ອາຊີບເຮັດເຂົ້າປຸ້ນແຫ້ງ ຢູ່ ດ່າໜັງ
ດ່າໜັງ ເປັນດິນແດນ ທີ່ມີຫຼາຍອາຊີບຫັດຖະກຳພື້ນເມືອງ ທີ່ມີ ຊື່ ສຽງໂດ່ງດັງ ທົ່ວປະເທດ ເຊັ່ນ: ແກະສະຫຼັກຫີນ ຫງູ໊ແຫ່ງເຊີນ, ຕໍ່າ ສາດຢູ່ ເກີມເນ, ນ້ຳປາ ນາມໂອ, ເຂົ້າຂຽບ ຕຸຍລວານ, ເຂົ້າໜົມ ແມສືງ ປ້າ ຫຼຽ໊ວ (ເຂົ້າໜົມ ພື້ນເມືອງ ຜະລິດ ທົ່ວໄປຢູ່ ດ່າໜັງ ແລະ ເຫວ້)… ແລະ ຍັງມີ ອາຊີບເຮັດເຂົ້າປຸ້ນແຫ້ງ ຢູ່ ຮວ່າວາງ ອີກດ້ວຍ. ເຖິງວ່າອາຊີບເຮັດເຂົ້າປຸ້ນແຫ້ງ ຈະມີລາຍຮັບບໍ່ຫຼາຍ, ແຕ່ຜະລິດຕະພັນດັ່ງກ່າວ ໄດ້ຮັບຄວາມນິຍົມ ຈາກຜູ້ບໍລິໂພກເປັນ ຈໍານວນຫຼາຍ ເພາະແມ່ນເຄື່ອງປະກອບອາຫານພື້ນເມືອງຫຼາຍເຍື່ອງຂອງຊາວເມືອງ ກວ໋າງນາມ, ເພາະສະນັ້ນ, ຊາວເມືອງ ຮວ່າ ວາງ ຍັງຄົງຮັກສາອາຊີບ ເກົ່າໄວ້ໄດ້.
ຖ້າຊາວພາກເໜືອ ມັກເສັ້ນລ້ອນ, ຊາວພາກໃຕ້ ມັກໃຊ້ເສັ້ນໝີ່ ສົດ, ສ່ວນຊາວເມືອງ ກວ໋າງນາມ ມັກໃຊ້ເຂົ້າປຸ້ນແຫ້ງ ເພື່ອປຸງແຕ່ງອາຫານ. ປະຈຳວັນ, ໂດຍສະເພາະໃນງານລ້ຽງ, ງານບຸນ, ຊາວເມືອງ ກວ໋າງນາມ ມັກໃຊ້ເຂົ້າປຸ້ນແຫ້ງ ເພື່ອປຸງແຕ່ງ ເປັນຂົ້ວ, ແກງ ໃນງານລ້ຽງຮັບຮອງແຂກ. ເສັ້ນເຂົ້າປຸ້ນແຫ້ງ ເມື່ອເອົາ ໄປປຸງແຕ່ງກັບ ສ່ວນປະກອບຫຼາຍຢ່າງເຊັ່ນ: ຊີ້ນ, ປາ, ຜັກ, ຫົວ, ໝາກໄມ້... ກາຍເປັນ ຄວາມແຊບ ແລະ ສົດຊື່ນ ຢ່າງບໍ່ສາມາດ ອະທິບາຍ ໄດ້. ຍ້ອນເຫດນັ້ນ, ເຖິງວ່າ ຈະມີສ່ວນປະກອບຫຼາຍປະເພດ ຄື: ໝີ່, ເສັ້ນລ້ອນ, ເຂົ້າປຸ້ນ, ເຝີ... ດ້ວຍຫຼາຍປະເພດທີ່ ນັບມື້ນັບຫຼາຍຂຶ້ນ ຢູ່ໃນທ້ອງຕະຫຼາດກໍ່ຕາມ, ແຕ່ເຂົ້າປຸ້ນແຫ້ງ ດ່າໜັງ ຍັງຄົງມີຊື່ໃນລາຍການອາຫານ ຂອງ ແມ່ບ້ານ ທີ່ມີສີມືດີຢູ່ເມືອງ ກວ໋າງນາມ.
