ເຫດການ ແລະ ບັນຫາ

ໃຫ້ບຸລິມະສິດ ສ້າງໂຄງປະກອບ ພື້ນຖານໂຄງລ່າງແຫ່ງຊາດ

ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ​ ພັກ​ ໄດ້​ວາງ​ອອກ​ວ່າ ຮອດ​ປີ<

ເພື່ອ​ບັນລຸ​ເປົ້າ​ໝາຍ​ທີ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ​ ພັກ​ ໄດ້​ວາງ​ອອກ​ວ່າ ຮອດ​ປີ 2030, ທາງ​ດ່ວນ​ກວ່າ 5000 ກມ ​ຈະ​ສາມາດ ​ໄດ້ນຳໃຊ້, ກອງ​ປະຊຸມສູນກາງ ເທື່ອ​​ທີ 6 ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້ ໄດ້ສະຫຼຸບ ດ້ວຍການ​ຮຽກຮ້ອງ​ ​ແຜນ​ແມ່​ບົດ​ແຫ່ງ​ຊາດ ຕ້ອງສຸມໃສ່ໃຫ້​ບຸລິມະສິດ ສ້າງໂຄງຮ່າງ ພື້ນຖານ ໂຄງລ່າງແຫ່ງຊາດ.

ເມື່ອໂຄງການທາງດ່ວນ ເວິນໂດ່ນ-ມ໋ອງກ໋າຍ ໄດ້ນຳໃຊ້ ຈະສ້າງ ກຳລັງແຮງຊຸກຍູ້ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ລະຫວ່າງພາກພື້ນ ແລະ ອາຊຽນ. ພາບ: VNA

ຕາມ​ແຜນ​ແມ່​ບົດ​, ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ ທີ່​ຈະ​ໄດ້​ຮັບ​ການ​ລົງ​ທຶນ ​ແມ່ນ​ທາງ​ດ່ວນ ​ທີ່​ມີ​ຄວາມ​ສາ​ມາດ ໃນການ ​ຈະ​ລາ​ຈອນ​ ຂະ​ໜາດ​ໃຫຍ່ ​ເພື່ອ​ສ້າງ​ເປັນ​ ຕາ​ໜ່າງ​ທາງ​ດ່ວນ​ ເຊື່ອມຕໍ່ລະ​ຫວ່າງເຂດ ແລະ ເປັນ​ກະ​ດູກ​ສັນ​ຫຼັງ​ ຂອງ​ລະ​ບົບ​ທາງ​ຫຼວງ​ແຫ່ງ​ຊາດ. ​ໃນ​ນັ້ນ, ໜຶ່ງ​ໃນ​ບັນດາເປົ້າ​ໝາຍ​ຕົ້ນຕໍ​ແມ່ນ ຮອດປີ 2030 ຕ້ອງ​ສຸມ​ໃສ່​ສ້າງ​ທາງ​ດ່ວນ​ ໃຫ້​ສຳ​ເລັດ 3.841 ກມ. ຮອດ​ປີ 2050, ຕາໜ່າງທາງ​ດ່ວນ​ຈະ​ກໍ່ສ້າງ​ໃຫ້​ສຳ​ເລັດ​ໂດຍ​ພື້ນຖານ 41 ​ເສັ້ນທາງ ດ້ວຍຄວາມຍາວ​ປະມານ 9.014 ກມ, ​ໃນ​ນັ້ນ​ມີ 2 ​ເສັ້ນທາງ​ລຽບ​ຕາມ​ເສັ້ນ​ທາງ​ເໜືອ-​ໃຕ້ (ເສັ້ນ ທາງດ່ວນເໜືອ-ໃຕ້ ທິດຕາເວັນອອກ: ຈາກ ລ້າງເຊີນ-ກ່າເມົາ; ເສັ້ນ ທາງດ່ວນເໜືອ-ໃຕ້ ທິດຕາເວັນຕົກ); 14 ເສັ້ນທາງເຂດພາກເໜືອ; 10 ເສັ້ນທາງເຂດພາກກາງ-ເຂດພູສູງພາກກາງ, ລວມມີ 10 ເສັ້ນ ທາງ; 10 ເສັ້ນທາງພາກໃຕ້, ລວມມີ 10 ເສັ້ນທາງ ດ້ວຍຄວາມຍາວ ປະມານ 1.290 ກມ, ຂະໜາດ 4 10 ຊ່ອງຈະລາຈອນ; 3 ເສັ້ນ ທາງວົງແຫວນ ຂອງ ນະຄອນຫຼວງ ຮ່າໂນ້ຍ; 2 ເສັ້ນທາງວົງແຫວນ ຂອງ ນະຄອນໂຮ່ຈີມິນ.


ດ້ວຍເປົ້າໝາຍນັ້ນ, ທ່ານ ນາຍົກລັດຖະມົນຕີ ແລະ ບັນດາທ່ານ ຮອງນາຍົກລັດຖະມົນຕີ ໄດ້ລົງຢ້ຽມຢາມ ສະພາບຕົວຈິງ ເພື່ອຊຸກຍູ້, ແກ້ໄຂຂໍ້ຫຍຸ້ງຍາກ, ອັດຕັນ ໃຫ້ແກ່ວຽກງານກໍ່ສ້າງເສັ້ນທາງດ່ວນ ເໜືອ-ໃຕ້.

