ໄກ່ປີ້ງ ກິນກັບ ເຂົ້າຫຼາມ ແມ່ນໜຶ່ງ ໃນບັນດາ ລາຍການອາຫານພິເສດ ຢູ່ເຂດພູຜາປ່າດົງ ທີ່ມີຊື່ສຽງ ຂອງ ປະຊາຊົນ ໄຕງວຽນ (ເຂດ ພູພຽງຢູ່ ພາກກາງຕອນໃຕ້ ຫວຽດນາມ). ປັດຈຸບັນ ອາຫານ ເຍື່ອງນີ້ໄດ້ຖືກປຸງແຕ່ງ ດ້ວຍຫຼາຍຮູບແບບ ທີ່ແຕກຕ່າງກັນ ແຕ່ຍັງຄົງຮັກສາໄວ້ໄດ້ ລົດຊາດ ຂອງ ໄກ່ ແລະ ກິ່ນຫອມ ຂອງ ເຂົ້າໜຽວ.
ນັກທ່ອງທ່ຽວ ຮັບປະທານ ປີ້ງໄກ່, ເຂົ້າຫຼາມ ທ່າມກາງບັນຍາກາດທີ່ເຂັ້ມຂຸ້ນໄປດ້ວຍສີສັນ ວັດທະນະທຳ ໄຕງວຽນ.
ໄກ່ ທີ່ໃຊ້ໃນການປີ້ງ ຈະມີນ້ຳໜັກປະມານ 1 ກິໂລ, ເນື້ອແໜ້ນ, ໜັງບາງ. ພາຍຫຼັງການປຸງແຕ່ງຂັ້ນຕົ້ນ, ໄກ່ ຈະຖືກເອືອບ ດ້ວຍເຄື່ອງເທດຕ່າງໆ ເຊັ່ນ: ຜັກທຽມ, ຜັກບົ່ວ, ຫົວສີໄຄ, ເຄື່ອງເທດ 5 ລົດຊາດ, ພິກໄທ, ນໍ້າປາ, ເກືອ, ນໍ້າເຜິ້ງ, ໂດຍສະເພາະໃບໄມ້ປ່າ ຫຼາຍຊະນິດ ທີ່ຂາດບໍ່ໄດ້. ເຄື່ອງເທດ ແມ່ນຄວາມລັບທີ່ຈະເຮັດໃຫ້ປີ້ງໄກ່ ຂອງເຂດ ໄຕງວຽນ ມີລົດຊາດພິເສດ. ຫຼັງຈາກເຄື່ອງເທດຊຶມເຂົ້າເນື້ອໄກ່ແລ້ວ, ໄກ່ ກໍ່ຈະຖືກນໍາໄປປີ້ງ. ວິທີປີ້ງແມ່ນສຳຄັນທ່ີສຸດ ເພື່ອກຳນົດລົດຊາດ ຂອງ ອາການພິເສດນ້ີ.
ນອກຈາກປີ້ງໄກ່ ແລ້ວ, ເພື່ອປຸງແຕ່ງເຂົ້າຫຼາມທີ່ດີເລີດ, ສ່ວນປະກອບທີ່ຂາດບໍ່ໄດ້ແມ່ນເຂົ້າໜຽວ. ເຂົ້າໜຽວ ທີ່ນຳໃຊ້ ປົກກະຕິແມ່ນເຂົ້າໜຽວ ທີ່ປະຊາຊົນ ໄຕງວຽນ ປູກຢູ່ເທິງໄຮ່, ເມັດນ້ອຍ, ສ້ວຍຍາວ. ກ່ອນປຸງແຕ່ງ ຈະຕ້ອງມ່າ ເຂົ້າ ປະມານ 4-6 ຊົ່ວໂມງ ແລ້ວລ້າງໃຫ້ສະອາດ ອີກເທື່ອໜຶ່ງ ແລະ ຖອກໃສ່ບັ້ງໄມ້ໄຜ່ (ບໍ່ໃຫ້ເຂົ້າເຕັມເກີນໄປ) ແລ້ວປິດ ດ້ວຍໃບກ້ວຍ. ບັ້ງເຂົ້າຫຼາມຈະເຜົາໄຟ ພ້ອມໆ ກັບໄກ່ ເທິງເຕົາຖ່ານ. ບັນດາບັ້ງເຂົ້າຫຼາມ ຢູ່ເທິງເຕົາຖ່ານ ຈະຕ້ອງປິ່ນ ໃຫ້ສະເໝີ ເພື່ອໃຫ້ເຂົ້າ ສຸກສະເໝີ ແລະ ບໍ່ໄໝ້. ເມື່ອປີ້ງໄກ່ ເລີ່ມມີກິ່ນຫອມ ກໍແມ່ນຮອດເວລາ ບັ້ງເຂົ້າຫຼາມ ສຸກພໍດີ.
ມັນເປັນສິ່ງທີ່ຍອດຍິ່ງທີສຸດ ເມື່ອໄດ້ນັ່ງຮັບປະທານ ລາຍການອາ ຫານ ໄກ່ປີ້ງ ກັບເຂົ້າຫຼາມ ຢູ່ໃນຮ້ານອາຫານ ທີ່ຖືກສ້າງຂຶ້ນ ດ້ວຍສະຖາປັດຕະຍະກໍາ ແລະ ທ່າມກາງບັນຍາກາດ ທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຂອງ ຊາວ ໄຕງວຽນ. ຮ້ານອາຫານປົກກະຕິ ຈະຂາຍແຕ່ຕອນທ່ຽງ, ພໍເຖິງຄໍ່າ, ໄກ່ປີ້ງ ໂຕໜຶ່ງ ກິນກັບ ເຂົ້າຫຼາມ ມີລາຄາ ປະມານ 300.000 ດົ່ງ. ປີ້ງໄກ່ ເຂົ້າຫຼາມ-ອາຫານພິເສດ ຢູ່ເຂດ ໄຕງວຽນ.
ທີ່ຢູ່ຮ້ານອາຫານຈຳນວນໜຶ່ງ ຢູ່ ນະຄອນ ໄປຼກູ (ແຂວງ ຢາລາຍ):
- ປີ້ງໄກ່ ເຂົ້າຫຼາມ H'BLA T'RUNG:
ຮ່ອມເລກທີ 220 ຖະໜົນ ເລຢ໊ວນ, ຕາແສງ ຈ່າບ໋າ
- ປີ້ງໄກ່ ເຂົ້າຫຼາມ ບາຢານ : ຮ່ອມເລກທີ 478 - 480 ຖະໜົນ ເລຢ໊ວນ, ຕາແສງ ຈ່າບ໋າ
- ຮ້ານ ສິລະປິນ Ksor Hnao: ຮ່ອມເລກທີ 49/18 ຖະໜົນ ເຈິ່ນຫງວຽນຮ໊ານ, ຕາແສງ ດົ໋ງດາ
- ຮ້ານ ລາກຸຍ: ເລກທີ 27 ຖະໜົນ ຟ້າມຫງອກແຖກ, ຕາແສງ ຖົ໋ງເຍິດ
ປະຕິບັດໂດຍ: ກົງດາດ - ແປໂດຍ: ບິກລຽນ