• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ຜ່ານພຶດຕິກໍາຕົວຈິງ ກັບສິລະປະ ປະຈໍາຊາດ

ຫວ່າງ​ມໍ່ໆ​ ມາ​ນີ້, ຢູ່​ສູນ​ແລກປ່ຽນ​ວັດທະນະທຳ ຄຸ້ມຖະໜົນ​ເກົ່າ (ເລກທີ 50, ຖະໜົນ ດ່າວຢຸຍຕື່ ​ໄດ້​ຈັດ​ລາຍການ​ສິລະ​ປະ​ ໃນ​ຫົວ​ຂໍ້ “​ເຢີບຢີ່ວ ຕ໋ຽງຈຸກ ຕ໋ຽງເຕີ (ແປວ່າ ອອນຊອນ ສຽງໄມ້ຊອດ ສຽງ  ໄໝ). ນີ້​ແມ່ນ​ບັນດາ​ລາຍການ​ດົນຕີ​ ​ແນະນຳ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ຮູ້​ເຖິງພື້ນຖານດົນຕີ ໃນ​ອະດີດ ​ແລະ ປັດຈຸ​ບັນ​ ຂອງ ​ດິນ​ແດນ ເມືອງຫຼວງ ທັງລອງ - ຮ່າໂນ້ຍ. 

ລາຍການສິລະປະ ຖືກປະດິດຂຶ້ນ ໂດຍນັກສິລະປິນ ຂອງ ກຸ່ມສິລະປະ ດົງກິງໂກ໋ຍາກ ໃນປີ 2013 ແລະ ເປີດຕົວສູ່ ປະຊາຄົມໂລກ ໃນປີ 2014 ຢູ່ ຫໍພິພິທະພັນ ວັດຖຸບູຮານ ອາຊີ, Musée Guimet Paris ແລະ ກະຈາຍຜ່ານຄື້ນວິທະຍຸກະຈາຍສຽງ ຂອງ ສະຖານີວິທະຍຸ France Music. ບັນດາປະເພດ ສິລະ​ປະ​ ຄື: ​ຂັບແຈ່ວ, ຂັບເສີມ, ຂັບກາຈູ່... ຖືກ​ນຳ​ສະ​ເໜີ​ຢ່າງ​ລຽບ​ງ່າຍ. ບັນດານັກສິລະປິນ ແລະ ນັກດົນຕີ ນັ່ງຢູ່ເທິງສາດຜື, ດີດພິນ ແລະ ຮ້ອງເພງ ໂດຍບໍ່ຈຳເປັນຕ້ອງໃຊ້ເຄື່ອງຊ່ວຍສຽງເຊັ່ນ: ໄມໂຄໂຟນ, ລໍາໂພງ... ກໍ່ຍ້ອນຄວາມລຽບງ່າຍນີ້ ໄດ້ເຮັດໃຫ້ດົນຕີພື້ນເມືອງໃກ້ຊິດກັບຜູ້ຊົມຍິ່ງຂຶ້ນ.

