ເທິງບັນດາເກາະ ມັງກອນ
ດ້ວຍຄວາມຝັນ ຢາກເອົາຊະນະ ທະເລຫຼວງ, ແຕ່ສະໄໝບູຮານ, ຊາວ ຫວຽດນາມ ໄດ້ສ້າງເທບນິຍາຍ ກ່ຽວກັບ ມັງກອນ ຕິດພັນ ກັບ ພື້ນທີ່ຫຼາຍແຫ່ງ ຢູ່ອ່າວ ຕົງແກງ. ເຊັ່ນ: ນະຄອນ ຫາຍຟ່ອງ ມີເມືອງເກາະ ແບັກລອງວີ້ ມີຄວາມໝາຍວ່າ “ຫາງ ມັງກອນຂາວ”; ແຂວງ ກວາງນິງ ມີເມືອງເກາະ ເວິນໂດ່ນ ຕິດພັນ ກັບຊື່ສະຖານທີ່ ອ່າວ ບ໋າຍຕືລອງ ມີຄວາມໝາຍວ່າ “ລູກມັງກອນ”, ມີທ່າ ກຳປັ່ນ ກ໋າຍຣົ່ງ ມີຄວາມໝາຍວ່າ “ມັງກອນແມ່” ແລະ ເມືອງເກາະ ໂກໂຕ ມີຫາດຫີນ ມ໋ອງຣົ່ງ (ເລັບ ມັງກອນ). ປັດຈຸບັນ, 3 ເມືອງ ເກາະແຫ່ງນີ້ ແມ່ນຈຸດພົ້ນເດັ່ນ ໃນການພັດທະນາ ເສດຖະກິດ ທາງທະເລ ຢູ່ ພາກເໜືອ.
ຊື່ເກົ່າຂອງ ໂກໂຕ ແມ່ນ ຈ່າງເຊີນ (ພູຈ່າງ). ແຕ່ສະໄໝບູຮານນີ້ ແມ່ນບ່ອນພັກອາໄສ ຂອງເຮືອແພ ແລະ ຊາວປະມົງ ເຂດທະເລ ທາງທິດຕາເວັນອອກສ່ຽງເໜືອ. ປີ 1832, ເຈົ້າແຂວງ ຫາຍອານ ຄື ຫງວຽນກົງຈື໋, ໄດ້ສະເໜີໃຫ້ລາຊະວົງ ສ້າງຕັ້ງບັນດາໝູ່ບ້ານ, ຕາແສງ ແລະ ແຕ່ງຕັ້ງປະຊາຊົນ ຄຸ້ມຄອງ ແລະ ປ້ອງກັນສັດຕູ ຈາກທະເລ. ພາຍຫຼັງສັນຕິພາບ ຢູ່ພາກເໜືອ ໄດ້ຮັບການຟື້ນຟູຄືນໃໝ່ (ປີ 1954), ພັກ, ລັດ ໄດ້ສ້າງຕັ້ງໜ່ວຍບໍລິຫານ ຂັ້ນເມືອງ ຢູ່ເກາະ ໂກໂຕ.
ຕັ້ງຢູ່ທາງທິດຕາເວັນອອກສ່ຽງເໜືອ ຂອງແຂວງ ກວາງນິງ, ເມືອງ ເກາະ ໂກໂຕ ມີເນື້ອທີ່ທຳມະຊາດ ກວ່າ 47 ກມ2, ມີປະຊາກອນ ປະ ມານ 6.700 ຄົນ, ມີເກາະໃຫຍ່, ນ້ອຍກວ່າ 30 ເກາະ; ໃນນັ້ນ 3 ເກາະໃຫຍ່ກວ່າໝູ່ ຄື ເກາະ ໂກໂຕ, ເກາະ ແທງເລິນ ແລະ ເກາະ ເຈິ່ນ (ຍັງເອີ້ນວ່າ ເກາະ ຈັ່ນ ຫຼື ຈ່່າງໄຕ). ເກາະ ໂກໂຕ ມີທາງທິດຕາເວັນອອກ ຕິດກັບເຂດທະເລສາກົນ ມີຄວາມຍາວເກືອບ 200 ກມ ຈາກຝັ່ງທະເລ ຂອງ ເກາະ ເຈິ່ນ ເຖິງເມືອງເກາະ ແບັກລອງວີ້. ນີ້ແມ່ນໜຶ່ງ ໃນບັນດາປ້ອມດ່ານໜ້າ, ມີທີ່ຕັ້ງສຳຄັນທີ່ສຸດ ໃນຂົງເຂດການເມືອງ, ເສດຖະກິດ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ... ຢູ່ເຂດທະເລຕາເວັນອອກສ່ຽງເໜືອ ຂອງປະເທດຊາດ.
