ເຊົ້າວັນທີ 30 ເມສາ, ພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ-ບາດກ້າວ ອັນສະຫງ່າລາສີ ທີ່ສຸດ ໃນປະຫວັດສາດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ດ້ວຍຄວາມພາກພູມໃຈອັນຍິ່ງໃຫຍ່ ຂອງທົ່ວປວງຊົນ ຫວຽດນາມ ພາຍຫຼັງເຄິ່ງສະຕະວັດ ແຫ່ງສັນຕິ ພາບ-ເອກະລາດ-ເອກະພາບ, ໄດ້ຈັດຂຶ້ນຢ່າງສົມກຽດ ລະດັບຊາດ ທີ່ນະຄອນ ໂຮ່ຈີມິນ ດ້ວຍບັນດາກິດຈະກຳ ທ່ີຫຼາກຫຼາຍ ພ້ອມດ້ວຍລາຍການ ສວນສະໜາມ, ແຫ່ຂະບວນ ທ່ີຍິ່ງໃຫຍ່.
ພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນ ໂຮມປະເທດຊາດ ເປັນເອກະພາບ ໄດ້ຈັດຂຶ້ນຢູ່ຖະໜົນ ເລຢວັນ, ເຂດ 1, ນະຄອນ ໂຮ່ຈີມິນ ທີ່ມີຄວາມຍາວ ເກືອບ 2 ກມ ເຊື່ອມຕໍ່ ຈາກປະຕູໂຂງ ທຳນຽບ ໂດກເລິບ ໄປຫາ ສວນສາທາລະນະ ຖາວເກີ່ມວຽນ ເຊິ່ງເປັນເຂດຫຼັກ ໃນການຈັດພິທີສະເຫຼີມສະຫຼອງ, ໂດຍມີເວທີຫຼັກ ແລະ ບັນດາກິດຈະກຳເປີດງານ, ສວນສະໜາມ, ແຫ່ຂະບວນ ໄດ້ເລີ່ມຕົ້ນຢູ່ທີ່ນີ້.
ເບິ່ງຈາກມຸມສູງ ຈາກທຳນຽບ ໂດກເລິບ, ພິທີສະເຫຼີມສະຫຼອງໄດ້ປະກົດຕົວ ໃຫ້ເຫັນຢ່າງເຄັ່ງຂຶມ ແລະ ສົດໃສ, ສະແດງໃຫ້ເຫັນຢ່າງຄົບຖ້ວນ, ຮອບດ້ານຍິ່ງຂຶ້ນ ກ່ຽວກັບຂະໜາດ, ບັນດາກິດຈະກຳຫຼັກຂອງພິທີ, ບັນຍາກາດທີ່ເບີກບານມ່ວນຊື່ນ ຂອງ ຜູ້ຊົມທີ່ຢືນຢູ່ສອງຂ້າງຖະໜົນ ເລຢວັນ ທີ່ສວຍງາມປົກຄຸມໄປດ້ວຍດອກໄມ້ ແລະ ຮົ່ມເຢັນ.
ພ້ອມກັນເບິ່ງຄືນບັນດາຮູບພາບ ກ່ຽວກັບພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ ທີ່ ນັກຂ່າວ ເລມິງ ຈາກ ວາລະສານ ຂ່າວພາບ ຫວຽດນາມ ໄດ້ຮັບກຽດ ບັນທຶກມຸມມອງ ຈາກຫຼັງຄາທຳນຽບ ໂດກເລິບ.
ພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍ ພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ ໄດ້ຈັດຂຶ້ນຢູ່ຖະໜົນ ເລຢວັນ ທີ່ມີຄວາມຍາວເກືອບ 2 ກມ ເຊື່ອມຕໍ່ຈາກປະຕູໂຂງ ທຳນຽບ ໂດກເລິບ ຫາ ສວນສາທາລະນະ ຖາວເກີ່ມວຽນ.
ລາຍການສະແດງສິລະປະ ເປີດສາກ ພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໃນເຊົ້າວັນທີ 30 ເມສາ ທີ່ນະຄອນ ໂຮ່ຈີມິນ.
ຫຼາຍລາຍການສະແດງສິລະປະ ໃນພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ມີລັກສະນະພິເສດ ແລະ ສັນຍາລັກສູງ.
ລາຍການສະແດງສິລະປະ ຂອງ ກ້ອນກໍາລັງນັກສິລະປິນ ນະຄອນ ໂຮ່ຈີມິນ ໃນພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ.
