ສາຍພົວພັນທີ່ເປັນມູນເຊື້ອ, ສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ ແລະ ສັດ ຊື່ບໍລິສຸດ ລະຫວ່າງ ຫວຽດນາມ - ລາວ

ສາຍພົວພັນທີ່ເປັນມູນເຊື້ອ, ສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ ແລະ ສັດ ຊື່ບໍລິສຸດ ລະຫວ່າງ ຫວຽດນາມ - ລາວ

ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານ ຮ່ວມ ກອງປະຊຸມ ຄະນະກຳມາທິການຮ່ວມມືທະວິພາຄີ ລະຫວ່າງ ລັດຖະ ບານ ຫວຽດນາມ-ລາວ ຄັ້ງທີ 45 ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ໄດ້ສິ້ນສຸດລົງຢ່າງຈົບງາມ.

ນີ້​ແມ່ນ​ການ​ຢ້ຽມ​ຢາມ ລາວ ​ຄັ້ງ​ທຳ​ອິດ ​ຂອງ ສະຫາຍ ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຟ້າມ​​ມິງຈິງ ​ເພື່ອປິດລົງ ຜົນສຳເລັດ ການ​ສະ​ເຫຼີມ​ສະ​ຫຼອງ “ປີ​ສາມັກຄີ ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ, ລາວ - ຫວຽດນາມ 2022”. ສະຫາຍ​ ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ແມ່ນ​ຜູ້ນຳ​ຕ່າງ ປະ​ເທດ​ຄົນ​ທຳ​ອິດ​ທີ່​ມາ​ຢ້ຽມຢາມ ​ລາວ ​ແລະ ​ແມ່ນ​ຜູ້ນຳ​ຕ່າງປະ​ເທດ ​ຄົນ​ທຳ​ອິດ ​ທີ່ ສະຫາຍ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ ຕ້ອນຮັບ​ ໃນ​ປີ 2023.

  ດ້ວຍເວລາພຽງ​ແຕ່ 30 ຊົ່ວ​ໂມງ ​ຢູ່ “ປະ​ເທດ​ລາວລ້ານ​ຊ້າງ”, ສະຫາຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ໄດ້ມີ​ເກືອບ 20 ກິດ​ຈະ​ກຳ ​ທີ່​ແຕກ​ຕ່າງ​ກັນ. ຕາມ​ນັ້ນ​ແລ້ວ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ​ມິງຈິງ ​ໄດ້​ມີ​ການ​ພົບ​ປະ ກັບ ​ສະຫາຍນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ, ​ເຂົ້າ ຢ້ຽມຂ່ຳນັບ ສະຫາຍ ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ລາວ ທອງ​ລຸນ ສີ​ສຸ​ລິດ, ​ພົບປະແລກປ່ຽນຄຳຄິດຄຳເຫັນ ກັບ ສະຫາຍ ​ປະທານ​ສະພາ​ແຫ່ງ​ຊາດ ລາວ ​ໄຊ​ສົມ​ພອນ ພົມວິຫານ, ຢ້ຽມຢາມບັນດາສະຫາຍ ​ອະ ດີດ​ການ​ນຳ ​ພັກ, ລັດ ຂອງ ລາວ.

ສະຫາຍ ນາຍົກລັດຖະມົນຕີ ຟ້າມ​ມິງຈິງ ພົບ​ປະ​ກັບ​ສະຫາຍ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດລາວ ທອງ​ລຸນ ສີ​ສຸ​ລິດ. ພາບ: ເຢືອງຢາງ/VNA
ສະຫາຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ໄດ້​ພົບ​ປະ​ກັບ​ສະຫາຍ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ. ພາບ: ເຢືອງຢາງ/VNA

