• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ບຸນປີໃໝ່ລາວ ພສ 2569 ຢູ່ “ແດນຊ້າງ” ບຸນໂດນ, ແຂວງ ດັກລັກ

ເພື່ອແນໃສ່ຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອພິເສດ ຫວຽດນາມ - ລາວ ແລະ ອະນຸລັກຮັກສາວັດທະນະທຳທີ່ເປັນເອກະລັກຂອງຊຸມຊົນຊາວ ຫວຽດນາມ ເຊື້ອສາຍລາວ, ໃນລະຫວ່າງວັນທີ 11 - 12 ເມສາ 2026, ຢູ່ສູນທ່ອງທ່ຽວຂົວອູ່ ບຸນໂດນ (ບ້ານຈີ໋, ຕາແສງ ບວນໂດນ, ແຂວງ ດັກລັກ), ບໍລິສັດຈຳກັດ ຊຶ່ງເປັນສະມາຊິກໜຶ່ງ ສົ່ງອອກ-ນຳເຂົ້າ 2/9 ດັກລັກ (Simexco DakLak - ຂຶ້ນກັບຄະນະພັກແຂວງ) ໄດ້ສົມທົບກັບ ຄະນະກຳມະການປະຊາຊົນຕາແສງ ບວນໂດນ ຈັດງານບຸນປີໃໝ່ ລາວ ພສ 2569 ປີ 2026 - ເຊິ່ງແມ່ນບຸນປີໃໝ່ປະເພນີ ໃຫ້ແກ່ຊາວ ລາວ ທີ່ພວມດຳລົງຊີວິດຢູ່ເຂດຕາແສງດັ່ງກ່າວ.

ພິທີຫົດນ້ຳພະພຸດທະຮູບ ໃນງານບຸນປີໃໝ່ ລາວ ພສ 2569 ປີ 2026 ຢູ່ຕາແສງ ບວນໂດນ, ແຂວງ ດັກລັກ. ພາບ: ຮວ່າຍທູ - VNA
ພິທີບາສີສູ່ຂວັນ ຜູກແຂນອວຍພອນໃຫ້ມີສຸຂະພາບແຂງແຮງ ແລະ ມີຄວາມສຸກ ໃນງານບຸນປີໃໝ່ ລາວ ພສ 2569 ປີ 2026 ຢູ່ຕາແສງ ບວນໂດນ, ແຂວງ ດັກລັກ. ພາບ: ຮວ່າຍທູ - VNA
ພິທີລອຍກະທົງ ຢູ່ຕາມລຳແມ່ນ້ຳ ໃນງານບຸນປີໃໝ່ ລາວ ພສ 2569 ປີ 2026 ຢູ່ຕາແສງ ບວນໂດນ, ແຂວງ ດັກລັກ. ພາບ: VNA
ປະຊາຊົນ ແລະ ແຂກທ່ອງທ່ຽວ ຮ່ວມມ່ວນຊື່ນໃນການຫລິ້ນບຸນຫົດນ້ຳ ໃນງານບຸນປີໃໝ່ ລາວ ພສ 2569 ປີ 2026 ຢູ່ຕາແສງ ບວນໂດນ, ແຂວງ ດັກລັກ. ພາບ: VNA
ແຂກທ່ອງທ່ຽວມີຄວາມຕື່ນເຕັ້ນ ໃນການທ່ຽວຊົມ ແລະ ຖ່າຍພາບ ງານລ້ຽງ ບຸບເຟຊ້າງ, ເຊິ່ງນອນໃນຂອບເຂດບັນດາກິດຈະກຳປິ່ນອ້ອມ ຂອງງານບຸນປີໃໝ່ ລາວ ພສ 2569 ປີ 2026 ຢູ່ຕາແສງ ບວນໂດນ, ແຂວງ ດັກລັກ. ພາບ: VNA
ການແຫ່ຂະບວນຕາມຖະໜົນ - ແມ່ນໜຶ່ງໃນບັນດາກິດຈະກຳທີ່ສຳຄັນ ໃນງານບຸນປີໃໝ່ ລາວ ພສ 2569 ປີ 2026 ຢູ່ຕາແສງ ບວນໂດນ, ແຂວງ ດັກລັກ. ພາບ: ຮວ່າຍທູ - VNA
ພິທີຫົດນ້ຳ ເພື່ອອວຍພອນໄຊໃຫ້ມີໂຊກລາບ, ສຸຂະພາບແຂງແຮງ ແລະ ມີຄວາມສຸກ ໃຫ້ແກ່ຊາວ ລາວ ທີ່ພວມດຳລົງຊີວິດຢູ່ ບວນໂດນ ໃນງານບຸນປີໃໝ່. ພາບ: ຮວ່າຍທູ - VNA
  • ປະຕິບັດໂດຍ: VNP/VNA

Top