ທະເລ ທ່ີບໍ່ມີຂອບເຂດ ໜຶ່ງບໍ່ມີສອງ ຢູ່ຕາແສງ ຖຸ້ຍຊວນ ແລະ ຖຸ້ຍຫາຍ, ເມືອງ ຖ໋າຍຖຸ້ຍ ກຳລັງໄດ້ຮັບການພັດທະນາ ໃຫ້ເປັນສະຖານ ທີ່ທ່ອງທ່ຽວ ໂດຍຄະນະກຳມະການ ປະຊາຊົນແຂວງ ຖ໋າຍບິ່ງ ໃຫ້ກາຍເປັນຈຸດໝາຍປາຍທາງ ທີ່ແປກໃໝ່, ມີເອກະລັກສະເພາະ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມາສຳຜັດ ຕົວຈິງ.
ໜ້ານ້ຳຢູ່ຫາດຊາຍກວາງລານເບິ່ງຄືກັບກະຈົກແຜ່ນໃຫຍ່ ສະທ້ອນຮູບພາບ ຂອງ ທ້ອງຟ້າ ຊຶ່ງສ້າງຍ່ານເວຫາທີ່ບໍ່ມີຂອບເຂດ ທີ່ເປັນເອກະລັກສະເພາະ.
ທະເລ ທ່ີບໍ່ມີຂອບເຂດ ໜຶ່ງບໍ່ມີສອງ ຢູ່ຕາແສງ ຖຸ້ຍຊວນ ແລະ ຖຸ້ຍຫາຍ, ເມືອງ ຖ໋າຍຖຸ້ຍ ກຳລັງໄດ້ຮັບການພັດທະນາ ໃຫ້ເປັນສະຖານ ທີ່ທ່ອງທ່ຽວ ໂດຍຄະນະກຳມະການ ປະຊາຊົນແຂວງ ຖ໋າຍບິ່ງ ໃຫ້ກາຍເປັນຈຸດໝາຍປາຍທາງ ທີ່ແປກໃໝ່, ມີເອກະລັກສະເພາະ ເພື່ອດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ໄດ້ມາສຳຜັດ ຕົວຈິງ.
ຫາດຊາຍທັງສອງແຫ່ງນີ້ ບໍ່ມີຊາຍສີຂາວ, ບໍ່ມີນໍ້າທະເລ ທີ່ຂຽວສົດ ໃສ ຫຼື ຄື້ນຟອງໃຫຍ່, ແຕ່ມີຄວາມງາມທີ່ສະຫງົບງຽບ ແລະ ທຳມະຊາດ ກັບດິນຊາຍສີນໍ້າຕານເຂັ້ມ, ຮາບພຽງ ແລະ ແກ່ຍາວ ບໍ່ມີທ່ີສິ້ນສຸດ. ໃນຍາມເຊົ້າໆ, ເມື່ອນ້ຳຕື້ນ, ຫາດຊາຍ ຖືກປົກຫຸ້ມດ້ວຍຊັ້ນນ້ຳບາງໆ ເລິກປະມານ ຄໍ່ຕີນ, ເບິ່ງຄືກັບກະຈົກແຜ່ນໃຫຍ່ ທີ່ສະທ້ອນຮູບພາບ ຂອງ ທ້ອງຟ້າ ແລະ ທິວທັດທຳມະຊາດ.
ທ່ານ ຟ້າມມິງຕວ່ານ (ອາຍຸ 33 ປີ, ອາໄສຢູ່ເມືອງ ຖ໋າຍຖຸ້ຍ, ແຂວງ ຖ໋າຍບິ່ງ) ໃຫ້ຮູ້ວ່າ: ຈາກປະສົບການ ເພື່ອໃຫ້ນັກທ່ອງທ່ຽວ ສາມາດໄດ້ຊົມປະກົດການທາງທະເລ ທ່ີບໍ່ມີຂອບເຂດ ຢູ່ເຂດນ່ານນໍ້າ ກວາງລາງ ແລະ ຖຸ້ຍຊວນ, ເມືອງ ຖ໋າຍຖຸ້ຍ ຕ້ອງປະກອບມີຫຼາຍປັດໄຈ ຢ່າງຄົບຖ້ວນ.
