• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

La Habana-ນະຄອນແຫ່ງສິ່ງປະຕິຫານຂອງໂລກ


ພ້ອມກັບນະຄອນ ຫົກແຫ່ງອື່ນໆໃນໂລກຄື: ນະຄອນຫຼວງ La Paz(Bolivia), Durban (ອາຟຣິກາໃຕ້), Beirut(Lebanon), Doha(Quata), Kuala Lumpur(Malaysia) ແລະ ນະຄອນ Vigan(ຟີລິບປິນ), ນະຄອນຫຼວງ La Habana(ກູບາ) ໄດ້ຮັບການເຊີດຊູ ເປັນສິ່ງ ປະຕິຫານໜຶ່ງຂອງໂລກ ຈາກອົງການ New 7 Wonders ຂອງປະເທດ ສະວິດ. ສຳລັບ ປະຊາຊົນ ກູບາແລ້ວ, ເຫດການດັ່ງກ່າວບໍ່ພຽງແຕ່ ເປັນຄວາມເອກອ້າງ ທະນົງໃຈ ເທົ່ານັ້ນ ຫາກຍັງເປັນຂອງຂວັນ ສຸດທີ່ມີຄວາມໝາຍ ໃນເມື່ອນະຄອນທີ່ສົດສວຍນີ້ ຫາກໍໄດ້ ສະເຫຼີມ ສະຫຼອງ ວັນສ້າງຕັ້ງ ຄົບຮອບ 495 ປີ ໃນເມື່ອບໍ່ດົນມານີ້.

ຂະບວນວິວັດແຫ່ງການຄັດເລືອກ 7 ນະຄອນທີ່ເປັນສິ່ງປະຕິຫານ ຂອງໂລກ ແກ່ຍາວໃນເວລາ ກວ່າ 2 ປີ ກັບ 1.200 ນະຄອນ ຊຶ່ງໄດ້ສະເໜີອອກຮັບເລືອກ ໃນທົ່ວໜ່ວຍພິພົບ ແລະ ໄດ້ ຮັບການປະຕິບັດ ດ້ວຍການເລືອກເຟັ້ນໂດຍກົງ ຜ່ານທາງອິນເຕີເນັດ ຂອງໜ້າເວບ New 7 Wonders.

