ສະໂມສອນ ເກີ່ມກາ - ນຳມູນເຊື້ອເຂົ້າໃນດົນຕີຍຸກສະໄໝ

ສະໂມສອນ ເກີ່ມກາ - ນຳມູນເຊື້ອເຂົ້າໃນດົນຕີຍຸກສະໄໝ

ເປັນ​ກຽດ ໄດ້ “ຈົດຊື່” ແລະ ກາຍ​ເປັນ​ສະ​ໂມ​ສອນ​ແຫ່ງທີ 40 ຂອງ ໂຮງ​ຮຽນ ຮ່າ​ໂນ້ຍ - Amsterdam, ເກີ່ມກາ ສາມາດ​ເວົ້າ​ໄດ້​ວ່າ​ ແມ່ນ ລຸ້ນນ້ອງ​ ທ່ີ “ເກີດໃໝ່ໃຫຍ່ລຸນ” ພິ​ເສດ​​ໃນດ້ານ​ສິ​ລະປະ, ແມ່ນ​ກຳ​ລັງ​ແຮງ ​ຂອງ​ ໂຮງ​ຮຽນ. ​ເຖິງ​ຢ່າງ​ໃດ​ກໍໍ່ຕາມ, ດ້ວຍ​ຄວາມ​ກະຕືລືລົ້ນ, ບັນດາ​ເປົ້າ​ໝາຍ ​ແລະ ຄວາມ​ພະຍາ ຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ, ເກີ່ມກາ ສ້າງໄດ້ຊື່ສຽງ​ແລະ ຜົນງານ​ ​ບໍ່​ຕ່ຳ​ກວ່າ​ຄົນ​ລຸ້ນກ່ອນ.

ສະໂມສອນ “ເກີ່ມກາ” ສະແດງໃນລາຍການປິດຊຸດຮຽນ ດົນຕີ “ສາມັນຊົນຮຽນດົນຕີ” ໄດ້ຈັດໂດຍສະໂມສອນ. ພາບ: ເຈິ່ນແທງຢາງ/VNP

ເກີ່ມກາ ແມ່ນຊື່ເອີ້ນເປັນພາສາ ຫວຽດ, ແບ່ງອອກເປັນ ສອງຄໍາງ່າຍໆ ຄື: “ເກີ່ມ”-ເຄື່ອງດົນຕີ ແລະ “ກາ-ການຮ້ອງເພງ. ນອກ ຈາກນັ້ນ, ເກີ່ມກາ ຍັງເຂົ້າໃຈໄດ້ວ່າ ເປັນການສະຫງວນສຽງ ແລະ ທວງທ່າທໍານອງ ເພາະຢ້ານທີ່ຈະເສຍໃຈ ເມື່ອໃຫ້ ມັນສູນເສຍໄປ.

ປັດຈຸ​ບັນ, ເກີ່ມກາ ​ແມ່ນ​ສະ​ໂມ​ສອນ​ສິລະ​ປະ ​ແຫ່ງ​ທຳ​ອິດ ​ແລະ ​ແຫ່ງ​ດຽວ​ຢູ່​ໂຮງຮຽນ​ມັດທະຍົມ​ຕອນ​ປາຍຮ່າ​ໂນ້ຍ- Amsterdam ກໍ່​ຄື​ຢູ່​ບັນດາ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ ຢູ່ນະຄອນ ຮ່າ​ໂນ້ຍ ກ່ຽວກັບປົກ​ປ້ອງ, ຮັກສາ ​ແລະ ພັດທະນາ​ ວັດທະນະທຳ​ແຫ່ງ​ຊາດ​ເວົ້າ​ລວມ ​ແລະ ບັນດາ​ເຄື່ອງ​ດົນຕີ​ພື້ນ​ເມືອງ ​ເວົ້າ​ສະ​ເພາະ. ນັບແຕ່ ເກີ່ມກາ ໄດ້ຮັບການສ້າງຕັ້ງ ແລະ ມີສະມາຊິກປະຈໍາເກືອບ 80 ຄົນ, ພາລະກິດ ທ່ີໄດ້ວາງອອກ ແມ່ນຍາມໃດກໍ່ປະ ກອບສ່ວນນໍ້າຈິດໃຈ ແລະ ສະຕິ ກ່ຽວກັບການປົກປັກຮັກສາຮີດ ຄອງ ປະເພນີ ອັນດີງາມຂອງ ຊາດ ມາສູ່ໄວໜຸ່ມ, ສືບຕໍ່ມານະພະຍາຍາມຮັກສາ ແລະ ພັດທະນາ ມໍລະດົກ ດົນຕີ ຂອງ ຫວຽດນາມ.

