• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ຫຸ່ນຍົນຮູບຮ່າງຄືຄົນແບບອະເນກປະສົງ “Made in Vietnam”

ໃນງານວາງສະແດງຜົນງານແຫ່ງຊາດ “80 ປີ ແຫ່ງການເດີນທາງສູ່ເອກະລາດ-ເສລີພາບ-ຄວາມຜາສຸກ” ທີ່ຈັດຂຶ້ນຢູ່ ຮ່າໂນ້ຍ, ຮ້ານວາງສະແດງຫຸ່ນຍົນຂອງ VinRobotics ແລະ VinMotion (ຂຶ້ນກັບກຸ່ມບໍລິສັດ Vingroup) ໄດ້ກາຍເປັນຈຸດສົນໃຈທີ່ດຶງດູດແຂກເຂົ້າມາຢ້ຽມຢາມຫຼາຍພັນເທື່ອຄົນ. ຢູ່ທີ່ນີ້, ສາທາລະນະຊົນເປັນຄັ້ງທຳອິດທີ່ໄດ້ໂຕ້ຕອບໂດຍກົງ ກັບບັນດາແບບຈຳລອງຫຸ່ນຍົນຮູບຮ່າງຄືຄົນ ທີ່ສະຫຼາດ ເຊັ່ນ: VR-H1, VR-H2 ທີ່ມີຄວາມສາມາດໃນການສື່ສານ, ແນະນຳການຢ້ຽມຢາມ ແລະ ມີການເຄື່ອນໄຫວທີ່ຄ່ອງແຄ້ວ. 

ຈຸດເດັ່ນຂອງບັນດາຫຸ່ນຍົນເຫຼົ່ານີ້ ແມ່ນລະບົບເຊັນເຊີທີ່ທັນສະໄໝ ເພື່ອຊ່ວຍຮັກສາຄວາມສົມດຸນແບບອັດຕະໂນມັດ ແລະ ຂັ້ນຕອນການປະມວນຜົນແບບເວລາຈິງ (real-time), ເຮັດໃຫ້ພວກມັນສາມາດເຮັດວຽກໄດ້ຢ່າງຢືດຢຸ່ນກັບສະພາບແວດລ້ອມ ໂດຍບໍ່ຈຳກັດພຽງແຕ່ການຕັ້ງໂປຣແກຣມໄວ້ລ່ວງໜ້າ. ປັດຈຸບັນ, ຜະລິດຕະພັນເຫຼົ່ານີ້ໄດ້ຖືກນຳໃຊ້ເຂົ້າໃນໂຮງງານຂອງ VinFast ເພື່ອຊ່ວຍໃນການຂົນສົ່ງອາໄຫຼ່ ແລະ ກວດກາຄຸນນະພາບ.

 ຕົວແທນຂອງ VinRobotics ແລະ VinMotion ໃຫ້ຮູ້ວ່າ ເປົ້າໝາຍບໍ່ພຽງແຕ່ແມ່ນເພື່ອຮັບໃຊ້ການຜະລິດອຸດສາຫະກຳ ແລະ ຄັງສິນຄ້າເທົ່ານັ້ນ, ແຕ່ຍັງມຸ່ງໄປເຖິງການທົດແທນມະນຸດໃນວຽກງານທີ່ອັນຕະລາຍ ຫຼື ສະພາບແວດລ້ອມທີ່ຮ້າຍແຮງ. ການປະກົດຕົວຂອງບັນດາຫຸ່ນຍົນອະເນກປະສົງ “Made in Vietnam” ແມ່ນຂໍ້ພິສູດໃຫ້ເຫັນວ່າ ວິສາຫະກິດ ຫວຽດນາມ ພວມກ້າວທັນກັບທ່າອ່ຽງເຕັກໂນໂລຊີທົ່ວໂລກ ແລະ ຢືນຢັນຄວາມສາມາດໃນການຜະລິດເຕັກໂນໂລຊີສູງພາຍໃນປະເທດ.

