ອາຊີບເຮັດເຂົ້າປຸ້ນແຫ້ງ ຢູ່ ດ່າໜັງ

ອາຊີບເຮັດເຂົ້າປຸ້ນແຫ້ງ ຢູ່ ດ່າໜັງ

ດ່າໜັງ ເປັນດິນແດນ ທີ່ມີຫຼາຍອາຊີບຫັດຖະກຳພື້ນເມືອງ ທີ່ມີ ຊື່ ສຽງໂດ່ງດັງ ທົ່ວປະເທດ ເຊັ່ນ: ແກະສະຫຼັກຫີນ ຫງູ໊ແຫ່ງເຊີນ, ຕໍ່າ ສາດຢູ່ ເກີມເນ, ນ້ຳປາ ນາມໂອ, ເຂົ້າຂຽບ ຕຸຍລວານ, ເຂົ້າໜົມ ແມສືງ ປ້າ ຫຼຽ໊ວ (ເຂົ້າໜົມ ພື້ນເມືອງ ຜະລິດ ທົ່ວໄປຢູ່ ດ່າໜັງ ແລະ ເຫວ້)… ແລະ ຍັງມີ ອາຊີບເຮັດເຂົ້າປຸ້ນແຫ້ງ ຢູ່ ຮວ່າວາງ ອີກດ້ວຍ. ​ເຖິງ​ວ່າ​ອາຊີບ​ເຮັດ​ເຂົ້າປຸ້ນແຫ້ງ​ ຈະມີລາຍ​ຮັບ​ບໍ່ຫຼາຍ​, ​ແຕ່​ຜະລິດ​ຕະພັນດັ່ງກ່າວ ​ໄດ້​ຮັບ​ຄວາມ​ນິຍົມ ​ຈາກ​ຜູ້ບໍລິໂພກເປັນ ຈໍານວນຫຼາຍ ​ເພາະ​ແມ່ນ​ເຄື່ອງ​ປະກອບ​ອາຫານ​ພື້ນ​ເມືອງ​ຫຼາຍ​ເຍື່ອງ​ຂອງ​ຊາວ​ເມືອງ ກວ໋າງນາມ, ​ເພາະສະ​ນັ້ນ, ຊາວ​ເມືອງ ຮວ່າ ວາງ ​ຍັງ​ຄົງ​ຮັກສາ​ອາຊີບ​ ເກົ່າ​ໄວ້ໄດ້.

 

ກະດົ້ງ ເຂົ້າປຸ້ນ ໄດ້ຕັ້ງສູງຂຶ້ນຢ່າງລະມັດລະວັງ ເພື່ອ ຮັບປະ ກັນດ້ານສຸຂະອະນາໄມ ພ້ອມທັງເຮັດໃຫ້ເຂົ້າປຸ້ນ ແຫ້ງແບບທຳມະຊາດ ຈາກແສງແດດ ແລະ ລົມ.
ພາບ: ຫງວຽນຈິ່ງ
 

