• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ບຸນເຕັດ ຫວຽດຢູຸ່ຄຸ້ມເມືອງເກົ່າ ຮ່າໂນ້ຍ 2024

ບຸນເຕັດ ຫວຽດຢູຸ່ຄຸ້ມເມືອງເກົ່າ ຮ່າໂນ້ຍ 2024
ຂະບວນແຫ່ຢຸດຢູ່ຕໍ່ໜ້າ ໂອກວານເຈື໊ອງ ຊຶ່ງແມ່ນ ຂີດໝາຍຮ່ອງຮອຍ ປະຫວັດສາດກຳແພງ ທັງລອງ ໃນເມື່ອກ່ອນ.
ໃນຂະບວນແຫ່, ຜູ້ທຳພິທີ ຈະນຸ່ງເສື້ອແຂນກວ້າງ, ສ່ວນທີ່ເຫຼືອຈະນຸ່ງ ເສື້ອແຂນແຄບ.
ຜູ້ທີ່ເຂົ້າຮ່ວມໃນຂະບວນແຫ່ ລ້ວນແຕ່ນຸ່ງຊຸດເສື້ອຍາວ ພື້ນເມືອງ.
ກຸ່ມຟ້ອນ “ຊິງຕ່ຽນ” ໃນຊຸດພື້ນເມືອງ.
ສາວນ້ອຍ ເຈິ່ນຮ່າອານ (ເບື້ອງຊ້າຍ, ຈັບກິ່ງດອກຄາຍ) ໃຫ້ຮູ້ວ່າ: “ຫຼານຮັກ ວັດທະນະທຳ ປະເພນີມາແຕ່ດົນນານແລ້ວ, ພິເສດແມ່ນຊຸດ ອ໋າວຢ່າຍ ຫວຽດນາມ. ມື້ນີ້ໄດ້ເຂົ້າຮ່ວມ ຂະບວນແຫ່ ຫຼານຮູ້ສຶກ ເປັນ ກຽດຫຼາຍ”.
ຂະບວນແຫ່ ໄດ້ຜ່ານບໍລິເວນ ພື້ນທີ່ວິຫານ ແບກມ໊າ ຢູ່ຄຸ້ມຖະໜົນ ຮ່າງບ່ວມ.
ຂະບວນແຫ່ ໄດ້ຜ່ານຄຸ້ມຖະໜົນ ຕ້າຮ້ຽນ ໄດ້ນຳມາ ຊຶ່ງບັນຍາກາດທີ່ ຄຶກຄື້ນ ຂອງ ງານບຸນ.
ຂະບວນແຫ່ ໄດ້ຜ່ານຖະໜົນເກົ່າສາຍຕ່າງໆ ຂອງ ຄະນອນຫຼວງ ຮ່າ ໂນ້ຍ.
ຂະບວນແຫ່ ຂອງ ເມືອງ ເຫວ້ ນຳໂດຍທ່ານ ຟານແທງຫາຍ, ຫົວໜ້າພະແນກວັດທະນະທຳ ແລະ ກິລາ ແຂວງ ເທື່ອທຽນ-ເຫວ້ ກຽມເຂົ້າ ສາລາ ກີມເງິນ ເພື່ອຖະຫວາຍທູບທຽນ.
ພິທີຂໍເປີດງານບຸນ ຢູ່ກຳແພງ ທັງລອງ ແລະ ພິທີບູຊາບັນພະບຸລຸດ ຂອງ ອາຊີບ ໄດ້ຮັບການ ຈັດຂຶ້ນຢ່າງສົມກຽດ, ເຄັ່ງຂຶມຢູ່ສາລາ ກີມເງິນ.
ຂຽນໜັງສືລວດລາຍໃສ່ຜ້າແດງຍາວ ດ້ວຍຄວາມໝາຍວ່າ “ປີມະໂລງ ວັດ ທະນາ ຖາວອນ”, ຜ້າແຜ່ນນີ້ຈະຖືກແຂວນໄວ້ຢູ່ເທິງ ຕົ້ນທຸງ ຫາງ ຕັ້ງຢູ່ຕໍ່ໜ້າຫໍສາລາ ກີມເງິິນ.
ລາຍການສະແດງສິລະປະ ຂໍ່ານັບຮັບຕ້ອນລະດູບານໃໝ່ ດ້ວຍວາດ ຟ້ອນ ຕີກອງ “ບົ່ງ” ຂອງ ໝູ່ບ້ານ ຈ່ຽວຄຸກ ໃນພື້ນທີ່ສາລາ ກີມເງິນ.
ການສະແດງສິລະປະ ພື້ນເມືອງ ຂັບແທນ ເພື່ອຂ່ຳນັບຮັບຕ້ອນ ລະດູບານໃໝ່ ໃນພື້ນທ່ີ ສາລາ ກີມເງິນ.
ການສະແດງສິລະປະ ຂັບຊວານ ຖືກຈັດຂຶ້ນຢູ່ເດີ່ນສາລາ ກີມເງິນ.
ການສະແດງສິລະປະ ຂັບຊວານ ຖືກຈັດຂຶ້ນຢູ່ເດີ່ນສາລາ ກີມເງິນ.
ການສະແດງສິລະປະ ພື້ນເມືອງ ຂັບຊວານ ຂອງແຂວງ ຝູ໋ເຖາະ ເພື່ອຂ່ຳນັບຮັບຕ້ອນ ລະດູບານໃໝ່ ໃນພື້ນທ່ີ ສາລາ ກີມເງິນ.
  • ປະຕິບັດ: ແທງຢາງ/VNP

Top