ເຫດການດຶງຕາຂ່າຍໄຟຟ້າແຫ່ງຊາດ ເຂົ້າໃຊ້ຢູ່ເກາະ ໂກໂຕ ຢ່າງເປັນທາງການ ໃນປີ 2023 ພ້ອມກັບ ການລົງທຶນ ກໍ່ສ້າງ ບັນດາກິດຈະກຳ ຄົມມະນາຄົມ ທາງນ້ຳ ຢ່າງຄົບຊຸດ ໄດ້ເຮັດໃຫ້ ໄລຍະເວລາ ການເດີນທາງ ຈາກແຜ່ນດິນໃຫຍ່ ໄປຍັງເກາະ ໄດ້ສັ້ນລົງ. ຄຽງຄູ່ກັນນັ້ນ, ການພັດທະນາ ພື້ນຖານໂຄງລ່າງທາງນ້ຳ ພ້ອມກັບຕາຂ່າຍໄຟຟ້າແຫ່ງຊາດ ໄດ້ເຮັດໃຫ້ ສູນບໍລິການ ຂົນສົ່ງການປະມົງ ໂກໂຕ ກາຍເປັນບ່ອນອີງທີ່ໜັກແໜ້ນ ຊ່ວຍໃຫ້ຊາວປະມົງເມືອງ ໂກໂຕ ສາມາດຕິດພັນກັບທະເລ ເປັນເວລາຫຼາຍວັນ.
ຈາກເກາະ ທີ່ຫ່າງໄກຈາກ ແຜ່ນດິນໃຫຍ່, ປັດຈຸບັນ, ໂກໂຕ ມີກຳປັ່ນດ່ວນທຸກປະເພດ ດ້ວຍຄວາມໄວສູງ 30 ລໍາ ເຊື່ອມຕໍ່ ບັນດາທ່າກຳປັ່ນ ອາວຕຽນ, ກ໋າຍຣົ່ງ (ເມືອງ ເວິນໂດ່ນ), ຕ່ວນເຈົາ (ນະຄອນ ຮ້າລອງ), ຫວຸ໊ງດູກ (ນະຄອນ ເກີ໊ມຝາ). ໃນເດືອນ ກໍລະກົດ 2023, ເສັ້ນທາງ ບິນການຄ້າ ດ້ວຍເຮືອບິນນໍ້າ ເຊື່ອມຕໍ່ຈາກເກາະ ຕ່ວນເຈົາ (ນະຄອນ ຮ້າລອງ) ເຖິງ ໂກໂຕ ໄດ້ເປີດນຳໃຊ້ ຢ່າງເປັນທາງການ, ສາມາດຂົນ ສົ່ງນັກທ່ອງທ່ຽວ ໃຊ້ເວລາບິນ ບໍ່ຮອດ 20 ນາທີ, ກາຍເປັນສ່ວນໜຶ່ງຂອງ “ເຂດແຮງກະຕຸ້ນ” ຕາມທິດນໍາ ຈັດຕັ້ງ ພື້ນທີ່ພັດທະນາ ຂອງ ແຂວງ ກວາງນິງ.