ຖ້າ​ຊາວ​ພາກ​ເໜືອ ​ມັກເສັ້ນລ້ອນ, ຊາວ​ພາກ​ໃຕ້​ ມັກໃຊ້​ເສັ້ນໝີ່ ສົດ, ສ່ວນຊາວ​ເມືອງ ກວ໋າງນາມ ​ມັກໃຊ້​ເຂົ້າປຸ້ນແຫ້ງ ​ເພື່ອ​ປຸງ​ແຕ່ງ​ອາ​ຫານ. ປະຈຳ​ວັນ, ​ໂດຍ​ສະ​ເພາະ​ໃນງານ​ລ້ຽງ, ງານບຸນ, ຊາວ​ເມືອງ ກວ໋າງນາມ ​ມັກ​ໃຊ້​ເຂົ້າ​ປຸ້ນ​ແຫ້ງ​ ເພື່ອ​ປຸງ​ແຕ່ງ​ ເປັນຂົ້ວ, ແກງ ໃນງານ​ລ້ຽງ​ຮັບຮອງແຂກ. ເສັ້ນເຂົ້າປຸ້ນແຫ້ງ ເມື່ອເອົາ ໄປປຸງແຕ່ງກັບ ສ່ວນປະກອບຫຼາຍຢ່າງເຊັ່ນ: ຊີ້ນ, ປາ, ຜັກ, ຫົວ, ໝາກໄມ້... ກາຍເປັນ ຄວາມແຊບ ແລະ ສົດຊື່ນ ຢ່າງບໍ່ສາມາດ ອະທິບາຍ ໄດ້. ຍ້ອນ​ເຫດ​ນັ້ນ, ​ເຖິງ​ວ່າ​ ຈະ​ມີສ່ວນປະກອບ​ຫຼາຍ​ປະເພດ ຄື: ໝີ່, ເສັ້ນລ້ອນ, ເຂົ້າປຸ້ນ, ເຝີ... ດ້ວຍ​ຫຼາຍ​ປະ​ເພດ​ທີ່​ ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ ​ຢູ່​ໃນ​ທ້ອງ​ຕະຫຼາດ​ກໍ່ຕາມ, ​ແຕ່​ເຂົ້າປຸ້ນ​ແຫ້ງ ດ່າໜັງ ຍັງ​ຄົງ​ມີຊື່ໃນ​ລາຍການ​ອາຫານ ​ຂອງ​ ແມ່​ບ້ານ ​ທີ່​ມີ​ສີມື​ດີ​ຢູ່ເມືອງ ກວ໋າງນາມ. 

ຂັ້ນ​ຕອນ​ການ​ປຸງ​ແຕ່ງ​ເຂົ້າ​ກ່ອນ​ທີ່​ຈະເອົາໄປສີເປັນແປ້ງ. ພາບ: ຫງວຽນຈິ້ງ 

ໃນ​ຊຸມມື້ຮ້ອນແຮງ ຂອງ ​ເດືອນ​ ພຶດສະພາ ນີ້​, ພວກ​ຂ້າພະ​ເຈົ້າ​ໄດ້​ໄປ​ບ້ານ ເຢືອງ​ເຊີນ (ຕາ​ແສງ ຮວ່າ​ຕຽ໋ນ, ​ເມືອງ ຮວ່າ​ວາງ, ນະ ຄອນ ດ່າ​ໜັງ) ​ເພື່ອ​ຄົ້ນຫາ ໂຮງງານຜະລິດ ເຂົ້າປຸ້ນ ​ທີ່​ເກົ່າ​ແກ່ ​ແລະ ມີ​ຊື່​ສຽງ​ຂອງ​ດິນ​ແດນ​ແຫ່ງ​ນີ້. ນັ້ນ​ແມ່ນໂຮງງານ ຜະລິດເຂົ້າ ປຸ້ນ ເຢືອງຈ່າ ຂອງທ່ານ ຫງວຽນ​ຮົ່ງ​ເຢືອງ ​ແລະ ທ່ານ​ນາງ ຟ້າ​ມທິ​ຈ່າ. ມື້ທີ່ພວກຂ້າພະເຈົ້າມາເຖິງ ພໍດີກັບເວລາທີ່ ເຂົາເຈົ້າ ກໍາລັງ ຫຍຸ້ງຢູ່ໃນຂັ້ນຕອນສຸດທ້າຍ ຂອງການກະກຽມສິນຄ້າ ເພື່ອສົ່ງ ໃຫ້ ລູກຄ້າ. ທ່ານ​ນາງ ຈ່າ ​ໃຫ້​ຮູ້​ວ່າ ໂຮງງານຜະລິດເຂົ້າປຸ້ນ​ຂອງ​ຕົນ​ ມີ​ມາ​ເປັນ​ເວລາ 30 ກວ່າ​ປີ ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໂຮງງານຜະ ລິດເຂົ້າປຸ້ນ​ ເກົ່າ​ແກ່​ທີ່​ສຸດ​ຢູ່ ດ່າໜັງ - ກວ໋າງ​ນາມ.

