ເທິງບັນດາເກາະ ມັງກອນ

ເທິງບັນດາເກາະ ມັງກອນ

ດ້ວຍຄວາມຝັນ ຢາກເອົາຊະນະ ທະເລຫຼວງ, ແຕ່ສະໄໝບູຮານ, ຊາວ ຫວຽດນາມ ໄດ້ສ້າງເທບນິຍາຍ ກ່ຽວກັບ ມັງກອນ ຕິດພັນ ກັບ ພື້ນທີ່ຫຼາຍແຫ່ງ ຢູ່ອ່າວ ຕົງແກງ. ເຊັ່ນ: ນະຄອນ ຫາຍຟ່ອງ ມີເມືອງເກາະ ແບັກລອງວີ້ ມີຄວາມໝາຍວ່າ “ຫາງ ມັງກອນຂາວ”; ແຂວງ ກວາງນິງ ມີເມືອງເກາະ ເວິນໂດ່ນ ຕິດພັນ ກັບຊື່ສະຖານທີ່ ອ່າວ ບ໋າຍຕືລອງ ມີຄວາມໝາຍວ່າ “ລູກມັງກອນ”, ມີທ່າ ກຳປັ່ນ ກ໋າຍຣົ່ງ ມີຄວາມໝາຍວ່າ “ມັງກອນແມ່” ແລະ ເມືອງເກາະ ໂກໂຕ ມີຫາດຫີນ ມ໋ອງຣົ່ງ (ເລັບ ມັງກອນ). ປັດຈຸບັນ, 3 ເມືອງ ເກາະແຫ່ງນີ້ ແມ່ນຈຸດພົ້ນເດັ່ນ ໃນການພັດທະນາ ເສດຖະກິດ ທາງທະເລ ຢູ່ ພາກເໜືອ.

ນັກ​ທ່ອງ​ທ່ຽວ​ ສຳ​ຫຼວດ​ຫາດ​ຫີນ ມ໋ອງຣົ່ງ ເທິງ​ເກາະ ໂກ ໂຕ. ພາບ: ກົງດາດ/VNP

ຊື່ເກົ່າຂອງ ໂກໂຕ ແມ່ນ ຈ່າງເຊີນ (ພູຈ່າງ). ແຕ່ສະໄໝບູຮານນີ້ ແມ່ນບ່ອນພັກອາໄສ ຂອງເຮືອແພ ແລະ ຊາວປະມົງ ເຂດທະເລ ທາງທິດຕາເວັນອອກສ່ຽງເໜືອ. ປີ 1832, ເຈົ້າ​ແຂວງ ​ຫາຍ​ອານ ຄື ຫງວຽນ​ກົງ​ຈື໋, ​ໄດ້​ສະ​ເໜີ​ໃຫ້ລາຊະວົງ​ ສ້າງ​ຕັ້ງ​ບັນດາ​ໝູ່​ບ້ານ, ຕາ​ແສງ ​ແລະ ​ແຕ່ງ​ຕັ້ງ​ປະຊາຊົນ​ ຄຸ້ມ​ຄອງ ​ແລະ ປ້ອງ​ກັນ​ສັດຕູ ​ຈາກ​ທະ​ເລ. ພາຍຫຼັງ​ສັນ​ຕິ​ພາບ​ ຢູ່ພາກ​ເໜືອ ​ໄດ້​ຮັບ​ການ​ຟື້ນ​ຟູ​ຄືນ​ໃໝ່ (ປີ 1954), ພັກ, ລັດ ໄດ້​ສ້າງ​ຕັ້ງ​ໜ່ວຍ​ບໍ​ລິ​ຫານ​ ຂັ້ນ​ເມືອງ​ ຢູ່​ເກາະ ໂກໂຕ.

ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງແຂວງ ກວາງນິງ, ເມືອງ ເກາະ ໂກໂຕ ມີເນື້ອທີ່ທຳມະຊາດ ກວ່າ 47 ກມ2, ມີປະຊາກອນ ປະ ມານ 6.700 ຄົນ, ມີເກາະໃຫຍ່, ນ້ອຍກວ່າ 30 ເກາະ; ​ໃນ​ນັ້ນ 3 ​ເກາະ​ໃຫຍ່​ກວ່າ​ໝູ່​ ຄື ​ເກາະ ໂກໂຕ, ​ເກາະ ແທງເລິນ ​ແລະ ເກາະ ເຈິ່ນ (ຍັງ​ເອີ້ນວ່າ ເກາະ ຈັ່ນ ຫຼື ຈ່່າງໄຕ). ເກາະ ໂກໂຕ​ ມີທາງ​ທິດ​ຕາ​ເວັນ​ອອກ ​ຕິດ​ກັບ​ເຂດທະເລ​ສາ​ກົນ​ ມີ​ຄວາມ​ຍາວ​ເກືອບ 200 ກມ ​ຈາກ​ຝັ່ງ​ທະ​ເລ ​ຂອງ ​ເກາະ ເຈິ່ນ ເຖິງ​ເມືອງເກາະ ແບັກລອງວີ້. ນີ້​ແມ່ນ​ໜຶ່ງ​ ໃນ​ບັນດາ​ປ້ອມດ່ານໜ້າ, ມີທີ່​ຕັ້ງ​ສຳຄັນ​ທີ່​ສຸດ ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ ແລະ ການຕ່າງປະ​ເທດ... ຢູ່ເຂດທະ​ເລ​ຕາ​ເວັນ​ອອກສ່ຽງ​ເໜືອ​ ຂອງ​ປະ​ເທດ​ຊາດ.

ກໍາປັ່ນ ຢູ່ເກາະ ໂກໂຕ. ພາບ: ເຈື່ອງຢາງ

ເຫດການດຶງຕາຂ່າຍໄຟຟ້າແຫ່ງຊາດ ເຂົ້າໃຊ້ຢູ່ເກາະ ໂກໂຕ ຢ່າງເປັນທາງການ​ ໃນປີ 2023 ພ້ອມກັບ ການ​ລົງທຶນ ກໍ່ສ້າງ ບັນດາກິດຈະກຳ ຄົມມະນາຄົມ ​ທາງ​ນ້ຳ ຢ່າງຄົບຊຸດ ໄດ້ເຮັດໃຫ້ ​ໄລຍະ​ເວລາ​ ການ​ເດີນທາງ ​ຈາກ​ແຜ່ນດິນ​ໃຫຍ່​ ໄປ​ຍັງ​ເກາະ​ ໄດ້​ສັ້ນ​ລົງ. ຄຽງ​ຄູ່​ກັນ​ນັ້ນ, ການ​ພັດທະນາ ​ພື້ນຖານ​ໂຄງ​ລ່າງ​ທາງ​ນ້ຳ ​ພ້ອມ​ກັບ​ຕາຂ່າຍໄຟຟ້າ​ແຫ່ງ​ຊາດ​ ໄດ້ເຮັດໃຫ້ ສູນ​ບໍລິການ ​ຂົນ​ສົ່ງ​ການ​ປະມົງ ໂກໂຕ ​ກາຍ​ເປັນ​ບ່ອນອີງທີ່​ໜັກ​ແໜ້ນ ​ຊ່ວຍ​ໃຫ້​ຊາວ​ປະມົງ​ເມືອງ ໂກໂຕ ​ສາມາດຕິດພັນກັບທະເລ ເປັນເວລາຫຼາຍວັນ.

ຈາກ​ເກາະ​ ທີ່​ຫ່າງ​ໄກ​ຈາກ​ ແຜ່ນ​ດິນ​ໃຫຍ່, ປັດຈຸ​ບັນ, ໂກໂຕ ມີກຳ​ປັ່ນ​ດ່ວນທຸກ​ປະ​ເພດ ​ດ້ວຍ​ຄວາມ​ໄວ​ສູງ 30 ລໍາ ​​ເຊື່ອມ​ຕໍ່​ ບັນດາທ່າ​ກຳ​ປັ່ນ​ ອາວ​ຕຽນ, ກ໋າຍ​ຣົ່ງ (​ເມືອງ ເວິນ​ໂດ່ນ), ຕ່ວນ​ເຈົາ (ນະຄອນ ຮ້າ​ລອງ), ຫວຸ໊ງ​ດູກ (ນະຄອນ ເກີ໊ມຝາ). ໃນເດືອນ ກໍລະກົດ 2023, ເສັ້ນທາງ ບິນການຄ້າ ດ້ວຍເຮືອບິນນໍ້າ ເຊື່ອມຕໍ່ຈາກເກາະ ຕ່ວນເຈົາ (ນະຄອນ ຮ້າລອງ) ເຖິງ ໂກໂຕ ໄດ້ເປີດນຳໃຊ້ ຢ່າງເປັນທາງການ, ສາມາດຂົນ ສົ່ງນັກທ່ອງທ່ຽວ ໃຊ້ເວລາບິນ ບໍ່ຮອດ 20 ນາທີ, ກາຍເປັນສ່ວນໜຶ່ງຂອງ “​ເຂດ​ແຮງກະຕຸ້ນ” ​​​ຕາມ​ທິດ​ນໍາ ​ຈັດ​ຕັ້ງ​ ພື້ນທີ່​ພັດທະນາ​ ຂອງ​ ແຂວງ ກວາງ​ນິງ.

