ສະໂມສອນ ເກີ່ມກາ - ນຳມູນເຊື້ອເຂົ້າໃນດົນຕີຍຸກສະໄໝ
ເປັນກຽດ ໄດ້ “ຈົດຊື່” ແລະ ກາຍເປັນສະໂມສອນແຫ່ງທີ 40 ຂອງ ໂຮງຮຽນ ຮ່າໂນ້ຍ - Amsterdam, ເກີ່ມກາ ສາມາດເວົ້າໄດ້ວ່າ ແມ່ນ ລຸ້ນນ້ອງ ທ່ີ “ເກີດໃໝ່ໃຫຍ່ລຸນ” ພິເສດໃນດ້ານສິລະປະ, ແມ່ນກຳລັງແຮງ ຂອງ ໂຮງຮຽນ. ເຖິງຢ່າງໃດກໍໍ່ຕາມ, ດ້ວຍຄວາມກະຕືລືລົ້ນ, ບັນດາເປົ້າໝາຍ ແລະ ຄວາມພະຍາ ຍາມຢ່າງບໍ່ຢຸດຢັ້ງ, ເກີ່ມກາ ສ້າງໄດ້ຊື່ສຽງແລະ ຜົນງານ ບໍ່ຕ່ຳກວ່າຄົນລຸ້ນກ່ອນ.
ເກີ່ມກາ ແມ່ນຊື່ເອີ້ນເປັນພາສາ ຫວຽດ, ແບ່ງອອກເປັນ ສອງຄໍາງ່າຍໆ ຄື: “ເກີ່ມ”-ເຄື່ອງດົນຕີ ແລະ “ກາ-ການຮ້ອງເພງ. ນອກ ຈາກນັ້ນ, ເກີ່ມກາ ຍັງເຂົ້າໃຈໄດ້ວ່າ ເປັນການສະຫງວນສຽງ ແລະ ທວງທ່າທໍານອງ ເພາະຢ້ານທີ່ຈະເສຍໃຈ ເມື່ອໃຫ້ ມັນສູນເສຍໄປ.
ປັດຈຸບັນ, ເກີ່ມກາ ແມ່ນສະໂມສອນສິລະປະ ແຫ່ງທຳອິດ ແລະ ແຫ່ງດຽວຢູ່ໂຮງຮຽນມັດທະຍົມຕອນປາຍຮ່າໂນ້ຍ- Amsterdam ກໍ່ຄືຢູ່ບັນດາໂຮງຮຽນມັດທະຍົມຕອນປາຍ ຢູ່ນະຄອນ ຮ່າໂນ້ຍ ກ່ຽວກັບປົກປ້ອງ, ຮັກສາ ແລະ ພັດທະນາ ວັດທະນະທຳແຫ່ງຊາດເວົ້າລວມ ແລະ ບັນດາເຄື່ອງດົນຕີພື້ນເມືອງ ເວົ້າສະເພາະ. ນັບແຕ່ ເກີ່ມກາ ໄດ້ຮັບການສ້າງຕັ້ງ ແລະ ມີສະມາຊິກປະຈໍາເກືອບ 80 ຄົນ, ພາລະກິດ ທ່ີໄດ້ວາງອອກ ແມ່ນຍາມໃດກໍ່ປະ ກອບສ່ວນນໍ້າຈິດໃຈ ແລະ ສະຕິ ກ່ຽວກັບການປົກປັກຮັກສາຮີດ ຄອງ ປະເພນີ ອັນດີງາມຂອງ ຊາດ ມາສູ່ໄວໜຸ່ມ, ສືບຕໍ່ມານະພະຍາຍາມຮັກສາ ແລະ ພັດທະນາ ມໍລະດົກ ດົນຕີ ຂອງ ຫວຽດນາມ.
ຕະຫຼອດເວລາ ຂອງ ການຮຽນໃນໜຶ່ງປີ, ເກີ່ມກາ ລ້ວນແຕ່ ຫຍຸ້ງ ຢູ່ກັບບັນດາການເຄື່ອນໄຫວສະແດງທັງໃຫຍ່ ແລະ ນ້ອຍ, ຈາກຖະໜົນຄົນຍ່າງ ສູ່ຫໍປະຊຸມ 700, ຈາກ Workshop ຈົນເຖິງການ ເຄື່ອນໄຫວເພື່ອການກຸສົນ, ທັງໃນ ສະພາບແວດລ້ອມ ສະໝັກຫຼິ້ນ ແລະ ອາຊີບ... ທັງໝົດ ລ້ວນແຕ່ເຮັດໃຫ້ສະມາຊິກມີຄວາມຊົງຈຳ, ອາລົມຈິດ ຫຼາຍຢ່າງ, ປະສົບການທີ່ສາມາດເວົ້າໄດ້ວ່າ ມີຄຸນຄ່າໃນຊຸມປີຮຽນຂັ້ນ ມັດທະຍົມຕອນປາຍ ຂອງເຂົາເຈົ້າ.
