ຫວຽດນາມ ສ້າງບາດກ້າວບຸກທະລຸ ໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນເປັນດີຈີຕອນ

ຫວຽດນາມ ສ້າງບາດກ້າວບຸກທະລຸ ໃນການພັດທະນາວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນເປັນດີຈີຕອນ

ດ້ວຍເປົ້າໝາຍກາຍເປັນປະເທດ ອຸດສາຫະກຳ ທັນສະໄໝ ໃນປີ 2030 ແລະ ເປັນປະເທດພັດທະນາ, ມີລາຍຮັບສູງໃນປີ 2045, ຫວຽດນາມ ຖືການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນ ໃໝ່ປະດິດສ້າງ ແລະ ຫັນເປັນດີຈີຕອນ ແມ່ນກຳລັງຜັກດັນ ທ່ີສຳຄັນ. ຕາມທ່ານເລຂາທິການໃຫຍ່ ໂຕເລີມ, ນີ້ແມ່ນ “ກະແຈ ຄຳ” ເພື່ອເຮັດໃຫ້ ຄວາມມຸ່ງມາດປາດຖະໜາ ກາຍເປັນປະເທດເຂັ້ມ ແຂງ ແລະ ວັດທະນາຖາວອນ ຂອງປະເທດຊາດ ປະກົດຜົນ ເປັນຈິງ.

ນັບແຕ່ວັນທີ 18 ພຶດສະພາ 1963, ຢູ່ຫໍປະຊຸມ ບາດິ່ງ, ກອງປະ ຊຸມໃຫຍ່ ຄັ້ງທຳອິດ ຂອງສະມາຄົມເຜີຍແຜ່ ວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ຮັບການຈັດຂຶ້ນ, ເປັນຂີດໝາຍເຫດ ການອັນສຳຄັນ ໃນປະຫວັດສາດ ວິທະຍາສາດເຕັກໂນໂລຊີ ຂອງຊາດ. ກວ່າ 6 ທົດສະວັດ ຜ່ານມາ, ກອງປະຊຸມໃຫຍ່ ແຫ່ງຊາດ ຄັ້ງທີ 2 ດ້ວຍຂອບຂະໜາດໃໝ່, ສະແດງໃຫ້ເຫັນເຖິງ ຄວາມຕັດສິນໃຈ ຂອງທັງລະບົບການເມືອງ ແລະ ປະເທດຊາດ ໃນວຽກງານຊຸກຍູ້ ການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ເຫັນເປັນດີຈີຕອນ ແຫ່ງຊາດ ຢ່າງແຂງແຮງ. 

