ຜູ້ນຳອາຫານ ຫວຽດນາມ ອອກສູ່ໂລກ

ຜູ້ນຳອາຫານ ຫວຽດນາມ ອອກສູ່ໂລກ

ເຊຟ ປະມຸກ, ປຶ້ມທີ່ມີຊີວິດ ວ່າດ້ວຍອາຫານການກິນ, ອາຫານ ອັນດັບໜຶ່ງ ຂອງ ຮ່າໂນ້ຍ...  ແມ່ນສຳນວນຄຳສັບທີ່ສວຍງາມ ຊຶ່ງແວດ ວົງວິຊາການ ສະຫງວນໃຫ້ ເຊຟ ຫງວຽນທິແອ໋ງຕວ໋ຽດ. ຄືດັ່ງຜູ້ ທີ່ໄດ້ຮັບເລືອກ ເພື່ອຮັກສາໄວ້ ຄວາມຍອດຢ້ຽມ ອາຫານ ຂອງຊາດ, ຍິ່ງໄປກວ່ານັ້ນ, ທຸກໆ ເຍື່ອງອາຫານ ທີ່ທ່ານນາງ ປຸງ ແຕ່ງ ຢູ່ເບື້ຶຶອງຫຼັງນັ້ນ ຍັງແມ່ນເລື່ອງລາວຕ່າງໆ ສົ່ງສານ ວັດທະນະ ທຳ, ປະເພນີ ແລະ ຜູ້ຄົນຊາວ ຫວຽດນາມ ອີກດ້ວຍ.

ເຊຟ ປະມຸກ, ປຶ້ມທີ່ມີຊີວິດວ່າດ້ວຍອາຫານການກິນ, ອາຫານ ອັນດັບໜຶ່ງຂອງ ຮ່າໂນ້ຍ... ແມ່ນສໍານວນຄໍາສັບທີ່ສວຍງາມ ຊຶ່ງແວດວົງ ວິຊາ ການ ສະຫງວນໃຫ້ ເຊຟ ຫງວຽນທິແອ໋ງຕວ໋ຽດ. ພາບ: ຫວຽດເກື່ອງ

ມີເທື່ອໜຶ່ງເຮັດອ່ອມໄກ່ໃສ່ເຫັດ, ເມືື່ອຫາກໍ່ເອືອບເຄື່ອງເທດແລ້ວ ທັນທີນຳໄປຈືນ, ໄດ້ຍິສຽງນໍ້າມັນຟົດຢ່າງໄວ, ແມ່ຕູ້ຈຶ່ງເຂກໃສ່ ຫົວ ຂ້າພະເຈົ້າ ຍ້ອນຄວາມຜິດວ່າ ບໍ່ທັນໃຫ້ເຄື່ອງເທດ ຊມເຂົ້າ ໄປໃນ ຊີ້ນໄກ່”. ເຊຟ ແອ໋ງຕວ໋ຽດ​ ຫວນ​ຄືນ​ບົດຮຽນ​ທຳ​ອິດ​ທີ່​ແມ່​ຕູ້, ເປັນຜູ້​ມີ​ອິດ​ທິພົນ​ທີ່​ສຸດ ​ໃນ​ການ​ເລືອກ​ເຟັ້ນ​​ເຮັດ​ອາຊີບເປັນເຊຟ ຂອງ ນາງ ໃນພາຍໜ້າ. ຄວາມລະອຽດອ່ອນຂອງແມ່​ຍິງ​ ຫວຽດ​ນາມ ໄດ້​ສະ​ແດງ​ໃຫ້​ເຫັນ​ຢູ່​ໃນ​ເຮືອນ​ຄົວ​.

ເປັນຮຸ່ນທີ 7 ຂອງຄອບຄົວທີ່ເກີດຢູ່ ຮ່າໂນ້ຍ, ຕັ້ງແຕ່ເຍົາໄວ, ແອ໋ງ ຕວ໋ຽດ ໄດ້ຮັບການສຶກສາ ຖືກຕາມຄຸນສົມບັດ ຂອງ ແມ່ຍິງ ດິນແດນເມືອງຫຼວງໃນສະໄໝບູຮານ. ວຽກບ້ານການເຮືອນ ແມ່ນໜຶ່ງ ໃນມາດຕະຖານທໍາອິດ ທີ່ຈະຕ້ອງຮຽນຮູ້. ເພາະສະນັ້ນ, ເມື່ອອາຍຸ 9 ປີ, ແອ໋ງຕວ໋ຽດ ໄດ້ຕິດຕາມແມ່ຕູ້ ໄປຕະຫຼາດ ເພື່ອ ເລືອກຊື້ເຄື່ອງປຸງອາຫານ, ເຂົ້າເຮືອນຄົວ ເພື່ອຮຽນຮູ້ວິທີການ ປຸງແຕ່ງອາຫານພື້ນເມືອງ ຂອງຊາວ ຮ່າໂນ້ຍ.