ຕະຫຼອດເວລາ ຂອງ ການຮຽນໃນໜຶ່ງປີ, ເກີ່ມກາ ລ້ວນແຕ່ ຫຍຸ້ງ ຢູ່ກັບບັນດາການເຄື່ອນໄຫວສະແດງທັງໃຫຍ່ ແລະ ນ້ອຍ, ຈາກຖະໜົນຄົນຍ່າງ ສູ່ຫໍປະຊຸມ 700, ຈາກ Workshop ຈົນເຖິງການ ເຄື່ອນໄຫວເພື່ອການກຸສົນ, ທັງໃນ ສະພາບແວດລ້ອມ ສະໝັກຫຼິ້ນ ແລະ ອາຊີບ... ທັງໝົດ ລ້ວນແຕ່ເຮັດໃຫ້ສະມາຊິກມີຄວາມຊົງຈຳ, ອາລົມຈິດ ຫຼາຍຢ່າງ, ປະສົບການທີ່ສາມາດເວົ້າໄດ້ວ່າ ມີຄຸນຄ່າໃນຊຸມປີຮຽນຂັ້ນ ມັດທະຍົມ​ຕອນ​ປາຍ ຂອງເຂົາເຈົ້າ.


ພາຍຫຼັງ​ການ​ເຄື່ອນ​ໄຫວ​ຄັ້ງ​ທຳ​ອິດ, ເກີ່ມກາ ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ ​ຂອງ​ໄວ​ໜຸ່ມ​ຫຼາຍ​ຄົນ ​ທີ່​ຮັກ​ແພງ ​ແລະ ມີ​ຄວາມ​ສົນ​ໃຈ​ໃນ​ການ​ຮຽນ​ຮູ້​ກ່ຽວກັບເຄືອງດົນຕີ​ພື້ນ​ເມືອງ. ການຮຽນຮູ້ ແລະ ປູກຝັງຄວາມຮູ້ຢ່າງສະເໝີ, ແນ່ນອນ ເກີ່ມກາ ຈະຜະລິດອອກມາບັນດາບົດດົນຕີ ມືອາຊີບ ທີ່ມີຄຸນຄ່າ, ມີການສື່ ສານທີ່ເຂົ້າໃຈງ່າຍ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ວຽກ​ງານ “​ເຮັດໃໝ່ບັນ ດາບົດດົນຕີ ທີ່​ມີ​ມາ​ເປັນ​ເວລາ​ຫຼາຍ​ປີ ຫຼື ຂະຫຍາຍທຳນອງບັນ ດາປະເພດດົນຕີ​ ທັນ​ສະ​ໄໝ​ ດ້ວຍ​ເຄື່ອງ​ດົນຕີ​ພື້ນ​ເມືອງ, ພ້ອມ​ກັບ​ການ​ປະສານ​ສົມທົບ​ກັບ​ເຄື່ອງດົນຕີ​ ຂອງ ​ຕາ​ເວັນ​ຕົກ, ແນ່ ນອນວ່າ ເກີ່ມກາ ຈະ​ເປັນ​ກະແສລົມ​ໃໝ່, ຂະຫຍັນຂັນເຂື່ອນ, ນຳ​ຈິດວິນຍານ ຂອງຊາດ ມາໃກ້ກັບທ່ານຜູ້ຊົມ ຍິ່ງຂຶ້ນ.

