• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ຄວາມຟົດຟື້ນທີ່ຕະຫຼາດຂາຍປາ ຢູ່ທ່າເຮືອ ໂຟ້ແທກ

ຕະຫຼາດຂາຍປາ ຢູ່ທ່າເຮືອ ໂຟ້ແທກ, ເມືອງ ດຶກໂຟ້, ແຂວງ ກວ່າງຫງາຍ ເປັນບ່ອນເຕົ້າໂຮມ ແຫຼ່ງສິນໃນນ້ຳ ຈາກເຮືອຫາປາເກືອບ 1.500 ລຳ. ນີ້ແມ່ນຕະຫຼາດຂາຍປາມີປະລິມານສິນໃນ ນ້ຳທີ່ໄດ້ຮັບການແລກປ່ຽນຄ້າຂາຍກວມເຖິງ 2/3 ປະລິມານສິນໃນນ້ຳຂອງແຂວງກວ່າງຫງາຍ. ຕະຫຼາດຂາຍປາ ຢູ່ທ່າເຮືອ ໂຟ້ແທກໄດ້ຕ້ອນຮັບກຳປັ່ນຫາປາຈາກເຂດຫາປາ ຮວ່າງຊາ ແລະ ເຈື່ອງຊາ ເຂົ້າທຽບທ່າໃນບັນຍາກາດທີ່ອຶກກະທຶກຄຶກໂຄມ. ແຕ່ຕົ້ນປີມານີ້, ອາກາດສະດວກ ສະບາຍ, ສະນັ້ນ ຊາວປະມົງເມືອງ ດຶກໄຟ້ ມີຄວາມມານະພະຍາຍາມອອກໄປຫາປາເພື່ອ ຍົກສູງລາຍຮັບໃຫ້ຄອບຄົວ, ຊຸກຍູ້ພັດທະນາເສດຖະກິດຢູ່ທະເລ, ປະກອບສ່ວນປົກປ້ອງ ສິດອະທິປະໄຕຢູ່ທະເລ, ເກາະຂອງປະເທດຊາດ.
ໂດຍ: ທົງທ້ຽນ-ກົງດາດ

 

ມູນໜຶ່ງຂອງຕະຫຼາດຂາຍປາ ຢູ່ທ່າເຮືອ ໂຟ້ແທກ.
ຊາວປະມົງໄດ້ຈຳແນກປະເພດປາ ຢູ່ເທິງເຮືອກ່ອນທີ່ຈະເຂົ້າທຽບທ່າ.
ຊາວປະມົງຈຳແນກປະເພດ ປາໃຫ້ພໍ່ຄ້າຊາວຂາຍ.
ແຕ່ເດືອນ 6-9 ທຸກໆ ປີ, ຊາວປະມົງຢູ່ ໂຟ້ແທກ ຫາໄດ້ປາມຶກນັບເປັນຈຳນວນຫຼວງຫຼາຍ, ກວມ 1/3 ປະລິມານ ສິນໃນນ້ຳທີ່ຫາໄດ້ໃນການອອກທະເລຫາປາເທື່ອໜຶ່ງ.
ລົດໃຫຍ່ມາເກັບຊື້ສິນທະເລທີ່ຕະຫຼາດຂາຍປາ ຢູ່ທ່າເຮືອ ໂຟ້ແທກ ເພື່ອເອົາໄປຂາຍຢູ່ນະຄອນ ໂຮ່ຈີມິນ.
ຫຼັງຈາກສົ່ງປາຂຶ້ນທ່າເຮືອໃນຕອນເຊົ້າ, ຊາວປະມົງ ໂຟ້ແທກ ໄດ້ຂົນນ້ຳກ້ອນລົງເຮືອເພື່ອຫ້າງຫາ ກະກຽມໃຫ້ການ ອອກທະເລ ຫາປາຄັ້ງໃໝ່.
ຕະຫຼາດຂາຍປາ ຢູ່ທ່າເຮືອ ໂຟ້ແທກ ຍັງເປັນບ່ອນເກັບຊື້ສິນໃນນ້ຳໃຫ້້ບັນດາຕະຫຼາດຂາຍສົ່ງຂອງແຂວງ ກວ່າງຫງາຍ.
ປາໄດ້ວາງຂາຍທີ່ຕະຫຼາດຂາຍປາ ຢູ່ທ່າເຮືອ ໂຟ້ແທກ.
ຊາວປະມົງ ຟານຈາຍ ຢູ່ບ້ານ ແທກດຶກ 1, ຕາແສງ ໄຟ້ແທກ ໃຫ້ຮູ້ວ່າ: “ການຫາປາເທື່ອໜຶ່ງຢູ່ທະເລໃນເວລາແຕ່ 10-15 ວັນກໍ່ໃຫ້ສິນໃນນ້ຳປະມານ 10 ໂຕນ, ບັນລຸໄດ້ລາຍຮັບປະມານ 80 ລ້ານດົ່ງ.
ປາໄດ້ຫໍ່ໃນຖົງ, ຖົງໜຶ່ງປະມານ 5 ກິໂລກຼຣາມເພື່ອໃຫ້ຄວາມສະດວກໃນການແລກປ່ຽນຄ້າຂາຍ.
ຕະຫຼາດຂາຍປາ ຢູ່ທ່າເຮືອ ໂຟ້ແທກ ເລີ່ມເປີດແຕ່ 6 ໂມງເຊົ້າ.

Top