ໃຫ້ບຸລິມະສິດ ສ້າງໂຄງປະກອບ ພື້ນຖານໂຄງລ່າງແຫ່ງຊາດ
ເພື່ອບັນລຸເປົ້າໝາຍທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກ ໄດ້ວາງອອກວ່າ ຮອດປີ 2030, ທາງດ່ວນກວ່າ 5000 ກມ ຈະສາມາດ ໄດ້ນຳໃຊ້, ກອງປະຊຸມສູນກາງ ເທື່ອທີ 6 ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້ ໄດ້ສະຫຼຸບ ດ້ວຍການຮຽກຮ້ອງ ແຜນແມ່ບົດແຫ່ງຊາດ ຕ້ອງສຸມໃສ່ໃຫ້ບຸລິມະສິດ ສ້າງໂຄງຮ່າງ ພື້ນຖານ ໂຄງລ່າງແຫ່ງຊາດ.
ຕາມແຜນແມ່ບົດ, ໜຶ່ງໃນບັນດາບຸລິມະສິດ ທີ່ຈະໄດ້ຮັບການລົງທຶນ ແມ່ນທາງດ່ວນ ທີ່ມີຄວາມສາມາດ ໃນການ ຈະລາຈອນ ຂະໜາດໃຫຍ່ ເພື່ອສ້າງເປັນ ຕາໜ່າງທາງດ່ວນ ເຊື່ອມຕໍ່ລະຫວ່າງເຂດ ແລະ ເປັນກະດູກສັນຫຼັງ ຂອງລະບົບທາງຫຼວງແຫ່ງຊາດ. ໃນນັ້ນ, ໜຶ່ງໃນບັນດາເປົ້າໝາຍຕົ້ນຕໍແມ່ນ ຮອດປີ 2030 ຕ້ອງສຸມໃສ່ສ້າງທາງດ່ວນ ໃຫ້ສຳເລັດ 3.841 ກມ. ຮອດປີ 2050, ຕາໜ່າງທາງດ່ວນຈະກໍ່ສ້າງໃຫ້ສຳເລັດໂດຍພື້ນຖານ 41 ເສັ້ນທາງ ດ້ວຍຄວາມຍາວປະມານ 9.014 ກມ, ໃນນັ້ນມີ 2 ເສັ້ນທາງລຽບຕາມເສັ້ນທາງເໜືອ-ໃຕ້ (ເສັ້ນ ທາງດ່ວນເໜືອ-ໃຕ້ ທິດຕາເວັນອອກ: ຈາກ ລ້າງເຊີນ-ກ່າເມົາ; ເສັ້ນ ທາງດ່ວນເໜືອ-ໃຕ້ ທິດຕາເວັນຕົກ); 14 ເສັ້ນທາງເຂດພາກເໜືອ; 10 ເສັ້ນທາງເຂດພາກກາງ-ເຂດພູສູງພາກກາງ, ລວມມີ 10 ເສັ້ນ ທາງ; 10 ເສັ້ນທາງພາກໃຕ້, ລວມມີ 10 ເສັ້ນທາງ ດ້ວຍຄວາມຍາວ ປະມານ 1.290 ກມ, ຂະໜາດ 4 – 10 ຊ່ອງຈະລາຈອນ; 3 ເສັ້ນ ທາງວົງແຫວນ ຂອງ ນະຄອນຫຼວງ ຮ່າໂນ້ຍ; 2 ເສັ້ນທາງວົງແຫວນ ຂອງ ນະຄອນໂຮ່ຈີມິນ.
