• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ປະຊາຊົນທົ່ວປະເທດ ເຂົ້າໄວ້ອາໄລ ໃນສຸສານປະທານ ໂຮ່ຈີມິນ ເນື່ອງໃນໂອກາດລະນຶກເຖິງວັນຄ້າຍວັນເກີດຄົບຮອບ 135 ປີຂອງເພິ່ນ

 

ນັບແຕ່ເຊົ້າວັນທີ 18 ພຶດສະພາ, ປະຊາຊົນຫຼາຍພັນຄົນ ຈາກທົ່ວທຸກສາລະທິດ ຂອງປະເທດ ໄດ້ພ້ອມກັນເດີນທາງສູ່ເຂດສະໜາມຫຼວງ ບາດິ່ງ ເພື່ອເຂົ້າໄວ້ອາໄລໃນສຸສານປະທານ ໂຮ່ຈີມິນ ເນື່ອງໃນໂອກາດລະນຶກເຖິງວັນຄ້າຍວັນເກີດຄົບຮອບ 135 ປີຂອງເພິ່ນ (ວັນທີ 19 ພຶດສະພາ 1890 - ວັນທີ 19 ພຶດສະພາ 2025). ກະແສຜູ້ຄົນລຽນແຖວລໍຖ້າຊ່ວງເວລາໄດ້ເຂົ້າສຸສານ ເພື່ອສະແດງຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນອັນລົ້ນເຫຼືອ ຕໍ່ຜູ້ນຳທີ່ນັບຖືຮັກແພງຂອງປວງຊົນທັງຊາດ.

 