ໂກໂຕ ມີຫາດຊາຍ ທີ່ສວຍງາມຫຼາຍແຫ່ງຄື: ມ໋ອງຣົ່ງ, ຮົ່ງວ່ານ, ວ່ານ ໄຈ໊, ບັກວ່ານ, ຕິ່ງອຽວ, ວ່ອມຊີ, ຫວຸ້ງອົງວຽນ... ທີ່ຕັ້ງ ກະແຈກກະ ຈາຍ ໄປທົ່ວເກາະ. ຫາດຊາຍບາງແຫ່ງ ຍາວເປັນກິໂລແມັດ ກັບດິນ ຊາຍ ທີ່ຂາວນຸ້ມ, ຮາບພຽງ, ໃນຂະນະດຽວກັນ ມີບາງຫາດຊາຍ ແມ່ນ ຕັ້ງຢູ່ລະຫວ່າງ ໜ້າຜາ, ລ້ອມຮອບດ້ວຍແຖວຕົ້ນສົນ ທີ່ຂຽວກະຈີ. ບໍ່ພຽງແຕ່ເທົ່ານັ້ນ, ເຂດທະເລ ໂກໂຕ ຍັງຖືວ່າ ແມ່ນເຂດ ຊີວະນາໆ ພັນແຖວໜ້າ ຂອງ ຫວຽດນາມ ດ້ວຍການ ປະກົດຕົວ ຂອງ ບັນດາລະບົບນິເວດ ທີ່ເປັນຕົວແບບ ຂອງເຂດທະເລ ເຂດຮ້ອນ, ໃນນັ້ນ ມີລະບົບນິເວດ ປະກາລັງ ລວມສູນ. ນີ້ກໍ່ແມ່ນ ເຂດທີ່ອຸດົມສົມບູນ ກ່ຽວກັບ ໂຄງປະກອບ ສິນທະເລ ຫຼາຍຊະນິດ ທີ່ຫາຍາກ ແລະ ມີຄຸນຄ່າສູງ.
ໃນຊຸມປີມໍ່ໆ ມານີ້, ການທ່ອງທ່ຽວ ແລະ ການບໍລິການ ຂອງ ໂກໂຕ ໄດ້ຮັບການພັດທະນາຢ່າງຕັ້ງໜ້າ, ກາຍເປັນຂະແໜງເສດຖະກິດປາຍແຫຼມ, ກວມເກືອບ 70% ໂຄງປະກອບເສດຖະກິດ ຂອງເມືອງ ເກາະ, ໄດ້ຕ້ອນຮັບນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ກວ່າ 300.000 ຄົນ ໃນແຕ່ລະປີ.
ຕາມເທບນິຍາຍ ສະໄໝເຈົ້າຊີວິດ ຮຸ່ງ ເລົ່າວ່າ: ທະເລ ຕາເວັນອອກ ຂອງ ຊາວ ລາກຫວຽດ (ຫວຽດນາມ) ບູຮານ ມີຄວາມອຸດົມມັ່ງຄັ່ງ, ອ່າວ ເລິກມີໄຂ່ມຸກ, ອ່າວໃຫຍ່ ມີປີງທະເລ, ຫອຍເປົາຮື້, ກຸ້ງ ແລະ ປາ. ເຫັນແນວນັ້ນ, ພວກໂຈນສະລັດ ຈຶ່ງຢາກມາປຸ້ນເອົາ. ພະເຈົ້າ ເຫັນວ່າລູກມັງກອນ ຫຼານເທວະດາ ຢູ່ ປະເທດ ລາກຫວຽດ ມີຄວາມລະກຳລຳບາກຫຼາຍ ຈ່ຶງສົ່ງ ມັງກອນແມ່ ພ້ອມກັບລູກໆ ລົງໄປຊ່ວຍ. ພາຍຫຼັງຕີເອົາຊະນະ ພວກໂຈນສະລັດ ໃຫ້ແຕກທະລາຍ, ມັງກອນແມ່ ເຫັນວ່າ ທະເລພາກເໜືອງາມຫຼາຍ ຈຶ່ງຢູ່ຄືນ ເພື່ອປົກປັກຮັກສາ ປະຊາຊົນ ລາກຫວຽດ. ເພື່ອຈົດຈຳ ເລື່ອງລາວນີ້ໄວ້, ປະຊາຊົນ ໄດ້ ຕັ້ງຊື່ໃຫ້ເກາະແຫ່ງໜຶ່ງ ຢູ່ແຄມຝັ່ງ ອ່າວຕົງແກງ ວ່າ ແບັກລອງວີີ້ ຊຶ່ງ ມີຄວາມໝາຍວ່າ ຫາງມັງກອນຂາວ.