 ສະຫາຍ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ແລະ ສະຫາຍນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສອນ​ໄຊ ສີ​ພັນ​ດອນ ໄດ້​ເຂົ້າ​ຮ່ວມ ແລະ ເປັນ​ປະ​ທານ​ບັນ​ດາ​ເຫດ​ການ​ສຳ​ຄັນ​ຂອງ 2 ປະ​ເທດ​ຄື: ສະຫຼຸບ “ປີ​​ສາ​ມັກ​ຄີ ມິດຕະພາບ ​ຫວຽດ​ນາມ - ລາວ, ລາວ - ຫວຽດນາມ 2022”; ກອງປະ ຊຸມ ຄະນະ ກຳມາທິການຮ່ວມືທະວິພາຄີ ລະຫວ່າງລັດຖະບານ ຫວຽດນາມ-ລາວ ຄັ້ງທີ 45; ເຂົ້າ​ຮ່ວມ​ກອງ​ປະ​ຊຸມ ​ຮ່ວມ​ມື​ ​ລົງ​ທຶນ​ ຫວຽດ​ນາມ - ລາວ...

 

  ໃນການ​ເຮັດ​ວຽກຄັ້ງຕ່າງໆ, ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນກັນ ປະ ສານສົມທົບ​​ ໃນ​ການ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງເປັນຢ່າງດີ; ສືບ​ຕໍ່​ເສີມຂະຫຍາຍ ສູງສຸດ ການພົວພັນຮ່ວມມື ທີ່ສະໜິດແໜ້ນ, ໄວ້ເນື້ອເຊື່ອ ໃຈ ລະຫວ່າງສອງປະ​ເທດ​ ໃນ​ຂົງ​ເຂດ​ການ​ເມືອງ, ປ້ອງ​ກັນປະເທດ, ປ້ອງກັນ​ຄວາມ​ສະຫງົບ; ປະສານສົມທົບ​ຢ່າງ​ແໜ້ນ​ແຟ້ນ ​ແລະ ຊຸກຍູ້​ການ​ປະຕິບັດ ​ບັນດາ​ຂໍ້​ຕົກລົງ​ຂັ້ນ​ສູງ ​ຢ່າງ​ມີ​ປະສິດທິ​ຜົນ; ປັບປຸງຄຸນ ນະພາບ ແລະ ປະສິດທິຜົນການຮ່ວມມື ລະຫວ່າງ ບັນດາຄະນະພັກ, ກະຊວງ, ຂະແໜງການ ຂອງລັດຖະບານ, ບັນດາອົງການຂອງ ສະພາ ແຫ່ງຊາດ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ຂອງ ສອງ ປະເທດ ຢ່າງບໍ່ຢຸດຢັ້ງ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານ ເສດຖະ ກິດ, ການ ຄ້າ ແລະ ການລົງທຶນ; ສະໜັບສະໜູນ​ເຊິ່ງກັນ ​ແລະ ​ກັນ ​ສ້າງ​ພື້ນຖານ​ເສດຖະກິດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ ກົນ​ຢ່າງ​ກວ້າງຂວາງ ເລິກເຊິ່ງ, ມີ​ປະສິດທິ​ຜົນ ​ແລະ ຢຶດໝັ້້ນ​ກັບ​ເສັ້ນ ທາງ​ກ້າວສູ່​ສັງຄົມ​ນິຍົມ.

ສະຫາຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ໄດ້​ພົບ​ປະ​ກັບ​ສະຫາຍ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ໄຊ​ສົມ​ພອນ ພົມ​ວິ​ຫານ. ພາບ: ເຢືອງຢາງ/VNA

  ສະຫາຍ ​ນາຍົກລັດຖະມົນຕີ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ ລາວ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ ໃນການປະຕິບັດ​ສັນຍາ​ຮ່ວມ​ມື​ຍຸດ​ທະ​ສາດ​ ຫວຽດນາມ - ລາວ ​ໄລຍະ 2021-2030, ສັນຍາ​ຮ່ວມ​ມື​ສອງ​ປະ​ເທດຫວຽດນາມ - ລາວ 2021-2025 ​ແລະ ບັນດາ​ຂໍ້ຕົກ ລົງ, ແຜນການຮ່ວມມືໃນຂົງ ເຂດ ຕ່າງໆ ທີ່ໄດ້ຮັບການລົງນາມ; ສືບ​ຕໍ່​ເພີ່ມ​ທະວີ​ ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ແລະ ທຸກຮູບແບບ ​ເພື່ອ​ແນ​ໃສ່ປັບປຸງ ການພົວພັນ ທາງ ການເມືອງ ທີ່ໄວ້ວາງໃຈ ແບບພິເສດ ແລະ ໝັ້ນຄົງ; ຊຸກຍູ້​ການ​ແລກປ່ຽນ​ທິດ​ສະ​ດີ​ການ​ເມືອງ; ສົມທົບ​ກັນ ​ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບ ຮ້ອຍ​ທາງ​ສັງຄົມ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ. 