ໂກໂຕ ມີຫາດຊາຍ ທີ່ສວຍງາມຫຼາຍແຫ່ງຄື: ມ໋ອງຣົ່ງ, ຮົ່ງວ່ານ, ວ່ານ ໄຈ໊, ບັກວ່ານ, ຕິ່ງອຽວ, ວ່ອມຊີ, ຫວຸ້ງອົງວຽນ... ທີ່ຕັ້ງ ກະແຈກກະ ຈາຍ ໄປທົ່ວເກາະ. ຫາດຊາຍບາງແຫ່ງ ຍາວເປັນກິໂລແມັດ ກັບດິນ ຊາຍ ທີ່ຂາວນຸ້ມ, ຮາບພຽງ, ໃນຂະນະດຽວກັນ ມີບາງຫາດຊາຍ ແມ່ນ ຕັ້ງຢູ່ລະຫວ່າງ ໜ້າຜາ, ລ້ອມຮອບດ້ວຍແຖວຕົ້ນສົນ ທີ່ຂຽວກະຈີ. ບໍ່ພຽງແຕ່ເທົ່ານັ້ນ, ເຂດທະເລ ໂກໂຕ ຍັງຖືວ່າ ແມ່ນເຂດ ຊີວະນາໆ ພັນແຖວໜ້າ ຂອງ ຫວຽດນາມ ດ້ວຍການ ປະກົດຕົວ ຂອງ ບັນດາລະບົບນິເວດ ທີ່ເປັນຕົວແບບ ຂອງເຂດທະເລ ເຂດຮ້ອນ, ໃນນັ້ນ ມີລະບົບນິເວດ ປະກາລັງ ລວມສູນ. ນີ້ກໍ່ແມ່ນ ເຂດທີ່ອຸດົມສົມບູນ ກ່ຽວກັບ ໂຄງປະກອບ ສິນທະເລ ຫຼາຍຊະນິດ ທີ່ຫາຍາກ ແລະ ມີຄຸນຄ່າສູງ.

ໃນ​ຊຸມ​ປີ​ມໍ່ໆ ​ມາ​ນີ້, ການທ່ອງທ່ຽວ ​ແລະ ການ​ບໍລິການ ​ຂອງ ໂກໂຕ ​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ, ກາຍ​ເປັນ​ຂະ​ແໜງ​ເສດຖະກິດ​ປາຍແຫຼມ, ກວມ​ເກືອບ 70% ​ໂຄງ​ປະກອບ​ເສດຖະກິດ ​ຂອງ​ເມືອງ​ ເກາະ, ​ໄດ້​ຕ້ອນຮັບ​ນັກ​ທ່ອງ​ທ່ຽວ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ກວ່າ 300.000 ຄົນ​ ໃນ​ແຕ່ລະ​ປີ.

 
ທັດສະນີຍະພາບ ຂອງເກາະ ແບັກລອງວີ້ ເບິ່ງຈາກມຸມສູງ ດ້ວຍ 2 ອູ່ກຳປັ່ນ ບັກ (ເໜືອ) ແລະ ນາມ (ໃຕ້) ກໍາລັງໄດ້ຮັບ ການກໍ່ສ້າງ ໃຫ້ສໍາເລັດໂດຍໄວ. ພາບ: ຮວ່າງຮ່າ/VNP

