ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານ ຮ່ວມ ກອງປະຊຸມ ຄະນະກຳມາທິການຮ່ວມມືທະວິພາຄີ ລະຫວ່າງ ລັດຖະ ບານ ຫວຽດນາມ-ລາວ ຄັ້ງທີ 45 ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ໄດ້ສິ້ນສຸດລົງຢ່າງຈົບງາມ.
ການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເປັນປະທານ ຮ່ວມ ກອງປະຊຸມ ຄະນະກຳມາທິການຮ່ວມມືທະວິພາຄີ ລະຫວ່າງ ລັດຖະ ບານ ຫວຽດນາມ-ລາວ ຄັ້ງທີ 45 ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມ ມິງຈິງ ໄດ້ສິ້ນສຸດລົງຢ່າງຈົບງາມ.
ນີ້ແມ່ນການຢ້ຽມຢາມ ລາວ ຄັ້ງທຳອິດ ຂອງ ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ເພື່ອປິດລົງ ຜົນສຳເລັດ ການສະເຫຼີມສະຫຼອງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”. ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ແມ່ນຜູ້ນຳຕ່າງ ປະເທດຄົນທຳອິດທີ່ມາຢ້ຽມຢາມ ລາວ ແລະ ແມ່ນຜູ້ນຳຕ່າງປະເທດ ຄົນທຳອິດ ທີ່ ສະຫາຍນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ຕ້ອນຮັບ ໃນປີ 2023.
ດ້ວຍເວລາພຽງແຕ່ 30 ຊົ່ວໂມງ ຢູ່ “ປະເທດລາວລ້ານຊ້າງ”, ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີເກືອບ 20 ກິດຈະກຳ ທີ່ແຕກຕ່າງກັນ. ຕາມນັ້ນແລ້ວ, ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະ ກັບ ສະຫາຍນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ, ເຂົ້າ ຢ້ຽມຂ່ຳນັບ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ, ພົບປະແລກປ່ຽນຄຳຄິດຄຳເຫັນ ກັບ ສະຫາຍ ປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ, ຢ້ຽມຢາມບັນດາສະຫາຍ ອະ ດີດການນຳ ພັກ, ລັດ ຂອງ ລາວ.
ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບສະຫາຍ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ. ພາບ: ເຢືອງຢາງ/VNA
ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບສະຫາຍ ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ. ພາບ: ເຢືອງຢາງ/VNA
ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ສະຫາຍນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ ໄດ້ເຂົ້າຮ່ວມ ແລະ ເປັນປະທານບັນດາເຫດການສຳຄັນໆ ຂອງ 2 ປະເທດຄື: ສະຫຼຸບ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”; ກອງປະ ຊຸມ ຄະນະ ກຳມາທິການຮ່ວມືທະວິພາຄີ ລະຫວ່າງລັດຖະບານ ຫວຽດນາມ-ລາວ ຄັ້ງທີ 45; ເຂົ້າຮ່ວມກອງປະຊຸມ ຮ່ວມມື ລົງທຶນ ຫວຽດນາມ - ລາວ...
