ເຊຟ ປະມຸກ, ປຶ້ມທີ່ມີຊີວິດ ວ່າດ້ວຍອາຫານການກິນ
ເຊຟ ປະມຸກ, ປຶ້ມທີ່ມີຊີວິດ ວ່າດ້ວຍອາຫານການກິນ, ອາຫານ ອັນດັບໜຶ່ງ ຂອງ ຮ່າໂນ້ຍ... ແມ່ນສຳນວນຄຳສັບທີ່ສວຍງາມ ຊຶ່ງແວດ ວົງວິຊາການ ສະຫງວນໃຫ້ ເຊຟ ຫງວຽນທິແອ໋ງຕວ໋ຽດ. ຄືດັ່ງຜູ້ ທີ່ໄດ້ຮັບເລືອກ ເພື່ອຮັກສາໄວ້ ຄວາມຍອດຢ້ຽມ ອາຫານ ຂອງຊາດ, ຍິ່ງໄປກວ່ານັ້ນ, ທຸກໆ ເຍື່ອງອາຫານ ທີ່ທ່ານນາງ ປຸງ ແຕ່ງ ຢູ່ເບື້ຶຶອງຫຼັງນັ້ນ ຍັງແມ່ນເລື່ອງລາວຕ່າງໆ ສົ່ງສານ ວັດທະນະ ທຳ, ປະເພນີ ແລະ ຜູ້ຄົນຊາວ ຫວຽດນາມ ອີກດ້ວຍ.
ເຊຟ ປະມຸກ, ປຶ້ມທີ່ມີຊີວິດວ່າດ້ວຍອາຫານການກິນ, ອາຫານ ອັນດັບໜຶ່ງຂອງ ຮ່າໂນ້ຍ... ແມ່ນສໍານວນຄໍາສັບທີ່ສວຍງາມ ຊຶ່ງແວດວົງ ວິຊາ ການ ສະຫງວນໃຫ້ ເຊຟ ຫງວຽນທິແອ໋ງຕວ໋ຽດ. ພາບ: ຫວຽດເກື່ອງ
“ມີເທື່ອໜຶ່ງເຮັດອ່ອມໄກ່ໃສ່ເຫັດ, ເມືື່ອຫາກໍ່ເອືອບເຄື່ອງເທດແລ້ວ ທັນທີນຳໄປຈືນ, ໄດ້ຍິນສຽງນໍ້າມັນຟົດຢ່າງໄວ, ແມ່ຕູ້ຈຶ່ງເຂກໃສ່ ຫົວ ຂ້າພະເຈົ້າ ຍ້ອນຄວາມຜິດວ່າ ບໍ່ທັນໃຫ້ເຄື່ອງເທດ ຊຶມເຂົ້າ ໄປໃນ ຊີ້ນໄກ່”. ເຊຟ ແອ໋ງຕວ໋ຽດ ຫວນຄືນບົດຮຽນທຳອິດທີ່ແມ່ຕູ້, ເປັນຜູ້ມີອິດທິພົນທີ່ສຸດ ໃນການເລືອກເຟັ້ນເຮັດອາຊີບເປັນເຊຟ ຂອງ ນາງ ໃນພາຍໜ້າ. ຄວາມລະອຽດອ່ອນຂອງແມ່ຍິງ ຫວຽດນາມ ໄດ້ສະແດງໃຫ້ເຫັນຢູ່ໃນເຮືອນຄົວ.