ໃນຊຸມມື້ຮ້ອນແຮງ ຂອງ ເດືອນ ພຶດສະພາ ນີ້, ພວກຂ້າພະເຈົ້າໄດ້ໄປບ້ານ ເຢືອງເຊີນ (ຕາແສງ ຮວ່າຕຽ໋ນ, ເມືອງ ຮວ່າວາງ, ນະ ຄອນ ດ່າໜັງ) ເພື່ອຄົ້ນຫາ ໂຮງງານຜະລິດ ເຂົ້າປຸ້ນ ທີ່ເກົ່າແກ່ ແລະ ມີຊື່ສຽງຂອງດິນແດນແຫ່ງນີ້. ນັ້ນແມ່ນໂຮງງານ ຜະລິດເຂົ້າ ປຸ້ນ ເຢືອງຈ່າ ຂອງທ່ານ ຫງວຽນຮົ່ງເຢືອງ ແລະ ທ່ານນາງ ຟ້າມທິຈ່າ. ມື້ທີ່ພວກຂ້າພະເຈົ້າມາເຖິງ ພໍດີກັບເວລາທີ່ ເຂົາເຈົ້າ ກໍາລັງ ຫຍຸ້ງຢູ່ໃນຂັ້ນຕອນສຸດທ້າຍ ຂອງການກະກຽມສິນຄ້າ ເພື່ອສົ່ງ ໃຫ້ ລູກຄ້າ. ທ່ານນາງ ຈ່າ ໃຫ້ຮູ້ວ່າ ໂຮງງານຜະລິດເຂົ້າປຸ້ນຂອງຕົນ ມີມາເປັນເວລາ 30 ກວ່າປີ ແລະ ແມ່ນໜຶ່ງໃນບັນດາໂຮງງານຜະ ລິດເຂົ້າປຸ້ນ ເກົ່າແກ່ທີ່ສຸດຢູ່ ດ່າໜັງ - ກວ໋າງນາມ.
ທ່ານນາງ ຈ່າ ໃຫ້ຮູ້ວ່າ: “ເມື່ອກວ່າ 30 ປີກ່ອນ, ຢູ່ ດ່າໜັງ - ກວ໋າງ ນາມ ມີໂຮງງານຜະລິດເຂົ້າປຸ້ນແຫ້ງ ພຽງ 1 ຫຼື 2 ແຫ່ງ ເທົ່ານັ້ນ, ປັດຈຸບັນ ນະຄອນ ດ່າໜັງ ໄດ້ພັດທະນາ ແລ້ວ ແຕ່ມີໂຮງງານ ບໍ່ ເກີນ 5 ແຫ່ງ, ສາເຫດທີ່ຄົນເຮັດອາຊີບນີ້ ໜ້ອຍແມ່ນຍ້ອນມັນ ລຳ ບາກ ແລະ ຕ້ອງລະມັດລະວັງໃນທຸກຂັ້ນຕອນ ແຕ່ລາຍຮັບບໍ່ຫຼາຍ”.
ເພື່ອໃຫ້ມີເຂົ້າປຸ້ນແຫ້ງ ຫໍ່ໜຶ່ງແລ້ວຈຳໜ່າຍ ອອກສູ່ຜູ້ບໍລິໂພກ ແມ່ນຕ້ອງຜ່ານຫຼາຍຂັ້ນຕອນເຊັ່ນ: ເລືອກເຂົ້າ, ອົບເຂົ້າ, ສີເຂົ້າ, ການບີບເປັນເສັ້ນເຂົ້າປຸ້ນ, ເອົາເຂົ້າປຸ້ນ ໄປຕາກແຫ້ງ, ຫຸ້ມຫໍ່... ທ່ານນາງຈ່າ ໃຫ້ຮູ້ວ່າ ທຸກມື້, ປະມານ 13:00 ໂມງແລງ ແມ່ນ ຕ້ອງໄປ ນໍາເຂົ້າມ່າ ຂຶ້ນມາ ໄວ້ 2 ຊົ່ວໂມງ ເພື່ອໃຫ້ສະເດັດນໍ້າ ແລ້ວຈຶ່ງເອົາໄປສີ ເປັນແປ້ງ, ຈາກນັ້ນແມ່ນອົບແປ້ງ ອີກປະມານ 2 ຊົ່ວໂມງ ຈຶ່ງເອົາ ໄປບີບເປັນເສັ້ນເຂົ້າປຸ້ນ ແລ້ວຕ້ອງປະໄວ້ຄ້າງຄືນເພື່ອໃຫ້ ເຂົ້າປຸ້ນ ສະເດັດນໍ້າ, ຈະຕ້ອງຕາກແຫ້ງ ແບບທຳມະ ຊາດ ແລະ ເຊົ້າ ມື້ຕໍ່ມາ ຈຶ່ງເອົາໄປ ຕາກແດດໃຫ້ຈົນແຫ້ງ.