ໃນການເຮັດວຽກຄັ້ງຕ່າງໆ, ສອງຝ່າຍໄດ້ເຫັນດີເປັນເອກະສັນກັນ ປະ ສານສົມທົບ ໃນການປະຕິບັດບັນດາຂໍ້ຕົກລົງຂັ້ນສູງເປັນຢ່າງດີ; ສືບຕໍ່ເສີມຂະຫຍາຍ ສູງສຸດ ການພົວພັນຮ່ວມມື ທີ່ສະໜິດແໜ້ນ, ໄວ້ເນື້ອເຊື່ອ ໃຈ ລະຫວ່າງສອງປະເທດ ໃນຂົງເຂດການເມືອງ, ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ; ປະສານສົມທົບຢ່າງແໜ້ນແຟ້ນ ແລະ ຊຸກຍູ້ການປະຕິບັດ ບັນດາຂໍ້ຕົກລົງຂັ້ນສູງ ຢ່າງມີປະສິດທິຜົນ; ປັບປຸງຄຸນ ນະພາບ ແລະ ປະສິດທິຜົນການຮ່ວມມື ລະຫວ່າງ ບັນດາຄະນະພັກ, ກະຊວງ, ຂະແໜງການ ຂອງລັດຖະບານ, ບັນດາອົງການຂອງ ສະພາ ແຫ່ງຊາດ, ແນວລາວສ້າງຊາດ ແລະ ບັນດາອົງການຈັດຕັ້ງມະຫາຊົນ ຂອງ ສອງ ປະເທດ ຢ່າງບໍ່ຢຸດຢັ້ງ; ສືບຕໍ່ຊຸກຍູ້ການຮ່ວມມືດ້ານ ເສດຖະ ກິດ, ການ ຄ້າ ແລະ ການລົງທຶນ; ສະໜັບສະໜູນເຊິ່ງກັນ ແລະ ກັນ ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ເຊື່ອມໂຍງເຂົ້າກັບສາ ກົນຢ່າງກວ້າງຂວາງ ເລິກເຊິ່ງ, ມີປະສິດທິຜົນ ແລະ ຢຶດໝັ້້ນກັບເສັ້ນ ທາງກ້າວສູ່ສັງຄົມນິຍົມ.
ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບສະຫາຍ ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ. ພາບ: ເຢືອງຢາງ/VNA
ສະຫາຍ ນາຍົກລັດຖະມົນຕີ ແລະ ການນຳຂັ້ນສູງຂອງ ລາວ ໄດ້ເຫັນດີເປັນເອກະສັນ ໃນການປະຕິບັດສັນຍາຮ່ວມມືຍຸດທະສາດ ຫວຽດນາມ - ລາວ ໄລຍະ 2021-2030, ສັນຍາຮ່ວມມືສອງປະເທດຫວຽດນາມ - ລາວ 2021-2025 ແລະ ບັນດາຂໍ້ຕົກ ລົງ, ແຜນການຮ່ວມມືໃນຂົງ ເຂດ ຕ່າງໆ ທີ່ໄດ້ຮັບການລົງນາມ; ສືບຕໍ່ເພີ່ມທະວີ ການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ທຸກຮູບແບບ ເພື່ອແນໃສ່ປັບປຸງ ການພົວພັນ ທາງ ການເມືອງ ທີ່ໄວ້ວາງໃຈ ແບບພິເສດ ແລະ ໝັ້ນຄົງ; ຊຸກຍູ້ການແລກປ່ຽນທິດສະດີການເມືອງ; ສົມທົບກັນ ຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບ ຮ້ອຍທາງສັງຄົມ; ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ.
ສອງຝ່າຍເຫັນດີເປັນເອກະພາບກັນ ສືບຕໍ່ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການຟື້ນຟູ ຫຼັງການລະບາດ ໂຄວິດ-19, ສ້າງພື້ນຖານເສດຖະກິດການຕະຫຼາດ ຕາມທິດສັງຄົມນິຍົມ, ເອກະລາດ ແລະ ເປັນເຈົ້າຕົນເອງ, ຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ ຢ່າງກວ້າງຂວາງ, ເລິກເຊິ່ງ, ມີປະສິດທິຜົນ ແລະ ສະໜັບສະໜູນ ກັນ ຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່່າຍ ຕ່າງໃຫ້ຄວາມສົນໃຈ.
ສິ່ງທີ່ ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນຫ່ວງແມ່ນສາຍພົວ ພັນຮ່ວມມື ຫວຽດນາມ - ລາວ ແມ່ນສາຍພົວພັນແບບພິເສດ, ໜຶ່ງບໍ່່ ມີ ສອງໃນໂລກ; “ເຂົ້າເມັດຫັກ, ຜັກແບ່ງເຄິ່ງ” ແຕ່ການ ພົວພັນ ດ້ານເສດ ຖະກິດ ຍັງບໍ່ທັນ ພັດທະນາ ໃຫ້ສົມກັບ ຄວາມສາມາດບົ່ມຊ້ອນ.