ຕອນ​ເຊົ້າ​ວັນ​ທີ 13 ມັງກອນ 2025, ຢູ່​ຫໍປະຊຸມສະພາ​ແຫ່ງ​ຊາດ, ຄະນະ​ເລຂາທິການ​ສູນ​ກາງ​ພັກ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ ທ່ົວປະເທດ ວ່າດ້ວຍ ບຸກທະລຸ ການພັດທະນາ ວິທະຍາສາດ, ເຕັກໂນໂລໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ​ຫັນປ່ຽນ​ດີ​ຈີ​ຕອນ​ແຫ່ງ​ຊາດ ຕາມ​ຮູບ​ແບບຖ່າຍທອດ​ສົດ ​ແລະ ​ຮູບແບບທາງໄກ ຢູ່ຕາມຈຸດຕ່າງໆ ຈາກ​ຂັ້ນ​ແຂວງ​ ເຖິງ​ ຂັ້ນ​ເມືອງ​ຢູ່​ທ້ອງ​ຖິ່ນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕເລີມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ ກ່ຽວກັບ​ພັດ​ທະ​ນາ​  ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນປ່ຽນດີຈີຕອນ ໄດ້ມາ ເຂົ້າຮ່ວມ, ຊີ້ນຳ  ກອງປະຊຸມ ດັ່ງກ່າວ ຢູ່ຈຸດສູນກາງ. ພາບ: VNA
ຕອນເຊົ້າວັນທີ 9 ຕຸລາ 2024, ຄະນະກຳມະການ ປະຊາຊົນ ແຂວງ ເຊີນລາ ໄດ້ຈັດຕັ້ງ ກອງປະຊຸມ ຕອບສະໜອງ ວັນຫັນເປັນ ດີຈີຕອນແຫ່ງຊາດ 2024 ດ້ວຍຫົວຂໍ້ “ເຜີີຍແຜ່ ໂຄງສ້າງພື້ນຖານ ດີຈີຕອນ ແລະ ປະດິດສ້າງ ໝູນໃຊ້ ດີຈີຕອນ ເພື່ອພັດທະນາ ເສດຖະກິດ ດີຈີຕອນ-ພະລັງແຮງໃໝ່ ໃຫ້ການຂະຫຍາຍຕົວເສດຖະກິດ ແລະ ປະສິດທິຜົນ ການອອກແຮງງານ”; ມອບລາງວັນ ການປະກວດ “ຮຽນຮູ້ ແລະ ໂຄສະນາ ກ່ຽວກັບ ການຫັນເປັນ ດີຈີຕອນ ຢູ່ແຂວງ ເຊີນລາ ປີ 2024” ແລະ ງານປະກວດ “ຊອກຮູ້ ກ່ຽວກັບການປະຕິຮູບ ດ້ານບໍລິຫານ ຢູ່ແຂວງ ເຊີນລາ” ຕາມຮູບແບບທາງໄກ ໃຫ້ລວມໝູ່ ແລະ ບຸກຄົນທີ່ໄດ້ຮັບລາງວັນ. ພາບ: VNA

ກອງປະຊຸມໄດ້ຈັດຂຶ້ນ ເພື່ອແນໃສ່ຕີລາຄາ ການປະຕິບັດມະຕິ ຂອງ ຄະນະບໍລິຫານງານ ສູນກາງພັກ, ກົມການເມືອງ, ຄະນະເລ ຂາ ກ່ຽວກັບການພັດທະນາ ວິທະຍາສາດ ແລະ ເຕັກໂນໂລຊີ; ເຊື່ອມຊຶມ, ຜັນຂະຫຍາຍປະຕິບັດ ມະຕິເລກທີ 57-NQ/TW ລົງ ວັນທີ 22 ທັນວາ 2024 ຂອງກົມການເມືອງວ່າດ້ວຍ ການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ ປະດິດສ້າງ ແລະ ຫັນເປັນ ດີຈີຕອນ ແຫ່ງຊາດ, ສ້າງບາດກ້າວຫັນປ່ຽນ ຢ່າງກ້າວກະໂດດ ໃນສະຕິ ຄວາມຮັບຮູ້  ແລະ ຈັດຕັ້ງ ປະຕິບັດ, ປະກອບສ່ວນ ນຳປະເທດຊາດ ພັດທະນາ ຮັ່ງມີເຂັ້ມແຂງ ໃນຍຸກໃໝ່-ຍຸກແຫ່ງການ ຂະຫຍາຍຕົວ ຂອງຊາດ.

ປະຕິບັດແນວທາງ, ນະໂຍບາຍຂອງພັກ, ລັດ, ພື້ນຖານວິທະຍາ ສາດ ແລະ ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນເປັນ ດີຈີຕອນ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງ, ປະກອບສ່ວນ ອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ, ຮັບປະກັນ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນ ໄພ ທຳມະຊາດ, ປົກປັກຮັກສາສິ່ງ​ແວດ​ລ້ອມ, ຮັບມືກັບ​ການ​ປ່ຽນ​ແປງ​ ຂອງ​ສະພາບດິນ​ຟ້າ​ອາ​ກາດ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ ​ປະ​ເທດ. ຮອດ​ທ້າຍ​ປີ 2024, ອັດ​ຕາ​ສ່ວນ ​ເສດ​ຖະ​ກິດ ​ດີ​ຈິີຕອນ ​ໃນ GDP ຄາດ​ວ່າ ​ຈະ​ຢູ່ທ່ີ 18,3%. ປີ 2024, ອຸດສາຫະກຳ ​ເຕັກ​ໂນ​ໂລ​ຊີ​ ດີ​ຈີ​ຕອນ​ ໄດ້​ບັນລຸ 152 ຕື້ ໂດລາສະຫະລັດ; ​ວົງເງິນ ການ​ສົ່ງ​ອອກ ​ຮາດ​ແວ ​ແລະ ​ເອ​ເລັກ​ໂຕຣນິກ ຄາດ​ຄະ​ວ່າ ຈະບັນ ລຸ 132 ຕື້ ໂດລາສະຫະລັດ. 