ນຳໜ້າຂະບວນສວນສະໜາມ, ແຫ່ຂະບວນ ແມ່ນລົດແຫ່ຮູບຈຳ ລອງກາໝາຍຊາດ ແລະ ລົດແຫ່ຮູບປະທານ ໂຮ່ຈີມິນ ເຄື່ອນຜ່ານເວທີ ໃນພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ.
ລົດຈຳລອງ ສັນຍາລັກ 50 ປີ ແຫ່ງການປົດປ່ອຍພາກໃຕ້ ທ້ອນ ໂຮມປະເທດຊາດ ເປັນເອກະພາບ.
ລົດບັນຊາ, ກ້ອນກໍາລັງ ຖືທຸງຊາດ ເຄື່ອນເຂົ້າສູ່ເວທີ ເພື່ອປະຕິບັດການສວນສະໜາມ, ແຫ່ຂະບວນ ໃນພິທີສະເຫຼີມສະຫຼອງ.
ນຳໜ້າແມ່ນກ້ອນກໍາລັງນາຍທະຫານ ຕາງໜ້າໃຫ້ 5 ທິດທັບ ປະຕິບັດການເດີນຂະບວນ.
ຈາກລຸ່ມຂຶ້ນເທິງ: ກ້ອນກໍາລັງ ທະຫານເຮືອ; ກ້ອນກໍາລັງນັກຮົບຊາຍປ້ອງກັນອາກາດ, ກ້ອນກໍາລັງ ທະຫານປ້ອງກັນຊາຍແດນ ເດີນຂະບວນເຂົ້າສູ່ເວທີ.
ຈາກລຸ່ມຂຶ້ນເທິງ: ໜ່ວຍສົງຄາມ ເອເລັກໂຕຣນິກ, ໜ່ວຍສົງຄາມທາງອິນເຕີເນັດ, ກ້ອນກໍາລັງ ແມ່ຍິງ ກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ເດີນຂະບວນເຂົ້າສູ່ເວທີ.
ພາບລວມບັນດາກົມກອງຕາງໜ້າ ໃຫ້ແກ່ ກຳລັງປະກອບອາວຸດ, ກຳມະກອນ, ຊາວນາ, ປັນຍາຊົນ, ຊາວໜຸ່ມ, ບັນດາອົງການຈັດ ຕັ້ງມະຫາຊົນ ຫວຽດນາມ ພ້ອມດ້ວຍກຳລັງທະຫານຈາກ ສປ ຈີນ, ລາວ ແລະ ກຳປູເຈຍ ເຄື່ອນເຂົ້າສູ່ເວທີ ເພື່ອປະຕິບັດການສວນສະໜາມ, ແຫ່ຂະບວນ ໃນພິທີສະເຫຼີມສະຫຼອງ.
ເຂົ້າຮ່ວມການສວນສະໜາມ, ແຫ່ຂະບວນ ໃນພິທີສະເຫຼີມສະ ຫຼອງ ມີ 48 ກົມກອງ ດ້ວຍກຳລັງ 13.000 ຄົນ ເປັນຕາງໜ້າ ໃຫ້ແກ່ ກຳລັງປະກອບອາວຸດ, ກຳມະກອນ, ຊາວນາ, ປັນຍາຊົນ, ຊາວໜຸ່ມ, ບັນດາອົງການຈັດຕັ້ງມະຫາຊົນ ຫວຽດນາມ ພ້ອມດ້ວຍກຳລັງທະຫານຈາກ ສປ ຈີນ, ລາວ ແລະ ກຳປູເຈຍ.
ລາຍການສວນສະໜາມ, ແຫ່ຂະບວນ ຈາກບັນດາກຳລັງປະກອບອາວຸດ ເຄື່ອນຜ່ານເວທີ ຢ່າງສະຫງ່າອົງອາດ.
ກ້ອນກໍາລັງ ນັກຮົບຊາຍ ປ້ອງກັນອາກາດ.
ຈາກລຸ່ມຂຶ້ນເທິງ: ໜ່ວຍສົງຄາມ ເອເລັກໂຕຣນິກ, ໜ່ວຍສົງຄາມທາງອິນເຕີເນັດ, ກ້ອນກໍາລັງ ແມ່ຍິງ ກຳລັງຮັກສາສັນຕິພາບ ສະຫະປະຊາຊາດ ແຫ່ຂະບວນເຂົ້າສູ່ເວທີ.