ປັດຈຸບັນ, ແບັກລອງວີ້ ແມ່ນເມືອງເກາະ ຕັ້ງຢູ່ ເຂດນ້ຳອ່າວ ຕົງແກງ, ຫ່າງຈາກນະຄອນ ຫາຍຟ່ອງ ປະມານ 110 ກມ. ເຖິງວ່າ ມີເນື້ອທີ່ ຂ້ອນຂ້າງນ້ອຍ, ພຽງ 2,33 ກມ2, ແຕ່ເກາະ ແບັກລອງວີ້ ໄດ້ຖືວ່າ ມີ ຈຸດທີ່ຕັ້ງທາງຍຸດທະສາດ ແລະ ມີຄວາມສຳຄັນພິເສດ ໃນການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ແລະ ພັດທະນາ ເສດຖະກິດ ທາງ ທະເລ. ເຂດທະເລ ແບັກລອງວີ້ ແມ່ນໜຶ່ງໃນ 8 ເຂດຫາປາທີ່ສຳຄັນ ຂອງອ່າວ ຕົງແກງ, ມີເນື້ອທີ່ 1.500 ໄມທະເລ, ຄວາມເລິກໂດຍສະ ເລ່ຍ 35-55 ມ (ບ່ອນເລິກສຸດ 60-70ມ). ພື້ນຂ້ອນຂ້າງຮາບພຽງ, ສະດວກ ໃຫ້ແກ່ ການພັດທະນາ ການຫາປາ ແລະ ການຂຸດຄົ້ນສິນ ທະເລ. ໃນເຂດທະເລ ແບັກລອງວີ້ ມີສິນທະເລເກືອບ 400 ຊະນິດ, ໃນນັ້ນ ມີຫຼາຍຊະນິດ ທີ່ມີມູນຄ່າດ້ານເສດຖະກິດສູງເຊັ່ນ: ປາເກົາ, ປາມູ໋, ປີງທະເລ, ແໜ ອະງຸ່ນ... ພິເສດ ນະແຫ່ງນີ້ ຍັງຖືວ່າ ເປັນ ສູນກາງ ແຫ່ງ ຫອຍເປົາຮື້ ຊຶ່ງມີຄຸນຄ່າທາງໂພຊະນາການ ແລະ ເສດຖະກິດສູງ.
ຍ້ອນແມ່ນເຂດຫາປາຂະໜາດໃຫຍ່, ເມືອງເກາະ ແບັກລອງວີ້ ໄດ້ ຮັບການລົງທຶນ ແລະ ກໍ່ສ້າງ ໃຫ້ກາຍເປັນສູນຂົນສົ່ງ ການປະມົງ, ການຊອກຫາ ແລະ ຊ່ວຍເຫຼືອດ້ານການປະມົງ ທາງພາກເໜືອ. ລະ ບົບປະຕູນ້ຳ ມີປະຕູຂັ້ນຢູ່ ທ່າເຮືອ ແລະ ຂົວທ່າກຳປັ່ນ ຢູ່ ແບັກລອງວີ້ ສາມາດບັນຈຸກຳປັ່ນ ແລະ ເຮືອເກືອບ 2.000 ລຳ ທີ່ມາລີ້ໄພ ຈາກພາຍຸ ຫຼື ແລກປ່ຽນ ຊື້ຂາຍ ສິນທະເລ, ສະໜອງສະບຽງອາຫານ, ເຊື້ອເພີງ, ນ້ຳຈືດ. ນີ້ແມ່ນສະຖານທີ່ ທີ່ຄຸ້ນເຄີຍ ຂອງກຳປັ່ນຫາປາ ຫຼາຍພັນລໍາ ຈາກທົ່ວປະເທດ.