ເປັນຮຸ່ນທີ 7 ຂອງຄອບຄົວທີ່ເກີດຢູ່ ຮ່າໂນ້ຍ, ຕັ້ງແຕ່ເຍົາໄວ, ແອ໋ງ ຕວ໋ຽດ ໄດ້ຮັບການສຶກສາ ຖືກຕາມຄຸນສົມບັດ ຂອງ ແມ່ຍິງ ດິນແດນເມືອງຫຼວງໃນສະໄໝບູຮານ. ວຽກບ້ານການເຮືອນ ແມ່ນໜຶ່ງ ໃນມາດຕະຖານທໍາອິດ ທີ່ຈະຕ້ອງຮຽນຮູ້. ເພາະສະນັ້ນ, ເມື່ອອາຍຸ 9 ປີ, ແອ໋ງຕວ໋ຽດ ໄດ້ຕິດຕາມແມ່ຕູ້ ໄປຕະຫຼາດ ເພື່ອ ເລືອກຊື້ເຄື່ອງປຸງອາຫານ, ເຂົ້າເຮືອນຄົວ ເພື່ອຮຽນຮູ້ວິທີການ ປຸງແຕ່ງອາຫານພື້ນເມືອງ ຂອງຊາວ ຮ່າໂນ້ຍ.
ເມື່ອຮຽນແຕ່ງກິນກັບແມ່ຕູ້ ກໍເປັນເວລາທີ່ນາງໄດ້ຍິນ ປັດຊະຍາ ຂອງ ເຊຟ ທ່ີບໍ່ທໍາມະດາ “ແມ່ຕູ້ ສອນໃຫ້ຂ້າພະເຈົ້າວ່າ ການ ຮັບ ປະທານອາຫານ, ທໍາອິດຕ້ອງເບິ່ງດ້ວຍຕາ, ຫຼັງຈາກນັ້ນ ແມ່ນດົມກິ່ນ, ຊີມລົດຊາດທີ່ແຊບ ແລະ ຟັງສຽງອາຫານທີ່ລະລາຍໃນປາກ, ອາຫານຕ້ອງໄດ້ລີ້ມລອງດ້ວຍອາໄວຍະວະ ສຳຜັດດ້ວຍອິນຊີທັງໝົດ ແມ່ນກຸນແຈຄຳ ຂອງ ເຊຟ”. ເຊຟ ແອ໋ງຕວ໋ຽດ ຍັງຈື່ຈຳຄຳສອນຂອງແມ່ຕູ້ ຢູ່ສະເໝີ.
ເຊຟ ແອ໋ງຕວ໋ຽດ ໃຫ້ຮູ້ວ່າ ເຄື່ອງປະກອບບໍ່ພຽງແຕ່ແມ່ນຊີ້ນ, ປາ, ຜັກ...ເທົ່ານັ້ນ ຫາກຍັງເປັນການສະແດງໃຫ້ເຫັນ ພູມປັນຍາ, ຄວາມ ຮັບຮູ້ດ້ານການແພດ ຂອງ ຜູ້ປຸງແຕ່ງ, ບາງເທື່ອກໍ່ແມ່ນ “ວັດຖຸ ສື່ຂ່າວ” ເພື່ອສົ່ງສານທີ່ເຊຟ ຢາກເວົ້າ. ໝາຍຄວາມວ່າ ຊ່າງແຕ່ງກິນ ແທ້ໆ ຕ້ອງຮູ້ຈັກເລືອກສ່ວນປະກອບ, ຕ້ອງຮູ້ວ່າອາຫານໃດດີ ຕໍ່ສຸ ຂະພາບ, ອາຫານໃດເປັນອັນຕະລາຍ ຕໍ່ຄົນເຈັບ, ອາຫານໃດກໍ່ໃຫ້ ເກີດສານພິດ. ຕ້ອງມີຄວາມຮູ້ດ້ານສັງຄົມ, ວັດທະນະທຳ ເພື່ອຮູ້ວ່າ ເຄື່ອງປະກອບໃດ ສາມາດສະແດງໃຫ້ເຫັນ ລັກສະນະ ຍອດຢ້ຽມ ຂອງ ອາຫານພື້ນເມືອງ ຫວຽດນາມ ເພື່ອໂຄສະນາເຜີຍແຜ່ສູ່ເພື່ອນມິດໃນທົ່ວໂລກ. ສະນັ້ນ, ເມື່ອໄດ້ຮັບກຽດໃຫ້ຈັດງານລ້ຽງ ປະມຸກລັດ 21 ປະເທດ ທີ່ກອງປະຊຸມ APEC 2017, ກ່ອນນັ້ນ 6 ເດືອນ, ເຊຟ ແອ໋ງຕວ໋ຽດ ໄດ້ຊອກຮູ້ ກ່ຽວກັບວັດທະນະທຳ ຂອງ ແຕ່ລະປະເທດ ເພື່ອຮູ້ວ່າ ເຂົາເຈົ້າມັກຫຍັງ, ຄະລຳຫຍັງ, ກິນເຈ ຫຼື ບໍ,... ໃນອາຫານຊັ້ນຢ້ຽມ ນັບຫຼາຍຮ້ອຍເຍື່ອງທີ່ໄດ້ຂຶ້ນລາຍຊື່ ມີພຽງ 12 ເຍື່ອງ ໄດ້ຖືວ່າ ເໝາະສົມ, ຈາກນັ້ນ ເຊຟ ສືບຕໍ່ຄັດເລືອກໄດ້ ອາຫານ 6 ເຍື່ອງ ທີ່ ເຕັມໄປດ້ວຍສີສັນມູນເຊື້ອ, ໂດຍສະເພາະຢ່າງຍິ່ງແມ່ນ: ຍຳປີ ກ້ວຍ, ປາໜຶ້ງ 5 ລົດຊາດ, ຈ໋າຢໍ່ປູທະເລຈືນ, ຈ໋າຢໍ່ພັນສົດ, ໝູປິ່ນ ໜັງກອບ ແລະ ນໍ້າຫວານ ມັນດ້າງສີມ່ວງ ເປັນອາຫານຫວານ.
ທ່ານນາງໄດ້ເລືອກບັນດາເຍື່ອງອາຫານ ທີ່ງ່າຍໆ ຂອງ ຫວຽດນາມ ມາລ້ຽງບັນດາປະມຸກລັດ. ຈາກເຍື່ອງອາຫານ ທີ່ໄດ້ຖືກຄັດເລືອກ, ເຊຟ ແອ໋ງຕວ໋ຽດ ມີຄວາມປາດຖະໜາຢາກສົ່ງສານເຖິງແຂກທີ່ຢູ່ຫ່າງໄກ ກ່ຽວກັບ ເຄື່ອງເທດພື້ນເມືອງຂອງ ຫວຽດນາມ, ກ່ຽວກັບປະເທດເຂດຮ້ອນ ທີ່ມີຜະລິດຕະພັນກະສິກຳ ແລະ ປ່າໄມ້ອຸດົມສົມບູນ. ໃນເຮືອນຄົວນ້ອຍໆ ຂອງຄອບຄົວຢູ່ຖະໜົນ ເຈິ່ນຮຶງດ້າວ, ເຊຟ ໄດ້ ຖ່າຍທອດຄວາມລັບຫຼາຍຢ່າງ ໃນການປຸງແຕ່ງລາຍການອາຫານ ປາໜຶ້ງ 5 ລົດຊາດ ຊຶ່ງເປັນອາຫານທີ່ໄດ້ສ້າງຄວາມປະທັບໃຈຢ່າງ ແຮງ ຕໍ່ບັນດາປະມຸກລັດ APEC 2017, ກາຍເປັນລາຍການອາ ຫານ ປາໜຶ້ງ 5 ລົດຊາດ ທີ່ມີຊື່ສຽງ.
