທົງຫາຍ/VNP

ການຍິງບັ້ງໄຟດອກ ປິດທ້າຍ ລາຍການ ພິທີລອຍ ກະທົງດອກບົວ. ພາບ: ທົງຫາຍ/VNP
  • ບົດ ແລະ ພາບ: ທົງຫາຍ/VNP

Top