ແບັກລອງວີ້ ມີທິວທັດທຳມະຊາດ ທີ່ເປັນເອກະລັກສະເພາະ. ລະບົບ ນິເວດ ກຸ່ມແນວປະກາລັງ ພັດທະນາ ຫຼາຍທ່ີສຸດ ຢູ່ໃນອ່າວ ຕົງແກງ, ມີລະດັບການປົກຄຸມຫຼາຍ, ບາງບ່ອນເຄີຍມີພື້ນທີ່ ຖືກປົກຄຸມເຖິງ 90%. ນອກຈາກນັ້ນ, ເທິງເກາະ ແລະ ບໍລິເວນຊາຍຝັ່ງ ເຂດລ້ອມຮອບສີຂຽວຂອງລະບົບນິເວດ ເກາະລອຍ, ລະບົບນິເວດ ຫາດຊາຍ, ພ້ອມກັບ ບັນດາກິດຈະກຳກໍ່ສ້າງ ແລະ ສະຖາປັດຕະຍະກໍາຕ່າງໆ ເຊັ່ນ: ໂຄມໄຟ ທະເລ, ໄຟຟ້າ ພະລັງແຮງລົມ, ສະຖານີ ອຸຕຸນິຍົມ, ສະຖານີ ຕິດຕາມນ້ຳທະເລຂຶ້ນ ລົງ, ທ່າກຳປັ່ນ, ສວນສາທາລະນະສີຂຽວ, ພື້ນທີ່ລ້ຽງຫອຍ ເປົາຮື້; ບັນດາກິດຈະກຳ ວັດທະນະທໍາ: ຫໍພິພິທະພັນ, ອະນຸສອນສະຖານ, ວັດ ແບັກລອງ, ຫໍບູຊາພະເຈົ້າ ເຈິ່ນ, ຫໍບູຊາ ພະພຸດທະຮູບ... ສ້າງທ່າແຮງ ການທ່ອງທ່ຽວ ທີ່ຍິ່ງໃຫຍ່.
ເວິນໂດ່ນ ເດີມແມ່ນທ່າກຳປັ່ນ ການຄ້າໃຫຍ່, ເຄີຍຮູ້ວ່າ ເປັນຈຸດເລີ່ມ ຕົ້ນຂອງ “ເສັ້ນທາງສາຍໄໝ” ເທິງທະເລ, ເປັນບ່ອນແລກປ່ຽນດ້ານ ການຄ້າ ກັບບັນດາປະເທດຄື: ຍີ່ປຸ່ນ, ຈີນ, ອິນເດຍ, ໄທ, ອິນໂດເນເຊຍ... ທ່າກຳປັ່ນການຄ້າບູຮານ ແຫ່ງນີ້ ມີການຈະເລີນພັດທະນາ ຕະຫຼອດ 3 ລາຊະວົງ ຫຼີ໋-ເຈິ່ນ-ເຮົ້າເລ ແລະ ຫຼັງຈາກນັ້ນ ໄດ້ຖືກ ຫຼົງລືມ ໃນສະໄໝລາຊະວົງ ມາກ. ປັດຈຸບັນ, ເມືອງເກາະ ເວິນໂດ່ນ ລວມ ມີເກາະນ້ອຍ 600 ເກາະ, ສ່ວນຫຼາຍແມ່ນຕັ້ງຢູ່ ເຂດອ່າວ ບ໋າຍຕືລອງ ແລະ ສ່ວນໜຶ່ງແມ່ນຢູ່ອ່າວ ຮ້າລອງ, ເພາະສະນັ້ນ ມີທ່າໄດ້ປຽບຫຼາຍຢ່າງ ໃນດ້ານ ຄົມມະນາຄົມທາງທະເລ, ທາງອາກາດ ແລະ ທາງບົກ. ພິເສດ, ເວິນໂດ່ນ ແມ່ນຈຸດພົບກັນຂອງແລວເສດຖະກິດຄື: ເຂດລ້ອມຮອບ ເສດຖະກິດ ຫວຽດນາມ-ສປ ຈີນ ແລະ ແລວເສດຖະກິດ ໜານໜິງ-ສິງກະໂປ, ເຂດເສດຖະກິດ ຈຸດສຸມທາງພາກເໜືອ (ຮ່າໂນ້ຍ-ຫາຍຟ່ອງ-ກວາງນິງ). ສິ່ງເຫຼົ່ານີ້ ສາມາດເວົ້າໄດ້ວ່າ ເປັນທ່າໄດ້ປຽບທີ່ພົ້ນເດັ່ນ ແລະ ແຕກຕ່າງ ຂອງ ເມືອງເກາະແຫ່ງນີ້.
