• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ຕະຫຼາດຂາຍປາຢູ່ທ່າເຮືອ ເຟຶອກຕີງ

ທ່າເຮືອ ເຟືອກຕີງ ຢູ່ຕາແສງ ເຟືອກຕີງ, ເມືອງ ລອງດ່ຽນ, ແຂວງ ບ່າເຮ້ຍ-ຫວູງເຕົ່າ ເປັນບ່ອນມີຈຳນວນເຮືອຫາປາ ເຂົ້າທຽບ ທ່າ ແລະ ແຫຼ່ງສິນໃນນ້ຳຫຼາຍທີ່ສຸດຢູ່ທິດ ຕາເວັນອອກສຽງໃຕ້. ແຕ່ 3 ໂມງເຂົ້າຂອງທຸກໆ ມື້, ເຮືອຫາປາຫຼາຍລຳຂອງບ້ານ ເຟືອກຕີງ, ລອງຫາຍ ແລະ ບັນດາແຂວງທີ່ໃກ້ຄຽງ ພາກັນເຂົ້າທຽບທ່າ ເພື່ອຂາຍສິນໃນນ້ຳ. ຫຼັງຈາກນັ້ນ ປາຈະໄດ້ສົ່ງໄປຂາຍ ຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງຢູ່ທິດຕາເວັນອອກສຽງໃຕ້.
ປະຈຸບັນ, ຕາແສງ ເຟືອກຕີງ ພວມມີເຮືອຫາປາກວ່າ 1.200 ລຳ. ຊາວບ້ານ ເຟືອກຕີງ ອາໄສຕາມອາຊີບຫາປາເທິງທະເລ, ສິນໃນນ້ຳແມ່ນຂະແໜງປາຍແຫຼມຂອງເມືອງ ດ້ວຍປະລິມານທີ່ຫາໄດ້ປະມານ 60.000 ໂຕນຕໍ່ປີ. ບັນຍາກາດຢູ່ທ່າເຮືອ ເຕັມໄປດ້ວຍ ຄວາມຟົດສະໜັ່ນ, ຜູ້ຊາຍອອກໄປຫາປາຢູ່ນອກທະເລ, ຂີ່ເຮືອເຂົ້າທຽບທ່າ, ແກ້ມອງ, ຂົນປາອອກຈາກເຮືອ. ສ່ວນຜູ້ຍິງມາຮັບເອົາປາ, ຈຳແນກປະເພດປາ ແລ້ວຂາຍໃຫ້ ພໍ່ຄ້າຊາວຂາຍ ແລະ ເກັບເງິນ. ໄປນຳການຈັບຫາສິນໃນນ້ຳແມ່ນ ບັນດາບໍລິການຕ່າງໆ ຄື: ຜະລິດນ້ຳກ້ອນ, ປາແຫ້ງ, ນ້ຳປາ.
ໂດຍ: ດັ້ງກິມເຟືອງ

 

ແມ່ຍິງຈຳແນກປະເພດປາ ແລ້ວສົ່ງໃຫ້ພໍ່ຄ້າຊາວຂາຍ.
ປາໃຫຍ່ຫຼາຍໂຕໄດ້ເອົາໄປຂາຍຢູ່ຕະຫຼາດ.
ທ່າເຮືອ ເຟືອກຕີງ ຢູ່ຕາແສງ ເຟືອກຕີງ, ເມືອງ ລອງດ່ຽນ, ແຂວງ ບ່າເຮ້ຍ-ຫວູງເຕົ່າ ເປັນບ່ອນມີຈຳນວນເຮືອຫາປາ ເຂົ້າທຽບທ່າ ແລະ ແຫຼ່ງສິນໃນນ້ຳຫຼາຍທີ່ສຸດຢູ່ທິດຕາເວັນອອກສຽງໃຕ້.
ປາໄດ້ເອົາໄປຂາຍຢູ່ຕະຫຼາດ.
ປາໄດ້ເອົາໄປປຸງແຕ່ງ.
ປາໄດ້ສົ່ງໄປຂາຍຢູ່ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງຕ່າງໆ ຢູ່ທິດຕາເວັນອອກສຽງໃຕ້.
ລົດໃຫຍ່ບັນຈຸສິນໃນນ້ຳ.
ຈຳແນກປະເພດປາ ກ່ອນທີ່ຈະໄດ້ສົ່ງໄປບ່ອນປຸງແຕ່ງ.
ປາໂຕໃຫຍ່ກຳລັງໄດ້ຂົນອອກຈາກເຮືອ.
ບັນຍາກາດຢູ່ທ່າເຮືອ ເຕັມໄປດ້ວຍຄວາມຟົດສະໜັ່ນ.
ຜູ້ຊາຍອອກໄປຫາປາຢູ່ນອກທະເລ, ຂີ່ເຮືອເຂົ້າທຽບທ່າ, ແກ້ມອງ, ຂົນປາອອກຈາກເຮືອ.

Top