ມະຫັດສະຈັນ ຕາເທບພະເຈົ້າ ແຫ່ງພູເຂົາ

ມະຫັດສະຈັນ ຕາເທບພະເຈົ້າ ແຫ່ງພູເຂົາ


ຕັ້ງຢູ່ແຄມໜອງ ນໍ້າຈາ໊ ຂອງ ເມືອງ ຈຸ່ງແຄ໋ງ (ແຂວງ ກາວບັ່ງ), ທັດສະນີຍະພາບ ມັດເທິ່ນໜຸຍ (ຕາເທບພະເຈົ້າ ແຫ່ງພູເຂົາ) ທ່ີສວຍງາມ ແບບທໍາມະຊາດ ແລະ ໃຫຍ່ໂຕມະໂຫຖານ ໄດ້ ຖືວ່າ ເປັນພູເຂົາ ທີ່ສວຍງາມ ແລະ ແປກປະຫຼາດ ຂອງ ຫວຽດ ນາມ, ໄດ້ດຶງດູດນັກທ່ອງທ່ຽວ ໃຫ້ມາທ່ຽວຊົມ ແລະ ຄົ້ນຫາ ເປັນຈຳນວນຫຼວງຫຼາຍ.

ພູ​ເຂົາແຫ່ງນີ້ ​ໄດ້​ຖືກ​ສ້າງ​ຂຶ້ນ​ເມື່ອ​ປະມານ 300 ລ້ານ​ປີ​ກ່ອນ,​ໂດຍຜ່ານ​ຂະບວນການ ທາງທໍລະນີ​ສາດ​ ທີ່​ສັບສົນ ​ແລະ ​ເປັນ​ພະຍານ​ເຖິງ​ພະລັງ​ ຂອງ​ທຳ​ມະ​ຊາດ ​ແລະ ​ເປັນ​ສະຖານ​ທີ່​ທີ່​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ຈາກ​ທົ່ວ​ທຸກມຸມໂລກ​ ໃຫ້ມາ​ຢ້ຽມຊົມ.

ຊາວທ້ອງຖິ່ນເອີ້ນ ມັດເທິ່ນໜຸຍ ວ່າ Phja Piót (ໝາຍຄວາມ ວ່າ ພູເຂົາຖືກເຈາະ). ມີເລື່ອງເລົ່າສືບທອດກັນມາວ່າ ພູເຂົາ ແຫ່ງນີ້ ເຄີຍເປັນບ່ອນຢູ່ອາໄສຂອງ ມັງກອນ ໂຕໜຶ່ງ ທີ່ໂຫດ ຮ້າຍ. ມື້ໜຶ່ງ, ມີຊາຍໜຸ່ມ ກ້າຫານຄົນໜຶ່ງ ໄດ້ຂ້າ ມັງກອນ ແລະ ປົດປ່ອຍປະຊາຊົນ ອອກຈາກການປົກຄອງ ທີ່ໂຫດຮ້າຍ ຂອງມັນ. ເພື່ອເປັນການລະນຶກເຖິງໄຊຊະນະ ຂອງຊາຍໜຸ່ມ, ພູເຂົາແຫ່ງນີ້ ໄດ້ຕັ້ງຊື່ວ່າ ມັດເທິ່ນ (ຕາຂອງເທບພະເຈົ້າ).

ເສັ້ນທາງໄປຫາ ມັດເທິ່ນໜຸຍ ຢູ່ສອງຝາກທາງ ເປັນທົ່ງນາ ມີຮົ້ວຫີນ ອ້ອມຮອບ. ພາບ: ກົງດາດ/VNP

ຈຸດ​ເດັ່ນ​ທີ່​ສຸດ​ຂອງ ​ມັດເທິ່ນໜຸຍ ແມ່ນ​ຂຸມໃຫຍ່ແຫ່ງໜຶ່ງຢູ່​ເທິງ​ເປີ້ນພູ. ຂຸມ​ແຫ່ງນີ້ ​ມີ​ເສັ້ນ​ຜ່າ​ສູນ​ກາງປະມານ 50 ມ ແລະ ​ສູງ​ປະ​ມານ 30, ສ້າງ​ຄວາມ​ຮູ້​ສຶກ​ຄືວ່າ ສາຍຕາ ຂອງ​ພູ​ເຂົາ ທີ່ ພວມ​ຕິດຕາມ​ທຸກ​ສິ່ງ​ທຸກ​ຢ່າງ​​ຢູ່​ອ້ອມ​ຂ້າງ. ຈາກ​ຈອມ​ພູ, ນັກ​ທ່ອງ​ທ່ຽວ​ ສາມາດ​ຊົມ ​ທັດສະນີ​ຍະ​ພາບ​ ທັງໝົດ​ຂອງ​ ຂົງເຂດ ນີ້, ລວມທັງ​ພູ​ຫີນ​ປູນ​ ທີ່​ໃຫຍ່ໂຕມະໂຫຖານ, ທົ່ງນາສີ​ຂຽວ ອຸ່ມ ທຸ່ມ​ ແລະ ​ໝູ່​ບ້ານ​ທີ່​ສະຫງົບ​ສຸກ ຫຼາຍແຫ່ງ.

