ທົງໄຕໂຮ້ຍ - ຫໍສາລາບູຮານ ຢູ່ເຂດດິນພາກໃຕ້

ທົງໄຕໂຮ້ຍ - ຫໍສາລາບູຮານ ຢູ່ເຂດດິນພາກໃຕ້

ພາຍຫຼັງ​ໄດ້​ຮັບ​ການ​ປະຕິສັງຂອນມາຫຼາຍ​ຄັ້ງ, ສາລາທົງໄຕ ໂຮ້ຍ​ໄດ້​ກາຍ​ເປັນເຂດບູຮານສະຖານ ສະຖາປັດຕະຍະກຳ, ສິລະ​ປະ, ວັດທະນະທຳ ​ແລະ ປະຫວັດສາດ​ແຫ່ງ​ຊາດ.

ສາລາ ທົງໄຕໂຮ້ຍ ​ຕັ້ງ​ຢູ່ຄຸ້ມບ້ານ 11, ​ເມືອງ ກໍ່ເວິບ, ນະຄອນ ​ໂຮ່ຈີ​ມິນ ​​ມີ​ຊື່​ສຽງ​ມາ​ແຕ່​ດົນ​ນານ​ ເນື່ອງຈາກ ແມ່ນຫໍສາລາ ທີ່ເກົ່າ ແກ່ທີ່ສຸດ ບໍ່ພຽງແຕ່ຢູ່ນະຄອນ ໂຮ່ຈີມິນ ເທົ່ານັ້ນ, ແຕ່ຍັງ ຢູ່ທົ່ວ ທຸກ ແຖບດິນຕອນໃຕ້ຂອງ ຫວຽດນາມ ອີກດ້ວຍ. ຜ່ານ​ການຜັນ ແປ​ປ່ຽນ​ແປງ​ຫຼາຍ​ຢ່າງ​ ຂອງ​ປະຫວັດສາດ, ​ສາລາບູຮານ ທົງໄຕ ໂຮ້ຍ ຍັງ​ຄົງ​ເປັນ​ສະຖານ​ທີ່​ຮັກສາ​ໄວ້​ຄຸນຄ່າ​ທາງວັດທະນະທຳ, ສາສະໜາ ​ອັນ​ດີງາມ​ຫຼາຍຢ່າງ ຂອງ​ຊາດ​ ຢູ່ຄຽງຂ້າງ​​ບັນດາ​ຄຸນ ຄ່າ ທາງສິລະປະ​ ດ້ານສະຖາປັດຕະຍະກຳມູນເຊື້ອ ທີ່​ເປັນ​ເອກະລັກ​ສະ​ເພາະ ອີກດ້ວຍ.

ສາລາ ທົງໄຕໂຮ້ຍ ໄດ້​ຮັບ​ການ​ກໍ່​ສ້າງ​ໂດຍ​ຜູ້​ອົບ​ພະ​ຍົບ​ຈາກ ເງະ ອານ ເມື່ອ​ປີ 1679. ​ຮອດ​ປີ 1883 ສາລາ ທົງໄຕໂຮ້ຍ ໄດ້​ສ້າງ​ສຳ​ເລັດ ແລະ ມີ​ສະ​ຖາ​ປັດ​ຕະ​ຍະ​ກຳ ​ດັ່ງ​ປັດຈຸ​ບັນ.


ສາລາ ທົງໄຕໂຮ້ຍ ບູຊາເທບພະເຈົ້າ ຂອງໝູ່ບ້ານ ສອງອົງຄື ດົງ ຈິງເວືອງ ແລະ ຢຶກແທ໋ງເວືອງ ຊຶ່ງ ແມ່ນລາຊະກຸມມານ ຂອງ ກະ ສັດ ຫຼີຖ໋າຍໂຕ໊ (974-1028). ສາລາລວມມີ 3 ສ່ວນຄື ຫວໍກາ (ສະຖານທີ່ສະແດງ ມວຍ ຫຼື ຂັບລຳ ໃນມື້ຈັດງານບຸນ), ຫໍທຳມະສະພາ ແລະ ຕຶກ ໂຮ້ຍເຊີ໋ (ສຳນັກ ສະມາຄົມ). ໃນນັ້ນ ຫໍທຳມະສະພາ ແມ່ນຈຸດເດັ່ນ ດ້ານສະຖາປັດຕະຍະກຳ. ສາລາ, ມີຫຼັງຄາສອງຊັ້ນ. ຢູ່ເທິງຫຼັງຄາ ມີຮູບປັ້ນ ມັງກອນ 2 ໂຕ ພວມ ຍາດຊີງ ໄຂ່ມຸກ ດ້ວຍດິນເຜົາ ເຄືອບສີຂຽວ ຕາມແບບດັ້ງເດີມ ຢູ່ບັນດາ ຫຼັງວັດ, ຫໍສາລາ ຢູ່ ພາກໃຕ້. 