ລາຍການ “ເຢີບຢີ່ວ ຕ໋ຽງຈຸກ ຕ໋ຽງເຕີ” ເປັນການປະສານສຽງ ທ່ີເຊື່ອມໂຍງບັນດາສິ່ງຍອດຍິ່ງ ຂອງ ດົນຕີພື້ນເມືອງ ທີ່ໄດ້ ຄົງຕົວ ແລະ ພັດທະນາ ພ້ອມກັບປະຫວັດສາດ ນັບພັນປີ ຂອງ ນະຄອນ ຫຼວງ ຈາກການເຂົ້າຮ່ວມ ຂອງ ບັນດານັກສິລະປິນ ທີ່ມີຊື່ສຽງ ຂອງ ຫວຽດນາມ ດ້ວຍລາຍການສະແດງ ເຊັ່ນ: ຂັບແຈ່ວ, ກາຈູ່, ເສີມ, ຕ່ວງ, ດົນຕີພື້ນເມືອງ ຫວຽດນາມ ເຊັ່ນ: ສິລະປິນປະຊາຊົນ ເໝີ໊ນທູ, ສິລະປິນປະຊາຊົນ ແທງຮວ່າ, ສິລະປິນປະຊາຊົນ ມິງກ໋າຍ, ສິລະປິນປະຊາຊົນ ຖຸຸ໋ຍເງີ່ນ, ສິລະປິນປະຊາຊົນ ຊວນແຮວກ, ສິລະປິນປະຊາຊົນ ຮົ່ງກຽນ, ສິລະປິນດີເດັ່ນ ກ່ຽວແອວງ, ສິລະປິນດີເດັ່ນ ວັນຈິງ, ສິລະປິນດີເດັ່ນ ຮື້ວດາດ, ສິລະປິນດີເດັ່ນ ຊວນກີ໋ວ, ສິລະປິນດີເດັ່ນ ດຶກເມື່ອຍ...

ດ້ວຍ​ຫົວ​ຂໍ້​ “ເຢີບຢີ່ວ ຕ໋ຽງຈຸກ ຕ໋ຽງເຕີ”, ບັນດາ​ນັກ​ສິລະ​ປິນ​ ເຮັດໃຫ້​ຜູ້​ຊົມ ໄດ້ເຈືອຈານເຂົ້າກັບຍ່ານບັນຍາກາດ ຂອງ ປະຫວັດສາດດົນ ຕີພື້ນເມືອງ ຫວຽດນາມ ຜ່ານໄລຍະເວລາເຖິງ ພັນປີ. ໄມ້ຊອດ ​ແລະ ​ໄໝ ​ແມ່ນ​​ວັດຖຸ, ທັງແມ່ນຈິດ​ໃຈ ​ຂອງ​ ດົນຕີ​ພື້ນ​ເມືອງ​ ​ຫວຽດ ນາມ. ຈາກ​ໄມ້​ຊອດ ໄດ້ຜະລິດ ເຄື່ອງດົນຕີຫຼາຍຊະນິດ ແລະ ເສັ້ນ ໄໝໄດ້ປະດິດສ້າງ ເປັນສາຍພິນ. ໄມ້ຊອດ ເປັນສັນຍາລັກ ຂອງສຸພາບບຸລຸດ, ໄໝ ແມ່ນ ສັນຍາລັກຂອງ ສຸພາບສະຕີ, ສຳນວນໄມ້ຊອດ, ໄໝ ແມ່ນໝາຍເຖິງ ຄວາມຜູກພັນ ປອງດອງກັນ.

ນະຄອນຫຼວງ ຮ່າໂນ້ຍ ອາຍຸ 1000 ປີ ດ້ວຍພື້ນຖານດົນຕີ ມີປະ ຫວັດສາດຄວາມເປັນມາອັນຍາວນານ, ອຸດົມສົມບູນ, ຫຼາກຫຼາຍ ແລະ ເປັນເອກະລັກສະເພາະ ໄດ້ຮັບການປະດິດສ້າງຄືນໃໝ່ ຢ່າງມີຊີວິດຊີວາໃນລາຍການ “ເຢີບຢີ່ວ ຕ໋ຽງຈຸກ ຕ໋ຽງເຕີ” ຊຶ່ງຖ່າຍທອດໃຫ້ຜູ້ຊົມທັງພາຍໃນ ແລະ ຕ່າງປະເທດ ສ້າງຄວາມປະທັບໃຈອັນດີງາມ ກ່ຽວກັບຜູ້ຄົນ, ປະຫວັດສາດ ແລະ ວັດທະນະທໍາ ຂອງ ຫວຽດນາມ.