ດັ່ງນັ້ນ, ປັດໄຈທຳອິດ ທີ່ນັກທ່ອງທ່ຽວ ຕ້ອງເອົາໃຈໃສ່ແມ່ນເບິ່ງວ່າລະດັບນ້ຳ ຂອງ ມື້ນັ້ນເໝາະສົມ ຫຼື ບໍ ໂດຍຜ່ານ ແອັບໂທລະສັບຈຳ ນວນໜຶ່ງ ທີ່ມີຂໍ້ມູນ ກ່ຽວກັບເວລານໍ້າທະເລຂຶ້ນ-ລົງ. ລະອຽດຄື ລະ ດັບນ້ໍາທະເລຂຶ້ນ-ລົງ ທີ່ເໝາະສົມແມ່ນແຕ່ 1,2 ມ ຫາ 1,8 ມ, ໃນເວລານີ້ຢູ່ເທິງຫາດຊາຍ ຈະມີນໍ້າ ພຽງແຕ່ ຄໍ່ຕີນ ຊຶ່ງເໝາະສົມທີສຸດ ສໍາລັບປະກົດການ “ທີ່ບໍ່ມີຂອບເຂດ” ທີ່ຈະເກີດຂຶ້ນ.
ພ້ອມກັນນັ້ນ, ນັກທ່ອງທ່ຽວ ຍັງຕ້ອງຕິດຕາມສະພາບອາກາດ, ຫຼີກລ້ຽງວັນທີ່ມີພາຍຸ ຝົນຕົກ, ຟ້າຮ້ອງ ຟ້າເຫຼື້ອມ ທ່ີເປັນອັນຕະລາຍ ຫຼື ທ້ອງຟ້າມີເມກປົກຄຸມ, ມືດຄຶ້ມ. ໂດຍສະເພາະ, ເມື່ອລົມແຮງ ເກີນໄປ ຫຼື ນ້ຳຂຶ້ນສູງ ຮອດຫົວເຂົ່າ ໃນເຂດນຳ້ທະເລ ຈະເຮັດໃຫ້ໜ້ານ້ຳທະເລເປັນຄື້ນ ແລະ ເຮັດໃຫ້ ການສະທ້ອນ ຮູບທ້ອງຟ້າຢູ່ເທິງໜ້ານ້ຳບໍ່ສາມາດປະກົດຂຶ້ນ ຫຼື ຖ້ານ້ຳຕື້ນເກີນໄປ ກໍເຮັດໃຫ້ເຫັນ ຫາດດິນຕົມ ລັບລໍ່ຢູ່ເທິງໜ້ານ້ຳ ທະເລ, ເພາະສະນັ້ນ ຈິ່ງບໍ່ມີປະກົດການ “ທີ່ບໍ່ມີຂອບເຂດ” ໄດ້.
ຈຸດເວລາ ທີ່ມີທິວທັດທຳມະຊາດ ທີ່ສວຍງາມທີສຸດ ຢູ່ເຂດທະເລ ຕາແສງ ຖຸ້ຍຊວນ ແລະ ຖຸ້ຍຫາຍ, ເມືອງ ຖ໋າຍຖຸ້ຍ ແມ່ນແຕ່ 4:30 ໂມງ ຫາ 6 ໂມງ ຕອນເຊົ້າ, ເມື່ອຕາເວັນ ເລີ່ມພົ້ນຂຶ້ນ, ໃນຂະນະດຽວກັນ ນໍ້າທະເລລົງຕໍ່າ ເຮັດໃຫ້ ຫາດຊາຍ ແລະ ທ້ອງຟ້າເກືອບວ່າ ບໍ່ມີຂອບເຂດ, ສ້າງເປັນແຜ່ນກະຈົກໃຫຍ່ ສະທ້ອນແສງຕາເວັນ, ປະສົມປະສານກັບຮູບພາບ ປະຊາຊົນ ຫາສິນທະເລ ຢູ່ເທິງຫາດຊາຍ ຊຶ່ງສ້າງເປັນ ພູມພາບສວຍງາມໜ້າອັດສະຈັນຍິ່ງ.