ດ້ວຍເປົ້າໝາຍນັ້ນ, ທ່ານ ນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມ ສະພາບຕົວຈິງ ເພື່ອຊຸກຍູ້, ແກ້ໄຂຂໍ້ຫຍຸ້ງຍາກ, ອັດຕັນ ໃຫ້ແກ່ວຽກງານກໍ່ສ້າງເສັ້ນທາງດ່ວນ ເໜືອ-ໃຕ້.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຄີຍກ່າວວ່າ ເພິ່ນມີຄວາມກັງ ວົນ ຢ່າງຍິ່ງ ຍ້ອນໃນໄລຍະ 20 ປີຜ່ານມາ, ພວກເຮົາໄດ້ກໍ່ສ້າງ ທາງດ່ວນ ພຽງ 1000 ກວ່າ ກມ, ໃນອາຍຸການນີ້ ຕ້ອງສຳເລັດ ທາງດ່ວນເກືອບ 2000 ກມ. ຖ້າຫາກບໍ່ຕັ້ງໃຈ, ບໍ່ປ່ຽນໃໝ່ ແນວຄວາມຄິດ, ແນວທາງວິທີການເຮັດ, ການຈັດຕັ້ງປະຕິບັດ, ຊຸກຍູ້, ຕິດຕາມກວດກາ ຈະບໍ່ສາມາດ ເຮັດໃຫ້ວຽກງານສຳເລັດໄດ້.
ບັນດາບາດກ້າວບຸກທະລຸ ໃນການພັດທະນາພື້ນຖານໂຄງລ່າງ ລວມມີບຸລິມະສິດ ພັດທະນາຕາໜ່າງໂຄງຮ່າງ ພື້ນຖານໂຄງລ່າງການຄົມມະນາຄົມ, ໃນນັ້ນມີການຄົມມະນາຄົມ ຢູ່ຕົວເມືອງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ພະລັງງານ, ໂທລະຄົມມະນາຄົມ... ຕິດພັນ ກັບການກໍ່ສ້າງແລວເສດຖະກິດ ແລະ ໂຄງຮ່າງ ພື້ນຖານໂຄງລ່າງ ທີ່ຄົບຊຸດ, ທັນສະໄໝທີ່ເຂດແກນຫຼັກ ແລະ ເສົາຄ້ຳຂະຫຍາຍຕົວ ຂອງເຂດເສດຖະກິດ ທີ່ສຳຄັນ.
ກະຊວງຄົມມະນາຄົມຂົນສົ່ງ ເຫັນວ່າ ຄວາມຕ້ອງການແຫຼ່ງເງິນລົງ ທຶນ ເພື່ອປະຕິບັດໂຄງການທາງດ່ວນຮອດປີ 2030 ແມ່ນປະມານ 813 ພັນຕື້ດົ່ງ, ໂດຍສະເພາະໄລຍະ 2021-2025 ຕ້ອງການງົບປະ ມານ 393 ພັນຕື້ດົ່ງ, ໃນນັ້ນທຶນ ນອກງົບປະມານ 153,5 ພັນຕື້ດົ່ງ.
ທ່ານ ຟ້າມວັນເກື່ອງ-ກຳມະການ ຄະນະກຳມະການ ການເງິນ ແລະ ງົບປະມານ ສະພາແຫ່ງຊາດ ກ່າວວ່າ ເພື່ອລົງທຶນ ໃສ່ລະບົບ ທາງດ່ວນ ຕ້ອງຫັນເປັນຫຼາກຫຼາຍ ຮູບແບບການລົງທຶນ. ໃນນັ້ນ ລັດຕ້ອງມີບົດບາດເປັນເຈົ້າພາທາງ, ນຳພາ ການຮຽກຮ້ອງທຶນນອກງົບປະມານ.
ທຸກປະເທດທີ່ຢາກພັດທະນາຢ່າງວ່ອງໄວ ແລະ ຍືນຍົງ ຕ້ອງເລືອກເອົາເສັ້ນທາງທີ່ຖືກຕ້ອງ. ແຜນແມ່ບົດແຫ່ງຊາດທີ່ມີວິໄສທັດ ແລະ ເປັນໄປໄດ້ຈະປະກອບສ່ວນ ກຳນົດວິທີ ທີ່ດີທີ່ສຸດ, ມີປະສິດທິຜົນ ທີ່ສຸດ ແລະ ໄວທີ່ສຸດເພື່ອບັນລຸເປົ້າໝາຍພັດທະນາປະເທດຊາດ.
ບົດ: VNP ສັງລວມ - ພາບ: VNA - ແປໂດຍ: ບິກລຽນ