ປັດຈຸບັນ, ມັດເທິ່ນໜຸຍ ເປັນຈຸດໝາຍປາຍທາງທີ່ ເໝາະສົມ ສໍາລັບ ຜູ້ທີ່ມີຄວາມຮັກມັກກັບການທ່ອງທ່ຽວສຳຫຼວດ ແລະ ສໍາຜັດກັບທໍາມະຊາດ. ນັກ​ທ່ອງ​ທ່ຽວ​ມາ​ທີ່​ນີ້ ​ສາມາດ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ ​ເຊັ່ນ​: ປີນ​ພູ, ຍ່າງປ່າ, ສຳຫຼວດ​ຖ້ຳ, ຂີ່​ເຮືອ kayak ​ແລະ ​ຊອກຮູ້​ກ່ຽວກັບວັດທະນະທຳ​ ທ້ອງ​ຖິ່ນ.

ນັກ​ທ່ອງ​ທ່ຽວ ​ຂີ່​ເຮືອ​ໄປ​ທ່ຽວ​ຊົມ​ ມັດເທິ່ນໜຸຍ ​ແລະ​ ເຂດ​ອ້ອມ​ໜອງ​ ​ທັງແຮນ. ພາບ: ກົງດາດ/VNP

ຄວາມງາມແບບທໍາມະຊາດ ທີ່ມີພ້ອມ ຂອງ ມັດເທິ່ນໜຸຍ ໄດ້ ຮັກສາໄວ້ແບບດັ່ງເດີ່ມຕະຫຼອດປີ. ນັກ​ທ່ອງ​ທ່ຽວ ​ມັກ​ເລືອກ​ໄປ​ທ່ຽວ​ຊົມ​ ມັດເທິ່ນໜຸຍ ໃນ​ລະດູ​ນໍ້າແຫ້ງ (​ເດືອນ​ ກັນຍາ ​ແລະ ​ຕຸລາ ​ຂອງ​ທຸກໆ ​ປີ) ​ເພາະວ່າ ​ໃນ​ໄລຍະ​ນີ້​ ທຸກຄົນ ສາມາດ​ ເດີນສໍາຫຼວດ ​ແລະ​ ສໍາຜັດປະສົບ​ການ​ຕ່າງໆ ໄດ້ຫຼາຍຂຶ້ນ.

ດ້ວຍ​ທັດສະນີຍະພາບ ທຳມະຊາດ ທີ່ສວຍງາມຊວນຝັນ​ນັ້ນ, ສະຖານ​ທີ່​ແຫ່ງ​ນີ້​ ໄດ້​ກາຍ​ເປັນ​ຈຸດໝາຍປາຍທາງ​ ແຫ່ງ​ໃໝ່​ທີ່​ຊາວ​ໜຸ່ມ​ນິຍົມ​ ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແລະ ​ໄດ້​ຕັ້ງຊື່​ວ່າ “​ຕວຽດ
ຕິ່ງກົກ” ຢູ່​ເຂດປ່າຕຶບດົງໜາ ດ້ວຍທິວທັດທີ່ສວຍງາມອັນຍອດ ຍິ່ງ ຂອງໂລກ.

ມາຮອດ ມັດເທິ່ນໜຸຍ, ນັກທ່ອງທ່ຽວສາມາດມີປະສົບການກັບການບໍລິການ ຕັ້ງຄ້າຍພັກຂ້າມຄືນ. ພາບ: ກົງດາດ/VNP

ຫ່າງຈາກໃຈກາງນະຄອນ ກາວບັ່ງ ປະມານ 50 ກມ, ເພື່ອໄປ ຫາ ມັດເທິ່ນໜຸຍ, ນັກທ່ອງທ່ຽວ ສາມາດໄປຕາມເສັ້ນທາງ ດັ່ງ ນີ້: ເສັ້ນທາງຫຼວງ ແຫ່ງຊາດເລກ 3 (12 ກມ) - ກິ່ວ ໝາ໊ຝຸກ - ເສັ້ນທາງເລກ 205 (ຕາມເສັ້ນທາງໄປຫາ ຈ່າຫຼິ໊ງ ປະມານ 7 ກມ) - ໜອງທາງແຮນ - ບ້ານ ບານແຢງ, ຕາແສງ ກວັກຕວານ - ລ້ຽວໄປຕາມເສັ້ນທາງນ້ອຍຢູ່ຕີນພູ ແລະ ຍ່າງອີກ ປະມານ 1,5 ກມ.

 

  • ບົດ ແລະ ພາບ: VNP/ກົງດາດ - ແປໂດຍ: ຢືຟຽນ

 



 


Top