ຫວຽດນາມ ສ້າງບາດກ້າວບຸກທະລຸ ໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນເປັນດີຈີຕອນ
ດ້ວຍເປົ້າໝາຍກາຍເປັນປະເທດ ອຸດສາຫະກຳ ທັນສະໄໝ ໃນປີ 2030 ແລະ ເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045, ຫວຽດນາມ ຖືການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນ ໃໝ່ປະດິດສ້າງ ແລະ ຫັນເປັນດີຈີຕອນ ແມ່ນກຳລັງຜັກດັນ ທ່ີສຳຄັນ. ຕາມທ່ານເລຂາທິການໃຫຍ່ ໂຕເລີມ, ນີ້ແມ່ນ “ກະແຈ ຄຳ” ເພື່ອເຮັດໃຫ້ ຄວາມມຸ່ງມາດປາດຖະໜາ ກາຍເປັນປະເທດເຂັ້ມ ແຂງ ແລະ ວັດທະນາຖາວອນ ຂອງປະເທດຊາດ ປະກົດຜົນ ເປັນຈິງ.
ນັບແຕ່ວັນທີ 18 ພຶດສະພາ 1963, ຢູ່ຫໍປະຊຸມ ບາດິ່ງ, ກອງປະ ຊຸມໃຫຍ່ ຄັ້ງທຳອິດ ຂອງສະມາຄົມເຜີຍແຜ່ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຮັບການຈັດຂຶ້ນ, ເປັນຂີດໝາຍເຫດ ການອັນສຳຄັນ ໃນປະຫວັດສາດ ວິທະຍາສາດເຕັກໂນໂລຊີ ຂອງຊາດ. ກວ່າ 6 ທົດສະວັດ ຜ່ານມາ, ກອງປະຊຸມໃຫຍ່ ແຫ່ງຊາດ ຄັ້ງທີ 2 ດ້ວຍຂອບຂະໜາດໃໝ່, ສະແດງໃຫ້ເຫັນເຖິງ ຄວາມຕັດສິນໃຈ ຂອງທັງລະບົບການເມືອງ ແລະ ປະເທດຊາດ ໃນວຽກງານຊຸກຍູ້ ການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ເຫັນເປັນດີຈີຕອນ ແຫ່ງຊາດ ຢ່າງແຂງແຮງ.
ກອງປະຊຸມໄດ້ຈັດຂຶ້ນ ເພື່ອແນໃສ່ຕີລາຄາ ການປະຕິບັດມະຕິ ຂອງ ຄະນະບໍລິຫານງານ ສູນກາງພັກ, ກົມການເມືອງ, ຄະນະເລ ຂາ ກ່ຽວກັບການພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ; ເຊື່ອມຊຶມ, ຜັນຂະຫຍາຍປະຕິບັດ ມະຕິເລກທີ 57-NQ/TW ລົງ ວັນທີ 22 ທັນວາ 2024 ຂອງກົມການເມືອງວ່າດ້ວຍ ການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ ປະດິດສ້າງ ແລະ ຫັນເປັນ ດີຈີຕອນ ແຫ່ງຊາດ, ສ້າງບາດກ້າວຫັນປ່ຽນ ຢ່າງກ້າວກະໂດດ ໃນສະຕິ ຄວາມຮັບຮູ້ ແລະ ຈັດຕັ້ງ ປະຕິບັດ, ປະກອບສ່ວນ ນຳປະເທດຊາດ ພັດທະນາ ຮັ່ງມີເຂັ້ມແຂງ ໃນຍຸກໃໝ່-ຍຸກແຫ່ງການ ຂະຫຍາຍຕົວ ຂອງຊາດ.
ປະຕິບັດແນວທາງ, ນະໂຍບາຍຂອງພັກ, ລັດ, ພື້ນຖານວິທະຍາ ສາດ ແລະ ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນເປັນ ດີຈີຕອນ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະກອບສ່ວນ ອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນ ໄພ ທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ການພັດທະນາແບບຍືນຍົງຂອງ ປະເທດ. ຮອດທ້າຍປີ 2024, ອັດຕາສ່ວນ ເສດຖະກິດ ດີຈິີຕອນ ໃນ GDP ຄາດວ່າ ຈະຢູ່ທ່ີ 18,3%. ປີ 2024, ອຸດສາຫະກຳ ເຕັກໂນໂລຊີ ດີຈີຕອນ ໄດ້ບັນລຸ 152 ຕື້ ໂດລາສະຫະລັດ; ວົງເງິນ ການສົ່ງອອກ ຮາດແວ ແລະ ເອເລັກໂຕຣນິກ ຄາດຄະວ່າ ຈະບັນ ລຸ 132 ຕື້ ໂດລາສະຫະລັດ.