ທ່ານນາງ ຈ່າ ໃຫ້ຮູ້ວ່າ: ເມື່ອກວ່າ 30 ປີກ່ອນ, ຢູ່ ດ່າໜັງ - ກວ໋າງ ນາມ ມີໂຮງງານຜະລິດເຂົ້າປຸ້ນແຫ້ງ ພຽງ 1 ຫຼື 2 ແຫ່ງ ເທົ່ານັ້ນ, ປັດຈຸບັນ ນະຄອນ ດ່າໜັງ ໄດ້ພັດທະນາ ແລ້ວ ແຕ່ມີໂຮງງານ ບໍ່ ເກີນ 5 ແຫ່ງ, ສາເຫດທີ່ຄົນເຮັດອາຊີບນີ້ ໜ້ອຍແມ່ນຍ້ອນມັນ ລຳ ບາກ ​ແລະ ​ຕ້ອງ​ລະ​ມັດ​ລະ​ວັງ​ໃນ​ທຸກ​ຂັ້ນ​ຕອນ ​ແຕ່​ລາຍ​ຮັບບໍ່​ຫຼາຍ”. 

ເພື່ອໃຫ້ມີເສັ້ນເຂົ້າປຸ້ນທີ່ມີລົດຊາດແຊບຊ້ອຍ, ມັນຕ້ອງຜ່ານຂັ້ນຕອນການປຸງແຕ່ງຢ່າງລະມັດລະວັງ ແລະ ລະອຽດຫຼາຍ. ພາບ: ຫງວຽນຈິ້ງ 

ເພື່ອ​ໃຫ້ມີເຂົ້າປຸ້ນ​ແຫ້ງ ຫໍ່ໜຶ່ງແລ້ວຈຳໜ່າຍ ອອກສູ່​ຜູ້​ບໍລິໂພ​ກ​ ແມ່ນ​ຕ້ອງຜ່ານຫຼາຍຂັ້ນຕອນ​ເຊັ່ນ: ​ເລືອກ​ເຂົ້າ​, ອົບເຂົ້າ​, ສີເຂົ້າ, ການບີບເປັນເສັ້ນເຂົ້າປຸ້ນ, ເອົາເຂົ້າປຸ້ນ ໄປຕາກ​ແຫ້ງ, ຫຸ້ມ​ຫໍ່... ທ່ານ​ນາງ​ຈ່າ ໃຫ້ຮູ້ວ່າ ​ທຸກມື້,​ ປະມານ 13:00 ​ໂມງແລງ ແມ່ນ ຕ້ອງໄປ ນໍາເຂົ້າມ່າ ຂຶ້ນມາ ໄວ້ 2 ຊົ່ວ​ໂມງ​ ເພື່ອໃຫ້ສະເດັດນໍ້າ ແລ້ວ​ຈຶ່ງ​ເອົາໄປສີ ເປັນ​ແປ້ງ​, ຈາກນັ້ນແມ່ນອົບແປ້ງ ອີກປະ​ມານ 2 ຊົ່ວ​ໂມງ ຈຶ່ງເອົາ ໄປ​ບີບ​ເປັນ​ເສັ້ນ​ເຂົ້າປຸ້ນ ແລ້ວ​ຕ້ອງ​ປະ​ໄວ້​ຄ້າງ​ຄືນເພື່ອໃຫ້ ເຂົ້າປຸ້ນ ສະເດັດນໍ້າ, ຈະຕ້ອງຕາກແຫ້ງ ແບບທຳມະ ຊາດ ແລະ ເຊົ້າ ມື້ຕໍ່ມາ ຈຶ່ງເອົາໄປ ຕາກແດດໃຫ້ຈົນແຫ້ງ.

ເພື່ອໃຫ້ເຂົ້າປຸ້ນແຫ້ງ ທ່ີຜະລິດອອກມາໄດ້ມາດຕະຖານ, ນັ້ນກໍ່ຄື ນຳໄປປຸງແຕ່ງ ເປັນອາຫານ, ເສັ້ນເຂົ້າປຸ້ນ ຕ້ອງມີຄວາມອ່ອນ, ໜຽວ, ບໍ່ມຸ່ນ, ຫອມແຊບ, ບໍ່ສົ້ມ...ຮຽກຮ້ອງໃຫ້ຜູ້ເຮັດເຂົ້າປຸ້ນ ຕ້ອງ ມີ ປະສົບການໃນການເລືອກເຂົ້າ, ອົບເຂົ້າ, ຕົ້ມເຂົ້າປຸ້ນ... ເພາະ ເວລາອົບ ແລະ ອຸ່ນຫະພູມ ນ້ຳຕົ້ມເຂົ້າປຸ້ນ ຈະເປັນຕົວຕັດສິນ ຄຸນນະພາບ ຂອງເສັ້ນເຂົ້າປຸ້ນ.