  ສອງຝ່າຍ​ເຫັນ​ດີ​ເປັນເອກະພາບກັນ ສືບ​ຕໍ່ຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຟື້ນຟູ ຫຼັງການລະບາດ ​ໂຄ​ວິດ-19, ສ້າງ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ ​ຕາມທິດ​ສັງຄົມ​ນິຍົມ, ເອກະລາດ ​ແລະ ​ເປັນ​ເຈົ້າ​ຕົນ​ເອງ, ຕິດ​ພັນ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ ຢ່າງ​ກວ້າງຂວາງ, ເລິກເຊິ່ງ, ມີ​ປະສິດທິ​ຜົນ ແລະ ສະໜັບສະໜູນ ກັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່່າຍ ຕ່າງໃຫ້ຄວາມສົນໃຈ. 

ສິ່ງ​ທີ່ ​ສະຫາຍ ນາຍົກລັດຖະມົນຕີ ຟ້າມ​ມິງຈິງ ​ເປັນ​ຫ່ວງ​ແມ່ນ​ສາຍ​ພົວ ພັນ​ຮ່ວມ​ມື ຫວຽດນາມ - ລາວ ​ແມ່ນ​ສາຍ​ພົວພັນແບບ​ພິ​ເສດ, ໜຶ່ງບໍ່່ ມີ ສອງ​ໃນ​ໂລກ; ເຂົ້າເມັດຫັກ, ຜັກແບ່ງເຄິ່ງ ແຕ່ການ ພົວພັນ ດ້ານເສດ ຖະກິດ ຍັງບໍ່ທັນ ພັດທະນາ ໃຫ້ສົມກັບ ຄວາມສາມາດບົ່ມຊ້ອນ. 

 ສອງຝ່າຍ​ໄດ້​ລົງ​ນາມ​ໃນ​ເອກະສານ​ຮ່ວມ​ມື 10 ສະບັບ​ເພື່ອ​ແນ​ໃສ່​ຊຸກຍູ້​ ການ​ພົວພັນສອງຝ່າຍ ​​ໃນ​ບັນດາ​ຂົງ​ເຂດ​ຄື: ການ​ທູດ​ເສດຖະກິດ, ​ຄູ່​ຮ່ວມ​ມື​ດີ​ຈີ​ຕອນ... ພາບ: VNA

  ສະ​ນັ້ນ, ສະຫາຍ ນາຍົກລັດຖະມົນຕີ ຟ້າມ​ມິງຈິງ ​ໃຫ້​ຮູ້​ວ່າ: ລັດຖະບານ ສອງປະ​ເທດ ​ຕ້ອງ​ເຮັດໃຫ້ສົມບູນບົດບັນຍັດ ແລະ ປະຕິບັດ​ບັນດາ​ນະ​ໂຍບາຍ​ຢ່າງສະເໝີຕົ້ນສະເໝີປາຍ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ມີ​ຄວາມ​ອຸ່ນ ອຽນໃຈ​ລົງທຶນ; ຮັກສາສະຖຽນລະພາບ ທາງດ້ານການເມືອງ, ເອກະ ລາດ, ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ; ສະພາບແວດ ລ້ອມ ແຫ່ງການ ລົງທຶນທີ່ສະດວກ, ປອດໄພ ເໝາະສົມກັບແຕ່ລະໄລຍະ; ສຳ ລັບ​ຂົງ​ເຂດ ​ສົ່ງ​ເສີມ​ການ​ພັດທະນາ, ຄວນ​ມີ​ກົນ​ໄກ ​ແລະ ນະ​ໂຍບາຍ ສົ່ງເສີມ, ​ບຸລິມະສິດ. ໃນການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຕ້ອງ​ອີງ​ໃສ່​ບົນ ພື້ນຖານ “ຜົນປະໂຫຍດລະຫວ່າງ ລັດ, ປະຊາຊົນ ແລະ ວິສາຫະກິດ ມີ ໃຫ້ມີຄວາມກົມກຽວກັນ”  ແລະ ດ້ວຍ​ຈິດ​ໃຈ “ຜົນປະໂຫຍດ ທ່ີເປັນ ເອກະພາບ-ແບ່ງປັນຜົນກະທົບ”. 

ສະຫາຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ກ່າວ​ຄຳປາໄສ​​ໃນກອງ​ປະ​ຊຸມ​ຮ່ວມ​ມື​ການ​ລົງ​ທຶນ ​ຫວຽດ​ນາມ - ລາວ. ພາບ: ເຢືອງຢາງ/VNA

  ສະຫາຍ ນາຍົກລັດຖະມົນຕີ ຟ້າມ​ມິງຈິງ ສະ​ເໜີ ​ແລະໄດ້ຝ່າຍ ລາວ ເຫັນ​ດີເປັນເອກະພາບວ່າ: ​ໃນ​ປີ 2023, ສຸມ​ໃສ່​ແກ້​ໄຂ​ບັນຫາ ຕ່າງໆ ທີ່ ຍັງຄ້າງຄາຢ່າງ​ຄົບຖ້ວນ, ​ແຕ່​ປີ 2024 ​ເປັນ​ຕົ້ນ​ໄປ, ສຸມ​ໃສ່​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

 ສະຫາຍ ນາຍົກລັດຖະມົນຕີ ​ແລະ ບັນດາສະຫາຍການ​ນຳ ​ລາວ ​ເຫັນ​ດີເປັນເອກະສັນ ໃນການສືບ​ຕໍ່​ຮັກສາ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ ​ຢ່າງ​ໝັ້ນຄົງ​ ໃຫ້​ໄດ້​ ຢ່າງ​ໜ້ອຍ 10-15% ຕໍ່​ປີ; ເປີດກວ້າງ​ການ​ຮ່ວມ​ມື​ດ້ານ​ການ​ລົງ​ທຶນ​ຢ່າງ​ບໍ່​ຢຸດ​ຢັ້ງ, ໃນ​ນັ້ນ​ໄດ້​ເອົາ​ໃຈ​ໃສ່​ຊຸກ​ຍູ້​ການ​ລົງ​ທຶນ​ເຂົ້າບັນ​ດາ​ໂຄງ​ການ​ ຢູ່​ແຂວງຕ່າງໆ ທີ່ຕິດກັບ​ຊາຍ​ແດນ; ສືບ​ຕໍ່​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ຍຸຕິ​ທຳ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ, ວັດທະ ນະທຳ, ທ່ອງ​ທ່ຽວ, ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ ​ແລະ ການ​ຮ່ວມ​ມື ​ລະຫວ່າງ​ ບັນດາ​ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ບັນ ດາ​ແຂວງ​ ຕິດກັບ​ຊາຍ​ແດນ.