ຕາມເທບນິຍາຍ ສະໄໝເຈົ້າຊີວິດ ຮຸ່ງ ເລົ່າວ່າ: ທະເລ ຕາເວັນອອກ ຂອງ ຊາວ ລາກຫວຽດ (ຫວຽດນາມ) ບູຮານ ມີຄວາມອຸດົມມັ່ງຄັ່ງ, ອ່າວ ເລິກມີໄຂ່ມຸກ, ອ່າວໃຫຍ່ ມີປີງທະເລ, ຫອຍເປົາຮື້, ກຸ້ງ ແລະ ປາ. ເຫັນແນວນັ້ນ, ພວກໂຈນສະລັດ ຈຶ່ງຢາກມາປຸ້ນເອົາ. ພະເຈົ້າ ເຫັນວ່າລູກມັງກອນ ຫຼານເທວະດາ ຢູ່ ປະເທດ ລາກຫວຽດ ມີຄວາມລະກຳລຳບາກຫຼາຍ ຈ່ຶງສົ່ງ ມັງກອນແມ່ ພ້ອມກັບລູກໆ ລົງໄປຊ່ວຍ. ພາຍຫຼັງຕີເອົາຊະນະ ພວກໂຈນສະລັດ ໃຫ້ແຕກທະລາຍ, ມັງກອນແມ່ ເຫັນວ່າ ທະເລພາກເໜືອງາມຫຼາຍ ຈຶ່ງຢູ່ຄືນ ເພື່ອປົກປັກຮັກສາ ປະຊາຊົນ ລາກຫວຽດ. ເພື່ອຈົດຈຳ ເລື່ອງລາວນີ້ໄວ້, ປະຊາຊົນ ໄດ້ ຕັ້ງຊື່ໃຫ້ເກາະແຫ່ງໜຶ່ງ ຢູ່ແຄມຝັ່ງ ອ່າວຕົງແກງ ວ່າ ແບັກລອງວີີ້ ຊຶ່ງ ມີຄວາມໝາຍວ່າ ຫາງມັງກອນຂາວ. 

ປັດຈຸບັນ, ແບັກລອງວີ້ ແມ່ນເມືອງເກາະ ຕັ້ງຢູ່ ເຂດນ້ຳອ່າວ ຕົງແກງ, ຫ່າງຈາກນະຄອນ ຫາຍຟ່ອງ ປະມານ 110 ກມ. ເຖິງວ່າ ມີເນື້ອທີ່ ຂ້ອນຂ້າງນ້ອຍ, ພຽງ 2,33 ກມ2, ແຕ່ເກາະ ແບັກລອງວີ້ ໄດ້ຖືວ່າ ມີ ຈຸດທີ່ຕັ້ງທາງຍຸດທະສາດ ແລະ ມີຄວາມສຳຄັນພິເສດ ໃນການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພັດທະນາ ເສດຖະກິດ ທາງ ທະເລ. ເຂດທະເລ ແບັກລອງວີ້ ແມ່ນໜຶ່ງໃນ 8 ເຂດຫາປາທີ່ສຳຄັນ ຂອງອ່າວ ຕົງແກງ, ມີເນື້ອທີ່ 1.500 ໄມທະເລ, ຄວາມເລິກໂດຍສະ ເລ່ຍ 35-55 ມ (ບ່ອນເລິກສຸດ 60-70ມ). ພື້ນຂ້ອນຂ້າງຮາບພຽງ, ສະດວກ ໃຫ້ແກ່ ການພັດທະນາ ການຫາປາ ແລະ ການຂຸດຄົ້ນສິນ ທະເລ. ໃນເຂດທະເລ ແບັກລອງວີ້ ມີສິນທະເລເກືອບ 400 ຊະນິດ, ໃນນັ້ນ ມີຫຼາຍຊະນິດ ທີ່ມີມູນຄ່າດ້ານເສດຖະກິດສູງເຊັ່ນ: ປາເກົາ, ປາມູ໋, ປີງທະເລ, ແໜ ອະງຸ່ນ... ພິເສດ ນະແຫ່ງນີ້ ຍັງຖືວ່າ ເປັນ ສູນກາງ ແຫ່ງ ຫອຍເປົາຮື້ ຊຶ່ງມີຄຸນຄ່າທາງໂພຊະນາການ ແລະ ເສດຖະກິດສູງ.

