• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ນະຄອນ ໂຮ່ຈີມິນ ໃນໄຟແສງສີຍາມລາຕີ

ຖ້າພວກເຮົາຢືນຢູ່ເທິງຕຶກອາຄານສູງ, ຫັນສາຍຕາມອງເບິ່ງນະຄອນ ໂຮ່ຈີມິນ ໃນຍາມລາຕີ, ພວກເຮົາຈະພົບເຫັນຄວາມສວຍສົດງົດງາມຫຼາກຫຼາຍສີສັນຂອງຄົນ ແລະ ທິວທັດທຳມະຊາດ ໃນແສງດອກໄຟຍາມລາຕີ, ຈະເຫັນນະຄອນຄືສວມເສື້ອຜືນໃໝ່ທີ່ຮຸ່ງເຮືອງເຫຼືອງເຫຼື້ອມ.

ຫຼັງຈາກເກືອບ 40 ປີນັບແຕ່ວັນປົດປ່ອຍຊາດ (30/4/1975), ນະຄອນ ໂຮ່ຈີມິນ ໄດ້ຮັບ ການກໍ່ສ້າງ, ພັດທະນາເປັນນະຄອນໃຫຍ່ແຫ່ງໜຶ່ງທີ່ຄຶກໂຄມໜາແໜ້ນ ແລະ ກາຍເປັນໃຈ ກາງເສດຖະກິດໃຫຍ່ທີ່ສຸດຂອງຫວຽດນາມ ອີກດ້ວຍ. ເສັ້ນທາງໃຫຍ່ຫຼາຍເສັ້ນ, ເຂດເມືອງໃໝ່ ທີ່ທັນສະໄໝຫຼາຍເຂດ ພ້ອມບັນດາກິດຈະການກໍ່ສ້າງຈຸດໜັກຕ່າງໆ ໄດ້ສ້າງໂສມໜ້າໃໝ່ໃຫ້ ແກ່ນະຄອນ ໂຮ່ຈີມິນ ໃນປະຈຸບັນ.

ຕາເວັນຄຳ່ຄ້ອຍ, ຜູ້ເຖົ້າເດັກນ້ອຍ ພ້ອມຜົວເມຍ, ຄູ່ຮັກແຕ່ລະຄູ່ ພາກັນຍ່າງ ເລາະຮັບຊົມ ທັດສະນີຍະພາບຂອງຖະໜົນຫົນທາງ ແລະ ບັນຍາກາດທີ່ປອດໂປ່ງ ແລະ ສົດໃສ. ໂບດ ດຶກບ່າ ເຫຼື້ອມຍິບຍັບຄືຫໍໂຫງທີ່ເກົ່າແກ່ໃນຍາມລາຕີ. ເຂດເມືອງໃໝ່ ຝູໝີຮືງ ສະຫງ່າຜ່າເຜີຍ ພາຍໃຕ້ແສງດອກໄຟສີ. ຕຶກອາຄານ Bitexco 68 ຊັ້ນ, ແມ່ນອາຄານທີ່ ມີຄວາມສຸງ ກວ່າໝູ່ ຢູ່ນະຄອນ ຄືຕຸມດອກບົວ ອອກແສງສະຫວ່າງລະຍິບລະຍັບ, ເປັນສັນຍາລັກແຫ່ງຄວາມໜຸ່ມ ໜ້ອຍ ແລະ ຂະຫຍັນຂັນແຂງຂອງຊາວນະຄອນ ໂຮ່ຈີມິນ. ເທິງແມ່ນ້ຳ ໄຊງ່ອຍ, ເຮືອທ່ອງທ່ຽວ ຫຼາຍລຳໄດ້ຮັບການຕົບແຕ່ງໂຄມໄຟທີ່ສະຫງ່າຜ່າເຜີຍ, ນັກທ່ອງທ່ຽວທັງຮັບປະທານອາຫານ ທັງຊົມເບິ່ງບັນດາລາຍການສະແດງສິລະປະເທິງແມ່ນ້ຳ. ບັນດາງານມະໂຫລານການກິນດື່ມ ໄດ້ຮັບການຈັດຕັ້ງທີ່ສວນສາທາລະນະ, ບັນດາການແຂ່ງຂັນ, ການເຄື່ອນໄຫວຂອງ ປະຊາຄົມ ໃນຍາມລາຕີ ໄດ້ດຶງດູດການເຂົ້າຮ່ວມຂອງລຸ່ນໄວໜຸ່ມນັບເປັນຈຳນວນຫຼວງຫຼາຍ.

ນອກຈາກນັ້ນ, ຍັງມີເລື່ອງຫຼິ້ນພື້ນເມືອງຕ່າງໆ ໄດ້ຮັບການຈັດຕັ້ງຂື້ນເລື້ອຍໆ ຄືຄວາມສວຍງາມ ດ້ານ ວັດທະນະທຳໜຶ່ງທີ່ຊາວໃນເມືອງພວມຊອກຫາວິທີຮັກສາ. ທຸກໆ ເສັ້ນທາງຢູ່ໃຈກາງ ນະຄອນຄືງາມກວ່າ, ມີຊີວິດຊີວາກວ່າເມື່ອໄດ້ຖືດອກໄຟສີ, ດອກໄມ້ ແລະ ໂຄມໄຟໃນ ບັນດາ ວັນບຸນ.