 ສອງຝ່າຍ​ກໍ່​ເຫັນ​ດີ​ເປັນເອກະສັນກັນ ສືບ​ຕໍ່​ເພີ່ມ​ທະວີ ​ການ​ຮ່ວມ​ມື​ໃນ​ຂົງ​ເຂດສື່ສານ ແລະ ສື່ມວນຊົນ; ຊຸກຍູ້ການຮ່ວມມື ໃນຂົງເຂດ ການສຶກສາ ແລະ ບຳລຸງສ້າງ; ສຸມ​ໃສ່​ການ​ຮ່ວມ​ມື ​ໃນ​ການ​ຝຶກ​ອົບຮົມ​ ພະນັກງານ​ທຸກ​ຂັ້ນ, ໂດຍສະເພາະຢ່າງຍິ່ງແມ່ນ​ພະນັກງານ​ຫຼັກແຫຼ່ງ. ພິ​ເສດ, ສະຫາຍ ​ນາຍົກລັດຖະມົນຕີ ຟ້າມ​ມິງຈິງ ​ແລະ ບັນດາສະຫາຍການນຳ​ ລາວ ຕ່າງ ກໍມີ​ຄວາມ​ສົນ​ໃຈ ​ແລະ ປາດ​ຖະໜາ ​ຢາກ​ເພີ່ມ​ທະວີ​ການ​ໂຄສະນາ, ສຶກ ສາ​ໃຫ້​ຄົນລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ແຫ່ງ​ການ​ພົວພັນ​ແບບ​ພິ​ເສດ ​ຫວຽດນາມ - ລາວ ​ເພື່ອ​ເພີ່ມພູນຄູນສ້າງ ສາຍ ພົວ ພັນ ມິດຕະພາບ ອັນ​ຍິ່ງ​ໃຫຍ່, ຄວາມສາມັກຄີ​ແບບ​ພິ​ເສດ ​ແລະ ການ ຮ່ວມມື ຮອບດ້ານ ລະຫວ່າງ ຫວຽດນາມ-ລາວ.

ໃນ​ກອບການ​ໄປປະຕິບັດງານ​ຄັ້ງ​ນີ້​ ຂອງ ​ສະຫາຍ ນາຍົກລັດຖະ ມົນຕີ ຟ້າມ​ມິງຈິງ, ສອງຝ່າຍ​ໄດ້​ລົງ​ນາມ​ໃນ 10 ​ເອກະສານ​ຮ່ວມ​ມື​ສຳຄັນ​ ກ່ຽວ​ກັບດ້ານ​ການ​ເງິນ - ​ທະນາຄານ, ການຄົມມະນາຄົມ​ຂົນ​ສົ່ງ, ການ​ທູດ​ເສດຖະກິດ, ວິທະຍາສາດ​ ເຕັກ​ໂນ​ໂລ​ຊີ, ​ເຕັກ​ໂນ​ໂລ​ຊີ​ ຂໍ້​ມູນ​ຂ່າວ​ສານ ແລະ ສື່ມວນຊົນ, ການ​ສຶກສາ ​ແລະ ບຳລຸງ​ສ້າງ, ສາທາລະນະ​ສຸກ...

ສະຫາຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ ໄດ້ຢືນ​ຢັນ ດ້ວຍຄວາມປິຕິ ຍິນ ດີ​ວ່າ: “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022 ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ, ປະກອບສ່ວນ​ ສ້າງ​ບັນ​ຍາ​ກາດ​ເບີກ​ບານ​ມ່ວນ​ຊື່ນ, ຟົດຟື້ນ ແລະ ເພີ່ມພະລັງແຮງໃຫ້​ການ​ພົວ​ພັນ  ແບບ ພິເສດ​ລະ​ຫວ່າງ ຫວຽດ​ນາມ - ລາວ, ລາວ-ຫວຽດນາມ ພັດທະນານັບມື້ ນັບເລິກງ​ເລິກ​ເຊິ່ງ ​ກວ້າງຂວາງ ແລະ ມີ​ປະສິດທິ​ຜົນ, ​ເພື່ອ​ຜົນ​ປະ​ໂຫຍ​ດ ຂອງ​ປະຊາຊົນ ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ”. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ນ້ຳ​ໃຈ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ, ສະໜິດແໜ້ນ, ​ໄວ້​ເນື້ອ​ເຊື່ອ​ໃຈ ​ລະຫວ່າງ​ສອງ​ພັກ, ສອງ​ລັດ ແລະ  ປະຊາຊົນ​ສອງ​ປະ​ເທດ ​ຈະ​ສືບ​ຕໍ່​ໄດ້ ​ຮັດ​ແໜ້ນ, ​ເພີ່ມ​ທະວີ ແລະ ເກີດດອກອອກຜົນ. 

ບົດ ແລະ ພາບ: VNP/VNA 


Top