ທະເລ ທ່ີບໍ່ມີຂອບເຂດ ຢູ່ ຖ໋າຍບິ່ງ

ທະເລ ທ່ີບໍ່ມີຂອບເຂດ ຢູ່ ຖ໋າຍບິ່ງ

ໜ້າ​ນ້ຳ​ຢູ່​ຫາດ​ຊາຍ​ກວາງ​ລານເບິ່ງຄືກັບກະຈົກແຜ່ນໃຫຍ່ ສະທ້ອນຮູບພາບ ຂອງ ທ້ອງຟ້າ ຊຶ່ງສ້າງຍ່ານເວຫາທີ່ບໍ່ມີຂອບເຂດ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ.

ທະ​ເລ ທ່ີບໍ່ມີຂອບເຂດ ໜຶ່ງ​ບໍ່ມີສອງ ​ຢູ່​ຕາ​ແສງ ຖຸ້ຍຊວນ ​ແລະ ຖຸ້ຍຫາຍ, ເມືອງ ຖ໋າຍຖຸ້ຍ ກຳລັງ​ໄດ້​ຮັບ​ການ​ພັດທະນາ ໃຫ້ເປັນສະຖານ ທີ່ທ່ອງທ່ຽວ​ ໂດຍ​ຄະນະ​ກຳມະການ ​ປະຊາຊົນ​ແຂວງ ຖ໋າຍບິ່ງ ໃຫ້ກາຍເປັນຈຸດໝາຍປາຍທາງ ທີ່ແປກໃໝ່, ມີເອກະລັກສະເພາະ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມາສຳຜັດ ຕົວຈິງ. 

ຫາດຊາຍທັງສອງແຫ່ງນີ້ ບໍ່ມີຊາຍສີຂາວ, ບໍ່ມີນໍ້າທະເລ ທີ່ຂຽວສົດ ໃສ ຫຼື ຄື້ນຟອງໃຫຍ່, ແຕ່ມີຄວາມງາມທີ່ສະຫງົບງຽບ ແລະ ທຳມະຊາດ ກັບດິນຊາຍສີນໍ້າຕານເຂັ້ມ, ຮາບພຽງ ແລະ ແກ່ຍາວ ບໍ່ມີທ່ີສິ້ນສຸດ. ໃນຍາມ​ເຊົ້າໆ, ​ເມື່ອ​ນ້ຳ​ຕື້ນ, ​ຫາດ​ຊາຍ​ ຖືກ​ປົກ​ຫຸ້ມ​ດ້ວຍ​ຊັ້ນ​ນ້ຳ​ບາງໆ​ ​ເລິກປະມານ​ ຄໍ່ຕີນ, ​ເບິ່ງ​ຄື​ກັບ​ກະຈົກ​ແຜ່ນໃຫຍ່​ ທີ່​ສະທ້ອນ​ຮູບພາບ ຂອງ ​ທ້ອງຟ້າ​ ແລະ ທິວທັດທຳມະຊາດ.

ທ່ານ ຟ້າມມິງຕວ່ານ (ອາຍຸ 33 ປີ, ອາໄສຢູ່ເມືອງ ຖ໋າຍຖຸ້ຍ, ແຂວງ ຖ໋າຍບິ່ງ) ໃຫ້ຮູ້ວ່າ: ຈາກປະສົບການ ເພື່ອໃຫ້ນັກທ່ອງທ່ຽວ ສາມາດໄດ້ຊົມປະກົດການທາງທະເລ  ທ່ີບໍ່ມີຂອບເຂດ ຢູ່ເຂດນ່ານນໍ້າ ກວາງລາງ ແລະ ຖຸ້ຍຊວນ, ເມືອງ ຖ໋າຍຖຸ້ຍ ຕ້ອງປະກອບມີຫຼາຍປັດໄຈ ຢ່າງຄົບຖ້ວນ.


