• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ
ສາລະຄະດີຮູບພາບ

ການປະຕິວັດ ເດືອນສິງຫາ ປີ 1945: ໄຊຊະນະ ຂອງ ລັດທິຮັກຊາດ ແລະ ຄວາມມຸ່ງຫວັງ ເອກະລາດ ຂອງ ປະຊາຊາດ

ການປະຕິວັດ ເດືອນສິງຫາ ປີ 1945 ແມ່ນ ໄຊຊະນະ ອັນຍິ່ງໃຫຍ່ ຂອງ ປະຊາຊາດ ຫວຽດນາມ, ພາຍໃຕ້ ການນຳພາ ຂອງ ພັກຄອມມູນິດ ແລະ ຜູ້ນຳ ຫງວຽນອ້າຍກວັກ - ໂຮ່ຈີມິນ. ດ້ວຍ ຈິດໃຈ ຄວາມສາມັກຄີ, ຜ່ານຜ່າ ທຸກໆ ຄວາມຫຍຸ້ງຍາກ, ການເສຍສະຫຼະ, ປະຊາຊົນ ຫວຽດນາມ ໄດ້ ໂຄ່ນລົ້ມ ແອກປົກຄອງ ຂອງ ຍີ່ປຸ່ນ - ຝຣັ່ງ, ທັບມ້າງ ໂສ້ທີ່ເປັນຂ້າທາດ, ຢຸດຕິ ລະບອບສັກດິນາ, ນຳ ປະຊາຊົນ ກາຍເປັນ ເຈົ້າຂອງ ປະເທດຊາດ.
ມວນຊົນ ປະຕິວັດ ແລະ ກອງທະຫານ ປ້ອງກັນຕົວ ຢຶດ ຫໍເຄີມຊາຍ (ຫໍພາກເໜືອ), ວັນທີ 19 ສິງຫາ 1945. ການປະຕິວັດ ເດືອນສິງຫາ ປະສົບຜົນສໍາເລັດ ຢູ່ ຮ່າໂນ້ຍ. ພາບ: ເອກະສານ VNA
ຂະບວນການ ຕໍ່ສູ້ ປະຕິວັດ ໃນ ໄລຍະ 1930 - 1931, ຈຸດສູງສຸດ ແມ່ນ ໂຊວຽດ ເຫງະ-ຕິ້ງ ໄດ້ ລະເບີດຂຶ້ນ ແມ່ນ ບັ້ນຊ້ອມຮົບ ໃຫຍ່ ຄັ້ງທຳອິດ ຂອງ ການປະຕິວັດ ຫວຽດນາມ ໂດຍ ພັກ ຂອງ ຊົນຊັ້ນກຳມະກອນ ນຳພາ, ກາຍເປັນ ຂີດໝາຍ ອັນຮຸ່ງເຮືອງ ໃນ ປະຫວັດສາດ ການປະຕິວັດ ຫວຽດນາມ. ພາບ: VNA
ຂະບວນການ ຕໍ່ສູ້ ປະຕິວັດ ໃນ ໄລຍະ 1930 - 1931, ຈຸດສູງສຸດ ແມ່ນ ໂຊວຽດ ເຫງະ-ຕິ້ງ ໄດ້ ລະເບີດຂຶ້ນ ແມ່ນ ບັ້ນຊ້ອມຮົບ ໃຫຍ່ ຄັ້ງທຳອິດ ຂອງ ການປະຕິວັດ ຫວຽດນາມ ໂດຍ ພັກ ຂອງ ຊົນຊັ້ນກຳມະກອນ ນຳພາ, ກາຍເປັນ ຂີດໝາຍ ອັນຮຸ່ງເຮືອງ ໃນ ປະຫວັດສາດ ການປະຕິວັດ ຫວຽດນາມ. ພາບ: VNA
ຕັ້ງແຕ່ ວັນທີ 6 ມັງກອນ - ວັນທີ 7 ກຸມພາ 1930, ກອງປະຊຸມ ໂຮມເຂົ້າກັນ ຂອງ ບັນດາ ອົງການ ຄອມມູນິດ, ສ້າງຕັ້ງ ພັກຄອມມູນິດ ຫວຽດນາມ ໄດ້ ໄຂຂຶ້ນ ຢູ່ ຮົງກົງ (ຈີນ) ພາຍໃຕ້ ການເປັນປະທານ ຂອງ ສະຫາຍ ຫງວຽນອ໋າຍກວັກ ຕາງໜ້າ ໃຫ້ແກ່ ສາກົນ ຄອມມູນິດ. ພາບ: VNA