ເຖິງຢ່າງໃດກໍຕາມ, ຍັງມີຂໍ້ຈຳກັດ, ຈຸດອ່ອນຫຼາຍຢ່າງ ໃນການ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ ຂອງ ຫວຽດນາມ ເຊັ່ນ: ຄວາມໄວ ແລະ ບາດກ້າວບຸກທະລຸ ກ່ຽວກັບ ການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ ປະດິດສ້າງ ແລະ ຫັນເປັນດີຈີຕອນ ຂອງຊາດ ຍັງຊັກຊ້າ; ຍັງບໍ່ທັນກາຍເປັນ ກຳລັງຜັກດັນ ທ່ີສຳຄັນ ເພື່ອພັດທະນາ ເສດຖະກິດ-ສັງຄົມ; ກຳລັງ ບົ່ມຊ້ອນ, ລະດັບຄວາມສາມາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ປ່ຽນໃໝ່ປະດິດສ້າງ ແຫ່ງຊາດ ຍັງຢູ່ຫ່າງໄກ ເມື່ອທຽບໃສ່ ກຸ່ມປະເທດພັດທະນາ; ຄົ້ນຄວ້າ ແລະ ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ ປະດິດສ້າງ ຍັງບໍ່ທັນມີບາດກ້າວບຸກທະລຸ, ບໍ່ທັນເປັນເຈົ້າ ເຕັກໂນໂລຊີ ຍຸດທະສາດ, ເຕັກໂນໂລຊີ ດີຈີຕອນ ຫຼັກ...

ແຂວງ ກຽນຢາງ ສຸມໃສ່ລົງທຶນພັດທະນາ ພື້ນຖານໂຄງລ່າງ ການຫັນເປັນດີຈີຕອນ, ໝູນໃຊ້ຢ່າງແຂງແຮງ, ບຸກເບີກ ເຕັກໂນໂລຊີ ດີຈີຕອນ ແລະ ຂໍ້ມູນດີຈີຕອນ ໃນທຸກຂົງເຂດ, ຕັດສິນໃຈປະຕິບັດ ຍຸດທະສາດພັດທະນາ “ການຫັນເປັນ ດີຈີຕອນ” ໄລຍະ 2022-2025 ແລະ ກຳນົດທິດຮອດປີ 2030. ພາບ: VNA

ທ່ານ ຖ໋າຍແທງກຸ໋ຍ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະ ເສດຖະກິດສູນກາງ ໃຫ້ຮູ້ວ່າ: ກົມການເມືອງ ຢືນຢັນບົດບາດ ອັນສຳຄັນພິເສດ ຂອງວິທະຍາສາດ ເຕັກໂນໂລຊີ, ປ່ຽນໃໝ່ ປະດິດສ້າງ ແລະ ຫັນປ່ຽນດີຈີຕອນແຫ່ງຊາດ, ກຳນົດຢ່າງຈະແຈ້ງ ວ່າ ນີ້ແມ່ນບາດກ້າວບຸກທະລຸ ສຳຄັນທີ່ສຸດ, ເປັນກຳລັງຊຸກຍູ້ຕົ້ນຕໍ ເພື່ອ ການພັດທະນາ ກຳລັງການຜະລິດ ທັນສະໄໝໂດຍໄວ, ເຮັດໃຫ້ ການພົວພັນດ້ານການຜະລິດສົມບູນແບບ, ປ່ຽນໃໝ່ ວິທີການ ຄຸ້ມຄອງແຫ່ງຊາດ, ພັດທະນາ ເສດຖະກິດ-ສັງຄົມ, ສະກັດກັ້ນ ຄວາມສ່ຽງຖອຍຫຼັງ, ນໍາພາປະເທດຊາດພັດທະນາ ຢ່າງກ້າວກະໂດດ, ຮັ່ງມີເຂັ້ມແຂງ ໃນຍຸກໃໝ່. 