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິ໋ງ ​ເຄີຍ​ກ່າວ​ວ່າ ເພິ່ນມີຄວາມກັງ ວົນ ຢ່າງຍິ່ງ ຍ້ອນໃນ​ໄລຍະ 20 ປີຜ່ານມາ, ພວກ​ເຮົາ​ໄດ້ກໍ່ສ້າງ ທາງດ່ວນ ພຽງ 1000 ກວ່າ ກມ, ໃນອາຍຸການນີ້ ຕ້ອງສຳເລັດ ທາງດ່ວນເກືອບ 2000 ກມ. ຖ້າຫາກບໍ່​ຕັ້ງ​ໃຈ, ບໍ່ປ່ຽນໃໝ່ ແນວຄວາມຄິດ, ແນວທາງວິທີການເຮັດ, ການຈັດຕັ້ງປະຕິບັດ, ຊຸກຍູ້, ຕິດຕາມກວດກາ ຈະບໍ່​ສາ​ມາດ​ ເຮັດ​ໃຫ້​ວຽກ​ງານ​ສຳ​ເລັດ​ໄດ້.

ຕອນເຊົ້າວັນທີ 3 ກັນຍາ 2022, ຢູ່ແຂວງ ຝູ໋໋ເຖາະ, ທ່ານນາຍົກ ລັດ ຖະມົນຕີ ຟ້າມມິງຈິ໋ງ ແລະ ຄະນະປະຕິບັດງານໄດ້ລົງກວດກາ ໂຄງການກໍ່ສ້າງເສັ້ນທາງດ່ວນ ຕວຽນກວາງ - ຝູ໋ເຖາະ ເຊື່ອມຕໍ່ ກັບທາງດ່ວນ ຮ່າໂນ້ຍ - ລາວກາຍ (ໄລຍະ 1). ພາບ: ເຢືອງຢາງ/VNA

ບັນດາ​ບາດກ້າວ​ບຸກທະລຸ​ ໃນ​ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ລວມມີ​ບຸລິມະສິດ ​ພັດທະນາ​ຕາໜ່າງ​ໂຄງຮ່າງ ພື້ນຖານໂຄງ​ລ່າງ​ການຄົມມະນາຄົມ, ໃນ​ນັ້ນ​ມີ​ການ​ຄົມມະນາຄົມ ຢູ່ຕົວເມືອງ ຮ່າໂນ້ຍ ແລະ ນະຄອນ ໂຮ່ຈີມິນ, ພະລັງງານ, ໂທລະຄົມມະນາຄົມ... ຕິດພັນ ກັບການກໍ່ສ້າງແລວເສດຖະກິດ ແລະ ໂຄງຮ່າງ ພື້ນຖານໂຄງລ່າງ ທີ່ຄົບຊຸດ, ທັນສະໄໝທີ່ເຂດແກນຫຼັກ ແລະ ເສົາຄ້ຳຂະຫຍາຍຕົວ ຂອງເຂດເສດຖະກິດ ທີ່ສຳຄັນ.

ກະຊວງ​ຄົມມະນາຄົມ​ຂົນ​ສົ່ງ​ ເຫັນວ່າ ຄວາມ​ຕ້ອງການແຫຼ່ງ​ເງິນ​ລົງ ທຶນ​ ເພື່ອ​ປະຕິບັດ​ໂຄງການ​ທາງ​ດ່ວນ​ຮອດ​ປີ 2030 ​ແມ່ນ​ປະມານ 813 ພັນຕື້​ດົ່ງ, ​ໂດຍ​ສະ​ເພາະ​ໄລຍະ 2021-2025 ຕ້ອງ​ການງົບປະ ມານ 393 ພັນ​ຕື້​ດົ່ງ, ​ໃນ​ນັ້ນທຶນ ນອກງົບປະມານ​ 153,5 ພັນຕື້​ດົ່ງ.


ທ່ານ ຟ້າມວັນເກື່ອງ-ກຳມະການ ຄະນະກຳມະການ ການເງິນ ແລະ ງົບປະມານ ສະພາແຫ່ງຊາດ ກ່າວວ່າ ເພື່ອລົງທຶນ ໃສ່ລະບົບ ທາງດ່ວນ ຕ້ອງຫັນເປັນຫຼາກຫຼາຍ ຮູບແບບການລົງທຶນ. ໃນນັ້ນ ລັດຕ້ອງມີບົດບາດເປັນເຈົ້າພາທາງ, ນຳພາ ການຮຽກຮ້ອງ​ທຶນ​ນອກ​ງົບປະມານ.

ທຸກ​ປະ​ເທດ​ທີ່​ຢາກ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ຍືນ​ຍົງ ຕ້ອງ​ເລືອກ​ເອົາ​ເສັ້ນທາງ​ທີ່​ຖືກຕ້ອງ. ແຜນ​ແມ່​ບົດ​ແຫ່ງ​ຊາດ​ທີ່​ມີ​ວິ​ໄສ​ທັດ ​ແລະ ​ເປັນ​ໄປ​ໄດ້​ຈະ​ປະກອບສ່ວນ ​ກຳນົດ​ວິທີ ​ທີ່​ດີ​ທີ່​ສຸດ, ມີ​ປະສິດທິ​ຜົນ ທີ່ສຸດ ​ແລະ ​ໄວ​ທີ່​ສຸດ​ເພື່ອ​ບັນລຸ​ເປົ້າ​ໝາຍ​ພັດທະນາ​ປະ​ເທດ​ຊາດ.

ສະຖານທີ່ກໍ່ສ້າງ ອຸມົງ ທາງດ່ວນ ເໜືອ-ໃຕ້ ຢູ່ທາງທິດເໜືອ ອຸມົງ ນຸ໋ຍວຸງ (ເມືອງ ຖ້ວນນາມ, ແຂວງ ນິງຖ້ວນ). ພາບ: ຮຸຍຮຸ່ງ/VNA

 ບົດ: VNP ສັງລວມ - ພາບ: VNA - ແປໂດຍ: ບິກລຽນ


top