ສອງຝ່າຍໄດ້ລົງນາມໃນເອກະສານຮ່ວມມື 10 ສະບັບເພື່ອແນໃສ່ຊຸກຍູ້ ການພົວພັນສອງຝ່າຍ ໃນບັນດາຂົງເຂດຄື: ການທູດເສດຖະກິດ, ຄູ່ຮ່ວມມືດີຈີຕອນ... ພາບ: VNA
ສະນັ້ນ, ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ລັດຖະບານ ສອງປະເທດ ຕ້ອງເຮັດໃຫ້ສົມບູນບົດບັນຍັດ ແລະ ປະຕິບັດບັນດານະໂຍບາຍຢ່າງສະເໝີຕົ້ນສະເໝີປາຍ ເພື່ອໃຫ້ວິສາຫະກິດມີຄວາມອຸ່ນ ອຽນໃຈລົງທຶນ; ຮັກສາສະຖຽນລະພາບ ທາງດ້ານການເມືອງ, ເອກະ ລາດ, ອະທິປະໄຕ ແລະ ຜືນແຜ່ນດິນ ອັນຄົບຖ້ວນ; ສະພາບແວດ ລ້ອມ ແຫ່ງການ ລົງທຶນທີ່ສະດວກ, ປອດໄພ ເໝາະສົມກັບແຕ່ລະໄລຍະ; ສຳ ລັບຂົງເຂດ ສົ່ງເສີມການພັດທະນາ, ຄວນມີກົນໄກ ແລະ ນະໂຍບາຍ ສົ່ງເສີມ, ບຸລິມະສິດ. ໃນການຮ່ວມມືດ້ານເສດຖະກິດ ຕ້ອງອີງໃສ່ບົນ ພື້ນຖານ “ຜົນປະໂຫຍດລະຫວ່າງ ລັດ, ປະຊາຊົນ ແລະ ວິສາຫະກິດ ມີ ໃຫ້ມີຄວາມກົມກຽວກັນ” ແລະ ດ້ວຍຈິດໃຈ “ຜົນປະໂຫຍດ ທ່ີເປັນ ເອກະພາບ-ແບ່ງປັນຜົນກະທົບ”.
ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳປາໄສໃນກອງປະຊຸມຮ່ວມມືການລົງທຶນ ຫວຽດນາມ - ລາວ. ພາບ: ເຢືອງຢາງ/VNA
ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ແລະໄດ້ຝ່າຍ ລາວ ເຫັນດີເປັນເອກະພາບວ່າ: ໃນປີ 2023, ສຸມໃສ່ແກ້ໄຂບັນຫາ ຕ່າງໆ ທີ່ ຍັງຄ້າງຄາຢ່າງຄົບຖ້ວນ, ແຕ່ປີ 2024 ເປັນຕົ້ນໄປ, ສຸມໃສ່ຊຸກຍູ້ການຮ່ວມມືຢ່າງແທດຈິງ ແລະ ມີປະສິດທິຜົນກວ່າ.
ສະຫາຍ ນາຍົກລັດຖະມົນຕີ ແລະ ບັນດາສະຫາຍການນຳ ລາວ ເຫັນດີເປັນເອກະສັນ ໃນການສືບຕໍ່ຮັກສາການເຕີບໂຕດ້ານການຄ້າ ຢ່າງໝັ້ນຄົງ ໃຫ້ໄດ້ ຢ່າງໜ້ອຍ 10-15% ຕໍ່ປີ; ເປີດກວ້າງການຮ່ວມມືດ້ານການລົງທຶນຢ່າງບໍ່ຢຸດຢັ້ງ, ໃນນັ້ນໄດ້ເອົາໃຈໃສ່ຊຸກຍູ້ການລົງທຶນເຂົ້າບັນດາໂຄງການ ຢູ່ແຂວງຕ່າງໆ ທີ່ຕິດກັບຊາຍແດນ; ສືບຕໍ່ຍົກສູງປະສິດທິຜົນການຮ່ວມມືດ້ານຍຸຕິທຳ, ວິທະຍາສາດ ແລະ ເຕັກໂນໂລຊີ, ວັດທະ ນະທຳ, ທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມື ລະຫວ່າງ ບັນດາທ້ອງຖິ່ນ, ພິເສດແມ່ນບັນ ດາແຂວງ ຕິດກັບຊາຍແດນ.