ເຖິງຢ່າງໃດກໍຕາມ, ຍັງມີຂໍ້ຈຳກັດ, ຈຸດອ່ອນຫຼາຍຢ່າງ ໃນການ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ ຂອງ ຫວຽດນາມ ເຊັ່ນ: ຄວາມໄວ ແລະ ບາດກ້າວບຸກທະລຸ ກ່ຽວກັບ ການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ ປະດິດສ້າງ ແລະ ຫັນເປັນດີຈີຕອນ ຂອງຊາດ ຍັງຊັກຊ້າ; ຍັງບໍ່ທັນກາຍເປັນ ກຳລັງຜັກດັນ ທ່ີສຳຄັນ ເພື່ອພັດທະນາ ເສດຖະກິດ-ສັງຄົມ; ກຳລັງ ບົ່ມຊ້ອນ, ລະດັບຄວາມສາມາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ ແຫ່ງຊາດ ຍັງຢູ່ຫ່າງໄກ ເມື່ອທຽບໃສ່ ກຸ່ມປະເທດພັດທະນາ; ຄົ້ນຄວ້າ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ ປະດິດສ້າງ ຍັງບໍ່ທັນມີບາດກ້າວບຸກທະລຸ, ບໍ່ທັນເປັນເຈົ້າ ເຕັກໂນໂລຊີ ຍຸດທະສາດ, ເຕັກໂນໂລຊີ ດີຈີຕອນ ຫຼັກ...
ທ່ານ ຖ໋າຍແທງກຸ໋ຍ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະ ເສດຖະກິດສູນກາງ ໃຫ້ຮູ້ວ່າ: ກົມການເມືອງ ຢືນຢັນບົດບາດ ອັນສຳຄັນພິເສດ ຂອງວິທະຍາສາດ ເຕັກໂນໂລຊີ, ປ່ຽນໃໝ່ ປະດິດສ້າງ ແລະ ຫັນປ່ຽນດີຈີຕອນແຫ່ງຊາດ, ກຳນົດຢ່າງຈະແຈ້ງ ວ່າ ນີ້ແມ່ນບາດກ້າວບຸກທະລຸ ສຳຄັນທີ່ສຸດ, ເປັນກຳລັງຊຸກຍູ້ຕົ້ນຕໍ ເພື່ອ ການພັດທະນາ ກຳລັງການຜະລິດ ທັນສະໄໝໂດຍໄວ, ເຮັດໃຫ້ ການພົວພັນດ້ານການຜະລິດສົມບູນແບບ, ປ່ຽນໃໝ່ ວິທີການ ຄຸ້ມຄອງແຫ່ງຊາດ, ພັດທະນາ ເສດຖະກິດ-ສັງຄົມ, ສະກັດກັ້ນ ຄວາມສ່ຽງຖອຍຫຼັງ, ນໍາພາປະເທດຊາດພັດທະນາ ຢ່າງກ້າວກະໂດດ, ຮັ່ງມີເຂັ້ມແຂງ ໃນຍຸກໃໝ່.
ມະຕິຊີ້ອອກຢ່າງຈະແຈ້ງເຖິງລັກສະນະການປະຕິວັດ, ທົ່ວປວງຊົນ ແລະ ຮອບດ້ານ ຂອງ ພາລະກິດ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນເປັນດີຈີຕອນ ແຫ່ງຊາດ, ໃນນັ້ນ ຮຽກຮ້ອງໃຫ້ເພີ່ມທະວີ ການນຳພາຮອບດ້ານ ຂອງພັກ, ເສີມຂະຫຍາຍກຳລັງແຮງສັງລວມ ຂອງ ທົ່ວລະບົບ ການເມືອງ, ການມີສ່ວນຮ່ວມຢ່າງຕັ້ງໜ້າ ຂອງ ນັກທຸລະກິດ, ວິສາຫະກິດ ແລະ ປະຊາຊົນ. ພິເສດແມ່ນສຸມໃສ່ລົງທຶນ ແລະ ສ້າງພື້ນຖານໂຄງລ່າງ ໃຫ້ສົມບູນແບບ; ພັດທະນາ ແລະ ຖືສຳຄັນ ຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ; ຊຸກຍູ້ການຫັນເປັນດີຈີຕອນ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ໃນທຸກຂົງເຂດ; ຍົກສູງປະສິດທິຜົນ ການຄຸ້ມຄອງແຫ່ງຊາດ, ປະສິດທິຜົນການຄຸ້ມຄອງລັດ ໃນທຸກຂົງເຂດ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ...
ນີ້ແມ່ນວຽກ ທ່ີໄດ້ກຳນົດວ່າ ເປັນການປະຕິວັດ ຢ່າງເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດ, ໄດ້ຮັບການຜັນຂະຫຍາຍ ຢ່າງຂຽວຂາດ, ຢຶດໝັ້ນ, ຄົບຊຸດ, ສະເໝີຕົ້ນສະເໝີປາຍ ແລະ ຍາວນານ, ມຸ່ງໄປເຖິງ ຈຸດໝາຍ ຂອງ ຫວຽດນາມ ຮອດປີ 2030 ແມ່ນນອນຢູ່ ໃນກຸ່ມ 3 ປະເທດນຳໜ້າ ອາຊີຕາເວັນອອກສ່ຽງໃຕ້. ກຸ່ມ 50 ປະເທດ ນຳໜ້າໂລກ ໃນການແຂ່ງຂັນດ້ານດີຈີຕອນ ແລະ ດັດຊະນີ ການພັດທະນາ ລັດຖະບານ ເອເລັກໂຕຣນິກ...
ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