ລາຍການສິລະປະ ໃນຫົວຂໍ້ “ເຢີບຢີ່ວ ຕ໋ຽງຈຸກ ຕ໋ຽງເຕີ” ( ອອນ ຊອນ ສຽງໄມ້ຊອດ ສຽງໄໝ) ໄດ້ຈັດຂຶ້ນທີ່ສູນແລກປ່ຽນ ວັດທະ ນະທຳ ຄຸ້ມຖະໜົນເກົ່າ ຢູ່ເຮືອນເລກທີ 50, ຖະໜົນ ດ່າວຢຸຍຕື່, ຮ່າໂນ້ຍ. ພາບ: ແທງຢາງ
ລາຍການສິລະປະນີ້, ບັນດານັກສິລະປິນ ແລະ ນັກດົນຕີ ນັ່ງຢູ່ເທິງສາດຜື, ດີດພິນ ແລະ ຮ້ອງເພງ ໂດຍບໍ່ຈຳເປັນຕ້ອງໃຊ້ເຄື່ອງຊ່ວຍສຽງເຊັ່ນ: ໄມໂຄໂຟນ, ລໍາໂພງ... ພາບ: ແທງຢາງ
ສິລະປະຂັບແຈ່ວໄດ້ຮັບການສະແດງຕາມແບບພື້ນເມືອງ ໃນລາຍການ. ພາບ: ແທງຢາງ
ສາກຄັດຈ້ອນຂັບ ຕ່ວງ “ພໍ່ເຖົ້າເຈ່ຍ ເມຍໜຸ່ມໄປບຸນ”. ພາບ: ແທງຢາງ
ສິລະປະ ຂັບ ກາຈູ່ ມີຕົ້ນກຳເນີດ ມາຈາກ ດົນຕີ ໃນພະລາ ຊະວັງ ສະໄໝລາຊະວົງ ຫຼີ (ສະຕະວັດທີ IX). ແຕ່ຈຳນວນບົດທີ່ເກົ່າແກ່ທີ່ສຸດ ຍັງຄົງຮັກສາໄວ້ໄດ້ຈົນຮອດປັດຈຸບັນ ຍັງພຽງແຕ່ໃນ ສະໄໝ ເຮົ້າເລ (ສະຕະວັດທີ XVIII), ໄດ້ສະແດງຄືນໃໝ່ໂດຍ ບັນດານັກສິລະປິນ ໃນຄືນສະແດງ. ພາບ: ແທງຢາງ
ນັກສິລະປິນປະຊາຊົນ ແທງຮວ່າຍ ປ່ອຍດວງວິນຍານຂອງຕົນໃນບົດເພງ ແຈ່ວ.
ນັກສິລະປິນປະຊາຊົນ ມິງກ໋າຍ ປອມຕົວໃນສາກຄັດຈ້ອນຂັບ ຕ່ວງ “ຫງວຽດໂກກັບຊາດເປັນເຫງັນ”. ພາບ: ແທງຢາງ
ບັນດານັກສິລະປິນໃນຄືນສະແດງໄດ້ພາໃຫ້ຜູ້ຊົມຜ່ານຄວາມຮູ້ສຶກທຸກ-ສຸກຫຼາຍຢ່າງ ດ້ວຍບັນດາຮູບການສິລະປະພື້ນເມືອງທີ່ແຕກຕ່າງກັນ.
ນັກສິລະປິນໄດ້ພົບປະແລກປ່ຽນກັບຜູ້ຊົມໃນຄືນສະແດງ. ພາບ: ແທງຢາງ
ບັນດານັກສິລະປິນໃນຄືນສະແດງໄດ້ພາໃຫ້ຜູ້ຊົມຜ່ານຄວາມຮູ້ສຶກທຸກ-ສຸກຫຼາຍຢ່າງ ດ້ວຍບັນດາຮູບການສິລະປະພື້ນເມືອງທີ່ແຕກຕ່າງກັນ.
  • ປະຕິບັດໂດຍ: ເຈິ່ນແທງຢາງ - ແປໂດຍ: ບິກລຽນ

Top