ວັນທີ 23 ພະຈິກ 1940, ການລຸກຮືຂຶ້ນ ນາມກີ ໄດ້ ລະເບີດຂຶ້ນ ຢູ່ ຫຼາຍແຂວງ ພາກໃຕ້. ພ້ອມກັບ ການລຸກຮືຂຶ້ນ ບັກເຊີນ, ການລຸກຮືຂຶ້ນ ນາມກີ ແມ່ນ “ບັນດາ ສຽງປືນ ແຈ້ງສັນຍານ ໃຫ້ແກ່ ການລຸກຮືຂຶ້ນ ທົ່ວປະເທດ”, ແມ່ນ ບັ້ນຊ້ອມຮົບໃຫຍ່ ຄັ້ງທີສອງ ໃຫ້ແກ່ ໄຊຊະນະ ຂອງ ການປະຕິວັດ ເດືອນສິງຫາ ປີ 1945. ພາບ: ເອກະສານ
ວັນທີ 28 ມັງກອນ 1941, ຜູ້ນຳ ຫງວຽນອ໋າຍກວັກ ແລະ ບັນດາ ສະຫາຍ ເລກວາງບາ, ຝຸ່ງຈີກຽນ, ເຖ໋ອານ, ດັ້ງວັນກາບ, ຮວ່າງວັນລົກ ຂ້າມຫຼັກໝາຍ 108 ຊາຍແດນ ຫວຽດນາມ - ຈີນ ກັບຄືນມາ ປັກບໍ໋ (ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວ້າງ, ແຂວງ ກາວບັ່ງ), ແຫ່ງໜຶ່ງ “ລັບ” ມີ “ຮົ້ວປ້ອງກັນ ຂອງ ມວນຊົນ ແລະ ມີ ເສັ້ນທາງ ຖອຍກຳລັງ". ພາບ: VNA
ຕູບ ຂ້ວຍນຳ ຢູ່ ປັກບໍ໋, ຕາແສງ ເຈື່ອງຮ່າ, ເມືອງ ຮ່າກວ້າງ, ແຂວງ ກາວບັ່ງ, ສະຖານທີ່ ດຳເນີນ ກອງປະຊຸມ ສູນກາງພັກ ຄອມມູນິດ ອິນດູຈີນ ຄັ້ງທີ VIII (ເດືອນ ພຶດສະພາ 1941) ຕົກລົງ ວາງ ໜ້າທີ່ ປົດປ່ອຍ ປະຊາຊາດ ໄວ້ ຢູ່ ແຖວໜ້າ ແລະ ສ້າງຕັ້ງ ແນວໂຮມ ຫວຽດມິນ. ພາບ: VNA
ກອງຫຼອນກອງທຳອິດ ຢູ່ ຫວຽດນາມ ໂດຍ ພັກ ນຳພາ ໄດ້ ກຳເນີດເກີດຂຶ້ນ ຢູ່ ບັກເຊີນ (ແຂວງ ກາວລ້າງ) ປີ 1940. ພາບ: VNA
ວັນທີ 22 ທັນວາ 1944, ກອງທະຫານ ໂຄສະນາ ປົດປ່ອຍ ຫວຽດນາມ-ຕົ້ນກຳເນີດ ຂອງ ກອງທັບ ປະຊາຊົນ ຫວຽດນາມ ໃນປັດຈຸບັນ, ໄດ້ຮັບການສ້າງຕັ້ງຂຶ້ນ ຢູ່ ແຂວງ ກາວບັ່ງ ໂດຍ ສະຫາຍ ຫວໍຫງວຽນຢາບ ເປັນຜູ້ບັນຊາການ, ສ້າງສະພາບການໃໝ່ ຢູ່ ແນວໜ້າ ການຕໍ່ສູ້ ດ້ວຍອາວຸດ ປະຕິວັດ. ພາບ: VNA
ແນວໂຮມ ຫວຽດມິນ ຈັດຕັ້ງ ການໂຮມຊຸມນຸມ ດ້ວຍການເຂົ້າຮ່ວມ ຂອງປະຊາຊົນ ຫຼາຍໝື່ນຄົນ ຢູ່ ສະໜາມຫຼວງ ໂຮງລຄອນໃຫຍ່ ຮ່າໂນ້ຍ. ພາບ: ເອກະສານ VNA
  • ໂດຍ: VNP/VNA

Top