ຕຶກ ຫວໍກາ ມີລວງກວ້າງ 14 ມ, ເລິກ 17,5 ມ, ສູງ 4 ມ, ລວມມີ ເຮືອນ 7 ຫຼັງ ແລະ ເສົາໄມ້ 52 ເສົາ. ຫໍທໍາມະສະພາ ມີເຮືອນ 2 ຫຼັງ ມີຫຼັງຄາສອງຊັ້ນຊ້ອນກັນ, ມີເສົາໄມ້ 48 ເສົາ ແບ່ງເປັນ 8 ແຖວ, ແຕ່ລະແຖວມີ 6 ເສົາ. 4 ແຖວ ຢູ່ກາງ ສູງ 4,5 ມ, ມີເສັ້ນ ຜ່າສູນກາງ 30 ຊມ ຊຶ່ງເປັນບ່ອນສຳຄັນທີ່ສຸດ, ສັກສິດທີ່ສຸດ- ສະຖານທີ່ ຕັ້ງແທ່ນບູຊາ ເທບພະເຈົ້າ. ບັນດາຕີນເສົາ ຢູ່ ຫໍທຳ ມະສະພາ ຖືກແກະສະຫຼັກ ຮູບທໍ່ລ່ຽມກີ່ວກາງ. ຢູ່ເທິງຫຼັງຄາ ມີ ຮູບປັ້ນມັງກອນ ສອງໂຕ ຍາດຊີງໄຂ່ມຸກ ດ້ວຍດິນເຜົາເຄືອບ ສີ ຂຽວ.
ຕຶກ ໂຮ້ຍເຊີ໋ ແມ່ນສຳນັກງານ ຂອງ ຄະນະຄຸ້ມຄອງບໍລິຫານ ຊຶ່ງ ເປັນສະຖານທີ່ຕ້ອນຮັບແຂກ ແລະ ກະກຽມເຄື່ອງບູຊາ, ມີລວງ ກວ້າງ 12 ມ, ຍາວ 19 ມ, ສູງ 4,2 ມ; ມີ 56 ເສົາ, ຕີນເສົາ ຮອງ ດ້ວຍຫີນສີຂຽວ, ມີເຮືອນ 3 ຫຼັງຖືກກໍ່ສ້າງແບບມີຫຼັງຄາ 2 ຊັ້ນ ຊ້ອນກັນ, ມີຝາແຍກອອກຫ້ອງການເຮັດວຽກ ກັບສາງ.
ສ່ວນການຕົບແຕ່ງ ທີ່ພິເສດສຸດ ຂອງ ສາລາ ທົງໄຕໂຮ້ຍ ແມ່ນ ຢູ່ ຫ້ອງທຳມະສະພາ ກັບສີຍົວທຸກອັນ ລ້ວນແຕ່ໄດ້ແກະສະຫຼັກ ຮູບຫົວ ມັງກອນ ແລະ ກິ່ງເໝີຍ. ໃນນັ້ນ ແທ່ນບູຊາເທບພະເຈົ້າ ໄດ້ຮັບ ການ ແກະສະຫຼັກ ຢ່າງປານີດ ແນບນຽນ ຕາມຫົວເລື່ອງ ມັງກອນ ສອງໂຕເຝົ້າພະຈັນ ແລະ ມັງກອນ-ກິເລນ-ເຕົ່າ-ນົກຫົງ.
ໃນເຂດບູຮານສະຖານປະຫວັດສາດ ທົງໄຕໂຮ້ຍ ຍັງຮັກສາໄວ້ວັດຖຸພັນອັນລ້ຳຄ່າ 37 ສິ້ນ ຊຶ່ງແມ່ນຜົນງານແກະສະຫຼັກສິລະປະຄື: ປະຕູ “ວ໊ອງ”, ປ້າຍໂຕໜັງສື, ຄໍາກອນຄູ່, ແທ່ນບູຊາ ລ້ວນແຕ່ ຮັກສາໄວ້ໄດ້ລວດລາຍ, ສີສັນ, ທີ່ຖືກຟອກດ້ວຍຄຳປີວ.