ເມື່ອ​ຮຽນ​ແຕ່ງ​ກິນ​ກັບ​ແມ່ຕູ້ ກໍ​ເປັນ​ເວລາ​ທີ່​ນາງ​ໄດ້​ຍິນ ​ປັດ​ຊະ​ຍາ​ ​ ​ຂອງ ເຊຟທ່ີບໍ່ທໍາມະດາ “ແມ່ຕູ້ ສອນໃຫ້ຂ້າພະເຈົ້າ​ວ່າ ການ ຮັບ ປະທານອາຫານ,ໍາອິດ​ຕ້ອງ​ເບິ່ງ​ດ້ວຍ​ຕາ​, ຫຼັງຈາກນັ້ນ ແມ່ນ​ດົມ​ກິ່ນ, ຊີມລົດ​ຊາດ​ທີ່​ແຊບ ແລະ ຟັງ​ສຽງ​ອາຫານ​ທີ່​ລະລາຍ​ໃນ​ປາກ, ອາຫານ​ຕ້ອງ​ໄດ້ລີ້ມລອງ​ດ້ວຍ​ອາໄວຍະວະ ສຳຜັດດ້ວຍອິນຊີ​ທັງ​ໝົດ​ ແມ່ນ​ກຸນ​ແຈຄຳ ຂອງ ເຊຟ”. ເຊຟ ແອ໋ງຕວ໋ຽດ ຍັງ​ຈື່​ຈຳ​ຄຳ​​ສອນ​ຂອງແມ່ຕູ້ ຢູ່ສະເໝີ.

 ເຊຟ ແອ໋ງຕວ໋ຽດ ໃຫ້ຮູ້ວ່າ ເຄື່ອງ​ປະກອບ​ບໍ່​ພຽງ​ແຕ່​ແມ່ນ​ຊີ້ນ, ປາ, ຜັກ...ເທົ່າ​ນັ້ນ ຫາກ​ຍັງ​ເປັນການສະແດງໃຫ້ເຫັນ ພູມປັນຍາ, ຄວາມ ບຮູ້ດ້ານການແພດ ຂອງ ຜູ້ປຸງແຕ່ງ, ບາງ​ເທື່ອ​ກໍ່​ແມ່ນ “ວັດຖຸ ສື່ຂ່າວ” ​ເພື່ອ​ສົ່ງສານ​ທີ່​ເຊຟ ​ຢາກ​ເວົ້າ. ໝາຍຄວາມວ່າ ຊ່າງແຕ່ງກິນ ແທ້ໆ ຕ້ອງຮູ້ຈັກເລືອກສ່ວນປະກອບ, ຕ້ອງຮູ້ວ່າອາຫານໃດດີ ຕໍ່ສຸ ຂະພາບ, ອາຫານໃດເປັນອັນຕະລາຍ ຕໍ່ຄົນເຈັບ, ອາຫານໃດກໍ່ໃຫ້ ເກີດສານພິດ. ຕ້ອງ​ມີຄວາມຮູ້ດ້ານ​ສັງ​ຄົມ, ວັດ​ທະ​ນະ​ທຳ​ ເພື່ອ​​ຮູ້​ວ່າ​ ເຄື່ອງ​ປະ​ກອບ​ໃດ​ ສາ​ມາດ​ສະ​ແດງ​ໃຫ້​ເຫັນ ລັກສະນະ ຍອດຢ້ຽມ ຂອງ ອາຫານພື້ນເມືອງ ຫວຽດນາມ ​ເພື່ອໂຄສະນາເຜີຍແຜ່ສູ່​ເພື່ອນ​ມິດ​ໃນ​ທົ່ວ​ໂລກ. ສະ​ນັ້ນ, ເມື່ອ​ໄດ້​ຮັບ​ກຽດໃຫ້ຈັດ​ງານ​ລ້ຽງ​ ​ປະ​ມຸກ​ລັດ 21 ປະ​ເທດ​ ທີ່​ກອງ​ປະ​ຊຸມ APEC 2017, ກ່ອນນັ້ນ 6 ເດືອນ, ເຊຟ ແອ໋ງຕວ໋ຽດ ໄດ້ຊອກຮູ້ ກ່ຽວກັບວັດທະນະທຳ ຂອງ ແຕ່ລະປະເທດ ເພື່ອຮູ້ວ່າ ເຂົາເຈົ້າມັກຫຍັງ, ຄະລຳຫຍັງ, ກິນເຈ ຫຼື ບໍ,... ໃນອາຫານຊັ້ນຢ້ຽມ ນັບຫຼາຍຮ້ອຍເຍື່ອງທີໄດ້ຂຶ້ນລາຍຊື່ ມີພຽງ 12 ເຍື່ອງ ໄດ້ຖືວ່າ ເໝາະສົມ, ຈາກນັ້ນ ເຊຟ ສືບຕໍ່ຄັດເລືອກໄດ້ ອາຫານ 6 ເຍື່ອງ ທີ່ ເຕັມໄປດ້ວຍສີສັນມູນເຊື້ອ, ໂດຍສະເພາະຢ່າງຍິ່ງແມ່ນ: ຍຳປີ ກ້ວຍປາໜຶ້ງ 5 ລົດຊາດ, ຈ໋າຢໍ່ປູທະເລຈືນ, ຈ໋າຢໍ່ພັນສົດ, ໝູປິ່ນ ໜັງກອບ ແລະ ນໍ້າຫວານ ມັນດ້າງສີມ່ວງ ເປັນອາຫານຫວານ