ເພື່ອໃຫ້ເຂົ້າປຸ້ນແຫ້ງ ທ່ີຜະລິດອອກມາໄດ້ມາດຕະຖານ, ນັ້ນກໍ່ຄື ນຳໄປປຸງແຕ່ງ ເປັນອາຫານ, ເສັ້ນເຂົ້າປຸ້ນ ຕ້ອງມີຄວາມອ່ອນ, ໜຽວ, ບໍ່ມຸ່ນ, ຫອມແຊບ, ບໍ່ສົ້ມ...ຮຽກຮ້ອງໃຫ້ຜູ້ເຮັດເຂົ້າປຸ້ນ ຕ້ອງ ມີ ປະສົບການໃນການເລືອກເຂົ້າ, ອົບເຂົ້າ, ຕົ້ມເຂົ້າປຸ້ນ... ເພາະ ເວລາອົບ ແລະ ອຸ່ນຫະພູມ ນ້ຳຕົ້ມເຂົ້າປຸ້ນ ຈະເປັນຕົວຕັດສິນ ຄຸນນະພາບ ຂອງເສັ້ນເຂົ້າປຸ້ນ.
ເຂົ້າປຸ້ນ ແມ່ນເຮັດດ້ວຍມື ເກືອບທຸກຂັ້ນຕອນ, ມີພຽງຂັ້ນຕອນ ບີບເສັ້ນເຂົ້າປຸ້ນ ຈຶ່ງຕ້ອງໃຊ້ເຄື່ອງຈັກ ເພື່ອເຮັດໃຫ້ເສັ້ນ ເຂົ້າປຸ້ນ ຍາວເທົ່າກັນ ແລະ ຍັງຊ່ວຍຫຼຸດຜ່ອນແຮງງານຄົນ. ພິເສດ, ເຂົ້າ ປຸ້ນ ຮວ່າວາງ ແມ່ນຜະລິດຈາກວັດຖຸດິບ ທີ່ມີໃນ ທຳມະຊາດ ທັງ ໝົດ ໂດຍບໍ່ໃຊ້ສານກັນບູດ, ສະນັ້ນ ເຂົ້າປຸ້ນ ຈິ່ງຮັບປະກັນສຸຂະ ອະນາໄມ ຂອງອາຫານທັງເກັບຮັກຮັກສາໄວ້ໄດ້ດົນ.
ປັດຈຸບັນ, ອາຊີບເຮັດເຂົ້າປຸ້ນແຫ້ງ ຢູ່ເມືອງ ຮວ່າວາງ ບໍ່ເປັນທ່ີນິ ຍົມ ຂອງ ຜູ້ຄົນອີກແລ້ວ, ແຕ່ດ້ວຍຄວາມຮັກ ແລະ ຄວາມກະຕື ລື ລົ້ມໃນອາຊີບ, ຄົນຄືທ່ານ ເຢືອງ ແລະ ທ່ານນາງ ຈ່າ ໄດ້ຮັກສາໄວ້ໃຫ້ ດ່າໜັງ ອາຊີບພື້ນເມືອງ ໜຶ່ງຂອງບ້ານເກີດ ເມືອງນອນ. ຍ້ອນແນວນັ້ນ, ຜະລິດຕະພັນ ເຂົ້າປຸ້ນແຫ້ງ ຮວ່າວາງ ຍັງຄົງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ຈາກຜູ້ບໍລິໂພກຢູ່ນະຄອນ ດ່າໜັງ, ກວ໋າງນາມ ແລະ ກວ໋າງຫງາຍ ໃນການເລືອກ ເພື່ອເຮັດອາຫານປະຈຳວັນ ແລະ ງານລ້ຽງຮັບຮອງແຂກ ໃຫ້ມີຄວາມອຸດົມສົມບູນ ຍິ່ງຂຶ້ນ.
- ບົດ ແລະ ພາບ: ຫງວຽນຈິ່ງ - ແປໂດຍ: ຢືຟຽນ