ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ຫັນເປັນ ດີຈີຕອນ ເພື່ອສ້າງປະຊາຄົມ ASEAN ແບບຍືນຍົງ

ໂດຍການຄວ້າໂອກາດ​ ໃນ​ຍຸກ ​ດີຈິີຕອນ​ ຈະ​ຊ່ວຍ​ໃຫ້​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້ (ASEAN) ກາຍເປັນ​ຕົວ​ແບບ​ ໃນການ​ຫັນປ່ຽນ​ດ້ານ​ ດີຈີ​ຕອນ ​ລະດັບໂລກ. ການຫັນ ເປັນ ດີຈີຕອນ ຍັງເປັນ ຍຸດທະສາດ ມຸ່ງສູ່ການສ້າງປະຊາຄົມ ASEAN ແບບຍືນຍົງ, ມີຄວາມສະໜິດຕິດພັນ ທາງດ້ານການ ເມືອງ, ການເຊື່ອມໂຍງ ທາງດ້ານເສດຖະກິດ ແລະ ແບ່ງປັນ ຄວາມຮັບຜິດຊອບທາງສັງຄົມ ຮ່ວມກັນ, ຮັບ ປະກັນ ເປັນທີ່ຕັ້ງ ໃຈກາງ ຂອງ ອາຊີ ທີ່ຂະຫຍັນຂັນເຄື່ອນ.

ປັດຈຸ​ບັນ, ASEAN ​ແມ່ນ​ໜຶ່ງ​ໃນ​ບັນດາ​ພາກ​ພື້ນ​ທີ່​ເສດຖະກິດ​ ດີ​ຈີ​ຕອນ​ ເຕີບ​ໂຕ​ໄວ​ທີ່​ສຸດ​ໃນ​ໂລກ, ດ້ວຍ​ຍອດ​ມູນ​ຄ່າ​ການ​ເຄື່ອນ​ໄຫວ​ບັນລຸ 218 ຕື້ໂດລາສະຫະລັດ ​ໃນ​ປີ 2023. ຄາດ​ວ່າ​ ຂະ​ໜາດ​ເສດຖະກິດ​ ດີ​ຈີ​ຕອນ​ ໃນ​ພາກ​ພື້ນ​ ຈະ​ບັນລຸ 600 ຕື້ ໂດລາສະຫະລັດ ​ໃນປີ 2030, ອັດຕາ​ການ​ເຕີບ​ໂຕ​ ສູງເຖິງ 16% ຕໍ່ປີ.

ຄວາມ​ພະ​ຍາ​ຍາມ​ຫັນ​ເປັນ ​ດິີຈີຕອນ​ ຊ່ວຍ​ບັນ​ດາ​ປະ​ເທດ​ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ ຂະ​ຫຍາຍ​ການ​ຄ້າ​ ແລະ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ. ​ພິເສດ, ​ເມື່ອ​ລະບົບ​ຊຳລະ​ຂ້າມ​ແດນ​ ໃນພາກພື້ນ ພວມ​ຜັນ​ຂະຫຍາຍ​ຢູ່ 5 ປະ​ເທດ (ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ​ໄທ ​ແລະ ສິງກະ​ໂປ) ​ໄດ້ເປີດກວ້າງແລະ ​ເຊື່ອມ ​ຕໍ່​ກັບ​ບັນດາ​ສະມາຊິກ ​ທັງ​ໝົດ 10 ປະ​ເທດ, ຈະ​ຊ່ວຍ​ເພີ່ມ​ທະວີ​ການ​ເຊື່ອມ​ໂຍງ​ດ້ານ​ການ​ເງິນ​ລະຫວ່າງ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ, ນຳ ​ ASEAN ເຂົ້າ​ໃກ້​ກັບເປົ້າ​ໝາຍ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ຍິ່ງຂຶ້ນ.

ຜູ້​ສ້າງ​ເນື້ອ​ໃນ​ຂາຍ​ສິນ​ຄ້າ OCOP ທາງ​ອອນ​ລາຍ ​ຂອງ ແຂວງ ຮ່າ​ຕິ໊ງ. ພາບ: VNA

ການຊຳລະທີ່ງ່າຍ ແລະ ວ່ອງໄວ ສາມາດສົ່ງເສີມການຄ້າ ແລະ ການ ທ່ອງທ່ຽວ ພາຍໃນ ASEAN. ​ທ່ານ Nico Han, ນັກ​ວິ​ເຄາະ​ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ວາລະສານ The Diplomat) ໃຫ້ຮູ້ວ່າ:ລະບົບ​​ຊຳລະ ດີ​ຈີ​ຕອນ ​ຂ້າມ​ແດນ ທີ່​ເປັນ​ເອກະ​ພາບ​ ຈະ​ຊຸກຍູ້​ຄວາມຮູ້ສຶກກ່ຽວກັບລັດທິ​ພາກ​ພື້ນນິຍົມ ​ແລະ ບົດບາດ​ເປັນໃຈກາງ ​ຂອງ​ ASEAN ໃນ​ການ​ຄຸ້ມ​ຄອງ​ບັນດາບັນຫາ​ສາກົນ”.