ສຳ​ລັບ​ຂ້າ​ພະ​ເຈົ້າ, ນັບ​ແຕ່​ໄດ້ສ້າງຕັ້ງຂຶ້ນ, ເກີ່ມກາ ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ມີ, ແມ່ນ​ຄວາມ​ຫຼົງໄຫຼ, ຂ້າ​ພະ​ເຈົ້າ​ເປັນ​ນັກ​ດົນຕີ​ ແລະ ​ມັກ​ຫຼິ້ນເຄື່ອງ​​ດົນຕີພື້ນ​ເມືອງ, ດັ່ງນັ້ນເປັນ​ຫຍັງ​ຈຶ່ງ​ບໍ່​ເຜີຍ​ແຜ່​ຄວາມ​ຮັກ​ນີ້ ​ໃຫ້​ຄົນ​ຢູ່​ອ້ອມ​ຂ້າງ? ຄໍາ​ຖາມ​ນັ້ນ​ ໄດ້ເຮັດ​ໃຫ້​ຂ້າ​ພະ​ເຈົ້າຮູ້ສຶກສົງໃສ ແລະ ຢາກປະກອບສ່ວນ ໃຫ້ຫຼາຍຂຶ້ນ, ໂດຍສະເພາະແມ່ນນັບແຕ່ນັ້ນມາ ຂ້າພະເຈົ້າຄ່ອຍໆ ກຳນົດໄດ້ ເປົ້າໝາຍ ແລະ ຈິດໃຈການເຄື່ອນໄຫວຂອງ ເກີ່ມກາ.

ເກີ່ມກາ ແມ່ນໂອກາດ ບໍ່ວ່າ ທ່ານຈະເປັນໃຜ ກໍ່ຈະຢືນຢູ່ເທິງ ເວ ທີ ເພື່ອສະແດງຕົນເອງ ດ້ວຍຄວາມໝັ້ນໃຈ, ແມ່ນສະຖານທີ່ ມອບຄວາມຮັກ ເພື່ອຮັບຄວາມຊົງຈໍາ, ປະສົບການ ທີ່ບໍ່ສາມາດລືມໄດ້ ແລະ ສໍາຄັນທີ່ສຸດແມ່ນ ສະຖານທີ່ ທຸກຄົນ ຊອກຫາມາໃນເວລາທີ່ປະສົບຄວາມ ຫຍຸ້ງຍາກ.


ຫຼັງ​ຈາກ ເກີ່ມກາ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຫຼາຍຂຶ້ນ, ຂ້າ​ພະ​ ເຈົ້າ​ຮູ້​ວ່າ​ ຕົນເອງ​ຕ້ອງ​ພະ​ຍາ​ຍາມ​ຫຼາຍຂຶ້ນ ເພື່ອ​ຮັບຜິດ​ຊອບ​ຕໍ່​ພາ​ລະ​ກິດ ​ຂອງ​ ຕົນ. ແຮງຈູງໃຈ ເພື່ອໃຫ້ຂ້າພະເຈົ້າສາມາດເອົາຊະນະທຸກໆ ອຸປະສັກ ແມ່ນພຽງແຕ່ ຮອຍຍິ້ມຂອງສະມາຊິກ ຫຼື ທຸກໆ ຄັ້ງທີ່ພວກເຂົາສະແດງ, ຂ້າງລຸ່ມ, ຜູ້ຊົມ, ພວກເຂົາຮັບຟັງ, ຊົມເຊີຍ, ຮູ້ສຶກສະບາຍໃຈ, ຢ່າງໜ້ອຍພວກເຂົາ ກໍ່ເປີດໃຈ ແລະ ເພີດເພີນກັບສຽງດົນຕີ ທີ່ຂ້າພະເຈົ້າສົ່ງໃຫ້.” - ທ່ານນາງ ເລຮ່າທູ ໄດ້ໄຂຄວາມໃນໃຈອອກມາຄືແນວນັ້ນ.