ທ່ານ​ນາງ​ໄດ້ເລືອກບັນດາເຍື່ອງ​ອາ​ຫານ ທີ່ງ່າຍໆ ຂອງ​ ຫວຽດ​ນາມ​ ​ມາລ້ຽງບັນດາ​ປະ​ມຸກ​ລັດ. ຈາກ​ເຍື່ອງ​ອາ​ຫານ​ ທີ່​ໄດ້ຖືກຄັດ​ເລືອກ, ເຊຟ ແອ໋ງຕວ໋ຽດ ມີຄວາມປາດ​ຖະ​ໜາ​ຢາກ​ສົ່ງສານ​ເຖິງ​ແຂກ​ທີ່​ຢູ່​ຫ່າງ​ໄກ ​ກ່ຽວ​ກັບ ​ເຄື່ອງ​ເທດ​ພື້ນ​ເມືອງ​ຂອງ​ ຫວຽດ​ນາມ, ກ່ຽວ​ກັບ​ປະ​ເທດ​ເຂດ​ຮ້ອນ​ ທີ່​ມີ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ແລະ ປ່າ​ໄມ້​ອຸ​ດົມ​ສົມ​ບູນ.

ໃນ​ເຮືອນ​ຄົວ​ນ້ອຍໆ ​ຂອງ​ຄອບຄົວ​ຢູ່​ຖະໜົນ ​ເຈິ່ນຮຶງດ້າວ, ເຊຟ ໄດ້ ຖ່າຍທອດຄວາມ​ລັບ​ຫຼາຍ​ຢ່າງ ​ໃນ​ການ​ປຸງ​ແຕ່ງ​ລາຍການອາຫານ ປາໜຶ້ງ 5 ລົດຊາດ ຊຶ່ງເປັນ​ອາຫານ​ທີ່​ໄດ້​ສ້າງ​ຄວາມປະ​ທັບ​ໃຈຢ່າງ ແຮງ ​ຕໍ່​ບັນດາປະມຸກ​ລັດ​ APEC 2017, ກາຍ​ເປັນ​ລາຍການອາ ຫານ​ ປາໜຶ້ງ 5 ລົດຊາດ ທີ່ມີຊື່ສຽງ.


