• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ຄວາມຊົງຈຳ ຂົວຮ່ຽນເລືອງ

ປະຫວັດສາດຂອງການຕໍ່ສູ້ກູ້ຊາດຕ້ານຈັກກະພັດ ອາເມລິກາຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ຍັງຈະຂີດໝາຍ ຈົດຈໍາຕະຫລອດໄປ ກ່ຽວກັບເລື່ອງລາວຕ່າງໆທີ່ຕື້ນຕັນໃຈ ຕິດພັນກັບຂົວຮ່ຽນເລືອງ ຊຶ່ງເປັນຂົວ ກ່າຍຂ້າມສອງຝັ່ງແມ່ນ້ຳ ເບ້ນຫາຍ ຢູ່ເມືອງ ຫວີງລິງ, ແຂວງ ກວາງຈິ.

ປີ 1954, ຫຼັງຈາກສັນຍາ ເຊີແນວ ໄດ້ຮັບການລົງນາມ,   ປະເທດຫວຽດນາມໄດ້ ຖືກຕັດແບ່ງອອກເປັນສອງພາກເໜືອ-ໃຕ້ ໂດຍເອົາເສັ້ນຂະໜານ 17, ບ່ອນທີ່ມີສາຍແມ່ນ້ຳ ເບ້ນຫາຍໄຫຼຜ່ານ ເປັນເສັ້ນຂີດຂັ້ນຊົ່ວຄາວ. ເບື້ອງຕົ້ນຄິດວ່າການແບ່ງແຍກ ຊົ່ວຄາວນີ້ ຈະແກ່ຍາວພຽງ 2 ປີແລ້ວຈະສິ້ນສຸດພາຍຫລັງວັນເລືອກຕັ້ງ ທ້ອນໂຮມເປັນເອກະພາບທົ່ວປະເທດ, ແຕ່ ໃນຕົວຈິງ ແລ້ວມັນໄດ້ຖືກແກ່ຍາວໄປເຖິງ  21 ປີ, ໝາຍຄວາມວ່າຈົນເຖິງວັນພາກໃຕ້ຫວຽດນາມໄດ້ຮັບການປົດປ່ອຍຢ່າງສົມບູນ ໃນປີ 1975 ພາກເໜືອ, ພາກໃຕ້ຈຶ່ງໄດ້ມາທ້ອນໂຮມຢູ່ພາຍໃຕ້ຫລັງຄາເຮືອນດຽວກັນ.

ຕະຫຼອດ ໄລຍະເວລາ 21 ປີ ທີ່ແສນຍືດຍາວນັ້ນ, ຂົວຮ່ຽນເລືອງ ຍືນຍົງຄົງຕົວຢູ່ພາຍໃຕ້ຄວາມເຈັບປວດ, ດີ້ນຮົນແຫ່ງຄວາມຄອງຄອຍ. ເສັ້ນຂີດໝາຍດ້ວຍນໍ້າສີບາງໆ ຢູ່ລະຫວ່າງກາງຂົວຮ່ຽນ  ເລືອງ ໄດ້ກາຍເປັນເສັ້ນຂີດຂັ້ນ ຕັດແບ່ງປະເທດອອກເປັນສອງພາກເໜືອ-ໃຕ້, ຕັດແບ່ງຄວາມຝັນຢາກເຕົ້າໂຮມກັນຂອງຊາວຫວຽດນາມ ນັບຫຼາຍສິບໝື່ນຄົນ ຢູ່ສອງເບື້ອງເສັ້ນຂີດແດນ, ພາໃຫ້ຜູ້ເປັນເມຍ ຄອງຄອຍຜົວ, ລູກໆຄອງຖ້າພໍ່, ອ້າຍເອື້ອຍ ຍາດພີ່ນ້ອງ ພັດພາກຈາກກັນ… ດ້ວຍເຫດນັ້ນ, ຂົວຮ່ຽນເລືອງໃນຄາວນັ້ນຈຶ່ງ ໄດ້ກາຍເປັນສັນຍາລັກທີ່ຂຶ້ນຊື່ລືຊາໄປທົ່ວໂລກ ກ່ຽວກັບຄວາມໄຝ່ຝັນອັນແຮງກ້າຕໍ່ສັນຕິພາບ, ປະເທດຊາດທ້ອນໂຮມເປັນເອກະພາບ ແລະ ບັນດາຄອບຄົວ ໂຮມຢູ່ດ້ວຍກັນ ຂອງຊາວຫວຽດນາມ.