ອູ່ກຳປັ່ນ ​ທາງທິດ​ໃຕ້ ຂອງ​ເກາະ ແບັກລອງວີ້. ພາບ: ຮວ່າງຮ່າ/VNP

ຍ້ອນແມ່ນເຂດຫາປາຂະໜາດໃຫຍ່, ເມືອງເກາະ ແບັກລອງວີ້ ໄດ້ ຮັບການລົງທຶນ ແລະ ກໍ່ສ້າງ ໃຫ້ກາຍເປັນສູນຂົນສົ່ງ ການປະມົງ, ການຊອກຫາ ແລະ ຊ່ວຍເຫຼືອດ້ານການປະມົງ ທາງພາກເໜືອ. ລະ ບົບປະຕູນ້ຳ ມີປະຕູຂັ້ນຢູ່ ທ່າເຮືອ ແລະ ຂົວທ່າກຳປັ່ນ ຢູ່ ແບັກລອງວີ້ ສາມາດບັນຈຸກຳປັ່ນ ແລະ ເຮືອເກືອບ 2.000 ລຳ ທີ່ມາລີ້ໄພ ຈາກພາຍຸ ຫຼື ແລກປ່ຽນ ຊື້ຂາຍ ສິນທະເລ, ສະໜອງສະບຽງອາຫານ, ເຊື້ອເພີງ, ນ້ຳຈືດ. ນີ້ແມ່ນສະຖານທີ່ ທີ່ຄຸ້ນເຄີຍ ຂອງກຳປັ່ນຫາປາ ຫຼາຍພັນລໍາ ຈາກທົ່ວປະເທດ.

 

ແບັກລອງວີ້ ມີທິວທັດທຳມະຊາດ ທີ່ເປັນເອກະລັກສະເພາະ. ລະບົບ ນິເວດ ກຸ່ມແນວປະກາລັງ ພັດທະນາ ຫຼາຍທ່ີສຸດ ຢູ່ໃນອ່າວ ຕົງແກງ, ມີລະດັບການປົກຄຸມຫຼາຍ, ບາງບ່ອນເຄີຍມີພື້ນທີ່ ຖືກປົກຄຸມເຖິງ 90%. ນອກຈາກນັ້ນ, ເທິງເກາະ ແລະ ບໍລິເວນຊາຍຝັ່ງ ເຂດລ້ອມຮອບສີຂຽວຂອງລະບົບນິເວດ ເກາະລອຍ, ລະບົບນິເວດ ຫາດຊາຍ, ພ້ອມກັບ ບັນດາກິດຈະກຳກໍ່ສ້າງ ແລະ ສະຖາປັດຕະຍະກໍາຕ່າງໆ ເຊັ່ນ: ໂຄມໄຟ ທະເລ, ໄຟຟ້າ ພະລັງແຮງລົມ, ສະຖານີ ອຸຕຸນິຍົມ, ສະຖານີ ຕິດຕາມນ້ຳທະເລຂຶ້ນ ລົງ, ທ່າກຳປັ່ນ, ສວນສາທາລະນະສີຂຽວ, ພື້ນທີ່ລ້ຽງຫອຍ ເປົາຮື້; ບັນດາກິດຈະກຳ ວັດທະນະທໍາ: ຫໍພິພິທະພັນ, ອະນຸສອນສະຖານ, ວັດ ແບັກລອງ, ຫໍບູຊາພະເຈົ້າ ເຈິ່ນ, ຫໍບູຊາ ພະພຸດທະຮູບ... ສ້າງທ່າແຮງ ການທ່ອງທ່ຽວ ທີ່ຍິ່ງໃຫຍ່.

 
ຂົວ​ ເກີ໊ມຫາຍ (ທາງ​ດ່ວນ ​ຮ້າ​ລອງ-​ເວິນ​ໂດ່ນ) ເຊື່ອມ​ຕໍ່​ນະຄອນ ເກີ໊ມຝາ ກັບ​ເມືອງ​ ເວິນ​ໂດ່ນ. ພາບ: ເຈື່ອງຢາງ 

