ປີ້ງໄກ່, ເຂົ້າຫຼາມ ເຂດ ໄຕງວຽນ

ປີ້ງໄກ່, ເຂົ້າຫຼາມ ເຂດ ໄຕງວຽນ

ໄກ່ປີ້ງ ​ກິນ​ກັບ​ ເຂົ້າ​ຫຼາມ​ ແມ່ນ​ໜຶ່ງ​ ໃນ​ບັນດາ ລາຍການອາ​ຫານ​ພິ​ເສດ​ ຢູ່ເຂດ​ພູ​ຜາປ່າດົງ​ ທີ່​ມີ​ຊື່​ສຽງ​ ຂອງ ປະຊາຊົນ ໄຕງວຽນ (ເຂດ ພູພຽງຢູ່ ພາກກາງຕອນໃຕ້ ຫວຽດນາມ). ປັດຈຸບັນ ອາຫານ ເຍື່ອງນີ້ໄດ້ຖືກປຸງແຕ່ງ ດ້ວຍຫຼາຍຮູບແບບ ທີ່ແຕກຕ່າງກັນ ແຕ່ຍັງຄົງຮັກສາໄວ້ໄດ້ ລົດຊາດ ຂອງ ໄກ່ ແລະ ກິ່ນຫອມ ຂອງ ເຂົ້າໜຽວ.

ນັກ​ທ່ອງ​ທ່ຽວ​ ຮັບປະທານ ປີ້ງໄກ່, ​ເຂົ້າ​ຫຼາມ​ ທ່າມກາງບັນຍາກາດທີ່ເຂັ້ມຂຸ້ນໄປດ້ວຍສີສັນ ວັດທະນະທຳ ໄຕງວຽນ.

ໄກ່​ ທີ່​ໃຊ້​ໃນ​ການ​ປີ້ງ​ ຈະມີ​ນ້ຳ​ໜັກ​ປະມານ 1 ກິ​ໂລ, ເນື້ອ​ແໜ້ນ, ໜັງ​ບາງ. ພາຍຫຼັງການປຸງແຕ່ງຂັ້ນຕົ້ນ, ໄກ່ ຈະຖືກເອືອບ ດ້ວຍເຄື່ອງເທດຕ່າງໆ ເຊັ່ນ: ຜັກທຽມ, ຜັກບົ່ວ, ຫົວສີໄຄ, ເຄື່ອງເທດ 5 ລົດຊາດ, ພິກໄທ, ນໍ້າປາ, ເກືອ, ນໍ້າເຜິ້ງ, ໂດຍສະເພາະໃບໄມ້ປ່າ ຫຼາຍຊະນິດ ທີ່ຂາດບໍ່ໄດ້. ເຄື່ອງເທດ ​ແມ່ນ​ຄວາມ​ລັບ​ທີ່​ຈະ​ເຮັດ​ໃຫ້ປີ້ງ​ໄກ່​ ຂອງ​ເຂດ ໄຕງວຽນ ​ມີລົດຊາດພິ​ເສດ​. ຫຼັງຈາກເຄື່ອງເທດຊຶມເຂົ້າເນື້ອໄກ່ແລ້ວ, ໄກ່ ກໍ່ຈະຖືກນໍາໄປປີ້ງ. ວິທີປີ້ງແມ່ນສຳຄັນທ່ີສຸດ ເພື່ອກຳນົດລົດຊາດ ຂອງ ອາການພິເສດນ້ີ. 