ສາລາ ທົງໄຕໂຮ້ຍ ແມ່ນຫໍສາລາບູຮານ ​ຢູ່ເຂດ​ພາກ​ໃຕ້, ມາຮອດ ປັດຈຸບັນຍັງ​ຄົງ​ຮັກ​ສາ​ໄວ້ໄດ້ໂຄງ​ສ້າງ ແລະ ວັດ​ສະ​ດຸ​ກໍ່​ສ້າງ​ເກືອບ​ຄື​ເກົ່າ. ຫໍສາລາ​ ຫັນ​ໜ້າ​ໄປ​ທາງ​ທິດຕາ​ເວັນ​ອອກ, ປະຕູ​ໂຂງ​ຖືກ​ສ້າງ​ ມີທາງເຂົ້າສາມທາງ, ມີເດີ່ນ​ກວ້າງ​ຂວາງ. ໜ້າພຽງ ສະຖາ ປັດຕະຍະກໍາຂອງສາລາ ປະກອບເປັນສອງ ແຖວຂະໜານກັນ: ແຖວໜຶ່ງຍາວ (ແຖວຕົ້ນຕໍ) ລວມມີ ຫວໍກາ, ຫໍທຳມະສະພາ; ແຖວໜຶ່ງສັ້ນ (ແຖວສຳຮອງ) ແມ່ນ ຕຶກ ໂຮ້ຍເຊີ໋. 



ຕຶກ ຫວໍກາ ມີລວງກວ້າງ 14 , ເລິກ 17,5 , ສູງ 4 , ລວມມີ ເຮືອນ 7 ຫຼັງ ແລະ ເສົາໄມ້ 52 ເສົາ. ຫໍທໍາມະສະພາ ມີເຮືອນ 2 ຫຼັງ ມີຫຼັງຄາສອງຊັ້ນຊ້ອນກັນ, ມີເສົາໄມ້ 48 ເສົາ ແບ່ງເປັນ 8 ແຖວ, ແຕ່ລະແຖວມີ 6 ເສົາ. 4 ແຖວ ຢູ່ກາງ ສູງ 4,5 , ມີເສັ້ນ ຜ່າສູນກາງ 30 ຊມ ຊຶ່ງເປັນບ່ອນສຳຄັນທີ່ສຸດ, ສັກສິດທີ່ສຸດ- ສະຖານທີ່ ຕັ້ງແທ່ນບູຊາ ເທບພະເຈົ້າ. ບັນດາຕີນເສົາ ຢູ່ ຫໍທຳ ມະສະພາ ຖືກແກະສະຫຼັກ ຮູບທໍ່ລ່ຽມກີ່ວກາງ. ຢູ່ເທິງຫຼັງຄາ ມີ ຮູບປັ້ນມັງກອນ ສອງໂຕ ຍາດຊີງໄຂ່ມຸກ ດ້ວຍດິນເຜົາເຄືອບ ສີ ຂຽວ.

ຕຶກ ໂຮ້ຍເຊີ໋ ແມ່ນສຳນັກງານ ຂອງ ຄະນະຄຸ້ມຄອງບໍລິຫານ ຊຶ່ງ ເປັນສະຖານທີ່ຕ້ອນຮັບແຂກ ແລະ ກະກຽມເຄື່ອງບູຊາ, ມີລວງ ກວ້າງ 12 , ຍາວ 19 , ສູງ 4,2 ; ມີ 56 ເສົາ, ຕີນເສົາ ຮອງ ດ້ວຍຫີນສີຂຽວ, ມີເຮືອນ 3 ຫຼັງຖືກກໍ່ສ້າງແບບມີຫຼັງຄາ 2 ຊັ້ນ ຊ້ອນກັນ, ມີຝາແຍກອອກຫ້ອງການເຮັດວຽກ ກັບສາງ.


ສ່ວນການຕົບແຕ່ງ ທີ່ພິເສດສຸດ ຂອງ ສາລາ ທົງໄຕໂຮ້ຍ ແມ່ນ ຢູ່ ຫ້ອງທຳມະສະພາ ກັບສີຍົວທຸກອັນ ລ້ວນແຕ່ໄດ້ແກະສະຫຼັກ ຮູບຫົວ ມັງກອນ ແລະ ກິ່ງເໝີຍ. ໃນນັ້ນ ແທ່ນບູຊາເທບພະເຈົ້າ ໄດ້ຮັບ ການ ແກະສະຫຼັກ ຢ່າງປານີດ ແນບນຽນ ຕາມຫົວເລື່ອງ ມັງກອນ ສອງໂຕເຝົ້າພະຈັນ ແລະ ມັງກອນ-ກິເລນ-ເຕົ່າ-ນົກຫົງ.

ໃນ​ເຂດບູຮານສະຖານປະຫວັດສາດ ທົງໄຕໂຮ້ຍ ຍັງຮັກສາໄວ້​ວັດຖຸ​ພັນ​ອັນ​ລ້ຳ​ຄ່າ 37 ​ສິ້ນ ຊຶ່ງແມ່ນຜົນງານແກະສະຫຼັກ​ສິລະ​ປະ​ຄື: ປະຕູ “ວ໊ອງ”, ປ້າຍໂຕໜັງສື, ຄໍາກອນຄູ່, ແທ່ນບູຊາ ລ້ວນແຕ່ ຮັກສາໄວ້ໄດ້ລວດລາຍ, ສີສັນ, ທີ່ຖືກຟອກດ້ວຍຄຳປີວ.

ບົດ ແລະ ພາບ: ທົງຫາຍ -​ ແປໂດຍ: ບິກລຽນ


Top