ເຂດສະໜາມຫຼວງ ບາດິ່ງໄດ້ປະດັບປະດາ ດ້ວຍທຸງ ແລະ ດອກໄມ້ ກ່ອນໂອກາດລະນຶກວັນຄ້າຍວັນເກີດຄົບຮອບ 135 ປີ ຂອງປະທານ ໂຮ່ຈີມິນ. ພາບ: ແທງຢາງ
ເວລາ 6 ໂມງເຊົ້າຂອງວັນທີ 18 ພຶດສະພາ, ກອງທະຫານກຽດຕິຍົດ ກອງທັບປະຊາຊົນ ຫວຽດນາມ ພ້ອມເຄື່ອງແບບອັນສະຫງ່າງາມ ໄດ້ປະຕິບັດພິທີຊັກທຸງຂຶ້ນສູ່ຍອດເສົາ. ພາບ: ແທງຢາງ
ຂະນະທີ່ທຸງແດງດາວຄຳປິວສະບັດຂຶ້ນສູ່ທ້ອງຟ້າ ໃນສຽງເພງຊາດດັງກ້ອງກັງວານ. ພາບ: ແທງຢາງ
ກອງທະຫານກຽດຕິຍົດເດີນກວດກາ ຜ່ານໜ້າສຸສານປະທານ ໂຮ່ຈີມິນ. ພາບ: ແທງຢາງ
ປະຊາຊົນລຽນແຖວຢູ່ເຂດສະໜາມຫຼວງ ບາດິ່ງ ແຕ່ເຊົ້າ ເພື່ອລໍຖ້າເຂົ້າໄວ້້ອາໄລໃນ ສຸສານປະທານ ໂຮ່ຈີິມິນ. ພາບ: ກົງດາດ
ບັນຍາກາດທີ່ເຄັ່ງຂຶມຢູ່ເຂດສຸສານປະທານ ໂຮ່ຈີມິນ ເນື່ອງໃນໂອກາດລະນຶກເຖິງວັນຄ້າຍວັນເກີດຄົບຮອບ 135 ປີ ຂອງເພິ່ນ. ພາບ: ກົງດາດ
ບັນດາພວງມາລາທີ່ປະຊາຊົນນຳມາ ໄດ້ຖືກຈັດວາງຢ່າງເປັນລະບຽບຢູ່ທາງໜ້າສຸສານ, ສ້າງເປັນພາບອັນສວຍງາມທ່າມກາງບັນຍາກາດທີ່ເຄັ່ງຂຶມຢູ່ເຂດສະໜາມຫຼວງ. ພາບ: ກົງດາດ
ຄວາມເບີກບານມ່ວນຊື່ນ ຂອງພວກນ້ອງນັກຮຽນ ພາຍຫຼັງທີ່ໄດ້ເຂົ້າໄວ້ອາໄລໃນສຸສານປະທານ ໂຮ່ຈີມິນ. ພາບ: ແທງຢາງ
ຄອບຄົວຫຼາຍລຸ້ນຄົນ ພ້ອມກັນເດີນທາງມາໄວ້ອາໄລສຸສານປະທານ ໂຮ່ຈີມິນ ໃນວັນລະນຶກອັນພິເສດນີ້. ພາບ: ແທງຢາງ
ນັກທ່ອງທ່ຽວຕ່າງປະເທດຈຳນວນຫຼາຍ ເຂົ້າໄວ້ອາໄລໃນສຸສານປະທານໂຮ່ຈີມິນ. ພາບ: ກົງດາດ
ເຖິງແມ່ນວ່າອາກາດຈະຮ້ອນ ແຕ່ພວກນ້ອງນັກຮຽນຊັ້ນປະຖົມ ກໍມີຄວາມເບີກບານມ່ວນຊື່ນ ທີ່ໄດ້ເຂົ້າໄປໄວ້ອາໄລສຸສານລຸງ ໂຮ່. ພາບ: ແທງຢາງ
ນ້ອງນັກຮຽນໂຮງຮຽນກິນນອນຂອງແຂວງ ບັກກ້ານ ຖ່າຍຮູບທີ່ລະນຶກ ພາຍຫຼັງທີ່ໄດ້ເຂົ້າໄວ້ອາໄລໃນສຸສານລຸງ ໂຮ່. ພາບ: ກົງດາດ
ມີກິດຈະກຳການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງກໍໄດ້ຮັບການຈັດຂຶ້ນ ໃນບໍລິເວນເຂດອະນຸສອນສະຖານເຊັ່ນ: ການວາງສະແດງຮູບຖ່າຍກ່ຽວກັບຊີວິດ ແລະ ການປະຕິວັດຂອງລຸງ ໂຮ່, ການວາງສະແດງວັດຖຸສິ່ງຂອງ ແລະ ເອກະສານອັນລ້ຳຄ່າ ກ່ຽວກັບເພິ່ນ. ພາບ: ກົງດາດ
ປະຊາຊົນເຂົ້າຊົມພິພິທະພັນ ໂຮ່ຈີມິນ. ພາບ: ກົງດາດ
ນັກທ່ອງທ່ຽວ ແລະ ປະຊາຊົນຮ່ວມກັນເບິ່ງຮູບເງົາ ກ່ຽວກັບຊີວິດ ແລະ ການປະຕິວັດຂອງປະທານ ໂຮ່ຈີມິນ. ພາບ: ກົງດາດ
ມີກິດຈະກຳການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງກໍໄດ້ຮັບການຈັດຂຶ້ນໃນບໍລິເວນເຂດອະນຸສອນເຊັ່ນ: ການວາງສະແດງຮູບຖ່າຍກ່ຽວກັບຊີວິດ ແລະ ການປະຕິວັດຂອງລຸງ ໂຮ່, ການວາງສະແດງວັດຖຸສິ່ງຂອງ ແລະ ເອກະສານອັນລ້ຳຄ່າກ່ຽວກັບເພິ່ນ. ພາບ: ແທງຢາງ
ປະຊາຊົນລຽນແຖວເຂົ້າຊົມເຮືອນຮ້ານຂອງລຸງ ໂຮ່ ຢູ່ບໍລິເວນເຂດອະນຸສອນສະຖານ ປະທານໂຮ່ຈິມິນ. ພາບ: ກົງດາດ
ປະຊາຊົນລຽນແຖວເຂົ້າຊົມເຮືອນຮ້ານຂອງລຸງ ໂຮ່ ຢູ່ບໍລິເວນເຂດອະນຸສອນສະຖານ ປະທານໂຮ່ຈິມິນ. ພາບ: ກົງດາດ
  • ປະຕິບັດໂດຍ: ກົງດາດ-ແທງຢາງ

Top