 

ພື້ນທີ່ວາງສະແດງຫຸ່ນຍົນຂອງບໍລິສັດ VinMotion ຂຶ້ນກັບກຸ່ມບໍລິສັດ Vingroup ຢູ່ສູນວາງສະແດງແຫ່ງຊາດ ຮ່າໂນ້ຍ.
ບັນດາຫຸ່ນຍົນທີ່ນຳມາວາງສະແດງ ສາມາດຍ່າງ, ໂຕ້ຕອບກັບຜູ້ໃຊ້ ຜ່ານທ່າທາງການໂບກມື ແລະ ການສົນທະນາ.
ຮ້ານວາງສະແດງຫຸ່ນຍົນຂອງກຸ່ມບໍລິສັດ Vingroup ໄດ້ຮັບຄວາມສົນໃຈ ແລະ ຄວາມຕື່ນເຕັ້ນຈາກແຂກທີ່ເຂົ້າມາຢ້ຽມຢາມຢ່າງຫຼວງຫຼາຍ.
ນັກທ່ອງທ່ຽວຖ່າຍຮູບເປັນທີ່ລະນຶກຮ່ວມກັບຜະລິດຕະພັນທີ່ໂດດເດັ່ນຂອງ VinMotion.
ໄວໜຸ່ມຫຼາຍຄົນມີຄວາມຢາກຮູ້ຢາກເຫັນ ເມື່ອໄດ້ເຫັນຫຸ່ນຍົນທີ່ສາມາດສື່ສານໂດຍກົງກັບມະນຸດເປັນຄັ້ງທຳອິດ.
ຫຸ່ນຍົນຮູບຮ່າງຄືຄົນຂອງ VinMotion ສາມາດເວົ້າຄຸຍ ແລະ ໂຕ້ຕອບກັບຄົນທີ່ຢູ່ຕໍ່ໜ້າໄດ້.
ຫຸ່ນຍົນຮູບຮ່າງຄືຄົນຂອງ VinMotion ສາມາດເວົ້າຄຸຍ ແລະ ໂຕ້ຕອບກັບຄົນທີ່ຢູ່ຕໍ່ໜ້າໄດ້.
ບັນດາຜະລິດຕະພັນທີ່ໄດ້ຮັບການຄົ້ນຄວ້າ ເພື່ອຊ່ວຍເຫຼືອມະນຸດໃນການຜະລິດ ແລະ ການເຮັດວຽກ.
ເດັກນ້ອຍຫຼາຍຄົນມີຄວາມແປກປະຫຼາດໃຈ ເມື່ອໄດ້ສື່ສານກັບຫຸ່ນຍົນ.
ກຸ່ມບໍລິສັດ Vingroup ສ້າງຕັ້ງບໍລິສັດ VinMotion ຢ່າງເປັນທາງການ ເພື່ອບຸກເບີກຂົງເຂດເຕັກໂນໂລຊີສູງ.
ຫຸ່ນຍົນຂອງ VinMotion ໄດ້ຖືກນຳໃຊ້ເຂົ້າໃນໂຮງງານ VinFast ເພື່ອຊ່ວຍຂົນສົ່ງອາໄຫຼ່ ແລະ ກວດກາຄຸນນະພາບ.
ຮ້ານວາງສະແດງຫຸ່ນຍົນ ແລະ ຜະລິດຕະພັນໃໝ່ຂອງກຸ່ມບໍລິສັດ Vingroup ໄດ້ຮັບຄວາມສົນໃຈຈາກແຂກຢ້ຽມຢາມຢ່າງຫຼວງຫຼາຍ.
ແຂນກົນຫຸ່ນຍົນອະເນກປະສົງຕົວທຳອິດ ພາຍໃຕ້ເຄື່ອງໝາຍການຄ້າ “Made in Vietnam”.
  • ປະຕິບັດໂດຍ: ເງິນຮ່າ, ແຄ໋ງລອງ/VNP

Top