ຄວາມດີຊ່າລືໄປໄກ, ບັນດາເຍື່ອງ​ອາ​ຫານ​ ຮ່າ​ໂນ້ຍ ພາຍ​ໃຕ້​ຊື່​ “ເຊຟ ແອ໋ງຕວ໋ຽດ” ໄດ້​ມີ​ໜ້າຢູ່​ຮ້ານ​ອາ​ຫານຫຼາຍ​ແຫ່ງ​ຢູ່ ​ນະ​ຄອນ​ໃຫຍ່​ໃນ​ທົ່ວ​ໂລກ. ພິ​ເສດ, ຮູບພາບເຊຟ ແອ໋ງຕວ໋ຽດ ​ແລະ ບັນດາ​ລາຍການອາຫານ​ພິ​ເສດ​ຂອງ ​ຮ່າ​ໂນ້ຍ ໄດ້​ກາຍ​ເປັນ​ທີ່​ຄຸ້ນ​ເຄີຍ​ ກັບ ຊາວ ອາ​ເມ​ລິ​ກາ, ລັດ​ເຊຍ ​ແລະ ປະເທດຕ່າງໆ ຜ່ານ​ຊ່ອງໂທລະ ພາບທີ່ມີຊື່ສຽງຄື Discovery, BBC, SRG, ນິວຢ໋ອກ ຫຼື ຊ່ອງ​ໂທ ລະພາບ ​ເຢຍລະ​ມັນ, ຝະລັ່ງ, ຍີ່ປຸ່ນ, ສ ເກົາຫຼີ…

ເຊຟ ແອ໋ງຕວ໋ຽດ ກ່າວວ່າ ການປຸງອາຫານແມ່ນສິລະປະ, ເຍື່ອງອາ ຫານ ຈະສ້າງຈິດວິນຍານ ຂອງປະເທດຊາດ ແລະ ບັນທຶກ ຄວາມ ຊົງຈຳທີ່ດີ ໃຫ້ແກ່ຜູ້ທີ່ຈະກັບຄືນສູ່ ບ້ານເກີດເມືອງນອນ ຢູ່ຕະຫຼອດ ເວລາ. ເຊຟ ກໍ່ແມ່ນຜູ້ຖ່າຍທອດວັດທະນະທຳ ແລະ ຮັກສາຄວາມ ຍອດຢ້ຽມ ອາຫານ ຂອງປະເທດຕົນ ​ແລະ ຢູ່​ໃຈກາງ​ນະຄອນຫຼວງ​ ຮ່າ​ໂນ້ຍ ກັບການປ່ຽງແປງໃໝ່ບໍ່ຈັກວ່າເທົ່າໃດ, ສະຖານທີ່ສິລະປະ ອາຫານການກິນ ໄດ້ຮັບເອົາ, ສັບປົນກັບ ພື້ນຖານອາຫານການກິນ ທີ່ອຸດົມສົມບູນຂອງທົ່ວໂລກ, ແຕ່ຮ້ານອາຫານ ແອ໋ງຕວ໋ຽດ ຢູ່ ເຮືອນເລກທີ 25 ຄຸ້ມຖະໜົນ ມ໊າໄມ, ຕາແສງ ຮ່າງບ່ວມ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ ຂອງເຊຟ ແອ໋ງຕວ໋ຽດ ຍັງຄົງ ຮັກສາໄວ້ໄດ້ ບັນດາລາຍການອາຫານ ໄດ້ມາດຕະຖານ ຂອງ ດິນແດນ ທັງລອງ (ຮ່າໂນ້ຍ) ໃນເມື່ອກ່ອນ. 

ສຳລັບເຊຟ ແອ໋ງຕວ໋ຽດ, ເມື່ອແຕ່ງເຍື່ອງອາຫານໜຶ່ງສຳເລັດ, ເບິ່ງຜູ້ ຄົນໄດ້ກິນອາຫານແຊບໆ ແມ່ນຄວາມສຸກຍາກທີ່ຈະພັນລະນາ ດ້ວຍຄຳເວົ້າ.

ເຖິງ​ວ່າ​ມີ​ອາຍຸ​ກວ່າ 70 ປີ​ແລ້ວ​ກໍ່ຕາມ, ​ແຕ່ເຊຟ ແອ໋ງຕວ໋ຽດ ​ຍັງ​ໝົກ ມຸ່ນ ກັບການ​ເຜີຍ​ແຜ່​ວັດທະນະທຳ ​ອາຫານ​ການ​ກິນ​ຂອງ​ ຫວຽດ ນາມ ​ສູ່ເພື່ອນ​ມິດສາ​ກົນ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້

ບົດ: ຖາວວີ - ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ


Top