• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

“ດວງຕາ” ຂອງ ເຈື່ອງຊາ

ບັນດາພາບພົດທີ່ປະທັບໃຈທີ່ສຸດເມື່ອມາເຖິງ ເຈື່ອງຊາ ແມ່ນບັນດາທະຫານເຮືອທີ່ປະຕິບັດໜ້າທີ່ຢູ່ທະເລ, ໝູ່ເກາະ, ປະກົດຕົວສະຫງ່າລາສີ ແລະ ມີລະບຽບວິໄນ; ບັນດານັກຮົບ ທຳໜ້າທີ່ເວນຍາມ ແລະ ລາດຕະເວນ ປຽບທຽບ ໄດ້ກັບ “ດວງຕາ” ຂອງ ເຈື່ອງຊາ - ເວນຍາມ ທັງເວັນທັງຄືນ, ປົກປັກຮັກສາ ອະທິປະໄຕ, ຮັກສາຄວາມສະຫງົບສຸກ ຢູ່ໝູ່ ເກາະ ທະເລ ທີ່ແສນຮັກແພງຂອງປະເທດຊາດ. 
ນັກຮົບ ປະຕິບັດໜ້າທີ່ໃນການຊີ້ທາງ ຍາມໃດກໍ່ຢືນຢູ່ໃນຈຸດສູງ, ໃນຕໍາແໜ່ງທີ່ສະດວກ ໃນການສັງເກດການ ແລະ ຊີ້ທາງ. ພາບ: ເຊີນເຫງ້ຍ
ນັກຮົບ ຫງວຽນແທ່ງເຕິມ ພວມປະຕິບັດໜ້າທີ ຢູ່ເກາະ ໂກລີນ, ເມືອງເກາະ ເຈື່ອງຊາ. ພາບ: ເຊີນເຫງ້ຍ
ບັນດາພະນັກງານ, ນັກຮົບ ເຂົ້າຮ່ວມພິທີເຄົາລົບທຸງຊາດ ຕົ້ນອາ ທິດຢູ່ເກາະ ຊີງໂຕ່ນ. ພາບ: ເຊີນເຫງ້ຍ
ການສວນສະໜາມເທິງເກາະ ຊອງຕື້ໄຕ. ພາບ: ເຊີນເຫງ້ຍ
ບັນດານັກຮົບ ທີ່ລາດຕະເວນຢູ່ຕາມເນີນຊາຍ. ພາບ: ເຊີນເຫງ້ຍ
ບັນດານັກຮົບ ທຳໜ້າທີ່ເວນຍາມ ແລະ ລາດຕະເວນ ປຽບທຽບ ໄດ້ກັບ “ດວງຕາ” ຂອງ ເຈື່ອງຊາ - ເວນຍາມ ທັງເວັນທັງຄືນ, ປົກປັກຮັກສາ ອະທິປະໄຕ, ຮັກສາຄວາມສະຫງົບສຸກ ຢູ່ໝູ່ ເກາະ ທະເລ ທີ່ແສນຮັກແພງຂອງປະເທດຊາດ. ພາບ: ເຊີນເຫງ້ຍ
ການສັງເກດຈາກກ້ອງໂທລະທັດຊ່ວຍໃຫ້ທະຫານເຄື່ອນໄຫວຕິດຕາມເປົ້າໝາຍຈາກທາງໄກ. ພາບ: ເຊີນເຫງ້ຍ
ບັນດານັກຮົບ ຢູ່ເກາະ ຊີງໂຕ່ນດົງ ໄດ້ກວດກາ ແລະ ຕິດຕາມກ່ອນຈະມອບວຽກ ໃນຜຽນຍາມຂອງຕົນ. ພາບ: ເຊີນເຫງ້ຍ
ນອກຈາກ ປະຕິບັດໜ້າທີ່, ບັນດານັກຮົບ ຍັງໄດ້ຝຶກຊ້ອມບັນດາ ທ່າມວຍ ແລະ ກິລາ ຢ່າງຕັ້ງໜ້າ ເພື່ອປັບປຸງສຸຂະພາບ ແລະ ຝຶກຝົນຕົນເອງ. ໃນພາບ: ບັນດານັກຮົບໜຸ່ມ ຢູ່ເກາະ ຊີງໂຕ່ນ ພວມຝຶກຊ້ອມມວຍ. ພາບ: ເຊີນເຫງ້ຍ
ຊ່ວງເວລາພັກຜ່ອນ ຂອງ ບັນດານັກຮົບໜຸ່ມ ໃຕ້ຮົ່ມຕົ້ນ ຫູກວາງ ຢູ່ເທິງເກາະຫ່າງໄກສອກຫຼີກ. ພາບ: ຮືວຕ່າຍ
ຊ່ວງເວລາແຫ່ງການຜ່ອນຄາຍອາລົມ ຂອງ ນັກຮົບເທິງເກາະ ຫຼັງຈາກປະຕິບັດໜ້າທີ່ເຝົ້າຍາມ. ພາບ: ເຊີນເຫງ້ຍ
ທະຫານເຮືອ ດ້ວຍຂໍ້ຄວາມ “ຫົວໃຈ” ເຕັມໄປດ້ວຍຄວາມ ກະຕື ລືລົ້ນ ແລະ ໜຸ່ມແໜ້ນ. ພາບ: ເຊີນເຫງ້ຍ
ບັນດານັກຮົບ ຍາດເວລາ ອ່ານໜັງສືພິມ ເພື່ອຜ່ອນຄາຍ ໃນເວ ລາພັກຜ່ອນ. ພາບ: ເຊີນເຫງ້ຍ
ທະຫານເຮືອຫວຽດນາມ ປະຕິບັດໜ້າທີ່ຢູ່ເຂດອະທິປະໄຕ ເກາະ ຊີງໂຕ່ນ, ເມືອງເກາະ ເຈື່ອງຊາ. ພາບ: ເຊີນເຫງ້ຍ
ທະຫານເຮືອ ຫວຽດນາມ ຢືນຍາມຢູ່ໃຕ້ທຸງຊາດ. ພາບ: ເຊີນເຫງ້ຍ
  • ບົດ ແລະ ພາບ: VNP/ເຊີນເຫງ້ຍ - ແປໂດຍ: ຢືຟຽນ

Top