ເວິນໂດ່ນ ຍັງມີທ່າໄດ້ປຽບ ໃນການເພາະລ້ຽງສິນທະເລ. ຕາມການສະຖິຕິ, ເນື້ອທີ່ລ້ຽງປາ ຂອງ ເມືອງ ມີ 1.156 ເຮັກຕາ, ປະເພດ ສັດບໍ່ມີ ກະດູກ ມີ 6.288 ເຮັກຕາ. ອີງຕາມປັດໄຈຕ່າງໆ ເຊັ່ນ: ແຫຼ່ງນ້ຳ, ຄວາມເລິກ, ການໄຫຼວຽນ ຂອງນໍ້າ, ປະເພດແມງໄມ້ ທີ່ໃຊ້ຊີວິດ ຢູ່ໃນນ້ຳ ໃນໄລຍະສັ້ນ (mayfly)... ເນື້ອທີ່ລ້ຽງ ສິນໃນນໍ້າ ຂອງ ເມືອງ ເກາະ ເວິນໂດ່ນ ໄດ້ແບ່ງອອກເປັນ 71 ເຂດລ້ຽງ ລວມມີ 62 ຮາກຖານ ລ້ຽງສິນໃນນ້ຳ ໄດ້ສະໜອງລະຫັດ ເພື່ອການຊອກຫາ ແຫຼ່ງທີ່ມາ.
ເວິນໂດ່ນ ມີອ່າວ ບ໋າຍຕືລອງ ຕັ້ງຢູ່ໃກ້ກັບ ອ່າວ ຮ້າລອງ. ນີ້ແມ່ນ ກຸ່ມເກາະຫີນ, ເກາະດິນ ແລະ ເຂດຊຸມຊົນ ຢູ່ອາໄສ ສະຫຼັບກັນ, ມີ ຫາດຊາຍຂາວ ທ່ີທອດຍາວຢັ່ງຢາຍ ໄປທົ່ວຫຼາຍແຫ່ງ, ເປັນທ່ີ ກໍາບັງລົມ ແລະ ຄື້ນ, ຖືກອ້ອມຮອບ ດ້ວຍປ່າສະຫງວນແຫ່ງຊາດ ບ໋າຍຕືລອງ- “ເມັດໄຂ່ມຸກ ຫຍາບໆ” ຂອງລະບົບນິເວດ ຫວຽດນາມ. ການທີ່ ເວິນໂດ່ນ ເປີດນຳໃຊ້ ທ່າກຳປັ່ນ ອ່າວຕຽນ ຢ່າງເປັນທາງການ ໄດ້ຊ່ວຍໃຫ້ “ເຂດດິນມັງກອນ” ມີການຫັນປ່ຽນຮູບແບບ ຢ່າງເຫັນ ໄດ້ຊັດ, ກາຍເປັນທ້ອງຖິ່ນ ທີ່ມີລະບົບພື້ນຖານໂຄງລ່າງ ຄົມມະນາຄົມທາງອາ ກາດ-ທາງ ນ້ຳ-ທາງບົກ ທັນສະໄໝທີ່ສຸດ ໃນດາເມືອງເກາະ ຂອງ ຫວຽດນາມ ດ້ວຍສະໜາມບິນ, ທາງດ່ວນ, ທ່າກຳປັ່ນໂດຍສານ ທ່ີທັນສະໄໝ, ສ້າງຄວາມດຶງດູດໃໝ່ ໃຫ້ແກ່ ເຂດທ່າກຳປັ່ນ ການຄ້າເກົ່າ ແລະ ສ້າງແຮງຜັກດັນ ໃຫ້ການຂຸດຄົ້ນ ຢູ່ອ່າວ ບ໋າຍຕືລອງ.
ການມີພື້ນຖານ ໂຄງລ່າງຄົມມະນາຄົມ ທີ່ພັດທະນາ ໄປພ້ອມກັບລະ ບົບພູມສັນຖານ, ລະບົບນິເວດທີ່ຫຼາກຫຼາຍ ໄດ້ຊ່ວຍໃຫ້ ເວິນໂດ່ນ ກາຍເປັນ “ຈຸດພິກັດຄໍາ” ທີ່ດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນ ທັງພາຍໃນ, ຕ່າງປະເທດ ຊອກມາເພື່ອການທ່ອງທ່ຽວ ແລະ ລົງທຶນ ນັບມື້ເພີ່ມຂຶ້ນ.
- ບົດ: ທົງທ້ຽນ - ພາບ: ຮວ່າງຮ່າ, ກົງດາດ/VNP, ເຈື່ອງຢາງ - ເຕັກນິກກະຣາຟິກ: ຈາງຍຸງ - ແປໂດຍ: ບິກລຽນ