ປະຈຸບັນ, ຂົວຮ່ຽນເລືອງ ແລະ ກຸ່ມປູສະນີຍະສະຖານປະຫວັດສາດ ຢູ່ສອງຝັ່ງແມ່ນ້ຳເບ້ນຫາຍ ໄດ້ກາຍເປັນຮ່ອງຮອຍປະຫວັດສາດລະດັບຊາດພິເສດ, ເປັນອະນຸສອນທີ່ບໍ່ອາດຫຼົງລືມໄດ້ງ່າຍ ເມື່ອຄຳນຶງເຖິງການສູ້ຮົບສຸດທີ່ດຸເດືອດຮ້າຍແຮງໃນອະດີດ ແລະ ທັງແມ່ນຈຸດນັດໝາຍທີ່ບໍ່ຄວນພາດ ບົນສາຍທາງເດີນແຕ່ພາກເໜືອຫາພາກໃຕ້ຫວຽດນາມ.

ປະຕິບັດ: ແທງຮ່ວາ, ຮວ່າງຮ່າ
ພາບລວມຂອງຂົວຮ່ຽນເລືອງ, ແມ່ນ້ຳເບ້ນຫາຍ ແລະ ເຂດເສັ້ນຂັ້ນແດນຊົ່ວຄາວຢູ່ສອງຝັ່ງແມ່ນ້ຳເບ້ນຫາຍ. ພາບ: ເອກະສານ
ປັດຈຸບັນ, ນັກທອງທ່ຽວມາຢ້ຽມຊົມເຂດຮ່ອງຮອຍປະຫວັດສາດແຫ່ງຊາດພິເສດ “ສອງຝັ່ງ ຮ່ຽນເລືອງ-ເບ້ນຫາຍ”, ນອກຈາກຮ່ອງຮອຍປະຫວັດສາດ ຂົວຮ່ຽນເລືອງ, ຄ້າຍຕຳຫຼວດປະກອບອາວຸດ ຫວີງລິນ, ປ້ອມຍາມ, ຖ້ານວາງໂທລະໂຄ່ງ… ກໍຍັງເຫັນຕື່ມອີກກຸ່ມຮູບປັ້ນ “ຄວາມໄຝ່ຝັນອັນແຮງກ້າຕໍ່ເອກະພາບ” ແລະ ກິດຈະການອື່ນໆທີ່ຫາກໍ່ຟື້ນຟູ ແລະ ສ້າງຂຶ້ນໃໝ່.
ໃນ “ບັ້ນຮົບນ້ຳສຽງ” ສອງຝ່າຍໄດ້ອອກແຮງ ນຳໃຊ້ໂທລະໂຄ່ງຫຼາຍຊະນິດທີ່ມີກຳລັງການຜະລິດສູງ ເພື່ອການໂຄສະນາເຜີຍແຜ່, ແລະ ນີ້ແມ່ນໜຶ່ງໃນບັນດາຕູ້ໂທລະໂຄ່ງທີ່ມະຫຶມາ ມີເສັ້ນຜ່າສູນກາງເຖິງ 1,7ແມັດ, ກຳລັງການຜະລິດ 500 W, ສຽງດັງກ້ອງໄປໄກນັບຫຼາຍສິບກິໂລແມັດ, ເປັນພາຫານະ ທີ່ອຳນາດການປົກຄອງຫວຽດນາມ ປະຊາທິປະໄຕ ສາທາລະນະລັດ ນຳໃຊ້ເພື່ອໂຄສະນາເຜີຍແຜ່ໄປຫາຝັ່ງທິດໃຕ້.
ຖ້ານວາງໂທລະໂຄ່ງ ເພື່ອຮັບໃຊ້ການໂຄສະນາເຜີຍແຜ່ ຢູ່ເບື້ອງຝັ່ງທິດເໜືອ ແມ່ນ້ຳ ເບ້ນຫາຍ.
ຮູບພາບປະຊາຊົນຊາວຫວີງລິນ ຕາບທຸງຊາດ ເພື່ອຫ້ອຍເທິງເສົາທຸງ ເສັ້ນຂັ້ນແດນ.
