• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ດອກເຂັມປ່າ ບານສະພັ່ງ - “ທິດາ” ຂອງເຂດພູຜາປ່າໄມ້ ຢາລາຍ ໄດ້ປຸກລຸກ

ມີຕົ້ນດອກເຂັມປ່າ ນັບຮ້ອຍຕົ້ນຢູ່ລຽບຕາມຫ້ວຍນ້ຳ ຕາມາ (ຕາແສງ ວິງທິ້ງ, ແຂວງ ຢາລາຍ) ບານສະພັ່ງແຕ່ໄວ, ສ້າງເປັນແຜ່ນພາບທຳມະຊາດທີ່ສວຍສົດງົດງາມ, ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມ.
ເດືອນມີນາ, ເຂດຫ້ວຍ ຕາມາ (ຕາແສງວິງທິ້ງ, ແຂວງ ຢາລາຍ) ໄດ້ຄຸມເສື້ອໃໝ່ ທີ່ມີສີສົ້ມແດງຂອງດອກເຂັມປ່າ.
ປີນີ້, ດອກເຂັມປ່າ ຢູ່ຫ້ວຍ ຕາມາ ບານສະພັ່ງໄວກວ່າປົກກະຕິ, ຢູ່ລຽບຕາມຮ່ອງຄົດລ້ຽວທີ່ນິ້ມນວນຂອງຫ້ວຍ ຄືດັ່ງທຳມະຊາດໄດ້ຕ່ຳເປັນແຜ່ນພາບໜຶ່ງຂອງເຂດພູຜາປ່າໄມ້ຢ່າງຄ່ອງແຄ້ວ.
ດອກເຂັມປ່າ ຢູ່ ຢາລາຍ ຍັງໄດ້ເອີ້ນວ່າດອກເຂັມນ້ຳ.
ດອກເຂັມປ່າຢູ່ທີນີ້ບໍ່ຕ່ຳນ້ອຍຄືກັນກັບດອກເຂັມທຳມະດາ, ມັນແມ່ນຕົ້ນໄມ້ເກົ່າແກ່, ລຳຕົ້ນໃຫຍ່, ຮົ່ມໄມ້ກວ້າງຍື່ນອອກຮອດກາງຫ້ວຍນ້ຳ.
ມາເຖິງຫ້ວຍ ຕາມາ ຍາມຮຸ່ງເຊົ້າ, ເມື່ອບັນດາແສງແດດສາຍສ່ອງຜ່ານຫວ່າງໃບໄມ້, ສາດເຂົ້າໃສ່ພົ້ວດອກໄມ້ສີສົ້ມແດງ ສ້າງເປັນພາບທິວທັດທຳມະຊາດທີ່ສວຍງາມດັ່ງໃນຝັນ.
ພົ້ວດອກເຂັມປ່າຢູ່ ວິງທິ້ງ ອອກດອກເປັນຈຳນວນຫຼາຍ, ສະຫຼັບສັບຊ້ອນເຂົ້າກັນກາຍເປັນຜືນສີທີ່ກວ້າງໃຫຍ່, ປົກຄຸມແຕ່ກົກຈົນຮອດປາຍໄມ້, ມີສີສັນທີ່ຫຼາກຫຼາຍ.
ໃນເມື່ອກ່ອນ, ຫ້ວຍ ຕາມາ ແມ່ນສະຖານທີ່ມີຄົນໄປບໍ່ຫຼາຍ, ມີພຽງແຕ່ຊາວທ້ອງຖິ່ນທີ່ຮູ້ຈັກເຖິງ ແຕ່ຍ້ອນກຳລັງແຜ່ກະຈາຍ ດັ່ງນັ້ນ ຄວາມງາມຂອງດອກເຂັມປ່າ ໄດ້ກາຍເປັນປະກົດການໂດຍໄວ.
ແຂກທ່ອງທ່ຽວມາ ຫ້ວຍ ຕາມາ ບໍ່ພຽງແຕ່ເພື່ອຖ່າຍຮູບ "check-in" ກັບຕົ້ນດອກເຂັມປ່າເກົ່າແກ່ເທົ່ານັ້ນ ຫາກຍັງເພື່ອຄົ້ນຫາທຳມະຊາດແບບດັ້ງເດີມ.
ດອກເຂັມປ່າມີລັກສະນະແມ່ນບານສະພັ່ງເປັນຈຳນວນຫຼາຍ ແຕ່ກໍ່ຮ່ວງໂຮຍໄວ, ເພາະສະນັ້ນ ມີແຂກທ່ອງທ່ຽວຫຼາຍຄົນບໍ່ຫວາດຫວັ່ນຕໍ່ເສັ້ນທາງທີ່ຍາວໄກ, ໄດ້ຍາດແຍ່ງເວລາເພື່ອໄປຫາຫ້ວຍ ຕາມາ ພາຍຫຼັງທີ່ໄດ້ຮັບຂ່າວຄາວວ່າດອກໄມ້ກຳລັງຈະບານສະພັ່ງ.
ເອື້ອຍ ເຈິ່ນໝິລິງ, ແຂກທ່ອງທ່ຽວມາຈາກ ແຄ້ງຮວ່າ ແບ່ງປັນ: ຄອບຄົວຂ້າພະເຈົ້າຮູ້ສຶກຕົກສະເງີ້ຕໍ່ຄວາມງາມແບບຮົກເຮື້ອຢູ່ທີ່ນີ້. ບັນຍາກາດບໍລິສຸດຜຸດຜ່ອງ, ນ້ຳຫ້ວຍເຢັນສະບາຍ, ຊົມພາບຂອງພົ້ວດອກເຂັມປ່າເບັ່ງບານສີສັນສ່ອງເງົາລົງຫ້ວຍນ້ຳ, ຄວາມຮູ້ສຶກອິດເມື່ອຍລ້ວນແຕ່ຫາຍໄປໝົດ.
ລະດູດອກເຂັມປ່າ ຕາມາ ບໍ່ພຽງແຕ່ແມ່ນຂອງຂວັນຈາກທຳມະຊາດເທົ່ານັ້ນ ຫາກຍັງແມ່ນສັນຍາລັກໃຫ້ແກ່ພະລັງຊີວິດຢ່າງແຮງກ້າຂອງເຂດດິນແດນພູຜາປ່າໄມ້ທີ່ກວ້າງໃຫຍ່, ຈຸດພົ້ນເດັ່ນໜຶ່ງໃນແຜນທີ່ທ່ອງທ່ຽວແຫ່ງຊາດຂອງ ຢາລາຍ.
ທ່ານ ຮວິ່ງດຶກບາວ, ປະທານຄະນະຄະນະກຳມະການຕາແສງ ວິງທິ້ງ ໃຫ້ຮູ້ວ່າ ທ້ອງຖິ່ນກຳນົດບໍ່ພຽງແຕ່ຢຸດຢູ່ການຮັບຊົມດອກໄມ້ເທົ່ານັ້ນ, ຫາກແຂກທ່ອງທ່ຽວ ມານີ້ ຍັງໄດ້ຊອກຮູ້ກ່ຽວກັບຊີວິດຂອງຊາວເຜົ່າ ບານາ ອີກດ້ວຍ.
  • (ແຫຼ່ງຄັດຈາກ VOV)

Top