ນອກ​ຈາກ​ປີ້ງໄກ່ ​ແລ້ວ, ​ເພື່ອ​ປຸງ​ແຕ່ງ​ເຂົ້າຫຼາມ​ທີ່​ດີ​ເລີດ, ສ່ວນ​ປະ​ກອບ​ທີ່​ຂາດ​ບໍ່​ໄດ້​ແມ່ນ​ເຂົ້າ​ໜຽວ. ເຂົ້າໜຽວ ທີ່ນຳໃຊ້ ປົກກະຕິແມ່ນເຂົ້າໜຽວ ທີ່ປະຊາຊົນ ໄຕງວຽນ ປູກຢູ່ເທິງໄຮ່, ເມັດນ້ອຍ, ສ້ວຍຍາວ. ກ່ອນປຸງແຕ່ງ ຈະຕ້ອງມ່າ ເຂົ້າ ປະມານ 4-6 ຊົ່ວໂມງ ແລ້ວລ້າງໃຫ້ສະອາດ ອີກເທື່ອໜຶ່ງ ແລະ ຖອກໃສ່ບັ້ງໄມ້ໄຜ່ (ບໍ່ໃຫ້ເຂົ້າເຕັມເກີນໄປ) ແລ້ວປິດ ດ້ວຍໃບກ້ວຍ.  ບັ້ງເຂົ້າຫຼາມຈະເຜົາໄຟ ພ້ອມໆ ກັບໄກ່ ເທິງເຕົາຖ່ານ. ​ບັນດາ​ບັ້ງເຂົ້າຫຼາມ ຢູ່ເທິງ​ເຕົາ​ຖ່ານ ຈະຕ້ອງປິ່ນ ໃຫ້ສະເໝີ ເພື່ອໃຫ້ເຂົ້າ ສຸກສະເໝີ ແລະ ບໍ່ໄໝ້. ເມື່ອ​ປີ້ງ​ໄກ່​ ເລີ່ມ​ມີ​ກິ່ນ​ຫອມ​ ກໍແມ່ນຮອດເວລາ ບັ້ງເຂົ້າຫຼາມ ສຸກພໍດີ. 


ມັນເປັນສິ່ງທີ່ຍອດຍິ່ງທີສຸດ ເມື່ອໄດ້ນັ່ງຮັບປະທານ ລາຍການອາ ຫານ ໄກ່ປີ້ງ ກັບເຂົ້າຫຼາມ ຢູ່ໃນຮ້ານອາຫານ ທີ່ຖືກສ້າງຂຶ້ນ ດ້ວຍສະຖາປັດຕະຍະກໍາ ແລະ ທ່າມກາງບັນຍາກາດ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຂອງ ຊາວ ໄຕງວຽນ. ຮ້ານ​ອາ​ຫານ​ປົກ​ກະ​ຕິ​ ຈະ​ຂາຍ​ແຕ່​ຕອນ​ທ່ຽງ, ພໍ​ເຖິງ​ຄໍ່າ, ໄກ່​ປີ້ງ​ ໂຕໜຶ່ງ ກິນກັບ ເຂົ້າຫຼາມ ມີລາຄາ​ ປະ​ມານ 300.000 ດົ່ງ​. 
ປີ້ງໄກ່ ເຂົ້າຫຼາມ-ອາຫານພິເສດ ຢູ່ເຂດ ໄຕງວຽນ. 

ທີ່​ຢູ່ຮ້ານອາຫານຈຳນວນໜຶ່ງ ຢູ່ ນະຄອນ ໄປຼກູ (ແຂວງ ຢາລາຍ):

- ປີ້ງໄກ່ ເຂົ້າຫຼາມ H'BLA T'RUNG:
ຮ່ອມເລກທີ 220 ຖະໜົນ ເລຢ໊ວນ, ຕາແສງ ຈ່າບ໋າ
- ປີ້ງໄກ່ ເຂົ້າຫຼາມ ບາຢານ : ຮ່ອມເລກທີ 478 - 480 ຖະໜົນ ເລຢ໊ວນ, ຕາແສງ ຈ່າບ໋າ
- ຮ້ານ ສິລະປິນ Ksor Hnao: ຮ່ອມເລກທີ 49/18 ຖະໜົນ ເຈິ່ນຫງວຽນຮ໊ານ, ຕາແສງ ດົ໋ງດາ
- ຮ້ານ ລາກຸຍ: ເລກທີ 27 ຖະໜົນ ຟ້າມຫງອກແຖກ, ຕາແສງ ຖົ໋ງເຍິດ

ປະຕິບັດໂດຍ: ກົງດາດ - ແປໂດຍ: ບິກລຽນ


Top