• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ: ນະຄອນຫຼວງ ຮ່າໂນ້ຍ ຊົມຊື່ນຍິນດີຕ້ອນຮັບວັນບຸນໃຫຍ່ຂອງທົ່ວຊາດ

ໃນຕອນເຊົ້າວັນທີ 20 ມັງກອນ 2026, ເລີ່ມແຕ່ເຂດສູນກາງບໍລິຫານ ບາດິ່ງ ຕະຫຼອດຮອດບັນດາປະຕູໂຂງທາງເຂົ້າທຸກທິດຂອງນະຄອນຫຼວງ, ລ້ວນແຕ່ສາມາດເຫັນສີແດງສົດໃສຂອງທຸງພັກ ແລະ ທຸງຊາດ ທີ່ພັດປິວສະໄຫວຕາມສາຍລົມ; ລະບົບຄຳຂວັນ, ປ້າຍໂຄສະນາ ແລະ ແຜ່ນຄຳຂວັນ ໄດ້ຮັບການປະດັບປະດາຢ່າງສົມກຽດ, ເຊິ່ງໄດ້ສົ່ງສານແຫ່ງຄວາມເຊື່ອໝັ້ນ ແລະ ຄວາມມຸ່ງຫວັງຢ່າງແຮງກ້າ. ກະແສຄົນທີ່ສັນຈອນໄປມາເບິ່ງຄືວ່າ ມີຄວາມຊ້າລົງກວ່າປົກກະຕິ, ທຸກໆ ຄົນຕ່າງກໍໃຊ້ເວລາເພື່ອຊົມເບິ່ງ ແລະ ສຳຜັດກັບບັນຍາກາດອັນສະຫງ່າລາສີ ແລະ ສັກສິດຂອງວັນບຸນໃຫຍ່ຢ່າງເຕັມທີ່. ທ່າມກາງຈັງຫວະຊີວິດທີ່ຄຸ້ນເຄີຍ, ຮ່າໂນ້ຍ ໄດ້ປະກົດຕົວຢ່າງຮຸ່ງເຮືອງເຫຼືອງເຫຼື້ອມ, ສະແດງໃຫ້ເຫັນເຖິງຄວາມເອກອ້າງທະນົງໃຈຢ່າງເລິກເຊິ່ງ ພ້ອມກັບຄວາມຄາດຫວັງ ຕໍ່ບັນດາລັດຖະນະໂຍບາຍໃໝ່ ທີ່ຈະເປີດສາກໃຫ້ແກ່ໄລຍະທາງແຫ່ງການພັດທະນາແບບຍືນຍົງຂອງປະເທດຊາດ.

ສຳນັກງານໜັງສືພິມ ຮ່າໂນ້ຍເມີ້ຍ ໄດ້ຮັບການປະດັບປະດາດ້ວຍທຸງ, ດອກໄມ້, ປ້າຍໂຄສະນາ ແລະ ຄຳຂວັນ ເພື່ອຂຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພາບ: ຫວູກວາງ – VNA
ລະບົບແຜ່ນຄຳຂວັນ, ທຸງພັກ ແລະ ທຸງຊາດ ພ້ອມດ້ວຍບັນດາຄຳຂວັນທີ່ມີຄວາມໝາຍອັນເລິກເຊິ່ງ ໄດ້ຖືກແຂວນໄວ້ຕາມສາຍທາງຫຼັກທີ່ສຳຄັນ. ພາບ: ຫວູກວາງ – VNA
ຢູ່ບັນດາທາງແຍກຈະລາຈອນທີ່ສຳຄັນ ແລະ ເຂດສູນກາງ, ກຸ່ມແບບຈຳລອງສັນຍະລັກດອກບົວທີ່ປະດິດສ້າງຂຶ້ນໃໝ່ ພ້ອມກັບໂລໂກ້ (Logo) ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ຖືກຕິດຕັ້ງຢ່າງສົມກຽດ, ສ້າງຈຸດເດັ່ນອັນສະຫວ່າງສະໄຫວໃຫ້ແກ່ໃບໜ້າຂອງນະຄອນຫຼວງ. ພາບ: ຫວູກວາງ – VNA
ສັນຍະລັກຄ້ອນຕີ ແລະ ກ່ຽວ ຢູ່ເທິງຖານດອກບົວສີບົວ ຕັ້ງເດັ່ນສະຫງ່າຢູ່ຕໍ່ໜ້າເສົາທຸງ ຮ່າໂນ້ຍ (ເຂດເສັ້ນທາງ ດ້ຽນບຽນຝູ), ເຊິ່ງເປັນການປະສົມປະສານ ລະຫວ່າງຄວາມງາມທາງປະຫວັດສາດອັນອົງອາດ ກັບ ບັນຍາກາດການເມືອງທີ່ເຄັ່ງຂຶມ. ພາບ: ຫວູກວາງ – VNA
ທ່ານ ຫງວຽນຊວນດ້ຽວ, ສະມາຊິກພັກ ທີ່ມີອາຍຸພັກ 52 ປີ (ຢູ່ເຂດ ຮາຍບ່າຈຶງ, ຮ່າໂນ້ຍ) ພວມປະດັບປະດາທຸງ ແລະ ດອກໄມ້ ເພື່ອຂຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ. ພາບ: ຫວູກວາງ – VNA
ປ້າຍໂຄສະນາ ແລະ ບັນດາຄຳຂວັນຂຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ ຢູ່ຕາມສວນດອກໄມ້ ແລະ ສວນສາທາລະນະສູນກາງນະຄອນຫຼວງ. ພາບ: ຫວູກວາງ – VNA
ຢູ່ບັນດາທາງແຍກຈະລາຈອນທີ່ສຳຄັນ, ກຸ່ມແບບຈຳລອງສັນຍະລັກດອກບົວທີ່ປະດິດສ້າງຂຶ້ນໃໝ່ ພ້ອມກັບໂລໂກ້ ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ຖືກຕິດຕັ້ງຢ່າງສົມກຽດ, ສ້າງຈຸດເດັ່ນອັນສະຫວ່າງສະໄຫວໃຫ້ແກ່ໃບໜ້າຂອງນະຄອນຫຼວງ. ພາບ: ຫວູກວາງ – VNA
ພື້ນທີ່ທີ່ເຕັມໄປດ້ວຍທຸງແດງປະດັບປະດາ ແລະ ບັນດາແຜ່ນຄຳຂວັນໂຄສະນາ ກ່ຽວກັບແນວທາງນະໂຍບາຍຂອງພັກ ຢູ່ຕາມສວນດອກໄມ້ ແລະ ສວນສາທາລະນະສູນກາງ. ພາບ: ຫວູກວາງ – VNA
ກຸ່ມຊາວໜຸ່ມຖ່າຍຮູບເປັນທີ່ລະນຶກ ຢູ່ຂ້າງກຸ່ມສັນຍະລັກປະດັບປະດາຂຳນັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຢູ່ເຂດໜອງ ຮວ່ານກຽມ. ພາບ: ຫວູກວາງ - VNA
  • ໂດຍ: VNA/VNP

Top