ພາຍຫຼັງການເຄື່ອນໄຫວຄັ້ງທຳອິດ, ເກີ່ມກາ ໄດ້ຮັບຄວາມເອົາໃຈໃສ່ ແລະ ໜູນຊ່ວຍ ຂອງໄວໜຸ່ມຫຼາຍຄົນ ທີ່ຮັກແພງ ແລະ ມີຄວາມສົນໃຈໃນການຮຽນຮູ້ກ່ຽວກັບເຄືອງດົນຕີພື້ນເມືອງ. ການຮຽນຮູ້ ແລະ ປູກຝັງຄວາມຮູ້ຢ່າງສະເໝີ, ແນ່ນອນ ເກີ່ມກາ ຈະຜະລິດອອກມາບັນດາບົດດົນຕີ ມືອາຊີບ ທີ່ມີຄຸນຄ່າ, ມີການສື່ ສານທີ່ເຂົ້າໃຈງ່າຍ. ບໍ່ພຽງແຕ່ເທົ່ານັ້ນ, ວຽກງານ “ເຮັດໃໝ່” ບັນ ດາບົດດົນຕີ ທີ່ມີມາເປັນເວລາຫຼາຍປີ ຫຼື ຂະຫຍາຍທຳນອງບັນ ດາປະເພດດົນຕີ ທັນສະໄໝ ດ້ວຍເຄື່ອງດົນຕີພື້ນເມືອງ, ພ້ອມກັບການປະສານສົມທົບກັບເຄື່ອງດົນຕີ ຂອງ ຕາເວັນຕົກ, ແນ່ ນອນວ່າ ເກີ່ມກາ ຈະເປັນກະແສລົມໃໝ່, ຂະຫຍັນຂັນເຂື່ອນ, ນຳຈິດວິນຍານ ຂອງຊາດ ມາໃກ້ກັບທ່ານຜູ້ຊົມ ຍິ່ງຂຶ້ນ.
“ສຳລັບຂ້າພະເຈົ້າ, ນັບແຕ່ໄດ້ສ້າງຕັ້ງຂຶ້ນ, ເກີ່ມກາ ພຽງແຕ່ສະແດງໃຫ້ເຫັນສິ່ງທີ່ຂ້າພະເຈົ້າມີ, ແມ່ນຄວາມຫຼົງໄຫຼ, ຂ້າພະເຈົ້າເປັນນັກດົນຕີ ແລະ ມັກຫຼິ້ນເຄື່ອງດົນຕີພື້ນເມືອງ, ດັ່ງນັ້ນເປັນຫຍັງຈຶ່ງບໍ່ເຜີຍແຜ່ຄວາມຮັກນີ້ ໃຫ້ຄົນຢູ່ອ້ອມຂ້າງ? ຄໍາຖາມນັ້ນ ໄດ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກສົງໃສ ແລະ ຢາກປະກອບສ່ວນ ໃຫ້ຫຼາຍຂຶ້ນ, ໂດຍສະເພາະແມ່ນນັບແຕ່ນັ້ນມາ ຂ້າພະເຈົ້າຄ່ອຍໆ ກຳນົດໄດ້ ເປົ້າໝາຍ ແລະ ຈິດໃຈການເຄື່ອນໄຫວຂອງ ເກີ່ມກາ.
ເກີ່ມກາ ແມ່ນໂອກາດ ບໍ່ວ່າ ທ່ານຈະເປັນໃຜ ກໍ່ຈະຢືນຢູ່ເທິງ ເວ ທີ ເພື່ອສະແດງຕົນເອງ ດ້ວຍຄວາມໝັ້ນໃຈ, ແມ່ນສະຖານທີ່ ມອບຄວາມຮັກ ເພື່ອຮັບຄວາມຊົງຈໍາ, ປະສົບການ ທີ່ບໍ່ສາມາດລືມໄດ້ ແລະ ສໍາຄັນທີ່ສຸດແມ່ນ ສະຖານທີ່ ທຸກຄົນ ຊອກຫາມາໃນເວລາທີ່ປະສົບຄວາມ ຫຍຸ້ງຍາກ.
ຫຼັງຈາກ ເກີ່ມກາ ໄດ້ຮັບການສະໜັບສະໜູນຫຼາຍຂຶ້ນ, ຂ້າພະ ເຈົ້າຮູ້ວ່າ ຕົນເອງຕ້ອງພະຍາຍາມຫຼາຍຂຶ້ນ ເພື່ອຮັບຜິດຊອບຕໍ່ພາລະກິດ ຂອງ ຕົນ. ແຮງຈູງໃຈ ເພື່ອໃຫ້ຂ້າພະເຈົ້າສາມາດເອົາຊະນະທຸກໆ ອຸປະສັກ ແມ່ນພຽງແຕ່ ຮອຍຍິ້ມຂອງສະມາຊິກ ຫຼື ທຸກໆ ຄັ້ງທີ່ພວກເຂົາສະແດງ, ຂ້າງລຸ່ມ, ຜູ້ຊົມ, ພວກເຂົາຮັບຟັງ, ຊົມເຊີຍ, ຮູ້ສຶກສະບາຍໃຈ, ຢ່າງໜ້ອຍພວກເຂົາ ກໍ່ເປີດໃຈ ແລະ ເພີດເພີນກັບສຽງດົນຕີ ທີ່ຂ້າພະເຈົ້າສົ່ງໃຫ້.” - ທ່ານນາງ ເລຮ່າທູ ໄດ້ໄຂຄວາມໃນໃຈອອກມາຄືແນວນັ້ນ.