ເສົາທຸງເສັ້ນຂີດຂັ້ນຢູ່ຝັ່ງທິດເໜືອແມ່ນ້ຳເບ້ນຫາຍເປັນໜຶ່ງໃນບັນດາຈຸດເປົ້າໝາຍທີ່ຖືກທະຫານໄຊງ່ອນ ແລະ ກອງທັບອາກາດອາເມລິກາບຸກທຳລາຍ ຢູ່ຕະຫລອດ.
ຢູ່ຫົວຂົວແມ່ນຄ້າຍຕຳຫຼວດປະກອບອາວຸດ ຫວີງລິນ.
ເບື້ອງຝັ່ງທິດເໜືອຂົວຮ່ຽນເລືອງມີປະຕູໂຂງໃຫຍ່, ຢູ່ພາຍໃນມີແຖວໜັງສື ສະແດງເຖິງຄວາມມຸ່ງຫວັງເຕົ້າໂຮມປະເທດຊາດເປັນເອກະພາບ: “ຫວຽດນາມສັນຕິພາບ ເອກະພາບ-ເອກະລາດ, ປະຊາທິປະໄຕ ແລະ ຮັ່ງມີເຂັ້ມແຂງ ໝັ້ນຍືນ”, ແລະ ຢູ່ດ້ານຫຼັງແມ່ນແຖວໜັງສື “ທ່ານປະທານໂຮ່ຈີມິນໝັ້ນຍືນ”.
ຢູ່ທາງລຸ່ມຂົວຮ່ຽນເລືອງແມ່ນແມ່ນ້ຳເບ້ນຫາຍ, ແມ່ນເສັ້ນຂະ ໜານ 17, ເປັນເສັ້ນຂີດຂັ້ນ ແບ່ງແຍກສອງພາກ ເໜືອ-ໃຕ້ ຕະຫຼອດໄລຍະ 21 ປີ.
ແກສົ່ງສັນຍານເຕືອນໄພ ຕັ້ງຢູ່ເທິງປ້ອມຍາມ ຂອງທະຫານ ຫວຽດນາມສາທາລະນະລັດ ຢູ່ເບື້ອງຝັ່ງທິດໃຕ້ເສັ້ນຂັ້ນແດນ.
ເບື້ອງຝັ່ງທິດໃຕ້, ຂົວໄດ້ທາດ້ວຍນຳ້ສີ ສີເຫຼືອງ, ຢູ່ໄກໆຫ່າງຈາກນັ້ນໜ້ອຍໜຶ່ງແມ່ນ ຮູບພາບປ້ອມຍາມ ແລະ ເຂດກວດກາຂອງທະຫານຫວຽດນາມນາມ ສາທາລະນະລັດ.
ສຳລັບຊາວຫວຽດນາມຫຼາຍຄົນ, ຂົວຮ່ຽນເລືອງ ມີຄວາມສະໜິດຕິດພັນ ກັບຄວາມເຈັບປວດ ເນື່ອງຈາກປະເທດຊາດຖືກແບ່ງແຍກ ໃນສະໄໝສົງຄາມຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມລິກາ.
ເສັ້ນສີຂາວ ຢູ່ເຄິ່ງກາງຂົວຮ່ຽນເລືອງ ແມ່ນເສັ້ນຂີດຂັ້ນ ແບ່ງປັນສອງພາກເໜືອ-ໃຕ້.
ຕອນກາງຂົວຮ່ຽນເລືອງ, ບ່ອນແບ່ງປັນເຂດແດນ ລະຫວ່າງສອງພາກເໜືອ-ໃຕ້.
ຂົວຮ່ຽນເລືອງກ່າຍຂ້າມແມ່ນ້ຳເບ້ນຫາຍ ກັບສອງເສັ້ນສີເຫຼືອງ-ຟ້າ ແບ່ງປັນສອງພາກເໜືອ-ໃຕ້(ສີຟ້າແມ່ນຝັ່ງທິດເໜືອ, ສີເຫຼືອງແມ່ນຝັ່ງທິດໃຕ້).

Top