ສອງຝ່າຍກໍ່ເຫັນດີເປັນເອກະສັນກັນ ສືບຕໍ່ເພີ່ມທະວີ ການຮ່ວມມືໃນຂົງເຂດສື່ສານ ແລະ ສື່ມວນຊົນ; ຊຸກຍູ້ການຮ່ວມມື ໃນຂົງເຂດ ການສຶກສາ ແລະ ບຳລຸງສ້າງ; ສຸມໃສ່ການຮ່ວມມື ໃນການຝຶກອົບຮົມ ພະນັກງານທຸກຂັ້ນ, ໂດຍສະເພາະຢ່າງຍິ່ງແມ່ນພະນັກງານຫຼັກແຫຼ່ງ. ພິເສດ, ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ບັນດາສະຫາຍການນຳ ລາວ ຕ່າງ ກໍມີຄວາມສົນໃຈ ແລະ ປາດຖະໜາ ຢາກເພີ່ມທະວີການໂຄສະນາ, ສຶກ ສາໃຫ້ຄົນລຸ້ນໜຸ່ມຂອງສອງປະເທດ ກ່ຽວກັບຮີດຄອງປະເພນີແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ ເພື່ອເພີ່ມພູນຄູນສ້າງ ສາຍ ພົວ ພັນ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການ ຮ່ວມມື ຮອບດ້ານ ລະຫວ່າງ ຫວຽດນາມ-ລາວ.
ໃນກອບການໄປປະຕິບັດງານຄັ້ງນີ້ ຂອງ ສະຫາຍ ນາຍົກລັດຖະ ມົນຕີ ຟ້າມມິງຈິງ, ສອງຝ່າຍໄດ້ລົງນາມໃນ 10 ເອກະສານຮ່ວມມືສຳຄັນ ກ່ຽວກັບດ້ານການເງິນ - ທະນາຄານ, ການຄົມມະນາຄົມຂົນສົ່ງ, ການທູດເສດຖະກິດ, ວິທະຍາສາດ ເຕັກໂນໂລຊີ, ເຕັກໂນໂລຊີ ຂໍ້ມູນຂ່າວສານ ແລະ ສື່ມວນຊົນ, ການສຶກສາ ແລະ ບຳລຸງສ້າງ, ສາທາລະນະສຸກ...
ສະຫາຍ ນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢືນຢັນ ດ້ວຍຄວາມປິຕິ ຍິນ ດີວ່າ: “ປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022 ໄດ້ຮັບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນ ສ້າງບັນຍາກາດເບີກບານມ່ວນຊື່ນ, ຟົດຟື້ນ ແລະ ເພີ່ມພະລັງແຮງໃຫ້ການພົວພັນ ແບບ ພິເສດລະຫວ່າງ ຫວຽດນາມ - ລາວ, ລາວ-ຫວຽດນາມ ພັດທະນານັບມື້ ນັບເລິກງເລິກເຊິ່ງ ກວ້າງຂວາງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດ ຂອງປະຊາຊົນ ສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ”. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ສະໜິດແໜ້ນ, ໄວ້ເນື້ອເຊື່ອໃຈ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຈະສືບຕໍ່ໄດ້ ຮັດແໜ້ນ, ເພີ່ມທະວີ ແລະ ເກີດດອກອອກຜົນ.
ບົດ ແລະ ພາບ: VNP/VNA