ເວິນໂດ່ນ ເດີມ​ແມ່ນ​ທ່າ​ກຳ​ປັ່ນ ການ​ຄ້າ​ໃຫຍ່, ​​ເຄີຍຮູ້​ວ່າ​ ເປັນ​ຈຸດ​ເລີ່​ມ ຕົ້ນ​ຂອງ “ເສັ້ນທາງ​ສາຍ​ໄໝ” ເທິງ​ທະ​ເລ, ​ເປັນບ່ອນ​ແລກປ່ຽນດ້ານ ການຄ້າ ກັບບັນດາ​ປະ​ເທດ​ຄື: ຍີ່​ປຸ່ນ, ຈີນ, ອິນ​ເດຍ, ​ໄທ, ອິນ​ໂດ​ເນ​ເຊຍ... ທ່າກຳປັ່ນການຄ້າບູຮານ ແຫ່ງນີ້ ມີການຈະເລີນພັດທະນາ ຕະຫຼອດ 3 ລາຊະວົງ ຫຼີ໋-ເຈິ່ນ-ເຮົ້າເລ ແລະ ຫຼັງຈາກນັ້ນ ໄດ້ຖືກ ຫຼົງລືມ ໃນສະໄໝລາຊະວົງ ມາກ. ປັດຈຸ​ບັນ, ​ເມືອງ​ເກາະ ​ເວິນ​ໂດ່ນ ​ລວມ ມີເກາະນ້ອຍ 600 ​ເກາະ, ​​ສ່ວນ​ຫຼາຍ​ແມ່ນ​ຕັ້ງຢູ່​ ເຂດ​ອ່າວ ບ໋າຍ​ຕື​ລອງ ​ແລະ ​ສ່ວນໜຶ່ງ​ແມ່ນ​ຢູ່​ອ່າວ ຮ້າ​ລອງ, ເພາະສະ​ນັ້ນ​ ມີ​ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ ​ໃນ​ດ້ານ ຄົມມະນາຄົມ​ທາງ​ທະ​ເລ, ​ທາງ​ອາກາດ ​ແລະ ​ທາງບົກ. ພິ​ເສດ, ເວິນໂດ່ນ ແມ່ນ​ຈຸດພົບກັນຂອງ​ແລວ​ເສດ​ຖະ​ກິດ​ຄື: ເຂດລ້ອມຮອບ ເສດຖະກິດ ​ຫວຽດ​ນາມ-ສປ ຈີນ ແລະ ແລວ​ເສດ​ຖະ​ກິດ ໜານໜິງ-ສິງ​ກະ​ໂປ, ເຂດເສດຖະກິດ ຈຸດສຸມທາງ​ພາກ​ເໜືອ (ຮ່າ​ໂນ້ຍ-ຫາຍ​ຟ່ອງ-ກວາງ​ນິງ). ສິ່ງເຫຼົ່ານີ້ ສາມາດເວົ້າໄດ້ວ່າ ເປັນທ່າໄດ້ປຽບທີ່ພົ້ນເດັ່ນ ແລະ ແຕກຕ່າງ ຂອງ ເມືອງເກາະແຫ່ງນີ້.

ເວິນໂດ່ນ ຍັງມີທ່າໄດ້ປຽບ ໃນການເພາະລ້ຽງສິນທະເລ. ຕາມ​ການສະຖິຕິ, ​ເນື້ອ​ທີ່​ລ້ຽງ​ປາ​ ຂອງ ​ເມືອງ​ ມີ 1.156 ​ເຮັກຕາ, ປະເພດ ສັດບໍ່ມີ ກະດູກ ມີ 6.288 ​ເຮັກຕາ. ອີງ​ຕາມ​ປັດ​ໄຈ​ຕ່າງໆ​ ເຊັ່ນ: ແຫຼ່ງ​ນ້ຳ, ຄວາມ​ເລິກ, ການໄຫຼວຽນ ຂອງນໍ້າ, ປະເພດແມງໄມ້ ທີ່ໃຊ້ຊີວິດ ຢູ່ໃນນ້ຳ ໃນໄລຍະສັ້ນ (mayfly)... ເນື້ອທີ່ລ້ຽງ ສິນໃນນໍ້າ ຂອງ ເມືອງ ເກາະ ເວິນໂດ່ນ ໄດ້ແບ່ງ​ອອກ​ເປັນ 71 ເຂດ​ລ້ຽງ ລວມມີ 62 ຮາກຖານ ລ້ຽງ​ສິນ​ໃນ​ນ້ຳ ​​ໄດ້ສະໜອງ​ລະ​ຫັດ ​ເພື່ອການຊອກຫາ ແຫຼ່ງທີ່ມາ. 