ທ່ານ ຫງວຽນເຊີນຕຸ່ງ - ຫົວໜ້າຄະນະນັກສະແດງ ກ່າວວ່າ “ຂ້າພະເຈົ້າຮຽນຮູ້ເຄື່ອງດົນຕີພື້ນເມືອງ ເພາະຮູ້ສຶກປະທັບໃຈກັບຄວາມເປັນເອກະລັກ ແລະຄວາມມ່ວນຊື່ນຂອງມັນແຕ່ຍັງນ້ອຍ. ໂຊກດີ, ເຄື່ອງດົນຕີ ໄດ້ພາຂ້າພະເຈົ້າ ມາຍັງ ເກີ່ມກາ - ສະຖານທີ່ສະແດງໃຫ້ຂ້າພະເຈົ້າ ເຫັນຄວາມງາມ ຂອງ ເຄື່ອງດົນຕີພື້ນເມືອງ ແລະ ລັກສະນະຈຳເພາະ ຂອງ ຊາວຫວຽດ ໃນເມື່ອກ່ອນ, ຊ່ວຍໃຫ້ຂ້າພະເຈົ້າ ເຂົ້າໃຈສິລະປະ ດົນຕີ ຫວຽດນາມ. ສະມາ ຊິກ ຂອງ ສະໂມສອນ, ໂດຍສະເພາະແມ່ນ ຄະນະຂອງພວກຂ້າ ພະເຈົ້າມີຄວາມກະຕືລືລົ້ນ ເປັນຢ່າງຍິ່ງ, ມີຄວາມສາມັກຄີ, ເບີກ ບານມ່ວນຊື່ນ ແລະ ສຳເລັດວຽກງານເປັນຢ່າງດີດ້ວຍຄວາມຕັ້ງ ໃຈ ແລະ ຄວາມຟົດຟື້ນ. ໃນຖານະເປັນຫົວໜ້າຄະນະນັກສະ ແດງ, ຂ້າພະເຈົ້າຫວັງວ່າ ຈະພ້ອມກັບໝູ່ເພື່ອນໃນຄະນະ ປະກອບສ່ວນຫຼາຍ ລາຍການສະແດງທີ່ມີຄຸນນະພາບດີທີ່ສຸດ, ປະກອບສ່ວນເຜີຍແຜ່ສານ ຂອງ ເກີ່ມກາ ແລະນຳຄວາມ ມ່ວນຊື່ນ ມາໃຫ້ຜູ້ທີ່ມີສະພາບການເປັນຢູ່ປະສົບຄວາມຫຍຸ້ງຍາກ”.
ທ່ານ ຕ້າແທ່ງນາມ ຮອງປະທານສະໂມສອນ ກ່າວວ່າ ທຸກໆ ຄົນຢູ່ທີ່ນີ້ ມີຄວາມເປັນມິດ ແລະ ຂ້າພະເຈົ້າ ເຫັນໄດ້ຢ່າງຊັດເຈນເຖິງຄວາມ ກະຕືລືລົ້ນ ແລະ ຄວາມຮັກທີ່ມີຕໍ່ ເກີ່ມກາ ເພາະວ່າ ສະມາຊິກທຸກຄົນເຮັດ ໄດ້ດີກວ່າທີ່ຄິດ. ຂ້າພະເຈົ້າຖື ເກີ່ມກາ ມີບົດບາດ ສຳຄັນຫຼາຍກວ່າສະໂມສອນໜຶ່ງ. ມັນແມ່ນຄວາມຫຼົງ ໄຫຼ, ເປັນບ່ອນທີ່ຂ້າພະເຈົ້າມີຄວາມປິຕິຍິນດີ, ບ່ອນທີ່ຂ້າພະເຈົ້າ ມີໝູ່ເພື່ອນທີ່ ຕົນເອງຮູ້ຈັກຢ່າງເລິກເຊິ່ງ ແລະ ຕົນເອງ ສາມາດໃຊ້ເວລາຫຼາຍເພື່ອມັນໄດ້.”
ຫວັງວ່າ, ໃນໄລຍະຈະມາເຖິງ, ສະໂມສອນ ເກີ່ມກາ ຈະມີການຫັນປ່ຽນກວ່າ, ບັນລຸໄດ້ຜົນງານຫຼາຍຢ່າງ ແລະ ປະກອບສ່ວນອະນຸລັກຮັກສາວັດທະນະທຳ ແຫ່ງຊາດ.
- ບົດ: VNP/ເງິນຮ່າ - ພາບ: ເຈິ່ນແທງຢາງ - ແປໂດຍ: ຢືຟຽນ