ດັ່ງນັ້ນ​, ປັດໄຈ​ທຳ​ອິດ ​ທີ່​ນັກ​ທ່ອງ​ທ່ຽວ​ ຕ້ອງ​ເອົາ​ໃຈ​ໃສ່​ແມ່ນ​ເບິ່ງ​ວ່າ​ລະດັບ​ນ້ຳ ​ຂອງ​ ມື້​ນັ້ນ​ເໝາະ​ສົມ ​ຫຼື​ ບໍ ໂດຍຜ່ານ ​ແອັບ​ໂທລະສັບ​ຈຳ ນວນ​ໜຶ່ງ​ ທີ່​ມີ​ຂໍ້​ມູນ ກ່ຽວກັບເວລານໍ້າທະເລຂຶ້ນ-ລົງ. ລະອຽດຄື ລະ ດັບນ້ໍາທະເລຂຶ້ນ-ລົງ ທີ່ເໝາະສົມແມ່ນແຕ່ 1,2 ມ ຫາ 1,8 ມ, ໃນເວລານີ້ຢູ່ເທິງຫາດຊາຍ ຈະມີນໍ້າ ພຽງແຕ່ ຄໍ່ຕີນ ຊຶ່ງເໝາະສົມທີສຸດ ສໍາລັບປະກົດການ “ທີ່ບໍ່ມີຂອບເຂດ” ທີ່ຈະເກີດຂຶ້ນ.

ພ້ອມ​ກັນ​ນັ້ນ, ນັກ​ທ່ອງ​ທ່ຽວ​ ຍັງ​ຕ້ອງ​ຕິດຕາມ​ສະພາບ​ອາກາດ, ຫຼີກ​ລ້ຽງ​ວັນ​ທີ່ມີພາຍຸ ຝົນຕົກ, ຟ້າ​ຮ້ອງ ຟ້າເຫຼື້ອມ ທ່ີເປັນອັນຕະລາຍ ຫຼື ​ທ້ອງຟ້າມີ​ເມກ​ປົກ​ຄຸມ​, ມືດຄຶ້ມ. ໂດຍສະເພາະ, ເມື່ອລົມແຮງ ເກີນໄປ ຫຼື ນ້ຳຂຶ້ນສູງ ຮອດຫົວເຂົ່າ ໃນເຂດນຳ້ທະເລ ຈະເຮັດໃຫ້ໜ້ານ້ຳທະເລເປັນຄື້ນ ແລະ ເຮັດໃຫ້ ການສະທ້ອນ ຮູບທ້ອງຟ້າຢູ່ເທິງໜ້ານ້ຳບໍ່ສາມາດປະກົດຂຶ້ນ ຫຼື ຖ້ານ້ຳຕື້ນເກີນໄປ ກໍເຮັດໃຫ້ເຫັນ ຫາດດິນຕົມ ລັບລໍ່ຢູ່ເທິງໜ້ານ້ຳ ທະເລ, ເພາະສະນັ້ນ ຈິ່ງບໍ່ມີປະກົດການ “ທີ່ບໍ່ມີຂອບເຂດ” ໄດ້.

ຈຸດເວລາ ​ທີ່ມີ​ທິວ​ທັດ​ທຳ​ມະ​ຊາດ ​ທີ່​ສວຍ​ງາມ​ທີສຸດ ​ຢູ່​ເຂດ​ທະ​ເລ​ ຕາ​ແສງ ຖຸ້ຍຊວນ ​ແລະ ຖຸ້ຍຫາຍ, ​ເມືອງ ຖ໋າຍຖຸ້ຍ ​ແມ່ນແຕ່​ 4:30 ໂມງ ຫາ 6 ໂມງ ຕອນເຊົ້າ, ​ເມື່ອ​ຕາ​ເວັນ​ ເລີ່ມພົ້ນ​ຂຶ້ນ, ​ໃນ​ຂະນະ​ດຽວ​ກັນ​ ນໍ້າທະເລລົງຕໍ່າ ເຮັດ​ໃຫ້ ຫາດ​ຊາຍ ​ແລະ​ ທ້ອງ​ຟ້າ​ເກືອບວ່າ ບໍ່​ມີ​ຂອບ​ເຂດ​, ສ້າງເປັນແຜ່ນກະຈົກໃຫຍ່ ສະທ້ອນແສງຕາເວັນ, ປະສົມປະສານກັບຮູບພາບ ປະຊາຊົນ ຫາສິນທະເລ ຢູ່ເທິງຫາດຊາຍ ຊຶ່ງສ້າງເປັນ ພູມພາບສວຍງາມໜ້າອັດສະຈັນຍິ່ງ. 