ມະຕິ​ຊີ້​ອອກ​ຢ່າງ​ຈະ​ແຈ້ງ​ເຖິງ​ລັກສະນະການ​ປະຕິວັດ, ທົ່ວ​ປວງ​ຊົນ ​ແລະ ຮອບດ້ານ ​ຂອງ​ ພາລະກິດ ພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ປ່ຽນໃໝ່ປະດິດສ້າງ ແລະ ຫັນເປັນດີຈີຕອນ ແຫ່ງຊາດ, ໃນນັ້ນ ຮຽກຮ້ອງ​ໃຫ້​ເພີ່ມ​ທະວີ ​ການ​ນຳພາ​ຮອບດ້ານ​ ຂອງ​ພັກ, ເສີມຂະຫຍາຍກຳລັງແຮງສັງລວມ ຂອງ ທົ່ວລະບົບ ການເມືອງ, ການມີສ່ວນຮ່ວມຢ່າງຕັ້ງໜ້າ ຂອງ ນັກທຸລະກິດ, ວິສາຫະກິດ ແລະ ປະຊາຊົນ. ພິ​ເສດ​ແມ່ນ​ສຸມ​ໃສ່​ລົງທຶນ ​ແລະ ສ້າງ​ພື້ນຖານ​ໂຄງ​ລ່າງ ​ໃຫ້​ສົມບູນ​ແບບ; ພັດທະນາ ແລະ ຖືສຳຄັນ ຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ; ຊຸກຍູ້​ການ​ຫັນ​ເປັນ​ດີ​ຈີ​ຕອນ, ໝູນໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລຊີ, ປ່ຽນໃໝ່ປະດິດສ້າງ ໃນ​ທຸກ​ຂົງ​ເຂດ; ຍົກ​ສູງ​ປະສິດທິ​ຜົນ ​ການ​ຄຸ້ມ​ຄອງ​ແຫ່ງຊາດ, ປະສິດທິ​ຜົນ​ການ​ຄຸ້ມ​ຄອງ​ລັດ​ ໃນ​ທຸກ​ຂົງ​ເຂດ, ຮັບປະກັນ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ...

ນັກຮຽນເຂົ້າຮ່ວມ ໃນການແຂ່ງຂັນຫຸ່ນຍົນໂຮງຮຽນ FPT ເປີດກວ້າງ. ພາບ: VNA

ນີ້ແມ່ນວຽກ ທ່ີໄດ້ກຳນົດວ່າ ເປັນການປະຕິວັດ ຢ່າງເລິກເຊິ່ງ ແລະ ຮອບດ້ານໃນທຸກຂົງເຂດ, ໄດ້ຮັບການຜັນຂະຫຍາຍ ຢ່າງຂຽວຂາດ, ຢຶດໝັ້ນ, ຄົບຊຸດ, ສະເໝີຕົ້ນສະເໝີປາຍ ແລະ ຍາວນານ, ມຸ່ງໄປເຖິງ ຈຸດໝາຍ ຂອງ ຫວຽດນາມ ຮອດປີ 2030 ແມ່ນນອນຢູ່ ໃນກຸ່ມ 3 ປະເທດນຳໜ້າ ອາຊີຕາເວັນອອກສ່ຽງໃຕ້. ກຸ່ມ 50 ປະເທດ ນຳໜ້າໂລກ ໃນການແຂ່ງຂັນດ້ານດີຈີຕອນ ແລະ ດັດຊະນີ ການພັດທະນາ ລັດຖະບານ ເອເລັກໂຕຣນິກ...

ບົດ: VNP - ພາບ: VNA - ແປໂດຍ: ບິກລຽນ


top