ນະຄອນຫຼວງ La Habana ມີຄວາມງາມແບບເກົ່າແກ່ ແຕກຕ່າງ ກັບນະຄອນບູຮານແຫ່ງອື່ນໆ ຢູ່ໃນໂລກ ກັບເຂດເມືອງເກົ່າ Lahabana Vieja ຕັ້ງຢ່າງສະຫງົບງຽບ ຢູ່ຄຽງຂ້າງ ອ່າວແຫ່ງໜຶ່ງ ທີ່ໃສ່ຊື່ຂອງນະຄອນ. ບັນດາກິດຈະການ ທີ່ມີສະຖາປັດຕະຍະກ ຳຕາມແບບລີລາ Baroque, ມີລົດຍົນ ຫຼາຍຄັນທີ່ເກົ່າແກ່ ດ້ວຍ ສີສັນທີ່ຕ່າງໆນາໆ ເໝືອນດັ່ງຕົບແຕ່ງ ໃຫ້ແກ່ຊີວິດທີ່ສົດໃສ ຢູ່ນະແຫ່ງນີ້ຂຶ້ນຕື່ມ. ຖ້າຫາກວ່າ ມີໂອກາດ ມາຢ້ຽມຢາມ La Habana ພຽງຄັ້ງດຽວ, ເພື່ອນ ຈະມີຄວາມປະທັບໃຈ ກ່ຽວກັບ ນະຄອນແຫ່ງໜຶ່ງ ມີຄວາມງາມແບບລຽບງ່າຍ, ສົດໃສ, ສີສັນ ຫຼາກຫຼາຍ ແລະ ຜູ້ຄົນມີນ້ຳໃຈດີ, ເປັນຕາໜ້າຮັກ ຢ່າງແນ່ນອນ.
ບົດ: ເລຮ່ຽນ - ພາບ: ຫງວຽນຖັ໋ງ
ປະຊາຊົນຊາວ ກູບາ ຂຶ້ນຊື່ລືສຽງ ດ້ວຍຄວາມ ສະໜິດສະໜິດສະໜົມ ແລະ ໃກ້ຊິດ.
ຮູບພາບຂອງລົດຍົນທີ່ເກົ່າແກ່ຫຼາຍຄັນ ໄດ້ຕົບແຕ່ງໃຫ້ແກ່ຊີວິດ ຢູ່ນະຄອນຫຼວງ La Habana ມີຄວາມສົດຊື່ນຍິ່ງຂຶ້ນ.
ເສັ້ນທາງໄປເຖິງເຂດເມືອງເກົ່າ La Habana Vieja.
ເຂດເຮືອນລວມໝູ່ ທີ່ໄດ້ຮັບການກໍ່ສ້າງໃນຊ່ວງອະດີດ ຢູ່ໃນເຂດເມືອງເກົ່າ.
ຮ້ານຂາຍໝາກໄມ້ຢູ່ເທິງຄຸ້ມຖະໜົນ La Habana.
ບັນຍາກາດຢູ່ເຢັນເປັນສຸກ ຢູ່ເຂດເມືອງເກົ່າ.
ເສັ້ນທາງຮ່ອມ ຢູ່ເຂດເມືອງເກົ່າ La Habana Vieja.
ບັນດາລົດຍົນທີ່ມີສີສັນຫຼາກຫຼາຍ ເປັນຮູບພາບ ທີ່ເປັນເອກະລັກ ຊຶ່ງສາມາດເຫັນໄດ້ງ່າຍ ຢູ່ເທິງຄຸ້ມຖະໜົນ ສາຍຕ່າງໆຢູ່ ນະຄອນຫຼວງ La Habana.
ສະຖາປັດຕະຍະກຳເກົ່າແກ່ທີ່ເປັນເອກະລັກ ຂອງໂຮງລະຄອນ ໃນເຂດເມືອງເກົ່າ La Habana.
ບັນດາພິທີການມູນເຊື້ອ ເຄີຍຖືກຮັກສາໄວ້ ທີ່ເຂດປ້ອມໝັ້ນ San San Carlos de la Cabaña.
ຮ້ານຂາຍເຫຼົ້າທີ່ໃສ່ຊື່ “La Bodeguita del Medio” ຢູ່ໃຈກາງ ຂອງ La Habana ບູຮານ, ເປັນບ່ອນທີ່ ເຄີຍໄປມາຫາສູ່ ຂອງນັກປະພັນ ຜູ້ມີຊື່ສຽງ Ernest Hemingway ເມື່ອຍັງມີຊີວິດຢູ່.
ເຂດເມືອງເກົ່າປັດຈຸບັນ ແມ່ນໜຶ່ງໃນບັນດາຈຸດນັດໝາຍ ທີ່ດຶງດູດໃຈ ສຳລັບນັກທ່ອງທ່ຽວ ເມື່ອມາຢາມ ນະຄອນຫຼວງ La Habana.
ເຮືອຫາປາຂອງຊາວປະມົງ ຢູ່ເທິງ ອ່າວ La Habana.
ຮອຍຍິ້ມ La Habana.
ໂບດແຫ່ງໜຶ່ງຢູ່ເຂດເມືອງເກົ່າ Lahabana Vieja ມີສະຖາປັດຕະຍະກຳຕາມແບບລີລາ Baroque, ໄດ້ຮັບການກໍ່ສ້າງ ເມື່ອປີ 1763.
ເຂດເມືອງເກົ່າ Lahabana Vieja.
ຍາມອັດສະດົງລົງແລງຢູ່ເທິງໜ້າອ່າວ La Habana.
ເຂດເມືອງເກົ່າ La Habana Vieja ກັບ ບັນດາກິດຈະການ ສະຖາປັດຕະຍະກຳເກົ່າແກ່ ຂອງຕົນ ໄດ້ຮັບການຮັບຮອງເປັນ ມໍລະດົກໂລກຈາກ UNESCO ໃນເມື່ອປີ 1982.

Top