ASEAN ມີຜູ້ບໍລິໂພກ ດີຈີຕອນ ຫຼາຍກວ່າ 400 ລ້ານຄົນ, ປະຊາກອນ ທີ່ມີຄວາມຮູ້ທາງດ້ານ ເຕັກໂນໂລຊີ ໄດ້ເພີ່ມຂຶ້ນ ແລະ ຂົງເຂດການຄ້າ ເອເລັກໂຕຣນິກ ທີ່ສ້າງລາຍຮັບຫຼາຍກວ່າ 100 ຕື້ໂດລາສະຫະລັດ ໃນປີ 2023, ເພີ່ມຂຶ້ນ 8 ເທົ່າ ເມື່ອ ທຽບກັບປີ 2016. ອີງຕາມການລາຍງານຂອງບໍລິສັດຄົ້ນຄວ້າ ການຕະຫຼາດ Statista (ເຢຍລະມັນ), ຄາດການວ່າ ASEAN ຈະບັນລຸອັດຕາການຂະຫຍາຍຕົວ ປະຈໍາປີ ເພີ່ມຂຶ້ນເຖິງ 11.43% ໃນ 5 ປີຂ້າງໜ້າ, ເທົ່າກັບບັນດາປະເທດ ທີ່ ພັດທະນາໃນໂລກເຊັ່ນ: ສ ອາເມລິກາ, ສປ ຈີນ, ການາດາ. ລາຍ​ຮັບ​ຂອງການຄ້າ ເອເລັກໂຕຣນິກ ​ໃນ​ພາກ​ພື້ນ ​ເຖິງປີ 2027 ອາດບັນລຸ 175 ຕື້ ໂດລາສະຫະລັດ. ​ປັດຈຸ​ບັນ ໃນພາກພື້ນ​ ມີບໍລິສັດ ເລີ່​ມຕົ້ນທຸລະກິດ​ດ້ານ ​ດີຈີຕອນ ກວ່າ 7.000 ​ແຫ່ງ​, 80% ມີ​ສຳນັກງານ​ໃຫຍ່​ຢູ່​ ອິນ​ໂດ​ເນ​ເຊຍ, ສິງກະ​ໂປ ຫຼື ຫວຽດນາມ.

ງານວາງສະແດງການບິນ Singapore 2024 ໄດ້ນຳໃຊ້ ເຕັກໂນໂລຊີ ຂໍ້ມູນຂ່າວສານ ເພື່ອຊ່ວຍໃຫ້ບັນດາທີມງານ ທີ່ເຂົ້າຮ່ວມ ປະຕິບັດໄດ້ຢ່າງສວຍງາມ ແລະ ປະທັບໃຈ.
ພາບ: ຊິນຮົວ
/VNA

ໃນການສົນທະນາ ກັບ​ບັນດາ​ວິ​ສາ​ຫະກິດ ​ASEAN ແລະ ບັນດາ​ຄູ່​ຮ່ວມ​ມື​ ໃນຫົວ​ຂໍ້ ປະຊາ​ຄົມ ​ວິ​ສາ​ຫະກິດ ASEAN, ເຊື່ອມໂຍງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ​ແລະ ຍືນ​ຍົງ: ຍາດ​ແຍ່ງ​ກາລະ​ໂອກາດ​ໃນ​ຍຸກ​ ດີ​ຈີ​ຕອນ​ໃນ​ຂອບ​ເຂດ​ເວທີ​ປາ​ໄສ​ ອະນາຄົດ ​ASEAN 2024, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ ມິງຈິ໋ງ ​ໄດ້​ສະ​ເໜີ 3 ທິດ​ບຸກທະລຸ​ເພື່ອ ເຮັດ​ໃຫ້​ ASEAN ​ເປັນ​ຕົວ​ແບບ​ໃນ​ການ​ຫັນ​ເປັນ ດີຈີ​ຕອນ ໃນ​ທົ່ວ​ໂລກ. ໜຶ່ງ: ຊຸກຍູ້​ການ​ເຂົ້າ​ເຖິງ​ຢ່າງ​ສະ​ເໝີ​ພາບ​ໃນ​ການ​ຫັນ​ເປັນ​ ດີ​ຈີ​ຕອນ, ​ເສດຖະກິດ​ ດີ​ຈີ​ຕອນ ບົນ​ຫຼັກການ ຜົນ​ປະ​ໂຫຍ​ດທີ່​ກົມກຽວ, ​ແບ່ງປັນ​ຄວາມ​ສ່ຽງ”. ສອງ: ຊຸກຍູ້​​ອີງໃສ່ກຳລັງແຮງຂອງຕົນ, ​ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ​ເປັນເຈົ້າຕົນເອງ ຂອງ ASEAN ​ໃນ​ການ​ຫັນ​ເປັນ​ດີຈີຕອນ. ​ສາມ: ຊຸກຍູ້​ການ​ເຂົ້າເຖິງ ໃນທົ່ວໂລກ, ທົ່ວປວງ ຊົນ, ຮອບດ້ານ ໃນການພັດທະນາ​ເສດຖະກິດ ​ດີ​ຈີ​ຕອນ​ ຂອງ​ ASEAN.