ໃນອະນາຄົດ, ດ້ວຍປັນຍາ ແລະ ກຳລັງຄວາມສາມາດໃນການອອກແຮງງານຂອງລຸ່ນໄວໜຸ່ມ, ຊາວນະຄອນຈະມີກິດຈະການກໍ່ສ້າງອີກຫຼາຍແຫ່ງ, ປະກອບສ່ວນກໍ່ສ້າງນະຄອນ ນັບມື້ນັບ ພັດທະນາ ແລະ ຈະເລີນຮຸ່ງເຮືອງກວ່າເກົ່າ.
ບົດ: ເຊີນເງ້ຍ - ພາບ: ດັ້ງກິມເຟືອງ

 

ມູນໜຶ່ງຢູ່ເຂດເມືອງໃໝ່ ຝູໝີຮືງ.
ຂົວ ຫງວຽນຈີເຝືອງ ເຊື່ອມຕໍ່ເຂດ 5 ກັບເຂດ 8 ມີລວງຍາວ 247,8 ແມັດ, ລວງກວ້າງ 15 ແມັດ, ດ້ວຍ 26 ຕອນ ແລະ ແບ່ງເປັນ 7 ເລນ.
ຕຶກອາຄານ Bitexco 68 ຊັ້ນ, ແມ່ນອາຄານທີ່ ມີຄວາມສຸງກວ່າໝູ່ຢູ່ນະຄອນ ຄືຕຸມດອກບົວ ອອກແສງສະຫວ່າງລະຍິບ ລະຍັບ, ເປັນສັນຍາລັກແຫ່ງຄວາມໜຸ່ມໜ້ອຍ ແລະ ຂະຫຍັນຂັນແຂງຂອງຂາວນະຄອນ ໂຮ່ຈີມິນ. ນີ້ກໍ່ເປັນສະຖານທີ່ດຶງດູດ ນັກທ່ອງທ່ຽວ ມາທ່ຽວຊົມໃນຍາມລາຕີນັບເປັນຈຳນວນຫຼວງຫຼາຍ.
ງານມະໂຫລານການກິນດື່ມແຫ່ງໜຶ່ງໄດ້ຮັບການຈັດຂຶ້ນທີ່ສວນສາທາລະນະ 23 ກັນຍາ, ເຂດ 1, ນະຄອນ ໂຮ່ຈີມິນ.
ຖ້າຢືນຢູ່ເທິງຕຶກອາຄານຫຼາຍຊັ້ນທີ່ໃຈກາງນະຄອນ, ນັກທ່ອງທ່ຽວອາດສາມາດຊົມເບິ່ງຄວາມສວຍງາມ ຢ່າງຫຼາກຫຼາຍສີສັນ ຂອງນະຄອນໃນຍາມລາຕີ.
ທຸກໆ ເສັ້ນທາງໄດ້ຮັບການຕົບແຕ່ງຢ່າງສະຫງ່າຜ່າເຜີຍໃນຍາມປີໃໝ່.
ເຮືອທ່ອງທ່ຽວຫຼາຍລຳໄດ້ຮັບການຕົບແຕ່ງໂຄມໄຟທີ່ສະຫງ່າຜ່າເຜີຍ ເທິງແມ່ນ້ຳ ໄຊງ່ອນ ຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດມາຢາມນະຄອນ.
ຍາມລາຕີເທິງຂົວກາດລາຍ, ເຂດ 2, ນະຄອນ ໂຮ່ຈີມິນ.
ທ່າເຮືອ ຍ່າຣົງ ເບິ່ງມາແຕ່ມູມໜຶ່ງຢູ່ເທິງສູງ.
ສຳນັກງານຄະນະກຳມະການປົກຄອງປະຊາຊົນນະຄອນ ໂຮ່ຈີມິນ ເປັນໜຶ່ງໃນບັນດາກິດຈະການສະຖາປັດ ຕະຍະກຳ ທີ່ມີຊື່ສຽງຂອງນະຄອນ.
ສີສັນໃນຍາມລາຕີຢູ່ເສັ້ນທາງດອກໄມ້ ຫງວຽນເຫວ້, ເຂດ 1, ນະຄອນ ໂຮ່ຈີມິນ ເນື່ອງໃນບຸນປີໃໝ່.
ເຂດເມືອງໃໝ່ ຝູໝີຮືງ ສະຫງ່າຜ່າເຜີຍພາຍໃຕ້ແສງດອກໄຟສີ.
ໂບດ ດຶກບ່າ ທີ່ເກົ່າແກ່ ເດັ່ນຂຶ້ນ ທ່າມກາງອາຄານຫຼາຍ ຕຶກທັນສະໄໝຂອງນະຄອນໃຫຍ່ແຫ່ງໜຶ່ງທີ່ຄຶກໂຄມໜາແໜ້ນ.

Top