ນຳໜ້າແມ່ນກ້ອນກໍາລັງ ນາຍທະຫານສື່ສານ, ຕໍ່ໄປແມ່ນກ້ອນກໍາລັງ ນາຍທະຫານແພດຍິງ, ໜ່ວຍສູ້ຮົບ ເອເລັກໂຕຣນິກ… ເດີນຂະ ບວນເຂົ້າສູ່ເວທີ.
ລົດບັນຊາ ແລະ ກ້ອນກໍາລັງ ຕຳຫຼວດ ຖືທຸງ ຍ່າງຕາມຫຼັງ.
ນຳໜ້າແມ່ນກ້ອນກໍາລັງ ຕຳຫຼວດຈະລາຈອນຍິງ, ຕໍ່ໄປແມ່ນກ້ອນກໍາລັງ ທະຫານອາກາດ ຕຳຫຼວດ ປະຊາຊົນຊາຍ ແຫ່ຂະບວນ ເຂົ້າສູ່ພິທີ.
ກ້ອນກໍາລັງ ເຈົ້າໜ້າທ່ີຕຳຫຼວດ ນະຄອນ ໂຮ່ຈີມິນຊາຍ, ກ້ອນກໍາລັງ ຕຳຫຼວດປ້ອງກັນ ແລະ ດັບເພີງ, ກ້ອນກໍາລັງ ຕຳຫຼວດ ຮັກສາສັນຕິພາບ ສະຫະປະຊາຊາດຊາຍ… ເດີນຂະບວນເຂົ້າສູ່ເວທີ.
ກ້ອນກອງກຳລັງຊາຍ ເຂົ້າຮ່ວມການປ້ອງກັນຄວາມສະຫງົບ ຢູ່ຂັ້ນຮາກຖານ ແລະ ກໍາລັງຕຳຫຼວດ ເຄື່ອນທີ່ໄວທະຫານມ້າ.
ນຳໜ້າແມ່ນຂະບວນທຸງແດງ (ກອງທັບ), ຕໍ່ໄປແມ່ນຂະບວນຍ້ອງຍໍບັນດານັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ, ບັນ ດາຜູ້ເປັນພະຍານຫຼັກຖານ ທາງປະຫວັດສາດ ທີ່ໂດດເດັ່ນ.
ກ້ອນກໍາລັງ ຂະບວນຍ້ອງຍໍ ບັນດານັກວິລະຊົນ ກຳລັງປະກອບອາ ວຸດປະຊາຊົນ, ບັນດາຜູ້ເປັນພະຍານຫຼັກຖານທາງປະຫວັດສາດ ທີ່ໂດດເດັ່ນ.
ເຂົ້າຮ່ວມການສວນສະໜາມ, ແຫ່ຂະບວນ ໃນພິທີສະເຫຼີມສະ ຫຼອງ ມີ 48 ກົມກອງ ດ້ວຍກຳລັງ 13.000 ຄົນ ຊຶ່ງຕາງໜ້າ ໃຫ້ແກ່ ກຳລັງປະກອບອາວຸດ, ກຳມະກອນ, ຊາວນາ, ປັນຍາຊົນ, ຊາວໜຸ່ມ, ບັນດາອົງການຈັດຕັ້ງມະຫາຊົນ ຫວຽດນາມ ພ້ອມດ້ວຍກຳລັງທະຫານ ຈາກ ສປ ຈີນ, ລາວ ແລະ ກຳປູເຈຍ.
ພິທີສະເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍ ພາກໃຕ້, ທ້ອນໂຮມ ປະເທດຊາດ ເປັນເອກະພາບ (ວັນທີ 30 ເມສາ 1975 - ວັນທີ 30 ເມສາ 2025) ໄດ້ຮັບການດຳເນີນໄປຢ່າງສົມກຽດ, ສະຫງ່າອົງອາດ, ສະແດງອອກເຖິງຄວາມເອກອ້າງທະນົງໃຈ ແລະ ຖານະ ຂອງ ຫວຽດນາມ.
ທຸງຊາດ ປີວສະບັດ ຢູ່ເທິງຫຼັງຄາທຳນຽບ ໂດກເລິບ ໃນພິທີສະ ເຫຼີມສະຫຼອງ 50 ປີ ແຫ່ງການປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດ ເປັນເອກະພາບ.