ຕາມ HSBC, ຢູ່ ASEAN, ຫວຽດນາມ ແມ່ນພື້ນຖານ ເສດຖະກິດ ດີຈີຕອນ ຂະຫຍາຍໂຕໄວທີ່ສຸດ ໃນປີ 2022, 2023 ແລະ ຄາດວ່າ ຈະຮັກສາຖານະນີ້ ໄປຮອດປີ 2025. ປັດຈຸບັນ, ເສດຖະກິດ ດີຈີຕອນ ຂອງ ຫວຽດນາມ ແມ່ນນຳໜ້າ ໂດຍການ ຄ້າ ເອເລັກໂຕຣນິກ, ການທ່ອງທ່ຽວ ແລະ ການສື່ສານທາງ ອິນເຕີເນັດ. ​ຄາດ​ວ່າ ຈຳນວນຜູ້​ໃຊ້​ ສະ​ມາດ​ໂຟນ ​ຈະ​ບັນລຸ 67,3 ລ້ານ​ຄົນ ​ໃນ​ປີ 2026, ກວມ​ເອົາ 96,9% ຂອງ​ຜູ້​ໃຊ້ ​ອິນ​ເຕີ​ເນັດ, ຫວຽດນາມ ກາຍ​ເປັນ​ຕະຫຼາດ ​ທີ່​ດຶງດູດໃຈ ​ຂອງ ຂະແໜງ​ອຸດສາຫະກຳ ​ດີຈີຕອນ ​ແລະ ບັນດາ​ວິ​ສາ​ຫະກິດ ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ພວມ​ເຄື່ອນ​ໄຫວ​ໃນຂົງເຂດ.

ປັດຈຸບັນ, ASEAN ພວມຢູ່ໃນຂັ້ນຕອນການເຈລະຈາ ຂໍ້ຕົກລົງ ຂອບການຫັນເປັນເສດຖະກິດ ດີຈີຕອນ ໃນພາກພື້ນ, ຄາດວ່າ ຈະໃຫ້ສຳເລັດໃນປີ 2025 ແລະ ນີ້ຈະເປັນພື້ນຖານອັນ ໜັກແໜ້ນ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ ດີຈີຕອນ ພາຍໃນສະມາຄົມ, ເປັນຕົ້ນແມ່ນການພັດທະນາ ຂະແໜງ ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ການສື່ ສານ; ຊຸກຍູ້​ການ​ຫັນ​ເປັນ ​ດີຈີຕອນ ​ຂອງ​ບັນດາຂະແໜງການ ​ແລະ ຂົງ​ເຂດ​ທີ່​ຕິດ​ພັນ​ກັບ​ການ​ນຳ​ໃຊ້​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ, ​ນະວັດຕະກຳ ແລະ ຄວາມຄິດສ້າງສັນ; ຍົກສູງຄວາມສາມາດໃນການຄຸ້ມຄອງ ດີຈີຕອນ ແລະ ພັດທະນາ ຂໍ້ມູນ ດີຈີຕອນ.

ການຫັນເປັນ ດີຈີຕອນ ບໍ່ພຽງແຕ່ແມ່ນ ເຕັກໂນໂລຊີ ເທົ່ານັ້ນ, ແຕ່ຍັງເປັນການປ່ຽນແປງອັນເລິກເຊິ່ງ ມີລັກສະນະທົ່ວໂລກ, ທົ່ວປວງຊົນ ແລະ ຮອບດ້ານ. ບັນດາຜູ້ນຳ ASEAN ໄດ້ຢືນຢັນ ບົດບາດບຸກເບີກຂອງປະຊາຄົມ ວິສາຫະກິດ ASEAN ແລະ ບັນດາປະເທດຄູ່ຮ່ວມມືໃນການຫັນເປັນ ດີຈີຕອນ, ແນໃສ່ ປະກອບສ່ວນສຳຄັນ ເຂົ້າໃນການ ພັດ​ທະ​ນາ​ ຢ່າງ​ວ່ອງ​ໄວ, ຍືນ​ຍົງ ແລະ ກວມລວມ​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​ ASEAN, ພາກ​ພື້ນ ແລະ ໃນໂລກ.

  • ບົດ: VNP ສັງລວມ - ພາບ: VNA - ແປໂດຍ: ຢືຟຽນ


Top