ທ່ານ ຫງວຽນເຊີນຕຸ່ງ - ຫົວ​ໜ້າຄະນະນັກສະແດງ ກ່າວວ່າ ຂ້າ​ພະ​ເຈົ້າ​ຮຽນຮູ້​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ ເພາະຮູ້ສຶກປະ​ທັບ​ໃຈ​ກັບ​ຄວາມ​ເປັນ​ເອ​ກະ​ລັກ ແລະຄວາມ​ມ່ວນ​ຊື່ນ​ຂອງ​ມັນ​ແຕ່​ຍັງນ້ອຍ. ໂຊກ​ດີ, ເຄື່ອງດົນຕີ ​ໄດ້ພາ​ຂ້າ​ພະ​ເຈົ້າ ມາຍັງ ເກີ່ມກາ - ສະ​ຖານ​ທີ່​ສະ​ແດງ​ໃຫ້​ຂ້າພະເຈົ້າ ເຫັນ​ຄວາມ​ງາມ​ ຂອງ ​ເຄື່ອງ​ດົນ​ຕີ​ພື້ນ​ເມືອງ ແລະ ​ລັກສະນະຈຳເພາະ ຂອງ​ ຊາວຫວຽດ​ ໃນເມື່ອ​ກ່ອນ, ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ ​ເຂົ້າ​ໃຈ​ສິ​ລະ​ປະ ​ດົນ​ຕີ ຫວຽດ​ນາມ. ສະມາ ຊິກ ຂອງ ສະໂມສອນ, ໂດຍສະເພາະແມ່ນ ຄະນະຂອງພວກຂ້າ ພະເຈົ້າມີຄວາມກະຕືລືລົ້ນ ເປັນຢ່າງຍິ່ງ, ມີຄວາມສາມັກຄີ, ເບີກ ບານມ່ວນຊື່ນ ແລະ ສຳເລັດວຽກງານເປັນຢ່າງດີດ້ວຍຄວາມຕັ້ງ ໃຈ ແລະ ຄວາມຟົດຟື້ນ. ໃນ​ຖາ​ນະ​ເປັນ​ຫົວ​ໜ້າຄະ​ນະນັກສະ ແດງ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ ຈະ​ພ້ອມ​ກັບ​ໝູ່​ເພື່ອນໃນຄະນະ ​ປະ​ກອບ​ສ່ວນ​ຫຼາຍ ລາຍການສະ​ແດງ​ທີ່ມີຄຸນ​ນະ​ພາບດີ​ທີ່​ສຸດ, ປະ​ກອບ​ສ່ວນ​ເຜີຍ​ແຜ່​​ສານ ຂອງ ເກີ່ມກາ ແລະນຳ​ຄວາມ ມ່ວນຊື່ນ ​ມາ​ໃຫ້ຜູ້ທີ່ມີສະພາບການເປັນຢູ່ປະສົບຄວາມ​ຫຍຸ້ງ​ຍາກ.

ນັກສຶກສາ ແລະ ອາຈານສອນ ຂອງ ສະໂມສອນ ເກີ່ມກາ ຖ່າຍ ຮູບທີ່ລະນຶກໃນພິທີປິດຊຸດຮຽນດົນຕີ “ສາມັນຊົນຮຽນດົນຕີ” ຊຸດທີ 3 ແລະ ກຽມໃຫ້ຊຸດຮຽນ ດົນຕີຕໍ່ໄປ. ພາບ: ເຈິ່ນແທງຢາງ/VNP

ທ່ານ​ ຕ້າແທ່ງນາມ ຮອງ​ປະ​ທານ​ສະໂມສອນ ກ່າວວ່າ ທຸກໆ ຄົນຢູ່ທີ່ນີ້ ມີຄວາມເປັນມິດ ແລະ ຂ້າພະເຈົ້າ ເຫັນໄດ້ຢ່າງຊັດເຈນເຖິງຄວາມ ກະຕືລືລົ້ນ ແລະ ຄວາມຮັກທີ່ມີຕໍ່ ເກີ່ມກາ ເພາະວ່າ ສະມາຊິກທຸກຄົນເຮັດ ໄດ້ດີກວ່າທີ່ຄິດ. ຂ້າພະເຈົ້າຖື ເກີ່ມກາ ມີບົດບາດ ສຳຄັນຫຼາຍກວ່າສະໂມສອນໜຶ່ງ. ມັນ​ແມ່ນ​ຄວາມ​ຫຼົງ ໄຫຼ, ເປັນບ່ອນ​ທີ່​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຍິນ​ດີ, ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ ມີ​ໝູ່​ເພື່ອນ​ທີ່​ ຕົນເອງ​ຮູ້​ຈັກ​ຢ່າງ​ເລິກ​ເຊິ່ງ ແລະ ຕົນເອງ ສາ​ມາດ​ໃຊ້​ເວ​ລາ​ຫຼາຍເພື່ອມັນໄດ້.” 

ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະ​ໂມ​ສອນ ເກີ່ມກາ ຈະ​ມີ​ການ​ຫັນປ່ຽນ​ກວ່າ, ບັນລຸ​ໄດ້​ຜົນງານ​ຫຼາຍ​ຢ່າງ ແລະ ປະກອບສ່ວນ​ອະນຸລັກ​ຮັກສາ​ວັດທະນະທຳ​ ແຫ່ງ​ຊາດ.

  • ບົດ: VNP/ເງິນຮ່າ - ພາບ: ເຈິ່ນແທງຢາງ - ແປໂດຍ: ຢືຟຽນ

Top