ບັນທຶກຊ່ວງເວລາດວງຕາເວັນຂຶ້ນຢູ່ຫາດຊາຍທີ່ບໍ່ມີຂອບເຂດ.
ເຖິງຢ່າງໃດກໍຕາມ, ບັນຫາການກິນ, ທີ່ພັກ ແລະ ການເດີນທາງຂອງນັກທ່ອງທ່ຽວ ຍັງປະສົບກັບຄວາມຫຍຸ້ງຍາກ ຍ້ອນທ້ອງຖິ່ນຍັງບໍ່ທັນມີການບໍລິການ ດ້ານການຄ້າຫຼາຍ ເຊັ່ນ: ບ່ອນຝາກລົດ, ການບໍລິ ການທີ່ພັກ ແລະ ອື່ນໆ... ຕໍ່ໜ້າສະພາບຕົວຈິງດັ່ງກ່າວ, ຄະນະກຳ ມະການ ປະຊາຊົນ ແຂວງ ຖ໋າຍບິ່ງ ໄດ້ເອົາໃຈໃສ່ເຖິງການຄຸ້ມຄອງ ແລະ ການຂຸດຄົ້ນ ພັດທະນາ ການທ່ອງທ່ຽວຢູ່ເຂດຫາດຊາຍສອງຕາແສງ ຖຸ້ຍຊວນ-ຖຸ້ຍຫາຍ.
ທ່ານນາງ ເຈິ່ນທິບິກຮັ່ງ, ຮອງປະທານ ຄະນະກຳມະການ ປະຊາຊົນແຂວງ ຖ໋າຍບິ່ງ ໃຫ້ຮູ້ວ່າ: “ແຂວງ ຖ໋າຍບິ່ງ ກຳລັງເຮັດໃຫ້ສຳເລັດເງື່ອນໄຂກໍ່ສ້າງ ແລະ ພັດທະນາ ປ່າຊາຍເລນ ແລະ ຫາດຊາຍທະເລຢູ່ຕາແສງ ຖຸ້ຍຊວນ-ຖຸ້ຍຫາຍ ໃຫ້ກາຍເປັນ ສະຖານທີ່ທ່ອງທ່ຽວທີ່ ເໝາະສົມກັບລະບົບນິເວດ ໂດຍບໍ່ສົ່ງ ຜົນກະທົບ ຕໍ່ການອະນຸລັກຮັກສາ ລະບົບນິເວດ ທຳມະຊາດ, ໂດຍສະເພາະແມ່ນບໍ່ໄດ້ສົ່ງຜົນກະທົບ ເຖິງການເຄື່ອນໄຫວ ຫາປາ ຂອງປະຊາຊົນ ທ້ອງຖິ່ນ. ເພື່ອພັດທະນາການທ່ອງທ່ຽວ, ແຫຼ່ງທ່ອງທ່ຽວທະເລ ທີ່ບໍ່ມີຂອບເຂດ ຈະໄດ້ນຳເຂົ້າໃນທົວ ແລະ ສາຍທ່ອງທ່ຽວເຊື່ອມໂຍງກັບບັນດາແຂວງ, ນະຄອນໃກ້ຄຽງ.
ຮູບພາບທີ່ສວຍງາມຂອງນັກທ່ອງທ່ຽວເມື່ອມາຮອດຫາດຊາຍ ທີ່ບໍ່ມີຂອບເຂດ.
ປະຕິບັດໂດຍ: VNP/ກົງດາດ - ແປໂດຍ: ບິກລຽນ