ຄວາມດີຊ່າລືໄປໄກ, ບັນດາເຍື່ອງອາຫານ ຮ່າໂນ້ຍ ພາຍໃຕ້ຊື່ “ເຊຟ ແອ໋ງຕວ໋ຽດ” ໄດ້ມີໜ້າຢູ່ຮ້ານອາຫານຫຼາຍແຫ່ງຢູ່ ນະຄອນໃຫຍ່ໆ ໃນທົ່ວໂລກ. ພິເສດ, ຮູບພາບເຊຟ ແອ໋ງຕວ໋ຽດ ແລະ ບັນດາລາຍການອາຫານພິເສດຂອງ ຮ່າໂນ້ຍ ໄດ້ກາຍເປັນທີ່ຄຸ້ນເຄີຍ ກັບ ຊາວ ອາເມລິກາ, ລັດເຊຍ ແລະ ປະເທດຕ່າງໆ ຜ່ານຊ່ອງໂທລະ ພາບທີ່ມີຊື່ສຽງຄື Discovery, BBC, SRG, ນິວຢ໋ອກ ຫຼື ຊ່ອງໂທ ລະພາບ ເຢຍລະມັນ, ຝະລັ່ງ, ຍີ່ປຸ່ນ, ສ ເກົາຫຼີ… ເຊຟ ແອ໋ງຕວ໋ຽດ ກ່າວວ່າ ການປຸງອາຫານແມ່ນສິລະປະ, ເຍື່ອງອາ ຫານ ຈະສ້າງຈິດວິນຍານ ຂອງປະເທດຊາດ ແລະ ບັນທຶກ ຄວາມ ຊົງຈຳທີ່ດີ ໃຫ້ແກ່ຜູ້ທີ່ຈະກັບຄືນສູ່ ບ້ານເກີດເມືອງນອນ ຢູ່ຕະຫຼອດ ເວລາ. ເຊຟ ກໍ່ແມ່ນຜູ້ຖ່າຍທອດວັດທະນະທຳ ແລະ ຮັກສາຄວາມ ຍອດຢ້ຽມ ອາຫານ ຂອງປະເທດຕົນ ແລະ ຢູ່ໃຈກາງນະຄອນຫຼວງ ຮ່າໂນ້ຍ ກັບການປ່ຽງແປງໃໝ່ບໍ່ຈັກວ່າເທົ່າໃດ, ສະຖານທີ່ສິລະປະ ອາຫານການກິນ ໄດ້ຮັບເອົາ, ສັບປົນກັບ ພື້ນຖານອາຫານການກິນ ທີ່ອຸດົມສົມບູນຂອງທົ່ວໂລກ, ແຕ່ຮ້ານອາຫານ ແອ໋ງຕວ໋ຽດ ຢູ່ ເຮືອນເລກທີ 25 ຄຸ້ມຖະໜົນ ມ໊າໄມ, ຕາແສງ ຮ່າງບ່ວມ, ເມືອງ ຮວ່ານກ໋ຽມ, ຮ່າໂນ້ຍ ຂອງເຊຟ ແອ໋ງຕວ໋ຽດ ຍັງຄົງ ຮັກສາໄວ້ໄດ້ ບັນດາລາຍການອາຫານ ໄດ້ມາດຕະຖານ ຂອງ ດິນແດນ ທັງລອງ (ຮ່າໂນ້ຍ) ໃນເມື່ອກ່ອນ.
ສຳລັບເຊຟ ແອ໋ງຕວ໋ຽດ, ເມື່ອແຕ່ງເຍື່ອງອາຫານໜຶ່ງສຳເລັດ, ເບິ່ງຜູ້ ຄົນໄດ້ກິນອາຫານແຊບໆ ແມ່ນຄວາມສຸກຍາກທີ່ຈະພັນລະນາ ດ້ວຍຄຳເວົ້າ.
ເຖິງວ່າມີອາຍຸກວ່າ 70 ປີແລ້ວກໍ່ຕາມ, ແຕ່ເຊຟ ແອ໋ງຕວ໋ຽດ ຍັງໝົກ ມຸ່ນ ກັບການເຜີຍແຜ່ວັດທະນະທຳ ອາຫານການກິນຂອງ ຫວຽດ ນາມ ສູ່ເພື່ອນມິດສາກົນ. ພາບ: ໂດຍຜູ້ກ່ຽວສະໜອງໃຫ້ ບົດ: ຖາວວີ - ພາບ: ຫວຽດເກື່ອງ - ແປໂດຍ: ບິກລຽນ