 ເວິນໂດ່ນ ມີອ່າວ ບ໋າຍຕືລອງ ຕັ້ງຢູ່ໃກ້ກັບ ອ່າວ ຮ້າລອງ. ນີ້ແມ່ນ ກຸ່ມເກາະຫີນ, ເກາະດິນ ແລະ ເຂດຊຸມຊົນ ຢູ່ອາໄສ ສະຫຼັບກັນ, ມີ ຫາດຊາຍຂາວ ທ່ີທອດຍາວຢັ່ງຢາຍ ໄປທົ່ວຫຼາຍແຫ່ງ, ເປັນທ່ີ ກໍາບັງລົມ ແລະ ຄື້ນ, ຖືກອ້ອມຮອບ ດ້ວຍປ່າສະຫງວນແຫ່ງຊາດ ບ໋າຍຕືລອງ- “ເມັດໄຂ່ມຸກ ຫຍາບໆ” ຂອງລະບົບນິເວດ ຫວຽດນາມ. ການທີ່ ເວິນໂດ່ນ ເປີດນຳໃຊ້ ທ່າກຳປັ່ນ ອ່າວຕຽນ ຢ່າງເປັນທາງການ ໄດ້ຊ່ວຍໃຫ້ “ເຂດດິນມັງກອນ” ມີການຫັນປ່ຽນຮູບແບບ ຢ່າງເຫັນ ໄດ້ຊັດ, ກາຍເປັນທ້ອງຖິ່ນ ທີ່ມີລະບົບພື້ນຖານໂຄງລ່າງ ຄົມມະນາຄົມທາງອາ ກາດ-ທາງ ນ້ຳ-ທາງບົກ ທັນສະໄໝທີ່ສຸດ ໃນດາເມືອງເກາະ ຂອງ ຫວຽດນາມ ດ້ວຍສະໜາມບິນ, ທາງດ່ວນ, ທ່າກຳປັ່ນໂດຍສານ ທ່ີທັນສະໄໝ, ສ້າງຄວາມດຶງດູດໃໝ່ ໃຫ້ແກ່ ເຂດທ່າກຳປັ່ນ ການຄ້າເກົ່າ ແລະ ສ້າງແຮງຜັກດັນ ໃຫ້ການຂຸດຄົ້ນ ຢູ່ອ່າວ ບ໋າຍຕືລອງ.

ການ​ມີ​ພື້ນຖານ​ ໂຄງ​ລ່າງ​ຄົມມະນາຄົມ​ ທີ່​ພັດທະນາ ​ໄປ​ພ້ອມ​ກັບ​ລະ ບົບພູມ​ສັນຖານ​, ລະບົບນິເວດທີ່​ຫຼາກ​ຫຼາຍ ​ໄດ້ຊ່ວຍໃຫ້ ເວິນໂດ່ນ ກາຍ​ເປັນ “ຈຸດ​ພິກັດ​ຄໍາ” ທີ່ດຶງ​ດູດ​ນັກ​ທ່ອງ​ທ່ຽວ ແລະ ນັກລົງທຶນ​ ທັງ​ພາຍ​ໃນ, ຕ່າງປະ​ເທດ ຊອກມາເພື່ອການທ່ອງທ່ຽວ ແລະ ລົງທຶນ ນັບມື້ເພີ່ມຂຶ້ນ.

ທ່າ​ກຳ​ປັ່ນ ກ໋າຍຣົ່ງ ຢູ່​ເມືອງ ເວິນ​ໂດ່ນ​ ແມ່ນ​ໜຶ່ງ​ໃນ​ບັນ ດາ​ທ່າ​ກຳ​ປັ່ນ​ຂົນ​ສົ່ງ ທີ່​ໃຫຍ່​ກວ່າ​ໝູ່​ ຢູ່​ແຂວງ ກວາງນິງ, ​ແມ່ນ​ບ່ອນ​ໃຫ້ບໍລິການ ກຳ​ປັ່ນ​ທ່ອງ​ທ່ຽວ​ ໄປ​ຢ້ຽມຢາມ ເກາະໂກໂຕ, ກວານລ້ານ, ມິງເຈົາ, ເກາະ ຫງອກວຶ່ງ... ພາບ: ເຈື່ອງຢາງ
  •                                                                                           ບົດ: ທົງທ້ຽນ - ພາບ: ຮວ່າງຮ່າ, ກົງດາດ/VNP, ເຈື່ອງຢາງ - ເຕັກນິກກະຣາຟິກ: ຈາງຍຸງ - ແປໂດຍ: ບິກລຽນ


Top