ການເຮັດເຂົ້າປຸ້ນແຫ້ງເປັນວຽກທີ່ໜັກໜ່ວງ ເຊິ່ງຕ້ອງມີຄວາມລະມັດລະວັງ ແລະ ລະອຽດຫຼາຍ ໃນແຕ່ລະຂັ້ນຕອນ. ພາບ: ຫງວຽນຈິ້ງ

ເຂົ້າປຸ້ນ ແມ່ນເຮັດດ້ວຍມື ເກືອບທຸກຂັ້ນຕອນ,  ມີພຽງຂັ້ນຕອນ ບີບເສັ້ນເຂົ້າປຸ້ນ ຈຶ່ງຕ້ອງໃຊ້ເຄື່ອງຈັກ ເພື່ອເຮັດໃຫ້ເສັ້ນ ເຂົ້າປຸ້ນ ຍາວເທົ່າກັນ ແລະ ຍັງຊ່ວຍຫຼຸດຜ່ອນແຮງງານຄົນ. ພິເສດ, ເຂົ້າ ປຸ້ນ ຮວ່າວາງ ແມ່ນຜະລິດຈາກວັດຖຸດິບ ທີ່ມີໃນ ທຳມະຊາດ ທັງ ໝົດ ໂດຍບໍ່ໃຊ້ສານກັນບູດ, ສະນັ້ນ ເຂົ້າປຸ້ນ ຈິ່ງຮັບປະກັນສຸຂະ ອະນາໄມ ຂອງອາຫານທັງເກັບຮັກຮັກສາໄວ້ໄດ້ດົນ.

 

ຊາວ​ບ້ານ ເຢືອງເຊີນ, ຕາ​ແສງ ຮ​ວ່າ​ຕ໋ຽນ, ເມືອງ ຮວ່າ​ວາງ ມີ​ອາ​ຊີບ​ເຮັດ​ເຂົ້າ​ປຸ້ນ​ແຫ້ງ ທີ່ມີຊີ່ສຽງຢູ່ ດ່າ​ໜັງ.
ພາບ: ຫງວຽນຈິ່ງ

ປັດຈຸ​ບັນ, ອາຊີບ​ເຮັດ​ເຂົ້າປຸ້ນ​ແຫ້ງ​ ຢູ່​ເມືອງ ຮວ່າວາງ ​ບໍ່​ເປັນທ່ີນິ ຍົມ ຂອງ ຜູ້ຄົນອີກ​ແລ້ວ, ​ແຕ່​ດ້ວຍ​ຄວາມ​ຮັກ​ ແລະ ຄວາມກະຕື ລື ລົ້ມ​ໃນ​ອາຊີບ, ຄົນ​ຄື​ທ່ານ​ ເຢືອງ ​ແລະ ທ່ານນາງ ຈ່າ ​ໄດ້​ຮັກສາ​ໄວ້ໃຫ້ ດ່າ​ໜັງ ອາຊີບພື້ນເມືອງ ໜຶ່ງຂອງບ້ານເກີດ ເມືອງນອນ. ຍ້ອນ​ແນວ​ນັ້ນ, ຜະລິດ​ຕະ​ພັນ ​ເຂົ້າປຸ້ນແຫ້ງ ຮວ່າວາງ ຍັງ​ຄົງ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ຈາກ​ຜູ້​ບໍລິ​ໂພ​ກຢູ່​ນະຄອນ ດ່າໜັງ, ກວ໋າງ​ນາມ ​ແລະ ​ກວ໋າງ​ຫງາຍ ໃນການເລືອກ ເພື່ອເຮັດອາຫານ​ປະຈຳ​ວັນ ​ແລະ ງານລ້ຽງຮັບຮອງແຂກ ໃຫ້ມີຄວາມອຸດົມສົມບູນ ຍິ່ງຂຶ້ນ.

  •  
  • ບົດ ແລະ ພາບ: ຫງວຽນຈິ່ງ - ແປໂດຍ: ຢືຟຽນ

Top