ບັນທຶກຊ່ວງເວລາດວງຕາເວັນຂຶ້ນຢູ່ຫາດຊາຍທີ່ບໍ່ມີຂອບເຂດ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນຫາການກິນ, ​ທີ່​ພັກ ​ແລະ ການ​ເດີນທາງ​ຂອງ​ນັກ​ທ່ອງ​ທ່ຽວ ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ ຍ້ອນ​ທ້ອງ​ຖິ່ນ​ຍັງ​ບໍ່​ທັນ​ມີ​ການ​ບໍລິການ ​ດ້ານ​ການ​ຄ້າ​ຫຼາຍ ເຊັ່ນ: ບ່ອນ​ຝາກ​ລົດ, ການ​ບໍລິ ການ​ທີ່​ພັກ ແລະ ອື່ນໆ... ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ຄະນະກຳ ມະການ ປະຊາຊົນ ​ແຂວງ ​ຖ໋າຍ​ບິ່ງ ໄດ້​ເອົາ​ໃຈ​ໃສ່​ເຖິງ​ການ​ຄຸ້ມ​ຄອງ ​ແລະ ການ​ຂຸດ​ຄົ້ນ ພັດທະນາ ການ​ທ່ອງ​ທ່ຽວ​ຢູ່​ເຂດຫາດ​ຊາຍ​​ສອງ​ຕາ​ແສງ ຖຸ້ຍຊວນ-ຖຸ້ຍຫາຍ. 

ທ່ານ​ນາງ ເຈິ່ນ​ທິບິກ​ຮັ່ງ, ຮອງ​ປະທານ ​ຄະນະ​ກຳມະການ​ ປະຊາຊົນ​ແຂວງ ​ຖ໋າຍ​ບິ່ງ ​ໃຫ້​ຮູ້​ວ່າ: “​ແຂວງ ​ຖ໋າຍ​ບິ່ງ ກຳລັງເຮັດໃຫ້​ສຳ​ເລັດ​ເງື່ອນ​ໄຂ​ກໍ່ສ້າງ ​ແລະ ພັດທະນາ​ ປ່າຊາຍເລນ ​ແລະ ຫາດຊາຍທະເລຢູ່ຕາແສງ ຖຸ້ຍຊວນ-ຖຸ້ຍຫາຍ ​ໃຫ້​ກາຍ​ເປັນ ສະຖານທີ່​ທ່ອງ​ທ່ຽວ​ທີ່    ​ເໝາະ​ສົມກັບລະບົບນິເວດ ໂດຍບໍ່ສົ່ງ ຜົນກະທົບ ຕໍ່ການອະນຸລັກຮັກສາ ລະບົບນິເວດ ທຳມະຊາດ, ​ໂດຍ​ສະ​ເພາະ​ແມ່ນ​ບໍ່​ໄດ້​ສົ່ງຜົນກະທົບ​ ເຖິງ​ການ​ເຄື່ອນ​ໄຫວ​ ຫາ​ປາ ​ຂອງ​ປະຊາຊົນ ​ທ້ອງ​ຖິ່ນ. ​ເພື່ອ​ພັດທະນາ​ການ​ທ່ອງ​ທ່ຽວ, ​ແຫຼ່ງທ່ອງ​ທ່ຽວ​ທະ​ເລ​ ທີ່ບໍ່ມີຂອບເຂດ ຈະໄດ້ນຳ​ເຂົ້າ​ໃນ​ທົວ ​ແລະ ສາຍ​ທ່ອງ​ທ່ຽວ​ເຊື່ອມ​ໂຍງ​ກັບ​ບັນດາ​ແຂວງ, ນະຄອນ​ໃກ້​ຄຽງ.

ຮູບພາບທີ່ສວຍງາມຂອງນັກທ່ອງທ່ຽວເມື່ອມາຮອດຫາດຊາຍ ທີ່ບໍ່ມີຂອບເຂດ.

ປະຕິບັດໂດຍ: VNP/ກົງດາດ - ແປໂດຍ: ບິກລຽນ


Top